ອົບພະຍົບ 33
33
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງອອກໄປຈາກບ່ອນນີ້, ທັງເຈົ້າກັບປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກເອຢິບ, ແລ້ວຂຶ້ນໄປຍັງດິນແດນທີ່ເຮົາໄດ້ສັນຍາໂດຍປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບໂດຍກ່າວວ່າ: ‘ເຮົາຈະມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງພວກເຈົ້າ’. 2ເຮົາຈະສົ່ງເທວະດາມານຳໜ້າພວກເຈົ້າ ແລະ ຂັບໄລ່ຊາວການາອານ, ຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດອອກໄປ. 3ຈົ່ງຂຶ້ນໄປຍັງດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ. ແຕ່ເຮົາຈະບໍ່ໄປກັບພວກເຈົ້າ, ເພາະພວກເຈົ້າທັງຫລາຍເປັນຄົນດື້ດ້ານ ແລະ ເຮົາອາດຈະທຳລາຍພວກເຈົ້າໃນລະຫວ່າງທາງ”.
4ເມື່ອປະຊາຊົນໄດ້ຍິນຄຳເວົ້າທີ່ເສົ້າໃຈເຫລົ່ານີ້ແລ້ວ, ພວກເຂົາກໍພາກັນເລີ່ມໄວ້ທຸກ ແລະ ບໍ່ມີຜູ້ໃດໃສ່ເຄື່ອງປະດັບໃດໆ. 5ເພາະພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າ, ‘ພວກເຈົ້າເປັນຄົນດື້ດ້ານ. ຖ້າເຮົາໄປກັບພວກເຈົ້າແມ່ນແຕ່ຊົ່ວຂະນະໜຶ່ງ, ເຮົາກໍອາດຈະທຳລາຍພວກເຈົ້າໄດ້. ບັດນີ້ ຈົ່ງປົດບັນດາເຄື່ອງປະດັບອອກ ແລະ ເຮົາຈະຕັດສິນໃຈວ່າຈະເຮັດຢ່າງໃດກັບພວກເຈົ້າ’ ”. 6ດັ່ງນັ້ນ ຊາວອິດສະຣາເອນຈຶ່ງປົດເຄື່ອງປະດັບອອກທີ່ພູເຂົາໂຮເຣັບ.
ເຕັນນັດພົບ
7ໂມເຊເຄີຍກາງເຕັນຫລັງໜຶ່ງແລ້ວຕັ້ງໄວ້ນອກຄ້າຍພັກ ໄກອອກມາໄລຍະໜຶ່ງ ເຊິ່ງເອີ້ນວ່າ: “ເຕັນນັດພົບ”. ຜູ້ໃດກໍຕາມທີ່ຕ້ອງການຄຳປຶກສາຈາກພຣະເຈົ້າຢາເວກໍຈະໄປທີ່ເຕັນນັດພົບທີ່ຢູ່ນອກຄ້າຍພັກນັ້ນ. 8ແລະ ເມື່ອໃດກໍຕາມທີ່ໂມເຊອອກໄປທີ່ເຕັນນັ້ນ ປະຊາຊົນທັງໝົດກໍຈະລຸກຂຶ້ນ ແລະ ຢືນຢູ່ທີ່ທາງເຂົ້າເຕັນຂອງພວກເຂົາ ລໍຖ້າເບິ່ງໂມເຊຈົນເພິ່ນເຂົ້າໄປໃນເຕັນນັດພົບ. 9ຂະນະທີ່ໂມເຊເຂົ້າໄປໃນເຕັນນັດພົບນັ້ນ, ເສົາເມກຈະລົງມາ ແລະ ຢຸດຢູ່ທີ່ທາງເຂົ້າ ໃນຂະນະທີ່ພຣະເຈົ້າຢາເວເວົ້າກັບໂມເຊ. 10ເມື່ອໃດກໍຕາມທີ່ປະຊາຊົນເຫັນເສົາເມກຢຸດຢູ່ທີ່ທາງເຂົ້າເຕັນນັດພົບ, ພວກເຂົາທຸກຄົນກໍຢືນຂຶ້ນແລ້ວນະມັດສະການ, ແຕ່ລະຄົນຢູ່ທີ່ທາງເຂົ້າເຕັນຂອງຕົນ. 11ພຣະເຈົ້າຢາເວຈະເວົ້າກັບໂມເຊໜ້າຕໍ່ໜ້າ ເໝືອນດັ່ງຄົນໜຶ່ງທີ່ເວົ້າກັບເພື່ອນ. ຫລັງຈາກນັ້ນ ໂມເຊຈະກັບຄືນມາທີ່ຄ້າຍພັກ, ແຕ່ໂຢຊວຍຜູ້ຊ່ວຍໜຸ່ມຂອງໂມເຊທີ່ເປັນລູກຊາຍຂອງນູນນັ້ນບໍ່ໄດ້ອອກຈາກເຕັນ.
ໂມເຊ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວ
12ໂມເຊໄດ້ເວົ້າກັບພຣະເຈົ້າຢາເວວ່າ, “ພຣະອົງໄດ້ບອກຂ້ານ້ອຍວ່າ, ‘ຈົ່ງນຳພາປະຊາຊົນເຫລົ່ານີ້ໄປ,’ ແຕ່ພຣະອົງຍັງບໍ່ໄດ້ໃຫ້ຂ້ານ້ອຍຮູ້ເລີຍວ່າພຣະອົງຈະສົ່ງຜູ້ໃດໄປກັບຂ້ານ້ອຍ. ພຣະອົງຈຶ່ງເວົ້າວ່າ, ‘ເຮົາຮູ້ຈັກຊື່ຂອງເຈົ້າ ແລະ ເຈົ້າເປັນທີ່ພໍໃຈຕໍ່ເຮົາ’. 13ຖ້າພຣະອົງພໍໃຈຂ້ານ້ອຍ, ຂໍໃຫ້ສອນທາງຂອງພຣະອົງໃຫ້ຂ້ານ້ອຍ ເພື່ອຂ້ານ້ອຍຈະຮູ້ຈັກພຣະອົງ ແລະ ເພື່ອຈະເປັນທີ່ພໍໃຈຂອງພຣະອົງຕໍ່ໄປ. ຂໍລະນຶກວ່າຊົນຊາດນີ້ເປັນປະຊາຊົນຂອງພຣະອົງ”.
14ພຣະເຈົ້າຢາເວໄດ້ຕອບວ່າ, “ພຣະວິນຍານຂອງເຮົາຈະໄປກັບເຈົ້າ ແລະ ເຮົາຈະໃຫ້ເຈົ້າໄດ້ພັກຜ່ອນ”.
15ແລ້ວໂມເຊຈຶ່ງເວົ້າກັບພຣະອົງວ່າ, “ຖ້າພຣະວິນຍານຂອງພຣະອົງບໍ່ໄດ້ໄປກັບພວກຂ້ານ້ອຍ, ກໍຂໍຢ່າສົ່ງພວກຂ້ານ້ອຍອອກໄປຈາກທີ່ນີ້. 16ຜູ້ໃດຈະຮູ້ໄດ້ຢ່າງໃດວ່າພຣະອົງພໍໃຈຂ້ານ້ອຍ ແລະ ປະຊາຊົນຂອງພຣະອົງ ນອກຈາກພຣະອົງຈະໄປກັບພວກຂ້ານ້ອຍ? ແລະ ມີຫຍັງອີກທີ່ຈະເຮັດໃຫ້ຂ້ານ້ອຍ ແລະ ຄົນຂອງພຣະອົງແຕກຕ່າງຈາກຄົນອື່ນໆທີ່ຢູ່ເທິງແຜ່ນດິນໂລກນີ້?”
17ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເຮົາຈະເຮັດທຸກສິ່ງຕາມທີ່ເຈົ້າໄດ້ຂໍ, ເພາະວ່າເຮົາພໍໃຈກັບເຈົ້າ ແລະ ເຮົາຮູ້ຈັກຊື່ຂອງເຈົ້າ”.
18ແລ້ວໂມເຊຈຶ່ງເວົ້າວ່າ, “ບັດນີ້ ຂໍໃຫ້ສະແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍດ້ວຍ”.
19ແລະ ພຣະເຈົ້າຢາເວໄດ້ເວົ້າວ່າ, “ເຮົາຈະໃຫ້ຄວາມດີທັງໝົດຂອງເຮົາຜ່ານໄປຕໍ່ໜ້າເຈົ້າ ແລະ ເຮົາຈະປະກາດນາມຂອງເຮົາ, ຄືພຣະເຈົ້າຢາເວຕໍ່ໜ້າເຈົ້າ. ເຮົາຈະເມດຕາຕໍ່ຜູ້ທີ່ເຮົາຈະເມດຕາ ແລະ ເຮົາຈະກະລຸນາຕໍ່ຜູ້ທີ່ເຮົາຈະກະລຸນາ. 20ແຕ່ພຣະອົງເວົ້າວ່າ, ເຈົ້າບໍ່ສາມາດເຫັນໜ້າເຮົາ, ເພາະບໍ່ມີຜູ້ໃດທີ່ເຫັນເຮົາແລ້ວຈະມີຊີວິດຢູ່ໄດ້”.
21ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ, “ມີສະຖານທີ່ໜຶ່ງຢູ່ໃກ້ເຮົາ ບ່ອນທີ່ເຈົ້າຈະຢືນເທິງກ້ອນຫີນນັ້ນໄດ້. 22ເມື່ອສະຫງ່າລາສີຂອງເຮົາຜ່ານໄປ, ເຮົາຈະເອົາເຈົ້າໄວ້ໃນຫວ່າງຫີນ ແລະ ບັງເຈົ້າໄວ້ດ້ວຍມືຂອງເຮົາຈົນກວ່າເຮົາໄດ້ຜ່ານໄປ. 23ຫລັງຈາກນັ້ນ ເຮົາຈຶ່ງຈະຍ້າຍມືຂອງເຮົາອອກ ແລ້ວເຈົ້າກໍຈະເຫັນຫລັງຂອງເຮົາ; ແຕ່ໜ້າຂອງເຮົາຈະເຫັນບໍ່ໄດ້”.
Currently Selected:
ອົບພະຍົບ 33: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.