ອົບພະຍົບ 21
21
1“ຕໍ່ໄປນີ້ເປັນກົດບັນຍັດທີ່ພວກເຈົ້າຈະຕ້ອງຕັ້ງໄວ້ຕໍ່ໜ້າພວກເຂົາຄື:
ຄົນຮັບໃຊ້ຊາວເຮັບເຣີ
(ລລວ 25:39-55; ພບຍ 15:12-18)
2“ຖ້າພວກເຈົ້າຊື້ຄົນຮັບໃຊ້ຊາວເຮັບເຣີຄົນໜຶ່ງມາ, ລາວຈະຕ້ອງຮັບໃຊ້ພວກເຈົ້າເປັນເວລາຫົກປີ. ແຕ່ໃນປີທີເຈັດລາວຈະເປັນອິດສະຫລະໂດຍບໍ່ຕ້ອງຈ່າຍຄ່າໄຖ່ຫຍັງ. 3ຖ້າລາວມາຄົນດຽວ ລາວກໍຈະເປັນອິດສະຫລະຄົນດຽວ; ແຕ່ຖ້າລາວມີເມຍເມື່ອລາວມາ, ນາງກໍຈະຕ້ອງເປັນອິດສະຫລະພ້ອມກັບລາວ. 4ຖ້າວ່ານາຍຂອງລາວຫາເມຍໃຫ້ລາວ ແລະ ນາງໄດ້ເກີດລູກລູກຊາຍ ຫລື ລູກສາວໃຫ້ແກ່ລາວ, ຍິງນັ້ນ ແລະ ບັນດາລູກຂອງນາງກໍຈະເປັນຂອງນາຍຂອງນາງ ແລະ ຊາຍຄົນນັ້ນກໍຈະເປັນອິດສະຫລະແຕ່ຜູ້ດຽວ.
5“ແຕ່ຖ້າຄົນຮັບໃຊ້ປະກາດວ່າ, ‘ຂ້ານ້ອຍຮັກນາຍຂອງຂ້ານ້ອຍ ແລະ ຮັກເມຍກັບລູກຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ຢາກເປັນອິດສະຫລະ,’ 6ແລ້ວນາຍຂອງລາວຕ້ອງພາລາວໄປຫາຜູ້ຕັດສິນ.#21:6 ຫລື ມາຕໍ່ໜ້າພຣະເຈົ້າ ນາຍຈະຕ້ອງພາລາວໄປທີ່ປະຕູ ຫລື ວົງກົບປະຕູ ແລ້ວບ່ອງຫູຂອງລາວດ້ວຍເຫລັກປາຍແຫລມ. ຫລັງຈາກນັ້ນ ລາວຈະເປັນຄົນຮັບໃຊ້ໄປຕະຫລອດຊີວິດ.
7“ຖ້າຜູ້ໃດຂາຍລູກສາວຂອງຕົນໄປເປັນຄົນຮັບໃຊ້, ນາງຈະບໍ່ໄດ້ເປັນອິດສະຫລະເໝືອນກັບຄົນຮັບໃຊ້ຊາຍ. 8ຖ້ານາງບໍ່ເປັນທີ່ພໍໃຈແກ່ນາຍຜູ້ທີ່ໄດ້ເລືອກຊື້ນາງໄວ້ສຳລັບຕົນເອງ,#21:8 ຫລື ນາງບໍ່ເປັນທີ່ພໍໃຈຂອງນາຍ ພວກເຂົາຈຶ່ງບໍ່ໄດ້ເລືອກນາງ ນາຍນັ້ນຕ້ອງຍອມໃຫ້ໄຖ່ຕົວນາງ. ລາວບໍ່ມີສິດທີ່ຈະຂາຍນາງໃຫ້ຄົນຕ່າງດ້າວ, ເພາະລາວໄດ້ທຳລາຍຄວາມເຊື່ອຖືຕໍ່ນາງ. 9ຖ້າລາວເລືອກນາງໄວ້ສຳລັບລູກຊາຍຂອງລາວ, ລາວຕ້ອງໃຫ້ສິດທິໃນຖານະລູກສາວແກ່ນາງ. 10ຖ້າລາວແຕ່ງງານກັບຍິງຄົນອື່ນ, ລາວຕ້ອງບໍ່ລົດອາຫານ, ເຄື່ອງນຸ່ງຫົ່ມ ແລະ ສິດໃນຖານະເປັນເມຍຄົນທຳອິດຂອງນາງ. 11ຖ້າລາວບໍ່ຈັດຫາສາມສິ່ງເຫລົ່ານີ້ໃຫ້ແກ່ນາງ, ນາງກໍຈະເປັນອິດສະຫລະໂດຍບໍ່ມີການຈ່າຍເງິນໃດໆ.
ການທຳຮ້າຍຮ່າງກາຍ
12“ຜູ້ໃດກໍຕາມທີ່ທຸບຕີຄົນອື່ນດ້ວຍການໃຊ້ຄວາມຮຸນແຮງຈົນເຖິງຕາຍຈະຕ້ອງມີໂທດເຖິງຕາຍ. 13ເຖິງຢ່າງໃດກໍຕາມ, ຖ້າສິ່ງນັ້ນໄດ້ເຮັດໄປໂດຍບໍ່ເຈດຕະນາ, ແຕ່ພຣະເຈົ້າອະນຸຍາດໃຫ້ເກີດຂຶ້ນ, ເຮົາຈະກຳນົດສະຖານທີ່ແຫ່ງໜຶ່ງໃຫ້ພວກເຂົາໜີໄປລີ້ໄພ. 14ແຕ່ຖ້າຜູ້ໃດກໍຕາມທີ່ວາງແຜນ ແລະ ຂ້າບາງຄົນໂດຍເຈດຕະນາ, ຈົ່ງນຳເອົາຄົນນັ້ນອອກໄປຈາກແທ່ນບູຊາຂອງເຮົາ ແລະ ຈະຕ້ອງມີໂທດເຖິງຕາຍ.
15“ຜູ້ໃດທຳຮ້າຍ#21:15 ຫລື ຂ້າພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ.
16“ຜູ້ໃດກໍຕາມທີ່ລັກພາຕົວຜູ້ອື່ນໄປຈະຕ້ອງມີໂທດເຖິງຕາຍ, ບໍ່ວ່າຜູ້ທີ່ຖືກລັກພາຕົວໄປນັ້ນໄດ້ຖືກຂາຍໄປແລ້ວ ຫລື ຍັງຢູ່ໃນການຄອບຄອງຂອງຜູ້ລັກພາຕົວກໍຕາມ.
17“ຜູ້ໃດກໍຕາມທີ່ປ້ອຍດ່າພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ.
18“ຖ້າມີຄົນຜິດຖຽງກັນ ແລະ ມີຄົນໜຶ່ງຕົບຕີຄົນອື່ນດ້ວຍກ້ອນຫີນ ຫລື ດ້ວຍກຳປັ້ນ#21:18 ຫລື ໃຊ້ເຄື່ອງມືທຳຮ້າຍຂອງຕົນ ແລະ ຜູ້ເສຍຫາຍນັ້ນບໍ່ໄດ້ຕາຍ ແຕ່ຕ້ອງນອນຢູ່ເທິງຕຽງ, 19ຄົນທີ່ຕົບຕີນັ້ນກໍຈະບໍ່ໄດ້ຮັບຜິດຊອບຖ້າຜູ້ນັ້ນສາມາດລຸກຍ່າງໄປມາໄດ້ໂດຍໃຊ້ໄມ້ຄ້ອນເທົ້າ, ແຕ່ເຖິງຢ່າງໃດກໍຕາມ, ຝ່າຍຜູ້ທີ່ເຮັດຜິດຕ້ອງຈ່າຍເງິນໃຫ້ແກ່ຜູ້ທີ່ບາດເຈັບສຳລັບຄ່າເສຍເວລາ ແລະ ເບິ່ງແຍງຜູ້ເສຍຫາຍນັ້ນຈົນຫາຍດີເປັນປົກກະຕິ.
20“ຜູ້ໃດກໍຕາມທີ່ຂ້ຽນຕີຂ້າທາດຊາຍ ຫລື ຍິງຂອງຕົນດ້ວຍໄມ້ຈົນເປັນເຫດໃຫ້ຂ້າທາດນັ້ນເຖິງແກ່ຄວາມຕາຍ ຜູ້ນັ້ນຕ້ອງຖືກລົງໂທດ. 21ແຕ່ພວກເຂົາຈະບໍ່ຖືກລົງໂທດຖ້າຂ້າທາດລຸກຂຶ້ນໄດ້ພາຍໃນໜຶ່ງ ຫລື ສອງວັນ, ເນື່ອງຈາກວ່າຂ້າທາດເປັນສົມບັດຂອງພວກເຂົາ.
22“ຖ້າມີຄົນກຳລັງຕໍ່ສູ້ກັນ ແລະ ຕີຖືກແມ່ຍິງຖືພາແລ້ວນາງເກີດກ່ອນກຳນົດ#21:22 ຫລື ນາງຫລຸລູກ ແຕ່ບໍ່ໄດ້ບາດເຈັບສາຫັດ, ຜູ້ກະທຳຜິດຈະຕ້ອງຖືກປັບໃໝຕາມທີ່ຜົວຂອງຍິງນັ້ນຈະຮຽກຮ້ອງ ແລະ ຕາມທີ່ສານອະນຸມັດ. 23ແຕ່ຖ້າມີການບາດເຈັບສາຫັດ, ພວກເຈົ້າຈະຕ້ອງເອົາຊີວິດແທນຊີວິດ. 24ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ, 25ຮອຍໄຟໄໝ້ແທນຮອຍໄຟໄໝ້, ບາດແຜແທນບາດແຜ, ຮອຍຊ້ຳແທນຮອຍຊ້ຳ.
26“ຖ້ານາຍຕີຕາຂອງຂ້າທາດຊາຍ ຫລື ຂ້າທາດຍິງຈົນຕາບອດ ລາວຕ້ອງປ່ອຍຂ້າທາດນັ້ນໃຫ້ເປັນອິດສະຫລະເພື່ອຊົດເຊີຍຕານັ້ນ. 27ແລະ ຖ້ານາຍຊົກແຂ້ວຂອງຂ້າທາດຊາຍ ຫລື ຍິງຫັກ ລາວຕ້ອງປ່ອຍຂ້າທາດນັ້ນໃຫ້ເປັນອິດສະຫລະເພື່ອຊົດເຊີຍແຂ້ວນັ້ນ.
28“ຖ້າງົວໂຕໃດຊົນຜູ້ຊາຍ ຫລື ແມ່ຍິງຈົນຕາຍ, ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ ແລະ ຕ້ອງບໍ່ກິນຊີ້ນຂອງມັນ. ແຕ່ເຈົ້າຂອງງົວບໍ່ຕ້ອງຮັບຜິດຊອບຫຍັງ. 29ເຖິງຢ່າງໃດກໍຕາມ, ຖ້າວ່າງົວນັ້ນມີນິໄສມັກຊົນຄົນ ແລະ ເຈົ້າຂອງໄດ້ຮັບການເຕືອນມາແລ້ວແຕ່ຍັງບໍ່ຂັງງົວໄວ້ ແລະ ຖ້າມັນໄປຊົນຄົນຕາຍບໍ່ວ່າຜູ້ຊາຍ ຫລື ແມ່ຍິງ, ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ ແລະ ເຈົ້າຂອງງົວກໍຈະມີໂທດເຖິງຕາຍເໝືອນກັນ. 30ເຖິງຢ່າງໃດກໍຕາມ, ຖ້າມີການຮຽກຮ້ອງໃຫ້ມີການຈ່າຍເງິນ, ເຈົ້າຂອງງົວອາດໄຖ່ຊີວິດຂອງລາວໂດຍການຈ່າຍເງິນຕາມສິ່ງທີ່ຖືກຮຽກຮ້ອງນັ້ນ. 31ກົດບັນຍັດຂໍ້ນີ້ນຳໃຊ້ໃນກໍລະນີທີ່ງົວຊົນລູກຊາຍ ຫລື ລູກສາວເໝືອນກັນ. 32ຖ້າງົວຊົນຂ້າທາດບໍ່ວ່າຊາຍ ຫລື ຍິງ, ເຈົ້າຂອງງົວຕ້ອງຈ່າຍເງິນຈໍານວນ 30 ເຊເຂວ#21:32 ນັ້ນຄື ປະມານ 12 ອອນ ຫລື ປະມານ 345 ກຣາມໃຫ້ກັບເຈົ້າຂອງຂ້າທາດ ແລະ ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ.
33“ຖ້າຜູ້ໃດເປີດນ້ຳສ້າງ ຫລື ຂຸດນ້ຳສ້າງ ແລະ ບໍ່ປິດຝານ້ຳສ້າງໄວ້ ແລ້ວມີງົວ ຫລື ລໍຕົກລົງໄປໃນນ້ຳສ້າງນັ້ນ, 34ຜູ້ທີ່ໄດ້ເປີດນ້ຳສ້າງນັ້ນຕ້ອງຈ່າຍເງິນໃຫ້ແກ່ເຈົ້າຂອງສຳລັບຄວາມເສຍຫາຍ ແລະ ເອົາສັດທີ່ຕາຍນັ້ນໄປເປັນການແລກປ່ຽນ.
35“ຖ້າງົວຂອງຄົນໃດໄປເຮັດໃຫ້ງົວຂອງຄົນອື່ນບາດເຈັບ ແລະ ງົວນັ້ນຕາຍ, ທັງສອງຝ່າຍຈະຕ້ອງຂາຍງົວທີ່ຍັງມີຊີວິດຢູ່ແລ້ວເອົາມາແບ່ງປັນກັນທັງເງິນ ແລະ ສັດທີ່ຕາຍແລ້ວນັ້ນໃຫ້ເທົ່າກັນ. 36ເຖິງຢ່າງໃດກໍຕາມ, ແຕ່ຖ້າເປັນທີ່ຮູ້ກັນວ່າງົວນັ້ນມີນິໄສມັກຊົນ, ແຕ່ເຈົ້າຂອງບໍ່ຈັບງົວນັ້ນຂັງໄວ້, ເຈົ້າຂອງງົວຕ້ອງຈ່າຍ, ສັດແທນສັດ, ແລ້ວເອົາງົວໂຕທີ່ຕາຍນັ້ນມາແລກປ່ຽນກັນ.
Currently Selected:
ອົບພະຍົບ 21: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.