YouVersion Logo
Search Icon

ອົບພະຍົບ 20

20
ບັນຍັດ​ສິບ​ປະການ
(ພບຍ 5:6-21)
1ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ທັງໝົດ​ເຫລົ່ານີ້​ວ່າ:
2“ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ, ຈາກ​ດິນແດນ​ແຫ່ງ​ການ​ເປັນ​ຂ້າທາດ.
3“ພວກເຈົ້າ​ຢ່າ​ມີ​ພະ​ອື່ນ​ຕໍ່ໜ້າ#20:3 ຫລື ນອກຈາກ​ເຮົາ​ເຮົາ.
4ພວກເຈົ້າ​ຢ່າ​ສ້າງ​ຮູບແບບ​ຈຳລອງ​ຂອງ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຢູ່​ໃນ​ຟ້າ​ສະຫວັນ​ເບື້ອງເທິງ ຫລື ຢູ່​ເທິງ​ແຜ່ນດິນ​ໂລກ​ເບື້ອງລຸ່ມ ຫລື ຢູ່​ໃນ​ນ້ຳ​ເບື້ອງລຸ່ມ​ໃຫ້​ກັບ​ຕົນ​ເອງ. 5ພວກເຈົ້າ​ຢ່າ​ກາບໄຫວ້​ສິ່ງ​ເຫລົ່ານັ້ນ ຫລື ນະມັດສະການ​ສິ່ງ​ເຫລົ່ານັ້ນ; ເພາະວ່າ​ເຮົາ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ, ເຮົາ​ຈະ​ລົງໂທດ​ລູກຫລານ​ຂອງ​ຜູ້​ທີ່​ກຽດຊັງ​ເຮົາ​ເພາະ​ຄວາມບາບ​ຂອງ​ພໍ່ແມ່​ໄປ​ເຖິງ​ສາມ ແລະ ສີ່​ຊົ່ວ​ອາຍຸ​ຄົນ, 6ແຕ່​ສະແດງ​ຄວາມ​ຮັກ​ຕໍ່​ລູກຫລານ​ຂອງ​ຜູ້​ທີ່​ຮັກ​ເຮົາ ແລະ ຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ​ເຖິງ​ພັນ​ຊົ່ວ​ອາຍຸ​ຄົນ.
7ພວກເຈົ້າ​ຢ່າ​ໃຊ້​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທາງ​ທີ່​ຜິດ, ເພາະ​ພຣະເຈົ້າຢາເວ​ຈະ​ລົງໂທດ​ຜູ້​ທີ່​ໃຊ້​ນາມ​ຂອງ​ພຣະອົງ​ໃນ​ທາງ​ທີ່​ຜິດ.
8ຈົ່ງ​ຈົດຈຳ​ວັນຊະບາໂຕ​ໂດຍ​ການ​ສະຫງວນ​ວັນ​ນັ້ນ​ໄວ້​ໃຫ້​ເປັນ​ວັນ​ສັກສິດ. 9ມີ​ຫົກ​ວັນ​ທີ່​ພວກເຈົ້າ​ຈະ​ຕ້ອງ​ເຮັດວຽກ ແລະ ຈົ່ງ​ເຮັດວຽກ​ທັງໝົດ​ຂອງ​ພວກເຈົ້າ. 10ແຕ່​ໃນ​ວັນ​ທີ​ເຈັດ​ເປັນ​ວັນຊະບາໂຕ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ເຮັດວຽກ​ໃດ​ໃນ​ວັນ​ນັ້ນ, ບໍ່​ວ່າ​ພວກເຈົ້າ, ລູກຊາຍ ຫລື ລູກສາວ, ຜູ້ຮັບໃຊ້​ຊາຍ ຫລື ຍິງ, ສັດ​ທັງຫລາຍ​ຂອງ​ພວກເຈົ້າ, ຫລື ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. 11ເພາະ​ໃນ​ຫົກ​ວັນ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ພຣະອົງ​ໄດ້​ພັກຜ່ອນ​ໃນ​ວັນ​ທີ​ເຈັດ. ເຫດສະນັ້ນ ພຣະເຈົ້າຢາເວ​ໄດ້​ອວຍພອນ​ວັນຊະບາໂຕ ແລະ ຕັ້ງ​ໃຫ້​ເປັນ​ວັນ​ສັກສິດ.
12ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ມອບ​ໃຫ້​ແກ່​ພວກເຈົ້າ.
13ພວກເຈົ້າ​ຢ່າ​ຂ້າ​ຄົນ.
14ພວກເຈົ້າ​ຢ່າ​ຫລິ້ນຊູ້.
15ພວກເຈົ້າ​ຢ່າ​ລັກ.
16ພວກເຈົ້າ​ຢ່າ​ໃຫ້​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.
17ພວກເຈົ້າ​ຢ່າ​ໂລບ​ເອົາ​ເຮືອນ​ຂອງ​ເພື່ອນບ້ານ​ຂອງ​ພວກເຈົ້າ. ພວກເຈົ້າ​ຢ່າ​ໂລບ​ເອົາ​ເມຍ​ຂອງ​ເພື່ອນບ້ານ​ຂອງ​ພວກເຈົ້າ, ຫລື ຄົນຮັບໃຊ້​ຊາຍ ຫລື ຍິງ​ຂອງ​ລາວ, ງົວ ຫລື ລໍ​ຂອງ​ລາວ ຫລື ສິ່ງ​ໃດ​ທີ່​ເປັນ​ຂອງ​ເພື່ອນບ້ານ​ຂອງ​ພວກເຈົ້າ”.
18ເມື່ອ​ປະຊາຊົນ​ເຫັນ​ຟ້າຮ້ອງ ແລະ ຟ້າແມບ, ໄດ້​ຍິນ​ສຽງແກ, ໄດ້​ເຫັນ​ຄວັນ​ພຸ່ງ​ຂຶ້ນ​ມາ​ຈາກ​ພູເຂົາ, ພວກເຂົາ​ກໍ​ຢ້ານກົວ​ຈົນ​ຕົວສັ່ນ. ພວກເຂົາ​ຢືນ​ຢູ່​ຫ່າງ 19ແລະ ເວົ້າ​ກັບ​ໂມເຊ​ວ່າ, “ຂໍ​ໃຫ້​ທ່ານ​ກ່າວ​ກັບ​ພວກເຮົາ​ເອງ ແລະ ພວກເຮົາ​ກໍ​ຈະ​ຮັບ​ຟັງ. ແຕ່​ຢ່າ​ໃຫ້​ພຣະເຈົ້າ​ເວົ້າ​ກັບ​ພວກເຮົາ ບໍ່​ດັ່ງນັ້ນ​ພວກເຮົາ​ຈະ​ຕາຍ”.
20ໂມເຊ​ໄດ້​ເວົ້າ​ກັບ​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ. ພຣະເຈົ້າ​ໄດ້​ມາ​ເພື່ອ​ທົດລອງ​ພວກເຈົ້າ, ເພື່ອ​ວ່າ​ຢຳເກງ​ພຣະເຈົ້າ​ຈະ​ຢູ່​ກັບ​ພວກເຈົ້າ ເພື່ອ​ຮັກສາ​ພວກເຈົ້າ​ຈາກ​ການ​ເຮັດ​ບາບ”.
21ປະຊາຊົນ​ຍັງ​ຢືນ​ຢູ່​ຫ່າງໆ, ຂະນະ​ທີ່​ໂມເຊ​ໄດ້​ເຂົ້າ​ໄປ​ໃກ້​ຄວາມມືດ​ໜາ​ບ່ອນ​ທີ່​ພຣະເຈົ້າ​ຢູ່.
ຮູບເຄົາລົບ ແລະ ແທ່ນບູຊາ
22ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ​ດັ່ງນີ້: ‘ພວກເຈົ້າ​ກໍ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ​ແລ້ວ​ວ່າ​ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ຈາກ​ສະຫວັນ​ວ່າ: 23ຢ່າ​ສ້າງ​ຮູບເຄົາລົບ​ໃດໆ​ຂຶ້ນ​ມາ​ທຽມ​ເຮົາ; ຢ່າ​ສ້າງ​ຮູບເຄົາລົບ​ເງິນ ຫລື ຮູບເຄົາລົບ​ຄຳ​ໄວ້​ສຳລັບ​ຕົນ​ເອງ.
24“ ‘ຈົ່ງ​ສ້າງ​ແທ່ນບູຊາ​ດ້ວຍ​ດິນ​ສຳລັບ​ເຮົາ​ໜຶ່ງ​ແທ່ນ ແລະ ຖວາຍ​ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ, ແກະ, ແບ້ ແລະ ງົວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ​ນັ້ນ. ບ່ອນ​ໃດ​ກໍ​ຕາມ​ທີ່​ເປັນ​ສາເຫດ​ໃຫ້​ນາມ​ຂອງ​ເຮົາ​ໄດ້​ຮັບ​ກຽດ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ ແລະ ອວຍພອນ​ພວກເຈົ້າ​ຢູ່​ບ່ອນ​ນັ້ນ. 25ຖ້າ​ພວກເຈົ້າ​ສ້າງ​ແທ່ນບູຊາ​ດ້ວຍ​ຫີນ​ສຳລັບ​ເຮົາ, ຢ່າ​ສ້າງ​ແທ່ນບູຊາ​ນັ້ນ​ດ້ວຍ​ຫີນ​ທີ່​ຕັດ​ແຕ່ງ​ແລ້ວ, ເພາະ​ຖ້າ​ພວກເຈົ້າ​ໃຊ້​ເຄື່ອງມື​ຕັດ​ແຕ່ງ​ແທ່ນ​ພວກເຈົ້າ​ຈະ​ເຮັດ​ໃຫ້​ແທ່ນ​ເປັນມົນທິນ. 26ແລະ ຢ່າ​ຂຶ້ນ​ໄປ​ເທິງ​ແທ່ນບູຊາ​ຂອງ​ເຮົາ​ທາງ​ຂັ້ນໄດ ບໍ່​ດັ່ງນັ້ນ​ສ່ວນ​ທີ່​ເປັນ​ຂອງລັບ​ຂອງ​ພວກເຈົ້າ​ຈະ​ຖືກ​ເປີດເຜີຍ’.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in