ຈົ່ງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແລ້ວພອນຂອງພຣະອົງຈະຢູ່ເທິງອາຫານ ແລະ ນໍ້າຂອງພວກເຈົ້າ. ເຮົາຈະກຳຈັດຄວາມເຈັບໄຂ້ໄດ້ປ່ວຍອອກໄປຈາກທ່າມກາງພວກເຈົ້າ. ແລ້ວໃນດິນແດນຂອງພວກເຈົ້າຈະບໍ່ມີຜູ້ໃດຫລຸລູກ ຫລື ເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ.