ອົບພະຍົບ 23
23
ກົດບັນຍັດຂອງຄວາມຍຸຕິທຳ ແລະ ຄວາມເມດຕາ
1“ຢ່າເລົ່າລືເລື່ອງທີ່ບໍ່ເປັນຄວາມຈິງ. ຢ່າຊ່ວຍຄົນທີ່ເຮັດຜິດໂດຍການເປັນພະຍານເທັດ.
2“ຢ່າເຮັດຊົ່ວຕາມຄົນທັງຫລາຍ. ເມື່ອພວກເຈົ້າເປັນພະຍານໃນຄະດີຄວາມ, ຢ່າບິດເບືອນຄວາມຍຸຕິທຳໂດຍເຂົ້າຂ້າງຄົນຈຳນວນຫລາຍ 3ແລະ ຢ່າສະແດງທ່າທີລໍາອຽງເຂົ້າຂ້າງຄົນທຸກໃນຄະດີຄວາມ.
4“ຖ້າພວກເຈົ້າບັງເອີນພົບງົວ ຫລື ລໍຂອງສັດຕູຫລົງທາງມາ, ຈົ່ງນຳມັນໄປຄືນໃຫ້ເຈົ້າຂອງ. 5ຖ້າພວກເຈົ້າເຫັນລໍຂອງຄົນທີ່ກຽດຊັງພວກເຈົ້າລົ້ມລົງເພາະບັນທຸກເຄື່ອງ, ຢ່າປ່ອຍສັດໄວ້ຢ່າງນັ້ນ, ຈົ່ງເຂົ້າໄປຊ່ວຍເຫລືອສັດນັ້ນ.
6“ຈົ່ງໃຫ້ຄວາມຍຸຕິທຳແກ່ຄົນຍາກຈົນໃນຄະດີຄວາມຂອງພວກເຂົາ. 7ຢ່າມີສ່ວນກັບການກ່າວຫາເທັດ ແລະ ຢ່າມອບຄົນບໍລິສຸດ ຫລື ຄົນສັດຊື່ໄວ້ໃຫ້ແກ່ຄວາມຕາຍ, ເພາະເຮົາຈະບໍ່ປ່ອຍຄົນຜິດໄປ.
8“ຢ່າຮັບສິນບົນ, ເພາະສິນບົນເຮັດໃຫ້ຜູ້ທີ່ເຫັນຮຸ່ງຕາບອດ ແລະ ບິດເບືອນຄຳເວົ້າຂອງຜູ້ບໍລິສຸດ.
9“ຢ່າກົດຂີ່ຄົນຕ່າງດ້າວ; ພວກເຈົ້າເອງກໍຮູ້ວ່າການເປັນຄົນຕ່າງດ້າວນັ້ນຮູ້ສຶກຢ່າງໃດ, ເພາະວ່າພວກເຈົ້າເຄີຍເປັນຄົນຕ່າງດ້າວຢູ່ໃນເອຢິບ.
ກົດບັນຍັດກ່ຽວກັບຊະບາໂຕ
10“ຈົ່ງຫວ່ານ ແລະ ເກັບກ່ຽວຜົນລະປູກຂອງພວກເຈົ້າຕະຫລອດຫົກປີ, 11ແຕ່ໃນຊ່ວງປີທີເຈັດ ຈົ່ງປ່ອຍໃຫ້ດິນຢູ່ຢ່າງບໍ່ໄດ້ໄຖ ແລະ ບໍ່ໄດ້ໃຊ້. ແລ້ວໃຫ້ຄົນຍາກຈົນໃນທ່າມກາງປະຊາຊົນຂອງພວກເຈົ້າໄດ້ຮັບອາຫານຈາກດິນນັ້ນ ແລະ ໃຫ້ບັນດາສັດປ່າກິນສິ່ງທີ່ເຫລືອຢູ່ນັ້ນ. ຈົ່ງປະຕິບັດຢ່າງດຽວກັນນີ້ກັບສວນອະງຸ່ນ ແລະ ສວນໝາກກອກຂອງພວກເຈົ້າ.
12“ຈົ່ງເຮັດວຽກຂອງພວກເຈົ້າໃນຫົກວັນ, ແຕ່ໃນວັນທີເຈັດຢ່າເຮັດວຽກ, ເພື່ອວ່າງົວກັບລໍຂອງພວກເຈົ້າຈະໄດ້ພັກຜ່ອນ ແລະ ເພື່ອວ່າຂ້າທາດທີ່ເກີດໃນຄົວເຮືອນຂອງພວກເຈົ້າ ແລະ ຄົນຕ່າງດ້າວທີ່ຢູ່ທ່າມກາງພວກເຈົ້າຈະໄດ້ສົດຊື່ນຂຶ້ນ.
13“ຈົ່ງເອົາໃຈໃສ່ເຮັດທຸກສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວ. ຢ່າເອີ່ຍຊື່ຂອງພະອື່ນໃດ, ຢ່າໃຫ້ໄດ້ຍິນຊື່ພະເຫລົ່ານັ້ນຈາກປາກຂອງພວກເຈົ້າ.
ສາມເທດສະການປະຈຳປີ
14“ພວກເຈົ້າຈົ່ງສະຫລອງເທດສະການສຳລັບເຮົາສາມຄັ້ງຕໍ່ປີ.
15“ຈົ່ງສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ; ຈົ່ງກິນເຂົ້າຈີ່ທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງຕະຫລອດເຈັດວັນ ຕາມທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວ. ຈົ່ງເຮັດຢ່າງນີ້ຕາມເວລາທີ່ໄດ້ກຳນົດໄວ້ໃນເດືອນອາບີບ, ເພາະໃນເດືອນນັ້ນພວກເຈົ້າໄດ້ອອກຈາກເອຢິບ.
“ຢ່າໃຫ້ຜູ້ໃດມາປາກົດຕໍ່ໜ້າເຮົາໂດຍມືເປົ່າ.
16“ຈົ່ງສະຫລອງເທດສະການເກັບກ່ຽວດ້ວຍຜົນລະປູກທຳອິດຂອງພືດທີ່ພວກເຈົ້າຫວ່ານໃນທົ່ງນາຂອງພວກເຈົ້າ.
“ຈົ່ງສະຫລອງເທດສະການແຫ່ງການຮວບຮວມຜົນລະປູກໃນທ້າຍປີ, ເມື່ອພວກເຈົ້າຮວບຮວມເອົາຜົນລະປູກຈາກທົ່ງນາຂອງພວກເຈົ້າ.
17“ຜູ້ຊາຍທຸກຄົນຈະຕ້ອງມາປາກົດຕໍ່ໜ້າພຣະເຈົ້າຢາເວອົງເຈົ້ານາຍສາມຄັ້ງຕໍ່ປີ.
18“ຢ່າຖວາຍເລືອດຂອງເຄື່ອງບູຊາແກ່ເຮົາພ້ອມກັບສິ່ງໃດໆທີ່ມີເຊື້ອແປ້ງ.
“ໄຂມັນຂອງເຄື່ອງຖວາຍສຳລັບເທດສະການຂອງເຮົາຕ້ອງບໍ່ເກັບໄວ້ຈົນເຖິງຕອນເຊົ້າ.
19“ຈົ່ງນຳເອົາສ່ວນທີ່ດີທີ່ສຸດຂອງຜົນລະປູກທຳອິດຈາກດິນຂອງພວກເຈົ້າມາຍັງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ຢ່າຕົ້ມລູກແບ້ໃນນ້ຳນົມຂອງແມ່ຂອງມັນ.
ເທວະດາຂອງພຣະເຈົ້າຈັດຕຽມຫົນທາງ
20“ເບິ່ງແມ, ເຮົາກຳລັງສົ່ງເທວະດາຕົນໜຶ່ງນຳໜ້າພວກເຈົ້າໄປ ເພື່ອປົກປັກຮັກສາພວກເຈົ້າໄປຕະລອດທາງ ແລະ ເພື່ອນຳເອົາພວກເຈົ້າໄປຍັງບ່ອນທີ່ເຮົາໄດ້ຈັດຕຽມໄວ້. 21ຈົ່ງເອົາໃຈໃສ່ຕໍ່ເພິ່ນ ແລະ ຟັງສິ່ງທີ່ເພິ່ນກ່າວ. ຢ່າກະບົດຕໍ່ເພິ່ນ; ເພິ່ນຈະບໍ່ໃຫ້ອະໄພຕໍ່ການກະບົດຂອງພວກເຈົ້າ, ເພາະນາມຊື່ຂອງເຮົາຢູ່ໃນເພິ່ນ. 22ຖ້າພວກເຈົ້າຕັ້ງໃຈຟັງສິ່ງທີ່ເພິ່ນກ່າວ ແລະ ເຮັດຕາມທຸກສິ່ງທີ່ເຮົາກ່າວ, ເຮົາຈະເປັນສັດຕູກັບບັນດາສັດຕູຂອງພວກເຈົ້າ ແລະ ຈະຕໍ່ຕ້ານບັນດາຜູ້ທີ່ຕໍ່ຕ້ານພວກເຈົ້າ. 23ເທວະດາຂອງເຮົາຈະນຳໜ້າພວກເຈົ້າໄປ ແລະ ນໍາເອົາພວກເຈົ້າເຂົ້າໄປໃນດິນແດນຂອງຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ ແລະ ຊາວເຢບຸດ, ແລ້ວເຮົາຈະກວາດລ້າງພວກເຂົາອອກໄປ. 24ຢ່າກົ້ມຫົວລົງຕໍ່ໜ້າບັນດາພະຂອງພວກເຂົາ ຫລື ຂາບໄຫວ້ພະເຫລົ່ານັ້ນ ຫລື ເຮັດຕາມການປະຕິບັດຂອງພວກເຂົາ. ພວກເຈົ້າຕ້ອງທຳລາຍພະເຫລົ່ານັ້ນ ແລະ ທຸບຫີນສັກສິດຂອງພວກເຂົາໃຫ້ແຕກເປັນຕ່ອນໆ. 25ຈົ່ງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແລ້ວພອນຂອງພຣະອົງຈະຢູ່ເທິງອາຫານ ແລະ ນໍ້າຂອງພວກເຈົ້າ. ເຮົາຈະກຳຈັດຄວາມເຈັບໄຂ້ໄດ້ປ່ວຍອອກໄປຈາກທ່າມກາງພວກເຈົ້າ. 26ແລ້ວໃນດິນແດນຂອງພວກເຈົ້າຈະບໍ່ມີຜູ້ໃດຫລຸລູກ ຫລື ເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ.
27“ເຮົາຈະສົ່ງຄວາມຢ້ານກົວໄປລ່ວງໜ້າພວກເຈົ້າ ແລະ ຈະໂຍນຄວາມສັບສົນເຂົ້າໄປໃນທຸກຊົນຊາດທີ່ພວກເຈົ້າປະເຊີນໜ້າ. ເຮົາຈະເຮັດໃຫ້ບັນດາສັດຕູຂອງພວກເຈົ້າຫັນຫລັງຂອງພວກເຂົາ ແລະ ແລ່ນໜີໄປ. 28ເຮົາຈະສົ່ງຝູງຕໍ່ໄປລ່ວງໜ້າພວກເຈົ້າ ເພື່ອຂັບໄລ່ຊາວຮີວີ, ຊາວການາອານ ແລະ ຊາວຮິດຕີໃຫ້ໜີໄປຈາກທາງຂອງພວກເຈົ້າ. 29ແຕ່ເຮົາຈະບໍ່ຂັບໄລ່ພວກເຂົາໄປໝົດໃນປີດຽວ, ເພາະແຜ່ນດິນຈະຮົກຮ້າງ ແລະ ສັດປ່າຈະຫລາຍເກີນໄປສຳລັບພວກເຈົ້າ. 30ເຮົາຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າເທື່ອລະນ້ອຍ ຈົນກວ່າພວກເຈົ້າມີລູກຫລານເພີ່ມຂຶ້ນພຽງພໍທີ່ຈະຄອບຄອງດິນແດນໄດ້.
31“ເຮົາຈະກຳນົດເຂດແດນຂອງພວກເຈົ້າຈາກທະເລແດງ#23:31 ຄື ທະເລໄມ້ອໍ້ຈົນເຖິງທະເລເມດີແຕຣາເນ#23:31 ພາສາເຮັບເຣີວ່າ ທະເລແຫ່ງຟີລິດສະຕິນ ແລະ ຈາກທະເລຊາຍຈົນເຖິງແມ່ນ້ຳເອີຟຣັດ. ເຮົາຈະມອບຊົນຊາດຕ່າງໆໃນດິນແດນນັ້ນໄວ້ໃນມືຂອງພວກເຈົ້າ ແລະ ພວກເຈົ້າຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ. 32ຢ່າເຮັດພັນທະສັນຍາກັບພວກເຂົາ ຫລື ກັບບັນດາພະຂອງພວກເຂົາ. 33ຢ່າໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງພວກເຈົ້າ ບໍ່ດັ່ງນັ້ນ ພວກເຂົາຈະເປັນຕົ້ນເຫດໃຫ້ພວກເຈົ້າເຮັດບາບຕໍ່ເຮົາ, ເພາະວ່າການນະມັດສະການພະຂອງພວກເຂົາຈະເປັນບ້ວງແຮ້ວດັກຈັບພວກເຈົ້າຢ່າງແນ່ນອນ”.
Currently Selected:
ອົບພະຍົບ 23: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.