ອົບພະຍົບ 34
34
ແຜ່ນຫີນໃໝ່
1ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ຄືກັນກັບສອງແຜ່ນທຳອິດ ແລະ ເຮົາຈະຂຽນຂໍ້ຄວາມທີ່ເຄີຍມີຢູ່ໃນຫີນສອງແຜ່ນທຳອິດທີ່ເຈົ້າໄດ້ເຮັດແຕກນັ້ນໃສ່ແຜ່ນຫີນທີ່ເຈົ້າຕັດໃໝ່ເຫລົ່ານັ້ນ. 2ມື້ອື່ນເຊົ້າຈົ່ງຕຽມຕົວໃຫ້ພ້ອມ ແລະ ຫລັງຈາກນັ້ນໃຫ້ຂຶ້ນມາເທິງພູເຂົາຊີນາຍ. ເຈົ້າເອງຈົ່ງມາພົບເຮົາທີ່ຈອມພູ. 3ຢ່າໃຫ້ຜູ້ໃດມາກັບເຈົ້າ ຫລື ເຫັນທຸກບ່ອນໃນເທິງພູເຂົາ; ແມ່ນແຕ່ຝູງແບ້, ຝູງແກະ ແລະ ຝູງງົວກໍຢ່າປ່ອຍໃຫ້ມາກິນຫຍ້າຢູ່ທາງໜ້າພູເຂົາ”.
4ດັ່ງນັ້ນ ໂມເຊຈຶ່ງຕັດຫີນສອງແຜ່ນທີ່ຄືກັນກັບແຜ່ນທຳອິດ ແລະ ຂຶ້ນໄປເທິງພູເຂົາຊີນາຍຕັ້ງແຕ່ເຊົ້າຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ; ແລະ ເພິ່ນໄດ້ຖືຫີນສອງແຜ່ນໃນມືຂຶ້ນໄປ. 5ແລ້ວພຣະເຈົ້າຢາເວກໍໄດ້ລົງມາໃນເມກ ແລະ ຢືນຢູ່ທີ່ນັ້ນກັບເພິ່ນ ແລະ ໄດ້ປະກາດນາມຂອງພຣະອົງຄືພຣະເຈົ້າຢາເວ. 6ແລະ ພຣະອົງໄດ້ຜ່ານໄປຕໍ່ໜ້າໂມເຊພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ, ພຣະເຈົ້າຢາເວ, ພຣະເຈົ້າຜູ້ເຕັມດ້ວຍຄວາມເມດຕາ ແລະ ພຣະຄຸນ, ບໍ່ຮ້າຍງ່າຍ, ເຕັມໄປດ້ວຍຄວາມຮັກ ແລະ ຄວາມຊື່ສັດ, 7ຜູ້ສະແດງຄວາມຮັກໝັ້ນຄົງຕໍ່ຄົນເປັນພັນຊົ່ວອາຍຸຄົນ ແລະ ໃຫ້ອະໄພຄວາມຊົ່ວຮ້າຍ, ການກະບົດ ແລະ ບາບ. ແຕ່ພຣະອົງຈະບໍ່ລະເວັ້ນໂທດຜູ້ທີ່ເຮັດຜິດ; ພຣະອົງຈະລົງໂທດບັນດາລູກ ແລະ ຫລານຂອງພວກເຂົາເພາະຄວາມບາບຂອງພໍ່ແມ່ເຖິງສາມ ແລະ ສີ່ຊົ່ວອາຍຸຄົນ”.
8ໂມເຊຈຶ່ງໝອບລົງທີ່ພື້ນທັນທີ ແລະ ນະມັດສະການ. 9ເພິ່ນໄດ້ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຣະອົງຈະກະລຸນາຂ້ານ້ອຍ, ກໍຂໍໃຫ້ອົງພຣະຜູ້ເປັນເຈົ້າໄປກັບພວກຂ້ານ້ອຍດ້ວຍ. ເຖິງແມ່ນວ່າພວກຂ້ານ້ອຍເປັນຄົນທີ່ດື້ດ້ານ ຂໍອະໄພຄວາມຊົ່ວຮ້າຍ ແລະ ຄວາມບາບຂອງພວກຂ້ານ້ອຍດ້ວຍ, ແລ້ວຂໍຮັບເອົາພວກຂ້ານ້ອຍເປັນມໍລະດົກຂອງພຣະອົງດ້ວຍ”.
10ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ: “ເຮົາກຳລັງເຮັດພັນທະສັນຍາກັບເຈົ້າ. ຕໍ່ໜ້າປະຊາຊົນທັງໝົດຂອງເຈົ້າ ເຮົາຈະເຮັດການອັດສະຈັນຕ່າງໆທີ່ບໍ່ເຄີຍເຮັດໃນຊົນຊາດໃດໃນທົ່ວທັງໂລກມາກ່ອນ. ປະຊາຊົນທີ່ເຈົ້າຢູ່ນຳຈະເຫັນກິດຈະການອັນໜ້າຢ້ານທີ່ເຮົາຜູ້ເປັນພຣະເຈົ້າຢາເວຈະເຮັດເພື່ອເຈົ້າ. 11ຈົ່ງປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງເຈົ້າໄວ້ໃນວັນນີ້. ເຮົາຈະຂັບໄລ່ຊາວອາໂມ, ຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດອອກໄປໃຫ້ພົ້ນຈາກເຈົ້າ. 12ຈົ່ງລະວັງໃຫ້ດີ ຢ່າເຮັດສົນທິສັນຍາໃດກັບບັນດາຄົນທີ່ອາໄສໃນດິນແດນບ່ອນທີ່ເຈົ້າຈະໄປເຖິງນັ້ນ, ບໍ່ດັ່ງນັ້ນພວກເຂົາຈະເປັນບ້ວງແຮ້ວທ່າມກາງພວກເຈົ້າ. 13ຈົ່ງມ້າງແທ່ນບູຊາຂອງພວກເຂົາ, ຈົ່ງທຸບຫີນສັກສິດຂອງພວກເຂົາໃຫ້ໝຸ່ນ ແລະ ຕັດເສົາເຈົ້າແມ່ອາເຊຣາ#34:13 ນັ້ນຄື ເສົາໄມ້ທີ່ເປັນສັນຍາລັກຂອງເຈົ້າແມ່ອາເຊຣາຂອງພວກເຂົາຖິ້ມ. 14ຢ່ານະມັດສະການພະອື່ນໃດ, ເພາະພຣະເຈົ້າຢາເວຜູ້ມີນາມວ່າຫວງແຫນ, ເປັນພຣະເຈົ້າຜູ້ຫວງແຫນ.
15“ຈົ່ງລະວັງ ຢ່າເຮັດສົນທິສັນຍາກັບບັນດາຄົນທີ່ອາໄສຢູ່ໃນດິນແດນນັ້ນ; ເພາະວ່າເມື່ອພວກເຂົາເຮັດຕົນເອງເປັນໂສເພນີກັບພະຂອງພວກເຂົາ ແລະ ອຸທິດແກ່ພະເຫລົ່ານັ້ນ, ພວກເຂົາຈະເຊີນພວກເຈົ້າ ແລະ ພວກເຈົ້າກໍຈະກິນເຄື່ອງບູຊາຂອງພວກເຂົາ. 16ແລະ ເມື່ອພວກເຈົ້າເລືອກລູກສາວຂອງພວກເຂົາມາເປັນເມຍໃຫ້ແກ່ລູກຊາຍຂອງພວກເຈົ້າ ແລະ ລູກສາວເຫລົ່ານັ້ນກໍເຮັດຕົວເອງເປັນໂສເພນີກັບພະຂອງພວກເຂົາ, ພວກເຂົາຈະພາບັນດາລູກຊາຍຂອງພວກເຈົ້າໄປເຮັດຄືກັນ.
17“ເຈົ້າຢ່າເຮັດຮູບເຄົາລົບໃດຂຶ້ນມາ.
18“ຈົ່ງສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ. ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕະຫລອດເຈັດວັນ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້. ຈົ່ງເຮັດຢ່າງນີ້ໃນເວລາທີ່ໄດ້ກຳນົດໄວ້ ຄືໃນເດືອນອາບີບ, ເພາະໃນເດືອນນັ້ນ ພວກເຈົ້າໄດ້ອອກມາຈາກເອຢິບ.
19“ລູກຊາຍຄົນທຳອິດຂອງທຸກຄົນເປັນຂອງເຮົາ, ລວມທັງລູກສັດຫົວປີໂຕຜູ້ທັງໝົດໃນສັດລ້ຽງຂອງພວກເຈົ້າ, ບໍ່ວ່າຈະມາຈາກຝູງໃດກໍຕາມ. 20ຈົ່ງໄຖ່ລູກລໍຫົວປີດ້ວຍລູກແກະ, ແຕ່ຖ້າພວກເຈົ້າບໍ່ໄຖ່ລູກລໍຫົວປີນັ້ນ, ຈົ່ງຫັກຄໍຂອງມັນ. ຈົ່ງໄຖ່ລູກຊາຍກົກຂອງພວກເຈົ້າທຸກຄົນ.
“ຢ່າໃຫ້ຜູ້ໃດມາຫາເຮົາໂດຍມືເປົ່າ.
21“ພວກເຈົ້າຈົ່ງເຮັດວຽກຫົກວັນ, ແຕ່ໃນວັນທີເຈັດພວກເຈົ້າຈົ່ງພັກຜ່ອນ; ແມ່ນແຕ່ຢູ່ໃນຊ່ວງລະດູໄຖນາ ແລະ ລະດູເກັບກ່ຽວພວກເຈົ້າກໍຕ້ອງພັກຜ່ອນ.
22“ຈົ່ງສະຫລອງເທດສະການປະຈຳອາທິດດ້ວຍຜົນຜະລິດທຳອິດຂອງການເກັບກ່ຽວເຂົ້າຫວີດ ແລະ ເທດສະການຮວບຮວມຜົນລະປູກໃນທ້າຍປີ.#34:22 ນັ້ນຄື ໃນລະດູໃບໄມ້ຫລົ່ນ 23ສາມເທື່ອຕໍ່ປີ ຜູ້ຊາຍຊາວອິດສະຣາເອນທຸກຄົນຈະຕ້ອງມາປາກົດຕົວຕໍ່ໜ້າພຣະເຈົ້າຢາເວອົງເຈົ້ານາຍ, ພຣະເຈົ້າຂອງອິດສະຣາເອນ. 24ເຮົາຈະຂັບໄລ່ບັນດາຊົນຊາດອອກໄປຕໍ່ໜ້າພວກເຈົ້າ ແລະ ຂະຫຍາຍເຂດແດນຂອງພວກເຈົ້າ, ແລ້ວຈະບໍ່ມີຜູ້ໃດມາໂລບເອົາດິນແດນຂອງພວກເຈົ້າ ເມື່ອພວກເຈົ້າຂຶ້ນໄປປີລະສາມຄັ້ງເພື່ອປາກົດຕົວຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
25“ຢ່າຖວາຍເລືອດຂອງເຄື່ອງບູຊາແກ່ເຮົາພ້ອມກັບສິ່ງທີ່ໃສ່ເຊື້ອແປ້ງ ແລະ ຢ່າໃຫ້ເຄື່ອງບູຊາຈາກເທດສະການປັດສະຄານັ້ນເຫລືອຢູ່ຈົນເຖິງຕອນເຊົ້າ.
26“ຈົ່ງນຳສ່ວນທີ່ດີທີ່ສຸດຂອງຜົນລະປູກທຳອິດຈາກດິນຂອງພວກເຈົ້າມາຍັງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ຢ່າຕົ້ມລູກແບ້ໃນນ້ຳນົມແມ່ຂອງມັນ”.
27ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຂຽນຂໍ້ຄວາມເຫລົ່ານີ້ໄວ້, ເພາະເຮົາໄດ້ເຮັດພັນທະສັນຍາກັບເຈົ້າ ແລະ ກັບອິດສະຣາເອນຕາມຂໍ້ຄວາມເຫລົ່ານີ້”. 28ໂມເຊໄດ້ຢູ່ທີ່ນັ້ນກັບພຣະເຈົ້າຢາເວເປັນເວລາສີ່ສິບວັນ ແລະ ສີ່ສິບຄືນໂດຍບໍ່ໄດ້ກິນອາຫານ ຫລື ດື່ມນ້ຳ. ແລະ ເພິ່ນກໍໄດ້ຂຽນຂໍ້ຄວາມແຫ່ງພັນທະສັນຍາຄື ຄຳສັ່ງສິບປະການລົງເທິງຫີນທັງສອງແຜ່ນນັ້ນ.
ໃບໜ້າອັນຮຸ່ງເຮືອງຂອງໂມເຊ
29ເມື່ອໂມເຊໄດ້ລົງມາຈາກພູເຂົາຊີນາຍພ້ອມກັບຖືຫີນສອງແຜ່ນທີ່ຈາລຶກກົດບັນຍັດນັ້ນໄວ້ໃນມືຂອງເພິ່ນ, ເພິ່ນບໍ່ຮູ້ສຶກເລີຍວ່າໃບໜ້າຂອງຕົນຮຸ່ງເຮືອງຈາກການທີ່ເພິ່ນໄດ້ເວົ້າກັບພຣະເຈົ້າຢາເວ. 30ເມື່ອອາໂຣນ ແລະ ຊາວອິດສະຣາເອນທັງໝົດເຫັນໂມເຊ, ໃບໜ້າຂອງເພິ່ນກໍຮຸ່ງເຮືອງຢູ່ ແລະ ພວກເຂົາຈຶ່ງຢ້ານທີ່ຈະເຂົ້າໄປໃກ້ເພິ່ນ. 31ແຕ່ໂມເຊໄດ້ເອີ້ນໃສ່ພວກເຂົາ; ດັ່ງນັ້ນ ອາໂຣນ ແລະ ຜູ້ນຳຂອງຊຸມຊົນທັງໝົດຈຶ່ງໄດ້ພາກັນກັບມາຫາເພິ່ນ ແລະ ເພິ່ນກໍໄດ້ເວົ້າກັບພວກເຂົາ. 32ຫລັງຈາກນັ້ນ ຊາວອິດສະຣາເອນທັງໝົດກໍເຂົ້າມາໃກ້ໂມເຊ ແລະ ເພິ່ນກໍໄດ້ມອບຄຳສັ່ງທັງໝົດທີ່ພຣະເຈົ້າຢາເວໄດ້ມອບໃຫ້ເພິ່ນຢູ່ເທິງພູເຂົາຊີນາຍນັ້ນໃຫ້ແກ່ພວກເຂົາ.
33ເມື່ອໂມເຊເວົ້າກັບພວກເຂົາຈົບແລ້ວ, ເພິ່ນກໍເອົາຜ້າມາປົກໜ້າຂອງເພິ່ນ. 34ແຕ່ເມື່ອໃດທີ່ເພິ່ນເຂົ້າໄປໃນບ່ອນທີ່ພຣະເຈົ້າຢາເວຢູ່ເພື່ອເວົ້າກັບພຣະອົງ, ເພິ່ນກໍໄດ້ເອົາຜ້າປົກໜ້າອອກຈົນກວ່າເພິ່ນຈະກັບອອກມາ. ແລະ ເມື່ອເພິ່ນກັບອອກມາແລ້ວເພິ່ນກໍໄດ້ບອກຊາວອິດສະຣາເອນຕາມທີ່ເພິ່ນໄດ້ຮັບຄຳສັ່ງ, 35ພວກເຂົາກໍໄດ້ເຫັນວ່າໃບໜ້າຂອງເພິ່ນຍັງຮຸ່ງເຮືອງຢູ່. ແລ້ວໂມເຊກໍໃສ່ຜ້າປົກໜ້າຄືນຈົນກວ່າເພິ່ນໄດ້ເຂົ້າໄປສົນທະນາກັບພຣະເຈົ້າຢາເວອີກ.
Currently Selected:
ອົບພະຍົບ 34: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: