YouVersion Logo
Search Icon

ເອເຊກຽນ 14

14
ບັນດາ​ຜູ້​ຂາບໄຫວ້​ຮູບເຄົາລົບ​ຖືກ​ປະນາມ
1ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ບາງຄົນ​ໄດ້​ເຂົ້າ​ມາ​ຫາ​ຂ້າພະເຈົ້າ ແລະ ມາ​ນັ່ງ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ. 2ແລ້ວ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ ກໍ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 3“ບຸດ​ມະນຸດ, ຄົນ​ເຫລົ່ານີ້​ໄດ້​ເທີດທູນ​ຮູບເຄົາລົບ​ໄວ້​ຢູ່​ໃນ​ໃຈ​ຂອງ​ຕົນ ແລະ ວາງ​ສິ່ງ​ຊົ່ວ​ຮ້າຍ​ທີ່​ເຮັດ​ໃຫ້​ສະດຸດ​ໄວ້​ຕໍ່ໜ້າ​ຕົນ ເຮົາ​ຈະ​ຍອມ​ໃຫ້​ພວກເຂົາ​ມາ​ສອບ​ຖາມ​ເຮົາ​ບໍ? 4ເຫດ​ສະ​ນັ້ນ ຈົ່ງ​ເວົ້າ​ກັບ​ພວກເຂົາ ແລະ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເມື່ອ​ຊາວ​ອິດສະຣາເອນ​ຄົນ​ໃດ​ຕັ້ງ​ຮູບເຄົາລົບ​ຕ່າງໆ​ໄວ້​ໃນ​ໃຈ​ຂອງ​ຕົນ ແລະ ວາງ​ສິ່ງ​ຊົ່ວ​ຮ້າຍ​ທີ່​ເຮັດ​ໃຫ້​ສະດຸດ​ໄວ້​ຕໍ່​ໜ້າ​ຕົນ ແລ້ວ​ຍັງ​ມາ​ຫາ​ຜູ້ທຳນວາຍ, ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ຈະ​ຕອບ​ພວກເຂົາ​ເອງ​ກ່ຽວກັບ​ການ​ຂາບໄຫວ້​ຮູບເຄົາລົບ​ອັນ​ຍິ່ງໃຫຍ່​ຂອງ​ພວກເຂົາ. 5ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ເພື່ອ​ຢຶດ​ຈິດໃຈ​ຂອງ​ປະຊາຊົນ​ອິດສະຣາເອນ ຜູ້​ທີ່​ໄດ້​ປະຖິ້ມ​ເຮົາ ແລະ ຫັນ​ໄປ​ຫາ​ຮູບເຄົາລົບ​ນັ້ນ​ກັບ​ຄືນ​ມາ’.
6“ເຫດສະນັ້ນ ຈົ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ກັບໃຈໃໝ່! ຈົ່ງ​ຫັນ​ຈາກ​ຮູບເຄົາລົບ​ຕ່າງໆ ແລະ ປະຖິ້ມ​ການ​ກະທຳ​ທຸກ​ຢ່າງ​ທີ່​ໜ້າ​ກຽດຊັງ!
7“ ‘ເມື່ອ​ຊາວ​ອິດສະຣາເອນ ຫລື ຊາວ​ຕ່າງຊາດ​ທີ່​ມາ​ອາໄສ​ຢູ່​ໃນ​ອິດສະຣາເອນ​ຄົນ​ໃດ​ແຍກ​ໂຕ​ຈາກ​ເຮົາ ແລະ ຕັ້ງ​ຮູບເຄົາລົບ​ໄວ້​ໃນ​ໃຈ​ຂອງ​ຕົນ ແລະ ວາງ​ສິ່ງ​ຊົ່ວ​ຮ້າຍ​ທີ່​ເຮັດ​ໃຫ້​ສະດຸດ​ໄວ້​ຕໍ່ໜ້າ​ຕົນ ແລ້ວ​ໄປ​ຫາ​ຜູ້ທຳນວາຍ​ເພື່ອ​ສອບ​ຖາມ​ກ່ຽວກັບ​ເຮົາ ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ຈະ​ຕອບ​ພວກເຂົາ​ເອງ. 8ເຮົາ​ຈະ​ຕັ້ງ​ຕົນ​ເປັນ​ສັດຕູ​ກັບ​ພວກເຂົາ ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ຕົວຢ່າງ ແລະ ເປັນ​ຄຳ​ປຽບທຽບ. ເຮົາ​ຈະ​ຕັດ​ພວກເຂົາ​ອອກ​ຈາກ​ປະຊາຊົນ​ຂອງ​ເຮົາ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
9“ ‘ແລະ ຖ້າ​ຜູ້ທຳນວາຍ​ຄົນ​ນັ້ນ​ຖືກ​ໂນ້ມນ້າວ​ໃຫ້​ກ່າວ​ຄຳ​ທຳນວາຍ ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ໄດ້​ໂນ້ມນ້າວ​ຜູ້ທຳນວາຍ​ນັ້ນ​ເອງ ແລະ ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ລາວ ແລະ ທຳລາຍ​ລາວ​ໃຫ້​ພົ້ນ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ. 10ພວກເຂົາ​ຈະ​ຕ້ອງ​ຮັບ​ໂທດ​ຂອງ​ຕົນ ຜູ້ທຳນວາຍ​ກໍ​ຜິດ​ຄື​ກັບ​ຄົນ​ທີ່​ມາ​ປຶກສາ​ຕົນ. 11ແລ້ວ​ປະຊາຊົນ​ອິດສະຣາເອນ​ຈະ​ບໍ່​ຫລົງ​ໄປ​ຈາກ​ເຮົາ​ອີກ, ທັງ​ຈະ​ບໍ່​ປ່ອຍ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ດ້ວຍ​ຄວາມ​ບາບ​ທັງໝົດ​ຂອງ​ຕົນ​ອີກ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.
ຄຳ​ພິພາກສາ​ຂອງ​ເຢຣູຊາເລັມ​ບໍ່​ສາມາດ​ຫລີກລ້ຽງ​ໄດ້
12ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້: 13“ບຸດ​ມະນຸດ, ຖ້າ​ດິນແດນ​ໜຶ່ງ​ເຮັດ​ບາບ​ໂດຍ​ບໍ່ສັດຊື່​ຕໍ່​ເຮົາ ແລະ ເຮົາ​ຢຽດ​ມື​ຂອງ​ເຮົາ​ອອກ​ລົງໂທດ​ໂດຍ​ຕັດ​ແຫລ່ງ​ອາຫານ​ຂອງ​ດິນແດນ​ນັ້ນ ແລ້ວ​ສົ່ງ​ການ​ອຶດຢາກ​ອາຫານ​ມາ​ເທິງ​ດິນແດນ ແລະ ຂ້າ​ຄົນ​ຂອງ​ດິນແດນ​ນັ້ນ ແລະ ສັດ​ຂອງ​ພວກເຂົາ. 14ເຖິງ​ແມ່ນ​ທັງ​ສາມ​ຄົນ​ນີ້​ຄື ໂນອາ, ດານີເອນ#14:14 ຫລື ດາເນນ ຕາມ​ໂຕ​ສະກົດ​ຂອງ​ພາສາ​ເຮັບເຣີ ອາດ​ໝາຍ​ເຖິງ​ຜູ້ທຳນວາຍ​ດານີເອນ ຫລື ຄົນ​ອື່ນ​ກໍ​ໄດ້ ເຊັ່ນ​ດຽວ​ກັບ​ຂໍ້ 20 ແລະ ໂຢບ​ຢູ່​ໃນ​ດິນແດນ​ນັ້ນ​ເໝືອນ​ກັນ ພວກເຂົາ​ກໍ​ພຽງ​ແຕ່​ຊ່ວຍ​ຕົນ​ເອງ​ໃຫ້​ພົ້ນ​ໂດຍ​ຄວາມ​ຊອບທຳ​ຂອງ​ຕົນ​ເທົ່ານັ້ນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
15“ຫລື ຖ້າ​ເຮົາ​ສົ່ງ​ບັນດາ​ສັດປ່າ​ມາ​ທົ່ວ​ດິນແດນ​ນັ້ນ ແລະ ໃຫ້​ພວກ​ມັນ​ຂ້າ​ຄົນ​ຈົນ​ກາຍເປັນ​ຖິ່ນ​ຮົກຮ້າງ ເພື່ອ​ທີ່​ຈະ​ບໍ່​ມີ​ຜູ້​ກ້າ​ທຽວ​ໄປ​ມາ​ທົ່ວ​ດິນແດນ​ນັ້ນ​ເພາະ​ສັດປ່າ​ນັ້ນ. 16ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຖິງ​ແມ່ນ​ວ່າ​ທັງ​ສາມ​ຄົນ​ນັ້ນ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ, ພວກເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ລູກຊາຍ ຫລື ລູກ​ສາວ​ຂອງ​ຕົນ​ໄດ້​ສັນນັ້ນ. ພວກເຂົາ​ຈະ​ຊ່ວຍ​ໄດ້​ແຕ່​ຕົນ​ເອງ​ເທົ່ານັ້ນ ສ່ວນ​ດິນແດນ​ນັ້ນ​ຈະ​ຖືກ​ຖິ້ມ​ຮົກຮ້າງ​ໄປ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
17“ຫລື ຖ້າ​ເຮົາ​ນຳ​ດາບ​ມາ​ຕໍ່ສູ້​ດິນແດນ​ນັ້ນ ແລະ ກ່າວ​ວ່າ, ‘ໃຫ້​ດາບ​ແກວ່ງ​ໄປ​ທົ່ວ​ດິນແດນ​ນັ້ນ’ ແລະ ຂ້າ​ປະຊາຊົນ​ຂອງ​ດິນແດນ​ນັ້ນ ແລະ ສັດ​ທັງຫລາຍ​ຂອງ​ພວກເຂົາ. 18ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຖິງ​ແມ່ນ​ຄົນ​ສາມ​ຄົນ​ນັ້ນ​ຢູ່​ທີ່​ນັ້ນ​ດ້ວຍ ພວກເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ລູກຊາຍ ຫລື ລູກສາວ​ຂອງ​ຕົນ​ໄດ້​ສັນນັ້ນ. ພວກເຂົາ​ຈະ​ຊ່ວຍ​ໄດ້​ແຕ່​ຕົນ​ເອງ​ເທົ່ານັ້ນ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
19“ຫລື ຖ້າ​ເຮົາ​ສົ່ງ​ໂລກລະບາດ​ມາ​ທຳລາຍ​ດິນແດນ​ນັ້ນ ແລະ ລະບາຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ອອກ​ເທິງ​ແຜ່ນດິນ​ນັ້ນ​ດ້ວຍ​ການ​ນອງ​ເລືອດ, ໂດຍ​ການ​ຂ້າ​ຄົນ​ຂອງ​ດິນແດນ​ນັ້ນ ແລະ ສັດ​ທັງຫລາຍ​ຂອງ​ພວກເຂົາ, 20ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຖິງ​ແມ່ນ​ໂນອາ, ດານີເອນ ແລະ ໂຢບ​ຢູ່​ທີ່​ນັ້ນ​ດ້ວຍ ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງ​ລູກຊາຍ ຫລື ລູກ​ສາວ​ຂອງ​ຕົນ​ໄດ້​ສັນນັ້ນ. ພວກເຂົາ​ຊ່ວຍ​ໄດ້​ແຕ່​ຕົນ​ເອງ​ໂດຍ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເທົ່ານັ້ນ.
21“ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈະ​ຊົ່ວຮ້າຍ​ຫລາຍ​ກວ່ານັ້ນ​ຈັກ​ເທົ່າໃດ ເມື່ອ​ເຮົາ​ສົ່ງ​ຄຳ​ພິພາກສາ​ອັນ​ໜ້າ​ຢ້ານ​ທັງ​ສີ່​ປະການ​ຂອງ​ເຮົາ​ມາ​ຍັງ​ເຢຣູຊາເລັມ​ຄື ສົງຄາມ, ການ​ອຶດຢາກ​ອາຫານ, ສັດ​ຮ້າຍ ແລະ ໂລກລະບາດ ເພື່ອ​ຂ້າ​ຄົນ​ຂອງ​ດິນແດນ​ນັ້ນ ແລະ ສັດ​ທັງຫລາຍ​ຂອງ​ພວກເຂົາ! 22ເຖິງ​ຢ່າງ​ໃດ​ກໍ​ຕາມ ຈະ​ຍັງ​ມີ​ບາງ​ຄົນ​ລອດ​ຊີວິດ ຄື​ລູກຊາຍ ແລະ ລູກສາວ​ທີ່​ຖືກ​ນຳ​ໂຕ​ອອກ​ມາ. ພວກເຂົາ​ຈະ​ມາ​ຫາ​ເຈົ້າ ແລະ ເມື່ອ​ເຈົ້າ​ເຫັນ​ຄວາມ​ປະພຶດ ແລະ ການ​ກະທຳ​ຂອງ​ພວກເຂົາ​ແລ້ວ ເຈົ້າ​ກໍ​ຈະ​ສະບາຍ​ໃຈ​ກັບ​ໄພພິບັດ​ທີ່​ເຮົາ​ນຳ​ມາ​ສູ່​ເຢຣູຊາເລັມ ຄື​ໄພພິບັດ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ນຳ​ມາ​ຍັງ​ນະຄອນ​ນີ້. 23ເຈົ້າ​ຈະ​ສະບາຍ​ໃຈ​ເມື່ອ​ເຫັນ​ຄວາມ​ປະພຶດ ແລະ ການ​ກະທຳ​ຂອງ​ພວກເຂົາ, ເພາະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ໂດຍ​ບໍ່​ມີ​ເຫດຜົນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in