YouVersion Logo
Search Icon

ອົບພະຍົບ 16

16
ມານາ ແລະ ນົກຂຸ້ມ
1ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ອອກ​ເດີນທາງ​ຈາກ​ເອລິມ ແລະ ມາ​ເຖິງ​ທະເລຊາຍ​ສິນ, ເຊິ່ງ​ຢູ່​ລະຫວ່າງ​ເອລິມ ແລະ ຊີນາຍ​ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ສອງ​ຫລັງຈາກ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ເອຢິບ. 2ໃນ​ທະເລຊາຍ​ນັ້ນ​ຊຸມຊົນ​ທັງໝົດ​ໄດ້​ຈົ່ມ​ໃຫ້​ໂມເຊ ແລະ ອາໂຣນ. 3ຊາວ​ອິດສະຣາເອນ​ໄດ້​ເວົ້າ​ຕໍ່​ພວກເພິ່ນ​ວ່າ, “ພວກເຮົາ​ຄວນ​ຕາຍ​ດ້ວຍ​ມື​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ເອຢິບ​ແລ້ວ! ຢູ່​ທີ່​ນັ້ນ​ພວກເຮົາ​ໄດ້​ນັ່ງ​ອ້ອມ​ໝໍ້​ຊີ້ນ ແລະ ໄດ້​ກິນ​ອາຫານ​ທັງໝົດ​ທີ່​ພວກເຮົາ​ຕ້ອງການ, ແຕ່​ພວກທ່ານ​ໄດ້​ພາ​ພວກເຮົາ​ອອກ​ມາ​ສູ່​ຖິ່ນກັນດານ​ນີ້ ເພື່ອ​ໃຫ້​ຊຸມຊົນ​ທັງໝົດ​ອຶດຫີວ​ຕາຍ”.
4ແລ້ວ​ພຣະເຈົ້າຢາເວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ອາຫານ​ຕົກ​ລົງ​ມາ​ຈາກ​ສະຫວັນ​ແກ່​ພວກເຈົ້າ. ໃຫ້​ທຸກຄົນ​ອອກ​ໄປ​ເກັບ​ອາຫານ​ແຕ່ລະວັນ ແລະ ເກັບ​ເອົາ​ໃຫ້​ພໍ​ສຳລັບ​ວັນ​ນັ້ນ. ເຮົາ​ຈະ​ທົດລອງ​ພວກເຂົາ​ດ້ວຍ​ວິທີ​ນີ້ ແລະ ເບິ່ງ​ວ່າ​ພວກເຂົາ​ຈະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ເຮົາ​ບໍ່. 5ໃນ​ມື້​ທີ​ຫົກ​ໃຫ້​ພວກເຂົາ​ກຽມ​ເກັບ​ເອົາ​ສິ່ງ​ທີ່​ພວກເຂົາ​ນຳ​ເຂົ້າ​ມາ ແລະ ນັ້ນ​ຄື​ໃຫ້​ພວກເຂົາ​ເກັບ​ເອົາ​ຫລາຍ​ກວ່າ​ວັນ​ອື່ນໆ​ສອງ​ເທົ່າ”.
6ດັ່ງນັ້ນ ໂມເຊ ແລະ ອາໂຣນ​ຈຶ່ງ​ເວົ້າ​ຊາວ​ອິດສະຣາເອນ​ທັງໝົດ​ວ່າ: “ໃນ​ຕອນຄ່ຳ​ພວກເຈົ້າ​ຈະ​ຮູ້​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ນຳ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ, 7ແລະ ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ຍິນ​ພວກເຈົ້າ​ຈົ່ມ​ຕໍ່​ວ່າ​ພຣະອົງ. ພວກເຮົາ​ແມ່ນ​ຜູ້ໃດ​ທີ່​ພວກເຈົ້າ​ຈະ​ມາ​ຈົ່ມ​ຕໍ່​ວ່າ​ພວກເຮົາ?” 8ໂມເຊ​ໄດ້​ເວົ້າ​ເໝືອນ​ກັນ​ວ່າ, “ພວກເຈົ້າ​ຈະ​ຮູ້ຈັກ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ໃຫ້​ຊີ້ນ​ແກ່​ພວກເຈົ້າ​ກິນ​ໃນ​ຕອນຄ່ຳ ແລະ ໃຫ້​ເຂົ້າຈີ່​ທັງໝົດ​ທີ່​ພວກເຈົ້າ​ຕ້ອງການ​ໃນ​ຕອນເຊົ້າ, ເພາະ​ວ່າ​ພຣະອົງ​ໄດ້​ຍິນ​ພວກເຈົ້າ​ຈົ່ມ​ຕໍ່​ວ່າ​ພຣະອົງ​ແລ້ວ. ພວກເຮົາ​ແມ່ນ​ຜູ້ໃດ? ພວກເຈົ້າ​ບໍ່​ໄດ້​ຈົ່ມ​ຕໍ່​ວ່າ​ພວກເຮົາ, ແຕ່​ຈົ່ມ​ຕໍ່​ວ່າ​ພຣະເຈົ້າຢາເວ”.
9ແລ້ວ​ໂມເຊ​ໄດ້​ບອກ​ອາໂຣນ​ວ່າ, “ຈົ່ງ​ເວົ້າ​ກັບ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ, ‘ຈົ່ງ​ເຂົ້າ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ, ເພາະ​ພຣະອົງ​ໄດ້​ຍິນ​ສຽງ​ຈົ່ມ​ຂອງ​ພວກເຈົ້າ​ແລ້ວ’ ”.
10ໃນ​ຂະນະ​ທີ່​ອາໂຣນ​ກຳລັງ​ເວົ້າ​ກັບ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຢູ່​ນັ້ນ, ພວກເຂົາ​ເບິ່ງ​ໄປ​ທາງ​ຖິ່ນກັນດານ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ໃນ​ເມກ.
11ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 12“ເຮົາ​ໄດ້ຍິນ​ຄຳ​ຈົ່ມ​ຂອງ​ຊາວ​ອິດສະຣາເອນ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ຕອນຄ່ຳ​ນີ້​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ ແລະ ໃນ​ຕອນເຊົ້າ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຂົ້າຈີ່. ແລ້ວ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ’ ”.
13ໃນ​ຕອນແລງ​ຂອງ​ວັນ​ນັ້ນ ກໍ​ມີ​ນົກຂຸ້ມ​ບິນ​ມາ ແລະ ຫຸ້ມ​ເຕັມ​ຄ້າຍພັກ ແລະ ໃນ​ຕອນເຊົ້າ​ກໍ​ມີ​ນໍ້າໝອກ​ປົກຫຸ້ມ​ຢູ່​ອ້ອມ​ຄ້າຍພັກ. 14ເມື່ອ​ນ້ຳໝອກ​ຫາຍ​ໄປ​ແລ້ວ, ກໍ​ມີ​ແຜ່ນ​ບາງໆ​ເໝືອນ​ນ້ຳໝອກ​ແຂງ​ຢູ່​ເທິງ​ພື້ນດິນ​ໄດ້​ປາກົດ​ຂຶ້ນ​ຕາມ​ພື້ນດິນ​ຂອງ​ຖິ່ນກັນດານ. 15ເມື່ອ​ຊາວ​ອິດສະຣາເອນ​ເຫັນ​ສິ່ງ​ນັ້ນ​ແລ້ວ, ພວກເຂົາ​ກໍ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ແມ່ນ​ຫຍັງ?” ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ສິ່ງ​ນັ້ນ​ແມ່ນຫຍັງ.
ໂມເຊ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ນີ້​ແມ່ນ​ເຂົ້າຈີ່​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ພວກເຈົ້າ​ເພື່ອ​ກິນ. 16ນີ້​ແມ່ນ​ສິ່ງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື: ‘ທຸກຄົນ​ຈະ​ຕ້ອງ​ເກັບ​ເອົາ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ໃຫ້​ແຕ່ລະຄົນ​ທີ່​ຢູ່​ໃນ​ເຕັນ​ຂອງ​ພວກເຈົ້າ​ເກັບ​ເອົາ​ໜຶ່ງ​ໂອເມີ#16:16 ຫລື ອາດ​ເປັນໄປໄດ້​ປະມານ 3 ພາວ ຫລື 1,4 ກິໂລ; ເໝືອນກັນ​ກັບ​ຂໍ້ 18, 32, 33 ແລະ 36.’ ”
17ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເພິ່ນ​ບອກ; ບາງຄົນ​ກໍ​ເກັບເອົາ​ຫລາຍ, ບາງຄົນ​ກໍ​ເກັບ​ເອົາ​ໜ້ອຍ. 18ແລະ ເມື່ອ​ພວກເຂົາ​ຊັ່ງ​ເຂົ້າຈີ່​ນັ້ນ​ດ້ວຍ​ໂອເມີ​ແລ້ວ, ຜູ້​ທີ່​ເກັບ​ເອົາ​ຫລາຍ​ກໍ​ບໍ່​ໄດ້​ຫລາຍ​ເກີນ​ໄປ ແລະ ຜູ້​ທີ່​ເກັບ​ເອົາ​ໜ້ອຍ​ກໍ​ບໍ່​ໄດ້​ໜ້ອຍ​ເກີນ​ໄປ. ແຕ່ລະຄົນ​ເກັບ​ໄດ້​ຫລາຍ​ພໍດີ​ຕາມ​ທີ່​ຕົນ​ຕ້ອງການ.
19ແລ້ວ​ໂມເຊ​ຈຶ່ງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເກັບ​ເຂົ້າຈີ່​ເຫລົ່ານີ້​ໄວ້​ຈົນ​ເຖິງ​ມື້​ອື່ນ​ເຊົ້າ”.
20ເຖິງ​ຢ່າງ​ໃດ​ກໍ​ຕາມ ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ບໍ່​ເຊື່ອຟັງ​ໂມເຊ; ພວກເຂົາ​ໄດ້​ເກັບ​ເຂົ້າຈີ່​ບາງສ່ວນ​ໄວ້​ຈົນ​ເຖິງ​ມື້​ເຊົ້າ, ແຕ່​ເຂົ້າຈີ່​ນັ້ນ​ກໍ​ເຕັມ​ດ້ວຍ​ໜອນ ແລະ ເລີ່ມ​ມີ​ກິ່ນເໝັນ. ດັ່ງນັ້ນ ໂມເຊ​ຈຶ່ງ​ໃຈຮ້າຍ​ໃຫ້​ພວກເຂົາ.
21ທຸກ​ເຊົ້າ ທຸກຄົນ​ໄດ້​ເກັບ​ເອົາ​ຫລາຍ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ ແລະ ເມື່ອ​ແດດ​ຮ້ອນ​ຂຶ້ນ, ເຂົ້າຈີ່​ນັ້ນ​ກໍ​ລະລາຍ​ຫາຍ​ໄປ. 22ໃນ​ວັນ​ທີ​ຫົກ ພວກເຂົາ​ໄດ້​ເກັບ​ເອົາ​ໄວ້​ສອງ​ເທົ່າ​ຫລາຍ​ກວ່າ​ວັນ​ອື່ນໆ​ຄື ຄົນ​ລະ​ສອງ​ໂອເມີ#16:22 ນັ້ນ​ຄື, ເປັນໄປໄດ້​ປະມານ 6 ພາວ ຫລື ປະມານ 2,8 ກິໂລ ແລະ ບັນດາ​ຫົວໜ້າ​ຂອງ​ຊຸມຊົນ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ຕໍ່​ໂມເຊ. 23ເພິ່ນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື: ‘ໃຫ້​ມື້​ອື່ນ​ເປັນ​ວັນ​ພັກຜ່ອນ​ຄື​ວັນສະບາໂຕ, ວັນຊະບາໂຕ​ອັນ​ບໍລິສຸດ​ແກ່​ພຣະເຈົ້າຢາເວ. ດັ່ງນັ້ນ ຈົ່ງ​ປິ້ງ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ຢາກ​ປິ້ງ ຫລື ຕົ້ມ​ສິ່ງ​ພວກເຈົ້າ​ຕ້ອງການ​ຢາກ​ຕົ້ມ. ຈົ່ງ​ເກັບ​ສ່ວນ​ທີ່​ເຫລືອ ແລະ ຮັກສາ​ໄວ້​ຈົນ​ເຖິງ​ມື້​ເຊົ້າ’ ”.
24ດັ່ງນັ້ນ ພວກເຂົາ​ຈຶ່ງ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ຈົນ​ເຖິງ​ມື້​ເຊົ້າ​ຕາມ​ທີ່​ໂມເຊ​ສັ່ງ​ໄວ້ ແລະ ເຂົ້າຈີ່​ນັ້ນ​ກໍ​ບໍ່​ມີ​ກິ່ນເໝັນ ຫລື ບໍ່​ມີ​ໜອນ​ຢູ່​ໃນ​ນັ້ນ. 25ໂມເຊ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ເຂົ້າຈີ່​ສຳລັບ​ວັນ​ນີ້, ເພາະ​ວັນ​ນີ້​ເປັນ​ວັນຊະບາໂຕ​ແກ່​ພຣະເຈົ້າຢາເວ. ພວກເຈົ້າ​ຈະ​ບໍ່​ພົບ​ເຂົ້າຈີ່​ໃດ​ຕາມ​ພື້ນດິນ​ໃນ​ວັນ​ນີ້. 26ຕະຫລອດ​ຫົກ​ວັນ​ພວກເຈົ້າ​ຈົ່ງ​ເກັບ​ເອົາ​ເຂົ້າຈີ່​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ເປັນ​ວັນຊະບາໂຕ, ຈະ​ບໍ່​ມີ​ອາຫານ​ໃຫ້​ເກັບ”.
27ເຖິງ​ປານ​ນັ້ນ, ຍັງ​ມີ​ບາງຄົນ​ອອກ​ໄປ​ເກັບ​ເອົາ​ເຂົ້າຈີ່​ໃນ​ວັນ​ທີ​ເຈັດ, ແຕ່​ພວກເຂົາ​ກໍ​ບໍ່​ພົບ​ຫຍັງ​ເລີຍ. 28ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ພວກເຈົ້າ​ຈະ​ປະຕິເສດ​ທີ່​ຈະ​ຖື​ຮັກສາ​ຄຳສັ່ງ ແລະ ຄຳແນະນຳ​ຂອງ​ເຮົາ​ໄປ​ອີກ​ດົນປານໃດ? 29ຈົ່ງ​ຈົດຈໍາ​ໃສ່​ໃຈ​ໄວ້​ວ່າ​ພຣະເຈົ້າຢາເວ​ໄດ້​ໃຫ້​ວັນຊະບາໂຕ​ນີ້​ໄວ້​ສຳລັບ​ພວກເຈົ້າ; ດ້ວຍ​ເຫດ​ນີ້​ໃນ​ວັນ​ທີ​ຫົກ​ພຣະອົງ​ຈຶ່ງ​ໃຫ້​ເຂົ້າຈີ່​ແກ່​ພວກເຈົ້າ​ສຳລັບ​ສອງ​ວັນ. ໃນ​ວັນ​ທີ​ເຈັດ​ທຸກຄົນ​ຕ້ອງ​ຢູ່​ໃນ​ທີ່​ພັກ​ຂອງ​ຕົນ; ຢ່າ​ໃຫ້​ຜູ້ໃດ​ອອກ​ໄປ”. 30ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ຢຸດພັກ​ໃນ​ວັນ​ທີ​ເຈັດ.
31ປະຊາຊົນ​ອິດສະຣາເອນ​ເອີ້ນ​ເຂົ້າຈີ່​ນັ້ນ​ວ່າ​ມານາ.#16:31 ມານາ​ໃນ​ພາສາ​ເຮັບເຣີ​ມີ​ສຽງ​ຄ້າຍ​ກັບ​ຄຳ​ວ່າ, ສິ່ງ​ນີ້​ແມ່ນ​ຫຍັງ? (ເບິ່ງ​ຂໍ້ 15) ມານາ​ມີ​ສີ​ຂາວ​ເໝືອນ​ແກ່ນ​ຫອມປ້ອມ ແລະ ມີ​ລົດຊາດ​ເໝືອນ​ເຂົ້າຈີ່​ແຜ່ນ​ປະສົມ​ນ້ຳເຜິ້ງ. 32ໂມເຊ​ກ່າວ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື: ‘ໃຫ້​ເກັບ​ມານາ​ນີ້​ໄວ້​ໜຶ່ງ​ໂອເມີ ແລະ ເກັບ​ຮັກສາ​ໄວ້​ສຳລັບ​ຄົນ​ລຸ້ນ​ຫລັງ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ເຂົ້າຈີ່​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກິນ​ໃນ​ຖິ່ນກັນດານ​ເມື່ອ​ເຮົາ​ນຳ​ເອົາ​ພວກເຈົ້າ​ອອກມາ​ຈາກ​ເອຢິບ’ ”.
33ດັ່ງນັ້ນ ໂມເຊ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ: “ຈົ່ງ​ເອົາ​ໄຫ​ມາ​ແລ້ວ​ເອົາ​ມານາ​ໜຶ່ງ​ໂອເມີ​ໃສ່​ໄວ້​ໃນ​ໄຫ​ນັ້ນ. ແລ້ວ​ວາງ​ໄຫ​ນັ້ນ​ໄວ້​ຕໍ່ໜ້າ​ພຣະເຈົ້າຢາເວ​ເພື່ອ​ເກັບ​ຮັກສາ​ໄວ້​ໃຫ້​ຄົນ​ລຸ້ນ​ຫລັງ”.
34ອາໂຣນ​ໄດ້​ວາງ​ມານາ​ໄວ້​ກັບ​ແຜ່ນຫີນ​ທີ່​ຈາລຶກ​ກົດບັນຍັດ​ສິບ​ປະການ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້, ເພື່ອ​ວ່າ​ຈະ​ໄດ້​ເກັບ​ຮັກສາ​ມານາ​ນັ້ນ​ໄວ້. 35ຊາວ​ອິດສະຣາເອນ​ໄດ້​ກິນ​ມານາ​ເປັນ​ອາຫານ​ສີ່ສິບ​ປີ, ຈົນ​ພວກເຂົາ​ໄດ້​ມາ​ເຖິງ​ດິນແດນ​ທີ່​ໄດ້​ຕັ້ງຖິ່ນຖານ​ຢູ່; ພວກເຂົາ​ໄດ້​ກິນ​ມານາ​ຈົນ​ພວກເຂົາ​ໄປ​ເຖິງ​ເຂດແດນ​ຂອງ​ການາອານ.
36(ໜຶ່ງ​ໂອເມີ​ເທົ່າ​ກັບ​ໜຶ່ງ​ສ່ວນ​ສິບ​ຂອງ​ໜຶ່ງ​ເອຟາ.)

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in