ອົບພະຍົບ 4
4
ໝາຍສຳຄັນແກ່ໂມເຊ
1ໂມເຊໄດ້ຕອບວ່າ, “ຖ້າພວກເຂົາບໍ່ເຊື່ອຂ້ານ້ອຍ ຫລື ບໍ່ຟັງຂ້ານ້ອຍ ແລະ ເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດແກ່ເຈົ້າ ແລ້ວຈະເຮັດແນວໃດ’?”
2ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂມເຊວ່າ, “ແມ່ນຫຍັງທີ່ຢູ່ໃນມືຂອງເຈົ້າ?”
ໂມເຊໄດ້ຕອບວ່າ, “ໄມ້ຄ້ອນເທົ້າ”.
3ພຣະເຈົ້າຢາເວໄດ້ເວົ້າວ່າ, “ຈົ່ງຖິ້ມໄມ້ຄ້ອນເທົ້າລົງໃສ່ພື້ນດິນ”.
ໂມເຊຈຶ່ງໄດ້ຖິ້ມໄມ້ຄ້ອນເທົ້ານັ້ນລົງໃສ່ພື້ນດິນ ແລະ ໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ ແລະ ໂມເຊໄດ້ແລ່ນໜີຈາກງູນັ້ນ. 4ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຍື່ນມືຂອງເຈົ້າອອກ ແລະ ຈັບຫາງງູນັ້ນໄວ້”. ດັ່ງນັ້ນ ໂມເຊຈຶ່ງໄດ້ຍື່ນມືອອກ ແລະ ຈັບງູໄວ້ ແລ້ວງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຢູ່ໃນມືຂອງເພິ່ນຄືນ. 5ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງເຮັດຢ່າງນີ້, ແລ້ວພວກເຂົາຈະເຊື່ອວ່າພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ຄືພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບໄດ້ປາກົດແກ່ເຈົ້າ”.
6ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ, “ຈົ່ງເອົາມືຂອງເຈົ້າສອດເຂົ້າໄປໃນເສື້ອຄຸມຂອງເຈົ້າ”. ດັ່ງນັ້ນ ໂມເຊຈຶ່ງສອດມືເຂົ້າໄປໃນເສື້ອຄຸມຂອງຕົນ ແລະ ເມື່ອເພິ່ນຖອດມືອອກມາ, ຜິວໜັງກໍກາຍເປັນພະຍາດຂີ້ທູດ#4:6 ຄຳສັບໃນພາສາເຮັບເຣີສຳລັບພະຍາດຂີ້ທູດໄດ້ຖືກນຳໃຊ້ກັບພະຍາດຕ່າງໆທີ່ມີຜົນກະທົບຕໍ່ຜິວໜັງ.ຂາວຄືຫິມະ.
7ພຣະອົງໄດ້ກ່າວອີກວ່າ, “ບັດນີ້ ຈົ່ງເອົາມືສອດເຂົ້າໄປໃນເສື້ອຄຸມຂອງເຈົ້າຄືນ”. ດັ່ງນັ້ນ ໂມເຊຈຶ່ງໄດ້ສອດມືເຂົ້າໄປໃນເສື້ອຄຸມຂອງຕົນ ແລະ ເມື່ອເພິ່ນຖອດມືອອກມາ ມືນັ້ນກໍດີປົກກະຕິເໝືອນກັບເນື້ອໜັງສ່ວນທີ່ເຫລືອຂອງເພິ່ນ.
8ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າວ່າ, “ຖ້າພວກເຂົາບໍ່ເຊື່ອເຈົ້າ ຫລື ບໍ່ສົນໃຈໝາຍສຳຄັນຢ່າງທີໜຶ່ງ, ພວກເຂົາກໍອາດຈະເຊື່ອຢ່າງທີສອງ. 9ແຕ່ຖ້າພວກເຂົາບໍ່ເຊື່ອໝາຍສຳຄັນທັງສອງຢ່າງເຫລົ່ານີ້ ຫລື ບໍ່ຟັງເຈົ້າ, ຈົ່ງຕັກເອົານ້ຳຈາກແມ່ນ້ຳນິນ ແລະ ເທນ້ຳນັ້ນລົງເທິງພື້ນດິນແຫ້ງ. ນ້ຳທີ່ເຈົ້າເອົາມາຈາກແມ່ນ້ຳຈະກາຍເປັນເລືອດຢູ່ເທິງພື້ນດິນ”.
10ໂມເຊໄດ້ເວົ້າຕໍ່ພຣະເຈົ້າຢາເວວ່າ, “ຂໍຈົ່ງຍົກໂທດໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງດ້ວຍ, ອົງພຣະຜູ້ເປັນເຈົ້າ. ຂ້ານ້ອຍເວົ້າບໍ່ເກັ່ງ, ບໍ່ວ່າໃນອະດີດ ຫລື ເມື່ອພຣະອົງເວົ້າກັບຜູ້ຮັບໃຊ້ຂອງພຣະອົງ. ຂ້ານ້ອຍເປັນຄົນເວົ້າຊ້າ ແລະ ເວົ້າບໍ່ຄ່ອງແຄ້ວ”.
11ພຣະເຈົ້າຢາເວໄດ້ເວົ້າກັບເພິ່ນວ່າ, “ຜູ້ໃດສ້າງປາກຂອງມະນຸດ? ຜູ້ໃດເຮັດໃຫ້ພວກເຂົາຫູໜວກ ຫລື ປາກກືກ? ຜູ້ໃດເຮັດໃຫ້ພວກເຂົາເຫັນຮຸ່ງ ຫລື ເຮັດໃຫ້ພວກເຂົາຕາບອດ? ບໍ່ແມ່ນເຮົາ ຜູ້ເປັນພຣະເຈົ້າຢາເວນີ້ບໍ? 12ບັດນີ້ ຈົ່ງໄປ; ເຮົາຈະຊ່ວຍເຈົ້າເວົ້າ ແລະ ຈະສອນເຈົ້າວ່າຄວນຈະເວົ້າສິ່ງໃດ”.
13ແຕ່ໂມເຊໄດ້ກ່າວວ່າ, “ຂໍຈົ່ງຍົກໂທດໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງດ້ວຍ, ອົງພຣະຜູ້ເປັນເຈົ້າ. ຂໍພຣະອົງໃຊ້ຄົນອື່ນໄປ”.
14ແລ້ວພຣະເຈົ້າຢາເວຈຶ່ງໃຈຮ້າຍໃຫ້ໂມເຊຫລາຍ ແລະ ພຣະອົງໄດ້ເວົ້າວ່າ, “ອາໂຣນຄົນເລວີອ້າຍຂອງເຈົ້າເດ? ເຮົາຮູ້ວ່າລາວເວົ້າເກັ່ງ. ລາວກຳລັງມາເພື່ອພົບເຈົ້າ ແລະ ລາວຈະດີໃຈທີ່ໄດ້ພົບເຈົ້າ. 15ເຈົ້າຈະຕ້ອງເວົ້າກັບລາວ ແລະ ບອກລາວວ່າຄວນເວົ້າສິ່ງໃດ; ເຮົາຈະຊ່ວຍພວກເຈົ້າທັງສອງເວົ້າ ແລະ ຈະສອນພວກເຈົ້າວ່າຄວນຈະເຮັດຫຍັງ. 16ອາໂຣນຈະເວົ້າກັບປະຊາຊົນແທນເຈົ້າ ແລະ ເໝືອນກັບວ່າລາວເປັນປາກຂອງເຈົ້າ ສ່ວນເຈົ້າຈະເປັນເໝືອນພຣະເຈົ້າສຳລັບລາວ. 17ແຕ່ເຈົ້າຈົ່ງຖືໄມ້ຄ້ອນເທົ້ານີ້ໃນມືຂອງເຈົ້າເພື່ອເຈົ້າຈະສາມາດເຮັດໝາຍສຳຄັນຕ່າງໆດ້ວຍໄມ້ຄ້ອນເທົ້ານີ້”.
ໂມເຊກັບຄືນສູ່ເອຢິບ
18ຫລັງຈາກນັ້ນ ໂມເຊຈຶ່ງໄດ້ກັບຄືນໄປຫາເຢທະໂຣຜູ້ເປັນພໍ່ເຖົ້າຂອງເພິ່ນ ແລະ ໄດ້ເວົ້າຕໍ່ເພິ່ນວ່າ, “ຂໍໃຫ້ລູກໄດ້ກັບຄືນໄປຫາປະຊາຊົນຂອງລູກໃນເອຢິບ ເພື່ອເບິ່ງວ່າມີຄົນໃດໃນພວກເຂົາຍັງມີຊີວິດຢູ່ບໍ່”.
ເຢທະໂຣຈຶ່ງໄດ້ຕອບວ່າ, “ຈົ່ງໄປ ແລະ ພໍ່ຂໍອວຍພອນໃຫ້ລູກໄປດີ”.
19ບັດນີ້ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊທີ່ມີດີອານວ່າ, “ຈົ່ງກັບຄືນໄປເອຢິບ, ເພາະວ່າຜູ້ທີ່ຕ້ອງການຂ້າເຈົ້ານັ້ນໄດ້ຕາຍແລ້ວ”. 20ດັ່ງນັ້ນ ໂມເຊຈຶ່ງພາເມຍ ແລະ ບັນດາລູກຂອງຕົນຂຶ້ນຂີ່ລໍ ແລະ ອອກເດີນທາງກັບຄືນໄປທີ່ເອຢິບ. ແລະ ເພິ່ນກໍໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄວ້ໃນມືຂອງເພິ່ນ.
21ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເມື່ອເຈົ້າກັບໄປເຖິງເອຢິບແລ້ວ, ເຈົ້າຈະຕ້ອງເຮັດການອັດສະຈັນທຸກຢ່າງຕໍ່ໜ້າຟາໂຣຕາມທີ່ເຮົາໄດ້ໃຫ້ລິດອຳນາດແກ່ເຈົ້າທີ່ຈະເຮັດນັ້ນ. ແຕ່ເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງ ເພື່ອວ່າລາວຈະບໍ່ປ່ອຍໃຫ້ປະຊາຊົນໄປ. 22ແລ້ວເຈົ້າຈົ່ງບອກຟາໂຣວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ເວົ້າຄື: ອິດສະຣາເອນເປັນລູກຊາຍກົກຂອງເຮົາ 23ແລະ ເຮົາໄດ້ບອກເຈົ້າວ່າ, “ຈົ່ງປ່ອຍລູກຊາຍຂອງເຮົາໄປ ເພື່ອລາວຈະໄດ້ນະມັດສະການເຮົາ”. ແຕ່ເຈົ້າໄດ້ປະຕິເສດທີ່ຈະປ່ອຍລາວໄປ; ດັ່ງນັ້ນ ເຮົາຈະຂ້າລູກຊາຍກົກຂອງເຈົ້າ’ ”.
24ຢູ່ທີ່ບ່ອນພັກລະຫວ່າງເດີນທາງ, ພຣະເຈົ້າຢາເວໄດ້ມາຫາໂມເຊ#4:24 ພາສາເຮັບເຣີວ່າ ເພິ່ນ ແລະ ກຳລັງຈະຂ້າເພິ່ນ. 25ແຕ່ນາງສິບໂປຣາໄດ້ເອົາມີດຫີນຄົມຕັດໜັງຫຸ້ມປາຍອະໄວຍະວະເພດຂອງລູກຊາຍຂອງຕົນ ແລ້ວເອົາໜັງນັ້ນໄປແຕະຕີນຂອງໂມເຊ.#4:25 ຄວາມໝາຍຂອງພາສາເຮັບເຣີສຳລັບຂໍ້ນີ້ຍັງບໍ່ແນ່ນອນ ນາງໄດ້ເວົ້າວ່າ, “ເຈົ້າເປັນເຈົ້າບ່າວແຫ່ງເລືອດສຳລັບຂ້ອຍຢ່າງແນ່ນອນ”. 26ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງປ່ອຍໃຫ້ໂມເຊຢູ່ຄົນດຽວ. (ໃນເວລາທີ່ນາງເວົ້າວ່າ, “ເຈົ້າບ່າວແຫ່ງເລືອດ,” ໝາຍເຖິງການຮັບພິທີຕັດ.)
27ພຣະເຈົ້າຢາເວໄດ້ເວົ້າກັບອາໂຣນວ່າ, “ຈົ່ງເຂົ້າໄປພົບໂມເຊໃນຖິ່ນແຫ້ງແລ້ງກັນດານ”. ດັ່ງນັ້ນ ອາໂຣນຈຶ່ງໄດ້ໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະ ຈູບໂມເຊ. 28ແລ້ວໂມເຊກໍໄດ້ເລົ່າໃຫ້ອາໂຣນຟັງທຸກສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນໃຫ້ເວົ້າ ແລະ ໝາຍສຳຄັນທຸກຢ່າງທີ່ພຣະອົງສັ່ງໃຫ້ເພິ່ນເຮັດ.
29ໂມເຊ ແລະ ອາໂຣນຈຶ່ງເອີ້ນຜູ້ອາວຸໂສທັງໝົດຂອງຊາວອິດສະຣາເອນມາລວມກັນ, 30ແລະ ອາໂຣນໄດ້ບອກພວກເຂົາທຸກສິ່ງທີ່ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ. ໂມເຊໄດ້ເຮັດໝາຍສຳຄັນຕໍ່ໜ້າປະຊາຊົນເໝືອນກັນ, 31ແລ້ວພວກເຂົາກໍໄດ້ເຊື່ອ. ແລະ ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າຢາເວຫ່ວງໃຍພວກເຂົາ ແລະ ໄດ້ເຫັນຄວາມທຸກຍາກຂອງພວກເຂົາແລ້ວ, ພວກເຂົາຈຶ່ງກາບລົງ ແລະ ນະມັດສະການ.
Currently Selected:
ອົບພະຍົບ 4: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.