ເອເຊກຽນ 14
14
ບັນດາຜູ້ຂາບໄຫວ້ຮູບເຄົາລົບຖືກປະນາມ
1ຜູ້ອາວຸໂສຂອງອິດສະຣາເອນບາງຄົນໄດ້ເຂົ້າມາຫາຂ້າພະເຈົ້າ ແລະ ມານັ່ງຢູ່ຕໍ່ໜ້າຂ້າພະເຈົ້າ. 2ແລ້ວຖ້ອຍຄຳຈາກພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ: 3“ບຸດມະນຸດ, ຄົນເຫລົ່ານີ້ໄດ້ເທີດທູນຮູບເຄົາລົບໄວ້ຢູ່ໃນໃຈຂອງຕົນ ແລະ ວາງສິ່ງຊົ່ວຮ້າຍທີ່ເຮັດໃຫ້ສະດຸດໄວ້ຕໍ່ໜ້າຕົນ ເຮົາຈະຍອມໃຫ້ພວກເຂົາມາສອບຖາມເຮົາບໍ? 4ເຫດສະນັ້ນ ຈົ່ງເວົ້າກັບພວກເຂົາ ແລະ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອຊາວອິດສະຣາເອນຄົນໃດຕັ້ງຮູບເຄົາລົບຕ່າງໆໄວ້ໃນໃຈຂອງຕົນ ແລະ ວາງສິ່ງຊົ່ວຮ້າຍທີ່ເຮັດໃຫ້ສະດຸດໄວ້ຕໍ່ໜ້າຕົນ ແລ້ວຍັງມາຫາຜູ້ທຳນວາຍ, ເຮົາຜູ້ເປັນພຣະເຈົ້າຢາເວ ຈະຕອບພວກເຂົາເອງກ່ຽວກັບການຂາບໄຫວ້ຮູບເຄົາລົບອັນຍິ່ງໃຫຍ່ຂອງພວກເຂົາ. 5ເຮົາຈະເຮັດເຊັ່ນນັ້ນເພື່ອຢຶດຈິດໃຈຂອງປະຊາຊົນອິດສະຣາເອນ ຜູ້ທີ່ໄດ້ປະຖິ້ມເຮົາ ແລະ ຫັນໄປຫາຮູບເຄົາລົບນັ້ນກັບຄືນມາ’.
6“ເຫດສະນັ້ນ ຈົ່ງກ່າວແກ່ຊາວອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງກັບໃຈໃໝ່! ຈົ່ງຫັນຈາກຮູບເຄົາລົບຕ່າງໆ ແລະ ປະຖິ້ມການກະທຳທຸກຢ່າງທີ່ໜ້າກຽດຊັງ!
7“ ‘ເມື່ອຊາວອິດສະຣາເອນ ຫລື ຊາວຕ່າງຊາດທີ່ມາອາໄສຢູ່ໃນອິດສະຣາເອນຄົນໃດແຍກໂຕຈາກເຮົາ ແລະ ຕັ້ງຮູບເຄົາລົບໄວ້ໃນໃຈຂອງຕົນ ແລະ ວາງສິ່ງຊົ່ວຮ້າຍທີ່ເຮັດໃຫ້ສະດຸດໄວ້ຕໍ່ໜ້າຕົນ ແລ້ວໄປຫາຜູ້ທຳນວາຍເພື່ອສອບຖາມກ່ຽວກັບເຮົາ ເຮົາຜູ້ເປັນພຣະເຈົ້າຢາເວ ຈະຕອບພວກເຂົາເອງ. 8ເຮົາຈະຕັ້ງຕົນເປັນສັດຕູກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເປັນຕົວຢ່າງ ແລະ ເປັນຄຳປຽບທຽບ. ເຮົາຈະຕັດພວກເຂົາອອກຈາກປະຊາຊົນຂອງເຮົາ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
9“ ‘ແລະ ຖ້າຜູ້ທຳນວາຍຄົນນັ້ນຖືກໂນ້ມນ້າວໃຫ້ກ່າວຄຳທຳນວາຍ ເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ໂນ້ມນ້າວຜູ້ທຳນວາຍນັ້ນເອງ ແລະ ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ລາວ ແລະ ທຳລາຍລາວໃຫ້ພົ້ນຈາກທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. 10ພວກເຂົາຈະຕ້ອງຮັບໂທດຂອງຕົນ ຜູ້ທຳນວາຍກໍຜິດຄືກັບຄົນທີ່ມາປຶກສາຕົນ. 11ແລ້ວປະຊາຊົນອິດສະຣາເອນຈະບໍ່ຫລົງໄປຈາກເຮົາອີກ, ທັງຈະບໍ່ປ່ອຍໃຫ້ຕົນເອງເປັນມົນທິນດ້ວຍຄວາມບາບທັງໝົດຂອງຕົນອີກ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຄຳພິພາກສາຂອງເຢຣູຊາເລັມບໍ່ສາມາດຫລີກລ້ຽງໄດ້
12ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: 13“ບຸດມະນຸດ, ຖ້າດິນແດນໜຶ່ງເຮັດບາບໂດຍບໍ່ສັດຊື່ຕໍ່ເຮົາ ແລະ ເຮົາຢຽດມືຂອງເຮົາອອກລົງໂທດໂດຍຕັດແຫລ່ງອາຫານຂອງດິນແດນນັ້ນ ແລ້ວສົ່ງການອຶດຢາກອາຫານມາເທິງດິນແດນ ແລະ ຂ້າຄົນຂອງດິນແດນນັ້ນ ແລະ ສັດຂອງພວກເຂົາ. 14ເຖິງແມ່ນທັງສາມຄົນນີ້ຄື ໂນອາ, ດານີເອນ#14:14 ຫລື ດາເນນ ຕາມໂຕສະກົດຂອງພາສາເຮັບເຣີ ອາດໝາຍເຖິງຜູ້ທຳນວາຍດານີເອນ ຫລື ຄົນອື່ນກໍໄດ້ ເຊັ່ນດຽວກັບຂໍ້ 20 ແລະ ໂຢບຢູ່ໃນດິນແດນນັ້ນເໝືອນກັນ ພວກເຂົາກໍພຽງແຕ່ຊ່ວຍຕົນເອງໃຫ້ພົ້ນໂດຍຄວາມຊອບທຳຂອງຕົນເທົ່ານັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
15“ຫລື ຖ້າເຮົາສົ່ງບັນດາສັດປ່າມາທົ່ວດິນແດນນັ້ນ ແລະ ໃຫ້ພວກມັນຂ້າຄົນຈົນກາຍເປັນຖິ່ນຮົກຮ້າງ ເພື່ອທີ່ຈະບໍ່ມີຜູ້ກ້າທຽວໄປມາທົ່ວດິນແດນນັ້ນເພາະສັດປ່ານັ້ນ. 16ເຮົາມີຊີວິດຢູ່ແນ່ນອນສັນໃດ ເຖິງແມ່ນວ່າທັງສາມຄົນນັ້ນກໍຢູ່ທີ່ນັ້ນດ້ວຍ, ພວກເຂົາກໍບໍ່ສາມາດຊ່ວຍລູກຊາຍ ຫລື ລູກສາວຂອງຕົນໄດ້ສັນນັ້ນ. ພວກເຂົາຈະຊ່ວຍໄດ້ແຕ່ຕົນເອງເທົ່ານັ້ນ ສ່ວນດິນແດນນັ້ນຈະຖືກຖິ້ມຮົກຮ້າງໄປ”, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
17“ຫລື ຖ້າເຮົານຳດາບມາຕໍ່ສູ້ດິນແດນນັ້ນ ແລະ ກ່າວວ່າ, ‘ໃຫ້ດາບແກວ່ງໄປທົ່ວດິນແດນນັ້ນ’ ແລະ ຂ້າປະຊາຊົນຂອງດິນແດນນັ້ນ ແລະ ສັດທັງຫລາຍຂອງພວກເຂົາ. 18ເຮົາມີຊີວິດຢູ່ແນ່ນອນສັນໃດ ເຖິງແມ່ນຄົນສາມຄົນນັ້ນຢູ່ທີ່ນັ້ນດ້ວຍ ພວກເຂົາກໍບໍ່ສາມາດຊ່ວຍລູກຊາຍ ຫລື ລູກສາວຂອງຕົນໄດ້ສັນນັ້ນ. ພວກເຂົາຈະຊ່ວຍໄດ້ແຕ່ຕົນເອງເທົ່ານັ້ນ”, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
19“ຫລື ຖ້າເຮົາສົ່ງໂລກລະບາດມາທຳລາຍດິນແດນນັ້ນ ແລະ ລະບາຍຄວາມໂກດຮ້າຍຂອງເຮົາອອກເທິງແຜ່ນດິນນັ້ນດ້ວຍການນອງເລືອດ, ໂດຍການຂ້າຄົນຂອງດິນແດນນັ້ນ ແລະ ສັດທັງຫລາຍຂອງພວກເຂົາ, 20ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ເຮົາມີຊີວິດຢູ່ແນ່ນອນສັນໃດ ເຖິງແມ່ນໂນອາ, ດານີເອນ ແລະ ໂຢບຢູ່ທີ່ນັ້ນດ້ວຍ ກໍບໍ່ສາມາດຊ່ວຍຊີວິດຂອງລູກຊາຍ ຫລື ລູກສາວຂອງຕົນໄດ້ສັນນັ້ນ. ພວກເຂົາຊ່ວຍໄດ້ແຕ່ຕົນເອງໂດຍຄວາມຊອບທຳຂອງພວກເຂົາເທົ່ານັ້ນ.
21“ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈະຊົ່ວຮ້າຍຫລາຍກວ່ານັ້ນຈັກເທົ່າໃດ ເມື່ອເຮົາສົ່ງຄຳພິພາກສາອັນໜ້າຢ້ານທັງສີ່ປະການຂອງເຮົາມາຍັງເຢຣູຊາເລັມຄື ສົງຄາມ, ການອຶດຢາກອາຫານ, ສັດຮ້າຍ ແລະ ໂລກລະບາດ ເພື່ອຂ້າຄົນຂອງດິນແດນນັ້ນ ແລະ ສັດທັງຫລາຍຂອງພວກເຂົາ! 22ເຖິງຢ່າງໃດກໍຕາມ ຈະຍັງມີບາງຄົນລອດຊີວິດ ຄືລູກຊາຍ ແລະ ລູກສາວທີ່ຖືກນຳໂຕອອກມາ. ພວກເຂົາຈະມາຫາເຈົ້າ ແລະ ເມື່ອເຈົ້າເຫັນຄວາມປະພຶດ ແລະ ການກະທຳຂອງພວກເຂົາແລ້ວ ເຈົ້າກໍຈະສະບາຍໃຈກັບໄພພິບັດທີ່ເຮົານຳມາສູ່ເຢຣູຊາເລັມ ຄືໄພພິບັດທຸກຢ່າງທີ່ເຮົາໄດ້ນຳມາຍັງນະຄອນນີ້. 23ເຈົ້າຈະສະບາຍໃຈເມື່ອເຫັນຄວາມປະພຶດ ແລະ ການກະທຳຂອງພວກເຂົາ, ເພາະເຈົ້າຈະຮູ້ວ່າເຮົາບໍ່ໄດ້ເຮັດຫຍັງໂດຍບໍ່ມີເຫດຜົນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Currently Selected:
ເອເຊກຽນ 14: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.