ອົບພະຍົບ 15
15
ບົດເພງຂອງໂມເຊ ແລະ ມີຣີອາມ
1ຫລັງຈາກນັ້ນ ໂມເຊ ແລະ ຊາວອິດສະຣາເອນຈຶ່ງຮ້ອງເພງນີ້ໃຫ້ແກ່ພຣະເຈົ້າຢາເວວ່າ:
“ຂ້ານ້ອຍຈະຮ້ອງເພງໃຫ້ແກ່ພຣະເຈົ້າຢາເວ
ເພາະພຣະອົງເປັນທີ່ຍົກຍ້ອງສູງສຸດ.
ພຣະອົງໄດ້ໂຍນທັງມ້າ ແລະ ຄົນຂີ່ມ້າ
ລົງໃນທະເລ.
2“ພຣະເຈົ້າຢາເວເປັນກຳລັງ ແລະ ເປັນການປົກປ້ອງຂອງຂ້ານ້ອຍ;#15:2 ເປັນບົດເພງຂອງຂ້ານ້ອຍ
ພຣະອົງໄດ້ກາຍເປັນຄວາມພົ້ນຂອງຂ້ານ້ອຍ.
ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຂ້ານ້ອຍຈະສັນລະເສີນພຣະອົງ,
ເປັນພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຍົກຍ້ອງພຣະອົງ.
3ພຣະເຈົ້າຢາເວເປັນນັກຮົບ;
ພຣະເຈົ້າຢາເວແມ່ນນາມຂອງພຣະອົງ.
4ພຣະອົງໂຍນບັນດາລົດມ້າ ແລະ ກອງທັບຂອງຟາໂຣ
ລົງໃນທະເລ.
ນາຍທະຫານທີ່ດີທີ່ສຸດຂອງຟາໂຣ
ກໍໄດ້ຈົມລົງໃນທະເລແດງ.#15:4 ທະເລໄມ້ອໍ້ ຢູ່ໃນຂໍ້ 22 ກໍເໝືອນກັນ
5ນ້ຳເລິກໄດ້ຖ້ວມພວກເຂົາ;
ພວກເຂົາຈົມລົງໄປສູ່ບ່ອນເລິກເໝືອນດັ່ງກ້ອນຫີນກ້ອນໜຶ່ງ.
6ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງ
ກໍສະຫງ່າງາມດ້ວຍລິດອຳນາດ.
ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງ
ທຳລາຍສັດຕູແຕກໝຸ່ນໄປ.
7“ດ້ວຍຄວາມສະຫງ່າງາມອັນຍິ່ງໃຫຍ່ຂອງພຣະອົງ
ພຣະອົງໄດ້ໂຍນຜູ້ທີ່ຄັດຄ້ານພຣະອົງລົງ.
ພຣະອົງປ່ອຍຄວາມໂກດຮ້າຍອັນລຸກໄໝ້ຂອງພຣະອົງ; ຄວາມໂກດຮ້າຍນັ້ນ
ເຜົາໄໝ້ພວກເຂົາເໝືອນດັ່ງເຜົາໄໝ້ເຟືອງ.
8ໂດຍລົມຫາຍໃຈທີ່ອອກມາຈາກດັງຂອງພຣະອົງ
ນ້ຳກໍໂຮມກັນຂຶ້ນ.
ນໍ້າທີ່ໄຫລຊັດຕັ້ງຂຶ້ນເໝືອນດັ່ງກຳແພງ;
ນ້ຳເລິກຕັ້ງຂຶ້ນຢູ່ທີ່ໃຈກາງຂອງທະເລ.
9ສັດຕູໄດ້ອວດອ້າງວ່າ,
‘ເຮົາຈະໄລ່ຕາມ ແລະ ເຮົາຈະຕາມພວກເຂົາທັນ.
ເຮົາຈະເອົາເຄື່ອງຂອງທີ່ຢຶດໄດ້ແບ່ງປັນກັນ;
ເຮົາຈະກືນກິນພວກເຂົາ.
ເຮົາຈະຊັກດາບຂອງເຮົາອອກມາ
ແລະ ມືຂອງເຮົາຈະທຳລາຍພວກເຂົາ’.
10ແຕ່ພຣະອົງເປົ່າລົມຫາຍໃຈຂອງພຣະອົງ
ແລະ ທະເລກໍຖ້ວມພວກເຂົາ.
ພວກເຂົາຈົມລົງເໝືອນດັ່ງກ້ອນກົ່ວ
ໃນນ້ຳທີ່ກວ້າງໃຫຍ່.
11ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນ
ມີຜູ້ໃດເປັນເໝືອນພຣະອົງ?
ຜູ້ໃດທີ່ເປັນເໝືອນພຣະອົງ
ຜູ້ງາມສະຫງ່າໃນຄວາມບໍລິສຸດ,
ຜູ້ໜ້າຢໍາເກງໃນສະຫງ່າລາສີ,
ຜູ້ກະທຳການອັດສະຈັນ?
12“ພຣະອົງຢຽດມືຂວາຂອງພຣະອົງອອກ,
ແລະ ແຜ່ນດິນໂລກກໍກືນກິນບັນດາສັດຕູຂອງພຣະອົງ.
13ດ້ວຍຄວາມຮັກໝັ້ນຄົງຂອງພຣະອົງ ພຣະອົງຈະນຳພາ
ປະຊາຊົນທີ່ພຣະອົງໄດ້ໄຖ່ໄວ້.
ດ້ວຍກຳລັງຂອງພຣະອົງ ພຣະອົງຈະນຳພາພວກເຂົາ
ເຂົ້າສູ່ສະຖານທີ່ອັນສັກສິດຂອງພຣະອົງ.
14ປະຊາຊາດທັງຫລາຍຈະໄດ້ຍິນ ແລະ ສັ່ນສະທ້ານ;
ຄວາມທຸກທໍລະມານໃຈຈະຄວບຄຸມປະຊາຊົນຟີລິດສະຕິນ
15ບັນດາຫົວໜ້າຂອງຊາວເອໂດມຈະສັ່ນຢ້ານ,
ບັນດາຜູ້ນຳຂອງຊາວໂມອາບຈະຖືກຈັບຈົນຕົວສັ່ນ,
ປະຊາຊົນ#15:15 ຫລື ບັນດາຜູ້ປົກຄອງຊາວການາອານຈະແຕກກະຈັດກະຈາຍໄປ,
16ຄວາມສະທ້ານຢ້ານກົວ ແລະ ຄວາມຢ້ານແຮງຈະຕົກໃສ່ພວກເຂົາ.
ຂ້າແດ່ພຣະເຈົ້າຢາເວ ໂດຍກຳລັງແຂນຂອງພຣະອົງ
ພວກເຂົາຈະແຂງໄປເໝືອນດັ່ງກ້ອນຫີນ
ຈົນກວ່າປະຊາຊົນຂອງພຣະອົງຈະຜ່ານໄປ,
ຈົນກວ່າປະຊາຊົນທີ່ພຣະອົງໄດ້ຊື້#15:16 ຫລື ໄດ້ສ້າງໄວ້ນັ້ນຈະຜ່ານໄປ.
17ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະນຳພວກເຂົາເຂົ້າມາ ແລະ ຕັ້ງພວກເຂົາໄວ້
ໃສ່ເທິງພູເຂົາທີ່ເປັນມໍລະດົກຂອງພຣະອົງ
ຄືສະຖານທີ່ ເຊິ່ງພຣະອົງສ້າງຂຶ້ນເພື່ອເປັນບ່ອນຢູ່ຂອງພຣະອົງ,
ຂ້າແດ່ພຣະເຈົ້າຢາເວ, ສະຖານນະມັດສະການ ເຊິ່ງມືຂອງພຣະອົງໄດ້ສ້າງຂຶ້ນ.
18“ພຣະເຈົ້າຢາເວຈະປົກຄອງ
ຕະຫລອດໄປເປັນນິດ”.
19ເມື່ອບັນດາມ້າ, ລົດມ້າ ແລະ ທະຫານມ້າ#15:19 ຄົນຂັບລົດມ້າຂອງຟາໂຣໄດ້ລົງໄປໃນທະເລ, ພຣະເຈົ້າຢາເວໄດ້ນຳເອົານໍ້າໃນທະເລໄຫລຄືນຖ້ວມພວກເຂົາ, ແຕ່ຊາວອິດສະຣາເອນພາກັນຍ່າງຜ່ານທະເລເທິງພື້ນດິນແຫ້ງ. 20ແລ້ວຜູ້ທຳນວາຍມີຣີອາມ ເອື້ອຍຂອງອາໂຣນໄດ້ຖືກອງແຊັກໄວ້ໃນມືຂອງນາງ, ແລ້ວບັນດາແມ່ຍິງທັງຫລາຍກໍພາກັນຕິດຕາມນາງໄປດ້ວຍການຕີກອງແຊັກ ແລະ ຟ້ອນລຳ. 21ນາງມີຣີອາມໄດ້ຮ້ອງເພງຕໍ່ພວກເຂົາວ່າ:
“ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ,
ເພາະພຣະອົງເປັນທີ່ຍົກຍ້ອງສູງສຸດ.
ພຣະອົງໄດ້ໂຍນທັງມ້າ
ແລະ ທະຫານມ້າລົງໃນທະເລ”.
ນ້ຳແຫ່ງມາຣາ ແລະ ເອລິມ
22ຫລັງຈາກນັ້ນ ໂມເຊໄດ້ນຳພາຊາວອິດສະຣາເອນອອກຈາກທະເລແດງແລ້ວພວກເຂົາກໍເຂົ້າໄປໃນຖິ່ນກັນດານຊູເຣ. ຕະຫລອດສາມວັນທີ່ເດີນທາງໃນຖິ່ນກັນດານພວກເຂົາບໍ່ພົບນ້ຳເລີຍ. 23ເມື່ອພວກເຂົາມາເຖິງມາຣາ, ພວກເຂົາບໍ່ສາມາດດື່ມນ້ຳນັ້ນໄດ້ເພາະນ້ຳນັ້ນຂົມ. (ດ້ວຍເຫດນີ້ ບ່ອນນີ້ຈຶ່ງມີຊື່ວ່າມາຣາ#15:23 ແປວ່າ ຂົມ). 24ດັ່ງນັ້ນ ປະຊາຊົນຈຶ່ງຈົ່ມຕໍ່ໂມເຊ ໂດຍເວົ້າວ່າ: “ຈະໃຫ້ພວກເຮົາດື່ມຫຍັງ?”
25ແລ້ວໂມເຊຈຶ່ງຮ້ອງຫາພຣະເຈົ້າຢາເວ ແລ້ວພຣະເຈົ້າຢາເວຈຶ່ງໄດ້ສະແດງໃຫ້ເພິ່ນເຫັນໄມ້ທ່ອນໜຶ່ງ. ເພິ່ນໄດ້ຖິ້ມໄມ້ນັ້ນລົງໄປໃນນ້ຳ, ແລ້ວນ້ຳນັ້ນກໍພໍຈະດື່ມໄດ້.
ພຣະເຈົ້າຢາເວໄດ້ອອກກົດລະບຽບ ແລະ ຄຳແນະນໍາໃຫ້ແກ່ພວກເຂົາ ແລະ ທົດສອບພວກເຂົາ. 26ພຣະອົງເວົ້າວ່າ, “ຖ້າພວກເຈົ້າຕັ້ງໃຈຟັງສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະອົງ, ຖ້າພວກເຈົ້າເອົາໃຈໃສ່ຕໍ່ຄໍາສັ່ງຂອງພຣະອົງ ແລະ ຮັກສາຂໍ້ຄຳສັ່ງທັງໝົດຂອງພຣະອົງ, ເຮົາຈະບໍ່ນໍາເອົາພະຍາດໃດມາໃສ່ພວກເຈົ້າເໝືອນດັ່ງທີ່ເຮົາໄດ້ນໍາເອົາມາໃສ່ຊາວເອຢິບ, ເພາະວ່າເຮົາແມ່ນພຣະເຈົ້າຢາເວຜູ້ຮັກສາພວກເຈົ້າ”.
27ແລ້ວພວກເຂົາກໍມາເຖິງເອລິມ, ບ່ອນທີ່ມີນໍ້າພຸສິບສອງແຫ່ງ ແລະ ຕົ້ນປາມເຈັດສິບຕົ້ນ, ແລ້ວພວກເຂົາຈຶ່ງຕັ້ງຄ້າຍພັກໃກ້ກັບແຄມນ້ຳນັ້ນ.
Currently Selected:
ອົບພະຍົບ 15: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.