ຊາວອິດສະຣາເອນໄດ້ເວົ້າຕໍ່ພວກເພິ່ນວ່າ, “ພວກເຮົາຄວນຕາຍດ້ວຍມືຂອງພຣະເຈົ້າຢາເວຢູ່ໃນເອຢິບແລ້ວ! ຢູ່ທີ່ນັ້ນພວກເຮົາໄດ້ນັ່ງອ້ອມໝໍ້ຊີ້ນ ແລະ ໄດ້ກິນອາຫານທັງໝົດທີ່ພວກເຮົາຕ້ອງການ, ແຕ່ພວກທ່ານໄດ້ພາພວກເຮົາອອກມາສູ່ຖິ່ນກັນດານນີ້ ເພື່ອໃຫ້ຊຸມຊົນທັງໝົດອຶດຫີວຕາຍ”.
ແລ້ວພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ເຮົາຈະເຮັດໃຫ້ອາຫານຕົກລົງມາຈາກສະຫວັນແກ່ພວກເຈົ້າ. ໃຫ້ທຸກຄົນອອກໄປເກັບອາຫານແຕ່ລະວັນ ແລະ ເກັບເອົາໃຫ້ພໍສຳລັບວັນນັ້ນ. ເຮົາຈະທົດລອງພວກເຂົາດ້ວຍວິທີນີ້ ແລະ ເບິ່ງວ່າພວກເຂົາຈະປະຕິບັດຕາມຄຳແນະນຳຂອງເຮົາບໍ່.