YouVersion Logo
Search Icon

ອົບພະຍົບ 34

34
ແຜ່ນຫີນ​ໃໝ່
1ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ກັນ​ກັບ​ສອງ​ແຜ່ນ​ທຳອິດ ແລະ ເຮົາ​ຈະ​ຂຽນ​ຂໍ້ຄວາມ​ທີ່​ເຄີຍ​ມີ​ຢູ່​ໃນ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ເຈົ້າ​ໄດ້​ເຮັດ​ແຕກ​ນັ້ນ​ໃສ່​ແຜ່ນຫີນ​ທີ່​ເຈົ້າ​ຕັດ​ໃໝ່​ເຫລົ່ານັ້ນ. 2ມື້​ອື່ນ​ເຊົ້າ​ຈົ່ງ​ຕຽມຕົວ​ໃຫ້​ພ້ອມ ແລະ ຫລັງຈາກນັ້ນ​ໃຫ້​ຂຶ້ນ​ມາ​ເທິງ​ພູເຂົາ​ຊີນາຍ. ເຈົ້າ​ເອງ​ຈົ່ງ​ມາ​ພົບ​ເຮົາ​ທີ່​ຈອມ​ພູ. 3ຢ່າ​ໃຫ້​ຜູ້ໃດ​ມາ​ກັບ​ເຈົ້າ ຫລື ເຫັນ​ທຸກບ່ອນ​ໃນ​ເທິງ​ພູເຂົາ; ແມ່ນແຕ່​ຝູງແບ້, ຝູງແກະ ແລະ ຝູງງົວ​ກໍ​ຢ່າ​ປ່ອຍ​ໃຫ້​ມາ​ກິນຫຍ້າ​ຢູ່​ທາງ​ໜ້າ​ພູເຂົາ”.
4ດັ່ງນັ້ນ ໂມເຊ​ຈຶ່ງ​ຕັດ​ຫີນ​ສອງ​ແຜ່ນ​ທີ່​ຄື​ກັນ​ກັບ​ແຜ່ນ​ທຳອິດ ແລະ ຂຶ້ນ​ໄປ​ເທິງ​ພູເຂົາ​ຊີນາຍ​ຕັ້ງແຕ່​ເຊົ້າ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ; ແລະ ເພິ່ນ​ໄດ້​ຖື​ຫີນ​ສອງ​ແຜ່ນ​ໃນ​ມື​ຂຶ້ນ​ໄປ. 5ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ລົງ​ມາ​ໃນ​ເມກ ແລະ ຢືນ​ຢູ່​ທີ່​ນັ້ນ​ກັບ​ເພິ່ນ ແລະ ໄດ້​ປະກາດ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ. 6ແລະ ພຣະອົງ​ໄດ້​ຜ່ານ​ໄປ​ຕໍ່ໜ້າ​ໂມເຊ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ, ພຣະເຈົ້າຢາເວ, ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ພຣະຄຸນ, ບໍ່​ຮ້າຍ​ງ່າຍ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມຊື່ສັດ, 7ຜູ້​ສະແດງ​ຄວາມ​ຮັກ​ໝັ້ນຄົງ​ຕໍ່​ຄົນ​ເປັນ​ພັນ​ຊົ່ວ​ອາຍຸ​ຄົນ ແລະ ໃຫ້​ອະໄພ​ຄວາມ​ຊົ່ວຮ້າຍ, ການ​ກະບົດ ແລະ ບາບ. ແຕ່​ພຣະອົງ​ຈະ​ບໍ່​ລະເວັ້ນ​ໂທດ​ຜູ້​ທີ່​ເຮັດ​ຜິດ; ພຣະອົງ​ຈະ​ລົງໂທດ​ບັນດາ​ລູກ ແລະ ຫລານ​ຂອງ​ພວກເຂົາ​ເພາະ​ຄວາມບາບ​ຂອງ​ພໍ່ແມ່​ເຖິງ​ສາມ ແລະ ສີ່​ຊົ່ວ​ອາຍຸ​ຄົນ”.
8ໂມເຊ​ຈຶ່ງ​ໝອບ​ລົງ​ທີ່​ພື້ນ​ທັນທີ ແລະ ນະມັດສະການ. 9ເພິ່ນ​ໄດ້​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າ​ພຣະອົງ​ຈະ​ກະລຸນາ​ຂ້ານ້ອຍ, ກໍ​ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ໄປ​ກັບ​ພວກຂ້ານ້ອຍ​ດ້ວຍ. ເຖິງ​ແມ່ນ​ວ່າ​ພວກຂ້ານ້ອຍ​ເປັນ​ຄົນ​ທີ່​ດື້ດ້ານ ຂໍ​ອະໄພ​ຄວາມ​ຊົ່ວຮ້າຍ ແລະ ຄວາມບາບ​ຂອງ​ພວກຂ້ານ້ອຍ​ດ້ວຍ, ແລ້ວ​ຂໍ​ຮັບເອົາ​ພວກຂ້ານ້ອຍ​ເປັນ​ມໍລະດົກ​ຂອງ​ພຣະອົງ​ດ້ວຍ”.
10ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ເວົ້າ​ວ່າ: “ເຮົາ​ກຳລັງ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ. ຕໍ່ໜ້າ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ ເຮົາ​ຈະ​ເຮັດ​ການ​ອັດສະຈັນ​ຕ່າງໆ​ທີ່​ບໍ່​ເຄີຍ​ເຮັດ​ໃນ​ຊົນຊາດ​ໃດ​ໃນ​ທົ່ວ​ທັງ​ໂລກ​ມາ​ກ່ອນ. ປະຊາຊົນ​ທີ່​ເຈົ້າ​ຢູ່​ນຳ​ຈະ​ເຫັນ​ກິດຈະການ​ອັນ​ໜ້າ​ຢ້ານ​ທີ່​ເຮົາ​ຜູ້​ເປັນ​ພຣະເຈົ້າຢາເວ​ຈະ​ເຮັດ​ເພື່ອ​ເຈົ້າ. 11ຈົ່ງ​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ໃນ​ວັນ​ນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ ຊາວ​ເຢບຸດ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ເຈົ້າ. 12ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ສົນທິສັນຍາ​ໃດ​ກັບ​ບັນດາ​ຄົນ​ທີ່​ອາໄສ​ໃນ​ດິນແດນ​ບ່ອນ​ທີ່​ເຈົ້າ​ຈະ​ໄປ​ເຖິງ​ນັ້ນ, ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ເປັນ​ບ້ວງແຮ້ວ​ທ່າມກາງ​ພວກເຈົ້າ. 13ຈົ່ງ​ມ້າງ​ແທ່ນບູຊາ​ຂອງ​ພວກເຂົາ, ຈົ່ງ​ທຸບ​ຫີນ​ສັກສິດ​ຂອງ​ພວກເຂົາ​ໃຫ້​ໝຸ່ນ ແລະ ຕັດ​ເສົາ​ເຈົ້າ​ແມ່​ອາເຊຣາ#34:13 ນັ້ນ​ຄື ເສົາໄມ້​ທີ່​ເປັນ​ສັນຍາລັກ​ຂອງ​ເຈົ້າ​ແມ່​ອາເຊຣາ​ຂອງ​ພວກເຂົາ​ຖິ້ມ. 14ຢ່າ​ນະມັດສະການ​ພະ​ອື່ນ​ໃດ, ເພາະ​ພຣະເຈົ້າຢາເວ​ຜູ້​ມີ​ນາມ​ວ່າ​ຫວງແຫນ, ເປັນ​ພຣະເຈົ້າ​ຜູ້​ຫວງແຫນ.
15“ຈົ່ງ​ລະວັງ ຢ່າ​ເຮັດ​ສົນທິສັນຍາ​ກັບ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ; ເພາະວ່າ​ເມື່ອ​ພວກເຂົາ​ເຮັດ​ຕົນ​ເອງ​ເປັນ​ໂສເພນີ​ກັບ​ພະ​ຂອງ​ພວກເຂົາ ແລະ ອຸທິດ​ແກ່​ພະ​ເຫລົ່ານັ້ນ, ພວກເຂົາ​ຈະ​ເຊີນ​ພວກເຈົ້າ ແລະ ພວກເຈົ້າ​ກໍ​ຈະ​ກິນ​ເຄື່ອງບູຊາ​ຂອງ​ພວກເຂົາ. 16ແລະ ເມື່ອ​ພວກເຈົ້າ​ເລືອກ​ລູກສາວ​ຂອງ​ພວກເຂົາ​ມາ​ເປັນ​ເມຍ​ໃຫ້​ແກ່​ລູກຊາຍ​ຂອງ​ພວກເຈົ້າ ແລະ ລູກສາວ​ເຫລົ່ານັ້ນ​ກໍ​ເຮັດ​ຕົວ​ເອງ​ເປັນ​ໂສເພນີ​ກັບ​ພະ​ຂອງ​ພວກເຂົາ, ພວກເຂົາ​ຈະ​ພາ​ບັນດາ​ລູກຊາຍ​ຂອງ​ພວກເຈົ້າ​ໄປ​ເຮັດ​ຄື​ກັນ.
17“ເຈົ້າ​ຢ່າ​ເຮັດ​ຮູບເຄົາລົບ​ໃດ​ຂຶ້ນ​ມາ.
18“ຈົ່ງ​ສະຫລອງ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ. ຈົ່ງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ຕະຫລອດ​ເຈັດ​ວັນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້. ຈົ່ງ​ເຮັດ​ຢ່າງ​ນີ້​ໃນ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຄື​ໃນ​ເດືອນ​ອາບີບ, ເພາະ​ໃນ​ເດືອນ​ນັ້ນ ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ເອຢິບ.
19“ລູກຊາຍ​ຄົນ​ທຳອິດ​ຂອງ​ທຸກ​ຄົນ​ເປັນ​ຂອງ​ເຮົາ, ລວມ​ທັງ​ລູກສັດ​ຫົວປີ​ໂຕຜູ້​ທັງໝົດ​ໃນ​ສັດລ້ຽງ​ຂອງ​ພວກເຈົ້າ, ບໍ່​ວ່າ​ຈະ​ມາ​ຈາກ​ຝູງ​ໃດ​ກໍ​ຕາມ. 20ຈົ່ງ​ໄຖ່​ລູກລໍ​ຫົວປີ​ດ້ວຍ​ລູກແກະ, ແຕ່​ຖ້າ​ພວກເຈົ້າ​ບໍ່​ໄຖ່​ລູກລໍ​ຫົວປີ​ນັ້ນ, ຈົ່ງ​ຫັກ​ຄໍ​ຂອງ​ມັນ. ຈົ່ງ​ໄຖ່​ລູກຊາຍ​ກົກ​ຂອງ​ພວກເຈົ້າ​ທຸກຄົນ.
“ຢ່າ​ໃຫ້​ຜູ້ໃດ​ມາ​ຫາ​ເຮົາ​ໂດຍ​ມື​ເປົ່າ.
21“ພວກເຈົ້າ​ຈົ່ງ​ເຮັດ​ວຽກ​ຫົກ​ວັນ, ແຕ່​ໃນ​ວັນ​ທີ​ເຈັດ​ພວກເຈົ້າ​ຈົ່ງ​ພັກຜ່ອນ; ແມ່ນແຕ່​ຢູ່​ໃນ​ຊ່ວງ​ລະດູ​ໄຖນາ ແລະ ລະດູ​ເກັບກ່ຽວ​ພວກເຈົ້າ​ກໍ​ຕ້ອງ​ພັກຜ່ອນ.
22“ຈົ່ງ​ສະຫລອງ​ເທດສະການ​ປະຈຳ​ອາທິດ​ດ້ວຍ​ຜົນຜະລິດ​ທຳອິດ​ຂອງ​ການ​ເກັບກ່ຽວ​ເຂົ້າຫວີດ ແລະ ເທດສະການ​ຮວບຮວມ​ຜົນລະປູກ​ໃນ​ທ້າຍ​ປີ.#34:22 ນັ້ນ​ຄື ໃນ​ລະດູ​ໃບໄມ້ຫລົ່ນ 23ສາມ​ເທື່ອ​ຕໍ່​ປີ ຜູ້ຊາຍ​ຊາວ​ອິດສະຣາເອນ​ທຸກຄົນ​ຈະ​ຕ້ອງ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ເຈົ້ານາຍ, ພຣະເຈົ້າ​ຂອງ​ອິດສະຣາເອນ. 24ເຮົາ​ຈະ​ຂັບໄລ່​ບັນດາ​ຊົນຊາດ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ແລະ ຂະຫຍາຍ​ເຂດແດນ​ຂອງ​ພວກເຈົ້າ, ແລ້ວ​ຈະ​ບໍ່​ມີ​ຜູ້ໃດ​ມາ​ໂລບ​ເອົາ​ດິນແດນ​ຂອງ​ພວກເຈົ້າ ເມື່ອ​ພວກເຈົ້າ​ຂຶ້ນ​ໄປ​ປີ​ລະ​ສາມ​ຄັ້ງ​ເພື່ອ​ປາກົດ​ຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
25“ຢ່າ​ຖວາຍ​ເລືອດ​ຂອງ​ເຄື່ອງບູຊາ​ແກ່​ເຮົາ​ພ້ອມ​ກັບ​ສິ່ງ​ທີ່​ໃສ່​ເຊື້ອແປ້ງ ແລະ ຢ່າ​ໃຫ້​ເຄື່ອງບູຊາ​ຈາກ​ເທດສະການ​ປັດສະຄາ​ນັ້ນ​ເຫລືອ​ຢູ່​ຈົນ​ເຖິງ​ຕອນເຊົ້າ.
26“ຈົ່ງ​ນຳ​ສ່ວນ​ທີ່​ດີ​ທີ່ສຸດ​ຂອງ​ຜົນລະປູກ​ທຳອິດ​ຈາກ​ດິນ​ຂອງ​ພວກເຈົ້າ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
“ຢ່າ​ຕົ້ມ​ລູກແບ້​ໃນ​ນ້ຳນົມ​ແມ່​ຂອງ​ມັນ”.
27ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ໄວ້, ເພາະ​ເຮົາ​ໄດ້​ເຮັດ​ພັນທະສັນຍາ​ກັບ​ເຈົ້າ ແລະ ກັບ​ອິດສະຣາເອນ​ຕາມ​ຂໍ້ຄວາມ​ເຫລົ່ານີ້”. 28ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ​ເປັນ​ເວລາ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ​ໂດຍ​ບໍ່​ໄດ້​ກິນ​ອາຫານ ຫລື ດື່ມ​ນ້ຳ. ແລະ ເພິ່ນ​ກໍ​ໄດ້​ຂຽນ​ຂໍ້ຄວາມ​ແຫ່ງ​ພັນທະສັນຍາ​ຄື ຄຳສັ່ງ​ສິບ​ປະການ​ລົງ​ເທິງ​ຫີນ​ທັງ​ສອງ​ແຜ່ນ​ນັ້ນ.
ໃບໜ້າ​ອັນ​ຮຸ່ງເຮືອງ​ຂອງ​ໂມເຊ
29ເມື່ອ​ໂມເຊ​ໄດ້​ລົງ​ມາ​ຈາກ​ພູເຂົາ​ຊີນາຍ​ພ້ອມ​ກັບ​ຖື​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ກົດບັນຍັດ​ນັ້ນ​ໄວ້​ໃນ​ມື​ຂອງ​ເພິ່ນ, ເພິ່ນ​ບໍ່​ຮູ້ສຶກ​ເລີຍ​ວ່າ​ໃບໜ້າ​ຂອງ​ຕົນ​ຮຸ່ງເຮືອງ​ຈາກ​ການ​ທີ່​ເພິ່ນ​ໄດ້​ເວົ້າ​ກັບ​ພຣະເຈົ້າຢາເວ. 30ເມື່ອ​ອາໂຣນ ແລະ ຊາວ​ອິດສະຣາເອນ​ທັງໝົດ​ເຫັນ​ໂມເຊ, ໃບໜ້າ​ຂອງ​ເພິ່ນ​ກໍ​ຮຸ່ງເຮືອງ​ຢູ່ ແລະ ພວກເຂົາ​ຈຶ່ງ​ຢ້ານ​ທີ່​ຈະ​ເຂົ້າ​ໄປ​ໃກ້​ເພິ່ນ. 31ແຕ່​ໂມເຊ​ໄດ້​ເອີ້ນ​ໃສ່​ພວກເຂົາ; ດັ່ງນັ້ນ ອາໂຣນ ແລະ ຜູ້ນຳ​ຂອງ​ຊຸມຊົນ​ທັງໝົດ​ຈຶ່ງ​ໄດ້​ພາກັນ​ກັບ​ມາ​ຫາ​ເພິ່ນ ແລະ ເພິ່ນ​ກໍ​ໄດ້​ເວົ້າ​ກັບ​ພວກເຂົາ. 32ຫລັງຈາກນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ກໍ​ເຂົ້າ​ມາ​ໃກ້​ໂມເຊ ແລະ ເພິ່ນ​ກໍ​ໄດ້​ມອບ​ຄຳສັ່ງ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ເພິ່ນ​ຢູ່​ເທິງ​ພູເຂົາ​ຊີນາຍ​ນັ້ນ​ໃຫ້​ແກ່​ພວກເຂົາ.
33ເມື່ອ​ໂມເຊ​ເວົ້າ​ກັບ​ພວກເຂົາ​ຈົບ​ແລ້ວ, ເພິ່ນ​ກໍ​ເອົາ​ຜ້າ​ມາ​ປົກ​ໜ້າ​ຂອງ​ເພິ່ນ. 34ແຕ່​ເມື່ອ​ໃດ​ທີ່​ເພິ່ນ​ເຂົ້າ​ໄປ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ​ຢູ່​ເພື່ອ​ເວົ້າ​ກັບ​ພຣະອົງ, ເພິ່ນ​ກໍ​ໄດ້​ເອົາ​ຜ້າ​ປົກ​ໜ້າ​ອອກ​ຈົນ​ກວ່າ​ເພິ່ນ​ຈະ​ກັບ​ອອກ​ມາ. ແລະ ເມື່ອ​ເພິ່ນ​ກັບ​ອອກ​ມາ​ແລ້ວ​ເພິ່ນ​ກໍ​ໄດ້​ບອກ​ຊາວ​ອິດສະຣາເອນ​ຕາມ​ທີ່​ເພິ່ນ​ໄດ້​ຮັບ​ຄຳສັ່ງ, 35ພວກເຂົາ​ກໍ​ໄດ້​ເຫັນ​ວ່າ​ໃບໜ້າ​ຂອງ​ເພິ່ນ​ຍັງ​ຮຸ່ງເຮືອງ​ຢູ່. ແລ້ວ​ໂມເຊ​ກໍ​ໃສ່​ຜ້າປົກໜ້າ​ຄືນ​ຈົນ​ກວ່າ​ເພິ່ນ​ໄດ້​ເຂົ້າ​ໄປ​ສົນທະນາ​ກັບ​ພຣະເຈົ້າຢາເວ​ອີກ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in