“ເມື່ອຟາໂຣກ່າວກັບພວກເຈົ້າວ່າ, ‘ຈົ່ງສະແດງການອັດສະຈັນ,’ ແລ້ວເຈົ້າຈົ່ງບອກອາໂຣນວ່າ, ‘ຈັບໄມ້ຄ້ອນເທົ້າຂອງເຈົ້າ ແລະ ຖິ້ມໄມ້ທ້ອນເທົ້ານັ້ນລົງຕໍ່ໜ້າຟາໂຣ,’ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ”.
ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງເຂົ້າໄປພົບຟາໂຣ ແລະ ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງຕໍ່ໜ້າຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນ, ແລ້ວໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ.