YouVersion Logo
Search Icon

ອົບພະຍົບ ຄຳນຳ

ຄຳນຳ
ໜັງສື​ອົບພະຍົບ, ລະບຽບເລວີ ແລະ ຈົດບັນຊີ ສືບຕໍ່​ເລື່ອງລາວ​ເຖິງ​ວິທີ​ທີ່​ພຣະເຈົ້າ​ໄດ້​ສ້າງ​ຊົນຊາດ​ອິດສະຣາເອນ​ຂຶ້ນ​ເພື່ອ​ສະແດງ​ບົດບາດ​ພິເສດ​ຂອງ​ພຣະອົງ​ຕໍ່​ໂລກ​ທັງປວງ. ເມື່ອ​ຊາວ​ອິດສະຣາເອນ​ຍັງ​ເປັນ​ທາດ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ, ພຣະເຈົ້າ​ໄດ້​ມາຫາ​ພວກເຂົາ ແລະ ກະທຳການ​ທີ່​ເຕັມ​ດ້ວຍ​ລິດອຳນາດ​ຜ່ານ​ທາງ​ໂມເຊ​ເພື່ອ​ປົດປ່ອຍ​ພວກເຂົາ. ທີ່​ພູເຂົາ​ຊີນາຍ, ພຣະເຈົ້າ​ໄດ້​ເປີດເຜີຍ​ກົດບັນຍັດ​ຂອງ​ພຣະອົງ​ໃຫ້​ແກ່​ໂມເຊ, ລວມ​ທັງ​ບັນຍັດ​ສິບ​ປະການ ແລະ ຢືນຢັນ​ພັນທະສັນຍາ​ຂອງ​ພຣະອົງ​ກັບ​ຊົນຊາດ​ທີ່​ຍັງ​ໜຸ່ມນ້ອຍ. ອິດສະຣາເອນ​ສ້າງ “ຫໍເຕັນ,” ຂຶ້ນ, ຫລື “ເຕັນນັດພົບ,” ເພື່ອ​ວ່າ​ພຣະເຈົ້າ​ຈະ​ຢູ່​ທ່າມກາງ​ພວກເຂົາ. ແລ້ວ​ປະຊາຊົນ​ກໍ​ເດີນທາງ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ໄປ​ສູ່​ດິນແດນ​ການາອານ.
ຂອບເຂດ​ລະຫວ່າງ​ໜັງສື​ອົບພະຍົບ, ລະບຽບເລວີ ແລະ ຈົດບັນຊີ​ບໍ່​ໄດ້​ຖືກ​ວາດພາບ​ໃຫ້​ເຫັນ​ຢ່າງ​ຊັດເຈນ. ໂຄງສ້າງ​ທີ່​ສຳຄັນ​ທົ່ວ​ໜັງສື​ທັງ​ເຫລັ້ມ​ກ່ຽວຂ້ອງ​ກັບ​ສະຖານທີ່​ຕ່າງໆ​ທີ່​ຊາວ​ອິດສະຣາເອນ​ຢຸດພັກ​ໃນ​ຊ່ວງ​ການ​ເດີນທາງ​ຂອງ​ພວກເຂົາ. ແຕ່ລະ​ສະຖານທີ່​ໄດ້​ຖືກ​ບັນທຶກ​ໄວ້ ແລະ ເຫດການ​ຕ່າງໆ​ໃນ​ແຕ່ລະ​ສະຖານທີ່​ໄດ້​ຖືກ​ອະທິບາຍ​ໄວ້. ສະຖານທີ່​ສຳຄັນ​ແມ່ນ​ພູເຂົາ​ຊີນາຍ; ໃນ​ເຄິ່ງ​ທີ​ສອງ​ຂອງ​ພຣະຄຳ​ອົບພະຍົບ, ໃນ​ລະບຽບເລວີ​ທັງໝົດ ແລະ ໃນ​ການ​ເລີ່ມຕົ້ນ​ຂອງ​ຈົດບັນຊີ​ໄດ້​ອະທິບາຍ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ທີ່ນັ້ນ. ລະບຽບເລວີ​ບັນທຶກ​ສະເພາະເຈາະຈົງ​ກົດບັນຍັດ ແລະ ລະບຽບການ​ຕ່າງໆ​ທີ່ ພຣະເຈົ້າຢາເວ ໄດ້​ມອບ​ໃຫ້​ອິດສະຣາເອນ. ຈົດບັນຊີ​ລາຍງານ​ວິທີ​ການ​ຈັດຕັ້ງ​ປະຊາຊົນ​ເຂົ້າສູ່​ກອງກຳລັງ​ການ​ສູ້ຮົບ ແລະ ການ​ເຄື່ອນຍ້າຍ​ໄປ​ສູ່​ດິນແດນ​ແຫ່ງ​ພັນທະສັນຍາ.
ຈົດບັນຊີ​ທວນຄືນ​ຄວາມຈຳ​ທົ່ວ​ລະບຽບເລວີ ແລະ ອົບພະຍົບ ແລະ ຢ້ຳຄືນ​ປະໂຫຍກ​ທີ່​ເປັນ​ໂຄງສ້າງ​ຂອງ​ປະຖົມມະການ: ນີ້​ແມ່ນ​ເລື່ອງລາວ​ຄອບຄົວ​ຂອງ​ອາໂຣນ ແລະ ໂມເຊ (ຈບຊ 3:1). ພວກເຮົາ​ໄດ້​ຍິນ​ປະໂຫຍກ​ນີ້​ສິບສອງ​ຄັ້ງ​ວ່າ​ສິບສອງ​ເຜົ່າ​ໄດ້​ຖືກ​ຈັດ​ເຂົ້າ​ເປັນ​ຊົນຊາດ​ຢ່າງ​ເໝາະສົມ​ແລ້ວ. ໃກ້​ຕອນ​ທ້າຍ​ຂອງ​ຈົດບັນຊີ ຜູ້ທຳນວາຍ​ບາລາອາມ​ກ່າວ​ແກ່​ອິດສະຣາເອນ​ວ່າ, ຂໍ​ໃຫ້​ບັນດາ​ຜູ້​ທີ່​ອວຍພອນ​ເຈົ້າ​ຈົ່ງ​ໄດ້​ຮັບ​ພອນ ແລະ ບັນດາ​ຜູ້​ທີ່​ສາບແຊ່ງ​ເຈົ້າ​ຈົ່ງ​ໄດ້​ຮັບ​ຄຳສາບແຊ່ງ. ປະໂຫຍກ​ນີ້​ເຮັດ​ໃຫ້​ຫວນຄືນ​ເຖິງ​ຄຳສັນຍາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ອັບຣາຮາມ​ໃນ​ປະຖົມມະການ​ວ່າ, ເຮົາ​ຈະ​ອວຍພອນ​ບັນດາ​ຜູ້​ທີ່​ອວຍພອນ​ເຈົ້າ ແລະ ເຮົາ​ຈະ​ສາບແຊ່ງ​ຜູ້​ທີ່​ສາບແຊ່ງ​ເຈົ້າ. ຂໍ້​ອ້າງອີງ​ເຫລົ່ານີ້​ສະແດງ​ໃຫ້​ເຫັນ​ວ່າ​ໜັງສື​ເຫລົ່ານີ້​ພ້ອມກັນ​ບອກ​ເລື່ອງ​ດຽວກັນ​ເຊິ່ງ​ກ່ຽວກັບ​ການ​ເລີ່ມຕົ້ນ​ວຽກງານ​ການໄຖ່​ຂອງ​ພຣະເຈົ້າ​ໃນ​ໂລກ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in