YouVersion Logo
Search Icon

ອົບພະຍົບ 23

23
ກົດບັນຍັດ​ຂອງ​ຄວາມ​ຍຸຕິທຳ ແລະ ຄວາມ​ເມດຕາ
1“ຢ່າ​ເລົ່າ​ລື​ເລື່ອງ​ທີ່​ບໍ່​ເປັນ​ຄວາມ​ຈິງ. ຢ່າ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ການ​ເປັນ​ພະຍານ​ເທັດ.
2“ຢ່າ​ເຮັດ​ຊົ່ວ​ຕາມ​ຄົນ​ທັງຫລາຍ. ເມື່ອ​ພວກເຈົ້າ​ເປັນ​ພະຍານ​ໃນ​ຄະດີຄວາມ, ຢ່າ​ບິດເບືອນ​ຄວາມ​ຍຸຕິທຳ​ໂດຍ​ເຂົ້າ​ຂ້າງ​ຄົນ​ຈຳນວນ​ຫລາຍ 3ແລະ ຢ່າ​ສະແດງ​ທ່າທີ​ລໍາອຽງ​ເຂົ້າ​ຂ້າງ​ຄົນທຸກ​ໃນ​ຄະດີຄວາມ.
4“ຖ້າ​ພວກເຈົ້າ​ບັງເອີນ​ພົບ​ງົວ ຫລື ລໍ​ຂອງ​ສັດຕູ​ຫລົງ​ທາງ​ມາ, ຈົ່ງ​ນຳ​ມັນ​ໄປ​ຄືນ​ໃຫ້​ເຈົ້າຂອງ. 5ຖ້າ​ພວກເຈົ້າ​ເຫັນ​ລໍ​ຂອງ​ຄົນ​ທີ່​ກຽດຊັງ​ພວກເຈົ້າ​ລົ້ມລົງ​ເພາະ​ບັນທຸກ​ເຄື່ອງ, ຢ່າ​ປ່ອຍ​ສັດ​ໄວ້​ຢ່າງ​ນັ້ນ, ຈົ່ງ​ເຂົ້າ​ໄປ​ຊ່ວຍເຫລືອ​ສັດ​ນັ້ນ.
6“ຈົ່ງ​ໃຫ້​ຄວາມຍຸຕິທຳ​ແກ່​ຄົນຍາກຈົນ​ໃນ​ຄະດີຄວາມ​ຂອງ​ພວກເຂົາ. 7ຢ່າ​ມີ​ສ່ວນ​ກັບ​ການ​ກ່າວຫາ​ເທັດ ແລະ ຢ່າ​ມອບ​ຄົນ​ບໍລິສຸດ ຫລື ຄົນ​ສັດຊື່​ໄວ້​ໃຫ້​ແກ່​ຄວາມຕາຍ, ເພາະ​ເຮົາ​ຈະ​ບໍ່​ປ່ອຍ​ຄົນ​ຜິດ​ໄປ.
8“ຢ່າ​ຮັບ​ສິນບົນ, ເພາະ​ສິນບົນ​ເຮັດ​ໃຫ້​ຜູ້​ທີ່​ເຫັນຮຸ່ງ​ຕາບອດ ແລະ ບິດເບືອນ​ຄຳເວົ້າ​ຂອງ​ຜູ້ບໍລິສຸດ.
9“ຢ່າ​ກົດຂີ່​ຄົນຕ່າງດ້າວ; ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ເປັນ​ຄົນຕ່າງດ້າວ​ນັ້ນ​ຮູ້ສຶກ​ຢ່າງໃດ, ເພາະວ່າ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງດ້າວ​ຢູ່​ໃນ​ເອຢິບ.
ກົດບັນຍັດ​ກ່ຽວກັບ​ຊະບາໂຕ
10“ຈົ່ງ​ຫວ່ານ ແລະ ເກັບກ່ຽວ​ຜົນລະປູກ​ຂອງ​ພວກເຈົ້າ​ຕະຫລອດ​ຫົກ​ປີ, 11ແຕ່​ໃນ​ຊ່ວງ​ປີ​ທີ​ເຈັດ ຈົ່ງ​ປ່ອຍ​ໃຫ້​ດິນ​ຢູ່​ຢ່າງ​ບໍ່​ໄດ້​ໄຖ ແລະ ບໍ່​ໄດ້​ໃຊ້. ແລ້ວ​ໃຫ້​ຄົນຍາກຈົນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ​ໄດ້​ຮັບ​ອາຫານ​ຈາກ​ດິນ​ນັ້ນ ແລະ ໃຫ້​ບັນດາ​ສັດປ່າ​ກິນ​ສິ່ງ​ທີ່​ເຫລືອ​ຢູ່​ນັ້ນ. ຈົ່ງ​ປະຕິບັດ​ຢ່າງ​ດຽວ​ກັນ​ນີ້​ກັບ​ສວນອະງຸ່ນ ແລະ ສວນ​ໝາກກອກ​ຂອງ​ພວກເຈົ້າ.
12“ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ, ແຕ່​ໃນ​ວັນ​ທີ​ເຈັດ​ຢ່າ​ເຮັດ​ວຽກ, ເພື່ອ​ວ່າ​ງົວ​ກັບ​ລໍ​ຂອງ​ພວກເຈົ້າ​ຈະ​ໄດ້​ພັກຜ່ອນ ແລະ ເພື່ອ​ວ່າ​ຂ້າທາດ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ພວກເຈົ້າ ແລະ ຄົນຕ່າງດ້າວ​ທີ່​ຢູ່​ທ່າມກາງ​ພວກເຈົ້າ​ຈະ​ໄດ້​ສົດຊື່ນ​ຂຶ້ນ.
13“ຈົ່ງ​ເອົາໃຈໃສ່​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ. ຢ່າ​ເອີ່ຍ​ຊື່​ຂອງ​ພະ​ອື່ນ​ໃດ, ຢ່າ​ໃຫ້​ໄດ້​ຍິນ​ຊື່​ພະ​ເຫລົ່ານັ້ນ​ຈາກ​ປາກ​ຂອງ​ພວກເຈົ້າ.
ສາມ​ເທດສະການ​ປະຈຳ​ປີ
14“ພວກເຈົ້າ​ຈົ່ງ​ສະຫລອງ​ເທດສະການ​ສຳລັບ​ເຮົາ​ສາມ​ຄັ້ງ​ຕໍ່​ປີ.
15“ຈົ່ງ​ສະຫລອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ; ຈົ່ງ​ກິນ​ເຂົ້າຈີ່​ທີ່​ເຮັດ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ​ຕະຫລອດ​ເຈັດ​ວັນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ. ຈົ່ງ​ເຮັດ​ຢ່າງ​ນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ໃນ​ເດືອນ​ອາບີບ, ເພາະ​ໃນ​ເດືອນ​ນັ້ນ​ພວກເຈົ້າ​ໄດ້​ອອກ​ຈາກ​ເອຢິບ.
“ຢ່າ​ໃຫ້​ຜູ້ໃດ​ມາ​ປາກົດ​ຕໍ່ໜ້າ​ເຮົາ​ໂດຍ​ມື​ເປົ່າ.
16“ຈົ່ງ​ສະຫລອງ​ເທດສະການ​ເກັບກ່ຽວ​ດ້ວຍ​ຜົນລະປູກ​ທຳອິດ​ຂອງ​ພືດ​ທີ່​ພວກເຈົ້າ​ຫວ່ານ​ໃນ​ທົ່ງນາ​ຂອງ​ພວກເຈົ້າ.
“ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ຮວບຮວມ​ຜົນລະປູກ​ໃນ​ທ້າຍ​ປີ, ເມື່ອ​ພວກເຈົ້າ​ຮວບຮວມ​ເອົາ​ຜົນລະປູກ​ຈາກ​ທົ່ງນາ​ຂອງ​ພວກເຈົ້າ.
17“ຜູ້ຊາຍ​ທຸກຄົນ​ຈະ​ຕ້ອງ​ມາ​ປາກົດ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ເຈົ້ານາຍ​ສາມ​ຄັ້ງ​ຕໍ່​ປີ.
18“ຢ່າ​ຖວາຍ​ເລືອດ​ຂອງ​ເຄື່ອງບູຊາ​ແກ່​ເຮົາ​ພ້ອມ​ກັບ​ສິ່ງ​ໃດໆ​ທີ່​ມີ​ເຊື້ອແປ້ງ.
“ໄຂມັນ​ຂອງ​ເຄື່ອງຖວາຍ​ສຳລັບ​ເທດສະການ​ຂອງ​ເຮົາ​ຕ້ອງ​ບໍ່​ເກັບ​ໄວ້​ຈົນເຖິງ​ຕອນເຊົ້າ.
19“ຈົ່ງ​ນຳ​ເອົາ​ສ່ວນ​ທີ່​ດີ​ທີ່ສຸດ​ຂອງ​ຜົນລະປູກ​ທຳອິດ​ຈາກ​ດິນ​ຂອງ​ພວກເຈົ້າ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
“ຢ່າ​ຕົ້ມ​ລູກແບ້​ໃນ​ນ້ຳນົມ​ຂອງ​ແມ່​ຂອງ​ມັນ.
ເທວະດາ​ຂອງ​ພຣະເຈົ້າ​ຈັດຕຽມ​ຫົນທາງ
20“ເບິ່ງ​ແມ, ເຮົາ​ກຳລັງ​ສົ່ງ​ເທວະດາ​ຕົນ​ໜຶ່ງ​ນຳໜ້າ​ພວກເຈົ້າ​ໄປ ເພື່ອ​ປົກປັກຮັກສາ​ພວກເຈົ້າ​ໄປ​ຕະລອດ​ທາງ ແລະ ເພື່ອ​ນຳເອົາ​ພວກເຈົ້າ​ໄປ​ຍັງ​ບ່ອນ​ທີ່​ເຮົາ​ໄດ້​ຈັດຕຽມ​ໄວ້. 21ຈົ່ງ​ເອົາໃຈໃສ່​ຕໍ່​ເພິ່ນ ແລະ ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ. ຢ່າ​ກະບົດ​ຕໍ່​ເພິ່ນ; ເພິ່ນ​ຈະ​ບໍ່​ໃຫ້​ອະໄພ​ຕໍ່​ການ​ກະບົດ​ຂອງ​ພວກເຈົ້າ, ເພາະ​ນາມຊື່​ຂອງ​ເຮົາ​ຢູ່​ໃນ​ເພິ່ນ. 22ຖ້າ​ພວກເຈົ້າ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ ແລະ ເຮັດ​ຕາມ​ທຸກສິ່ງ​ທີ່​ເຮົາ​ກ່າວ, ເຮົາ​ຈະ​ເປັນ​ສັດຕູ​ກັບ​ບັນດາ​ສັດຕູ​ຂອງ​ພວກເຈົ້າ ແລະ ຈະ​ຕໍ່ຕ້ານ​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. 23ເທວະດາ​ຂອງ​ເຮົາ​ຈະ​ນຳໜ້າ​ພວກເຈົ້າ​ໄປ ແລະ ນໍາເອົາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ ຊາວ​ເຢບຸດ, ແລ້ວ​ເຮົາ​ຈະ​ກວາດລ້າງ​ພວກເຂົາ​ອອກ​ໄປ. 24ຢ່າ​ກົ້ມຫົວ​ລົງ​ຕໍ່ໜ້າ​ບັນດາ​ພະ​ຂອງ​ພວກເຂົາ ຫລື ຂາບໄຫວ້​ພະ​ເຫລົ່ານັ້ນ ຫລື ເຮັດ​ຕາມ​ການ​ປະຕິບັດ​ຂອງ​ພວກເຂົາ. ພວກເຈົ້າ​ຕ້ອງ​ທຳລາຍ​ພະ​ເຫລົ່ານັ້ນ ແລະ ທຸບ​ຫີນ​ສັກສິດ​ຂອງ​ພວກເຂົາ​ໃຫ້​ແຕກ​ເປັນ​ຕ່ອນໆ. 25ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແລ້ວ​ພອນ​ຂອງ​ພຣະອົງ​ຈະ​ຢູ່​ເທິງ​ອາຫານ ແລະ ນໍ້າ​ຂອງ​ພວກເຈົ້າ. ເຮົາ​ຈະ​ກຳຈັດ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ. 26ແລ້ວ​ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ບໍ່​ມີ​ຜູ້ໃດ​ຫລຸລູກ ຫລື ເປັນ​ໝັນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຊີວິດ​ຍືນຍາວ.
27“ເຮົາ​ຈະ​ສົ່ງ​ຄວາມ​ຢ້ານກົວ​ໄປ​ລ່ວງໜ້າ​ພວກເຈົ້າ ແລະ ຈະ​ໂຍນ​ຄວາມ​ສັບສົນ​ເຂົ້າ​ໄປ​ໃນ​ທຸກ​ຊົນຊາດ​ທີ່​ພວກເຈົ້າ​ປະເຊີນ​ໜ້າ. ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ສັດຕູ​ຂອງ​ພວກເຈົ້າ​ຫັນ​ຫລັງ​ຂອງ​ພວກເຂົາ ແລະ ແລ່ນ​ໜີ​ໄປ. 28ເຮົາ​ຈະ​ສົ່ງ​ຝູງ​ຕໍ່​ໄປ​ລ່ວງໜ້າ​ພວກເຈົ້າ ເພື່ອ​ຂັບໄລ່​ຊາວ​ຮີວີ, ຊາວ​ການາອານ ແລະ ຊາວ​ຮິດຕີ​ໃຫ້​ໜີໄປ​ຈາກ​ທາງ​ຂອງ​ພວກເຈົ້າ. 29ແຕ່​ເຮົາ​ຈະ​ບໍ່​ຂັບໄລ່​ພວກເຂົາ​ໄປ​ໝົດ​ໃນ​ປີ​ດຽວ, ເພາະ​ແຜ່ນດິນ​ຈະ​ຮົກຮ້າງ ແລະ ສັດປ່າ​ຈະ​ຫລາຍ​ເກີນ​ໄປ​ສຳລັບ​ພວກເຈົ້າ. 30ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ​ເທື່ອ​ລະ​ນ້ອຍ ຈົນ​ກວ່າ​ພວກເຈົ້າ​ມີ​ລູກຫລານ​ເພີ່ມ​ຂຶ້ນ​ພຽງພໍ​ທີ່​ຈະ​ຄອບຄອງ​ດິນແດນ​ໄດ້.
31“ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ຈາກ​ທະເລແດງ#23:31 ຄື ທະເລ​ໄມ້ອໍ້​ຈົນ​ເຖິງ​ທະເລ​ເມດີແຕຣາເນ#23:31 ພາສາ​ເຮັບເຣີ​ວ່າ ທະເລ​ແຫ່ງ​ຟີລິດສະຕິນ ແລະ ຈາກ​ທະເລຊາຍ​ຈົນ​ເຖິງ​ແມ່ນ້ຳ​ເອີຟຣັດ. ເຮົາ​ຈະ​ມອບ​ຊົນຊາດ​ຕ່າງໆ​ໃນ​ດິນແດນ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ. 32ຢ່າ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ ຫລື ກັບ​ບັນດາ​ພະ​ຂອງ​ພວກເຂົາ. 33ຢ່າ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເປັນ​ຕົ້ນເຫດ​ໃຫ້​ພວກເຈົ້າ​ເຮັດ​ບາບ​ຕໍ່​ເຮົາ, ເພາະ​ວ່າ​ການ​ນະມັດສະການ​ພະ​ຂອງ​ພວກເຂົາ​ຈະ​ເປັນ​ບ້ວງແຮ້ວ​ດັກຈັບ​ພວກເຈົ້າ​ຢ່າງ​ແນ່ນອນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in