ອົບພະຍົບ 20
20
ບັນຍັດສິບປະການ
(ພບຍ 5:6-21)
1ແລ້ວພຣະເຈົ້າໄດ້ກ່າວຖ້ອຍຄຳທັງໝົດເຫລົ່ານີ້ວ່າ:
2“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກເອຢິບ, ຈາກດິນແດນແຫ່ງການເປັນຂ້າທາດ.
3“ພວກເຈົ້າຢ່າມີພະອື່ນຕໍ່ໜ້າ#20:3 ຫລື ນອກຈາກເຮົາເຮົາ.
4ພວກເຈົ້າຢ່າສ້າງຮູບແບບຈຳລອງຂອງສິ່ງໃດສິ່ງໜຶ່ງທີ່ຢູ່ໃນຟ້າສະຫວັນເບື້ອງເທິງ ຫລື ຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ ຫລື ຢູ່ໃນນ້ຳເບື້ອງລຸ່ມໃຫ້ກັບຕົນເອງ. 5ພວກເຈົ້າຢ່າກາບໄຫວ້ສິ່ງເຫລົ່ານັ້ນ ຫລື ນະມັດສະການສິ່ງເຫລົ່ານັ້ນ; ເພາະວ່າເຮົາ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາເປັນພຣະເຈົ້າທີ່ຫວງແຫນ, ເຮົາຈະລົງໂທດລູກຫລານຂອງຜູ້ທີ່ກຽດຊັງເຮົາເພາະຄວາມບາບຂອງພໍ່ແມ່ໄປເຖິງສາມ ແລະ ສີ່ຊົ່ວອາຍຸຄົນ, 6ແຕ່ສະແດງຄວາມຮັກຕໍ່ລູກຫລານຂອງຜູ້ທີ່ຮັກເຮົາ ແລະ ຮັກສາບັນດາຄຳສັ່ງຂອງເຮົາເຖິງພັນຊົ່ວອາຍຸຄົນ.
7ພວກເຈົ້າຢ່າໃຊ້ນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທາງທີ່ຜິດ, ເພາະພຣະເຈົ້າຢາເວຈະລົງໂທດຜູ້ທີ່ໃຊ້ນາມຂອງພຣະອົງໃນທາງທີ່ຜິດ.
8ຈົ່ງຈົດຈຳວັນຊະບາໂຕໂດຍການສະຫງວນວັນນັ້ນໄວ້ໃຫ້ເປັນວັນສັກສິດ. 9ມີຫົກວັນທີ່ພວກເຈົ້າຈະຕ້ອງເຮັດວຽກ ແລະ ຈົ່ງເຮັດວຽກທັງໝົດຂອງພວກເຈົ້າ. 10ແຕ່ໃນວັນທີເຈັດເປັນວັນຊະບາໂຕສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າເຮັດວຽກໃດໃນວັນນັ້ນ, ບໍ່ວ່າພວກເຈົ້າ, ລູກຊາຍ ຫລື ລູກສາວ, ຜູ້ຮັບໃຊ້ຊາຍ ຫລື ຍິງ, ສັດທັງຫລາຍຂອງພວກເຈົ້າ, ຫລື ຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. 11ເພາະໃນຫົກວັນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ພຣະອົງໄດ້ພັກຜ່ອນໃນວັນທີເຈັດ. ເຫດສະນັ້ນ ພຣະເຈົ້າຢາເວໄດ້ອວຍພອນວັນຊະບາໂຕ ແລະ ຕັ້ງໃຫ້ເປັນວັນສັກສິດ.
12ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະມີຊີວິດຍືນຍາວໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງມອບໃຫ້ແກ່ພວກເຈົ້າ.
13ພວກເຈົ້າຢ່າຂ້າຄົນ.
14ພວກເຈົ້າຢ່າຫລິ້ນຊູ້.
15ພວກເຈົ້າຢ່າລັກ.
16ພວກເຈົ້າຢ່າໃຫ້ຄຳພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
17ພວກເຈົ້າຢ່າໂລບເອົາເຮືອນຂອງເພື່ອນບ້ານຂອງພວກເຈົ້າ. ພວກເຈົ້າຢ່າໂລບເອົາເມຍຂອງເພື່ອນບ້ານຂອງພວກເຈົ້າ, ຫລື ຄົນຮັບໃຊ້ຊາຍ ຫລື ຍິງຂອງລາວ, ງົວ ຫລື ລໍຂອງລາວ ຫລື ສິ່ງໃດທີ່ເປັນຂອງເພື່ອນບ້ານຂອງພວກເຈົ້າ”.
18ເມື່ອປະຊາຊົນເຫັນຟ້າຮ້ອງ ແລະ ຟ້າແມບ, ໄດ້ຍິນສຽງແກ, ໄດ້ເຫັນຄວັນພຸ່ງຂຶ້ນມາຈາກພູເຂົາ, ພວກເຂົາກໍຢ້ານກົວຈົນຕົວສັ່ນ. ພວກເຂົາຢືນຢູ່ຫ່າງ 19ແລະ ເວົ້າກັບໂມເຊວ່າ, “ຂໍໃຫ້ທ່ານກ່າວກັບພວກເຮົາເອງ ແລະ ພວກເຮົາກໍຈະຮັບຟັງ. ແຕ່ຢ່າໃຫ້ພຣະເຈົ້າເວົ້າກັບພວກເຮົາ ບໍ່ດັ່ງນັ້ນພວກເຮົາຈະຕາຍ”.
20ໂມເຊໄດ້ເວົ້າກັບປະຊາຊົນວ່າ, “ຢ່າຢ້ານເລີຍ. ພຣະເຈົ້າໄດ້ມາເພື່ອທົດລອງພວກເຈົ້າ, ເພື່ອວ່າຢຳເກງພຣະເຈົ້າຈະຢູ່ກັບພວກເຈົ້າ ເພື່ອຮັກສາພວກເຈົ້າຈາກການເຮັດບາບ”.
21ປະຊາຊົນຍັງຢືນຢູ່ຫ່າງໆ, ຂະນະທີ່ໂມເຊໄດ້ເຂົ້າໄປໃກ້ຄວາມມືດໜາບ່ອນທີ່ພຣະເຈົ້າຢູ່.
ຮູບເຄົາລົບ ແລະ ແທ່ນບູຊາ
22ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າດັ່ງນີ້: ‘ພວກເຈົ້າກໍໄດ້ເຫັນດ້ວຍຕົນເອງແລ້ວວ່າເຮົາໄດ້ເວົ້າກັບພວກເຈົ້າຈາກສະຫວັນວ່າ: 23ຢ່າສ້າງຮູບເຄົາລົບໃດໆຂຶ້ນມາທຽມເຮົາ; ຢ່າສ້າງຮູບເຄົາລົບເງິນ ຫລື ຮູບເຄົາລົບຄຳໄວ້ສຳລັບຕົນເອງ.
24“ ‘ຈົ່ງສ້າງແທ່ນບູຊາດ້ວຍດິນສຳລັບເຮົາໜຶ່ງແທ່ນ ແລະ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳ, ແກະ, ແບ້ ແລະ ງົວຂອງພວກເຈົ້າເທິງແທ່ນບູຊານັ້ນ. ບ່ອນໃດກໍຕາມທີ່ເປັນສາເຫດໃຫ້ນາມຂອງເຮົາໄດ້ຮັບກຽດ, ເຮົາຈະມາຫາພວກເຈົ້າ ແລະ ອວຍພອນພວກເຈົ້າຢູ່ບ່ອນນັ້ນ. 25ຖ້າພວກເຈົ້າສ້າງແທ່ນບູຊາດ້ວຍຫີນສຳລັບເຮົາ, ຢ່າສ້າງແທ່ນບູຊານັ້ນດ້ວຍຫີນທີ່ຕັດແຕ່ງແລ້ວ, ເພາະຖ້າພວກເຈົ້າໃຊ້ເຄື່ອງມືຕັດແຕ່ງແທ່ນພວກເຈົ້າຈະເຮັດໃຫ້ແທ່ນເປັນມົນທິນ. 26ແລະ ຢ່າຂຶ້ນໄປເທິງແທ່ນບູຊາຂອງເຮົາທາງຂັ້ນໄດ ບໍ່ດັ່ງນັ້ນສ່ວນທີ່ເປັນຂອງລັບຂອງພວກເຈົ້າຈະຖືກເປີດເຜີຍ’.
Currently Selected:
ອົບພະຍົບ 20: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.