YouVersion Logo
Search Icon

ອົບພະຍົບ 11

11
ໄພພິບັດ​ມາ​ເຖິງ​ລູກຊາຍ​ກົກ
1ບັດນີ້ ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເຮົາ​ຈະ​ນຳ​ເອົາ​ໄພພິບັດ​ອີກ​ຢ່າງ​ໜຶ່ງ​ມາ​ສູ່​ຟາໂຣ ແລະ ເອຢິບ. ຫລັງຈາກນັ້ນ ລາວ​ຈະ​ຍອມ​ປ່ອຍ​ພວກເຈົ້າ​ໄປ​ຈາກ​ທີ່​ນີ້ ແລະ ເມື່ອ​ລາວ​ປ່ອຍ​ພວກເຈົ້າ​ນັ້ນ, ລາວ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ຈົນ​ໝົດ. 2ຈົ່ງ​ບອກ​ປະຊາຊົນ​ທັງ​ຊາຍ ແລະ ຍິງ​ໃຫ້​ຕຽມ​ຂໍ​ເອົາ​ເຄື່ອງ​ເງິນ ແລະ ເຄື່ອງ​ຄຳ​ຈາກ​ເພື່ອນບ້ານ​ຂອງ​ພວກເຂົາ”. 3(ພຣະເຈົ້າຢາເວ​ເຮັດ​ໃຫ້​ຊາວ​ເອຢິບ​ເປັນ​ທີ່​ພໍໃຈ​ຕໍ່​ປະຊາຊົນ ແລະ ໂມເຊ​ເອງ​ກໍ​ເປັນ​ທີ່​ນັບຖື​ຢ່າງ​ສູງ ໂດຍ​ຂ້າລາຊະການ​ຂອງ​ຟາໂຣ ແລະ ໂດຍ​ປະຊາຊົນ​ໃນ​ເອຢິບ).
4ດັ່ງນັ້ນ ໂມເຊ​ຈຶ່ງ​ກ່າວ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ​ຄື: ‘ປະມານ​ທ່ຽງຄືນ​ເຮົາ​ຈະ​ໄປ​ທົ່ວ​ເອຢິບ. 5ລູກຊາຍ​ກົກ​ທຸກຄົນ​ໃນ​ເອຢິບ​ຈະ​ຕາຍ, ຕັ້ງແຕ່​ລູກຊາຍ​ກົກ​ຂອງ​ຟາໂຣ, ຜູ້​ນັ່ງ​ເທິງ​ບັນລັງ ຈົນ​ເຖິງ​ລູກຊາຍ​ກົກ​ຂອງ​ຂ້າທາດ​ຍິງ ຜູ້​ໂມ້ແປ້ງ ແລະ ລູກງົວ​ຫົວປີ​ທັງໝົດ​ດ້ວຍ. 6ຈະ​ມີ​ສຽງ​ຮ້ອງ​ຄ່ຳຄວນ​ດັງ​ທົ່ວ​ເອຢິບ​ຢ່າງ​ໜັກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ຈະ​ບໍ່​ມີ​ອີກ​ຈັກ​ເທື່ອ. 7ແຕ່​ຢູ່​ທ່າມກາງ​ຊາວ​ອິດສະຣາເອນ​ບໍ່​ມີ​ໝາ​ຈະ​ເຫົ່າ​ໃສ່​ຄົນ ຫລື ສັດ’. ແລ້ວ​ທ່ານ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ເຮັດ​ໃຫ້​ມີ​ຄວາມແຕກຕ່າງ​ລະຫວ່າງ​ເອຢິບ ແລະ ອິດສະຣາເອນ. 8ບັນດາ​ຂ້າລາຊະການ​ຂອງ​ທ່ານ​ທັງໝົດ​ເຫລົ່ານີ້​ຈະ​ມາ​ຫາ​ຂ້ານ້ອຍ ແລະ ກົ້ມ​ລົງ​ຕໍ່ໜ້າ​ຂ້ານ້ອຍ ແລະ ເວົ້າ​ວ່າ, ‘ຂໍ​ໃຫ້​ທ່ານ ແລະ ປະຊາຊົນ​ທັງໝົດ​ທີ່​ຕິດຕາມ​ທ່ານ​ຈົ່ງ​ອອກ​ໄປ!’ ຫລັງຈາກນັ້ນ​ຂ້ານ້ອຍ​ຈຶ່ງ​ຈະ​ໄປ”. ແລ້ວ​ໂມເຊ​ກໍ​ລາ​ຟາໂຣ​ໄປ​ດ້ວຍ​ຄວາມ​ໃຈຮ້າຍ​ທີ່ສຸດ.
9ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຟາໂຣ​ຈະ​ປະຕິເສດ​ທີ່​ຈະ​ຟັງ​ເຈົ້າ ເພື່ອ​ວ່າ​ບັນດາ​ການ​ອັດສະຈັນ​ຂອງ​ເຮົາ​ຈະ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ເອຢິບ”. 10ໂມເຊ ແລະ ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ທັງໝົດ​ເຫລົ່ານີ້​ຕໍ່ໜ້າ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ເຮັດ​ໃຫ້​ໃຈ​ຂອງ​ຟາໂຣ​ແຂງກະດ້າງ ແລະ ຈະ​ບໍ່​ປ່ອຍ​ຊາວ​ອິດສະຣາເອນ​ອອກ​ຈາກ​ປະເທດ​ຂອງ​ເພິ່ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in