ເອສະເທີ 8
8
ຄຳສັ່ງຂອງກະສັດເພື່ອຊາວຢິວ
1ໃນມື້ດຽວກັນນັ້ນ ກະສັດເຊເຊັດໄດ້ມອບຊັບສົມບັດຂອງຮາມານ ເຊິ່ງເປັນສັດຕູຂອງຊາວຢິວໃຫ້ແກ່ລາຊີນີເອສະເທີ. ແລ້ວມໍເດໄກກໍໄດ້ເຂົ້າມາພົບກະສັດ ເພາະເອສະເທີໄດ້ບອກວ່າມໍເດໄກກ່ຽວຂ້ອງກັບນາງຢ່າງໃດ. 2ກະສັດຈຶ່ງໄດ້ຖອດແຫວນຕາປະທັບຂອງເພິ່ນອອກ ເຊິ່ງເພິ່ນໄດ້ຢຶດເອົາຄືນມາຈາກຮາມານ ແລະ ໄດ້ມອບແຫວນນັ້ນໃຫ້ແກ່ມໍເດໄກ. ແລ້ວເອສະເທີກໍໄດ້ແຕ່ງຕັ້ງລາວໃຫ້ຮັບຜິດຊອບຊັບສົມບັດຂອງຮາມານ.
3ເອສະເທີມາເຂົ້າພົບກະສັດອີກຄັ້ງໜຶ່ງ ໂດຍກາບລົງທີ່ຕີນຂອງເພິ່ນ ແລະ ຮ້ອງໄຫ້. ນາງໄດ້ຂໍຮ້ອງເພິ່ນໃຫ້ຢຸດຕິແຜນການອັນຊົ່ວຮ້າຍຕໍ່ຊາວຢິວຂອງຮາມານຊາວອາກັກ, ເຊິ່ງລາວໄດ້ວາງໄວ້ເພື່ອຕໍ່ສູ້ຊາວຢິວ. 4ກະສັດໄດ້ຍື່ນໄມ້ຄາທາຄຳໃສ່ເອສະເທີ ແລະ ນາງຈຶ່ງລຸກຂຶ້ນ ແລະ ຢືນຢູ່ຕໍ່ໜ້າເພິ່ນ.
5ນາງໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຖ້າເປັນທີ່ພໍໃຈຂອງທ່ານ ແລະ ຖ້າທ່ານພໍໃຈໃນຂ້ານ້ອຍ ແລະ ຄິດເຫັນສົມຄວນທີ່ຈະກະທຳສິ່ງນີ້ ແລະ ຖ້າທ່ານພໍໃຈໃນຂ້ານ້ອຍ, ກໍຂໍໃຫ້ຂຽນຄຳສັ່ງອອກໄປລຶບລ້າງຄຳສັ່ງຂອງຮາມານ ລູກຊາຍຂອງຮາມເມດາທາຊາວອາກັກ ເຊິ່ງໄດ້ວາງແຜນ ແລະ ຂຽນຂຶ້ນເພື່ອທຳລາຍຊາວຢິວໃນທຸກແຂວງຂອງກະສັດ. 6ເພາະຂ້ານ້ອຍຈະທົນເບິ່ງຄວາມຈິບຫາຍທີ່ຕົກໃສ່ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍໄດ້ຢ່າງໃດ? ແລະ ຂ້ານ້ອຍຈະທົນເບິ່ງຄວາມພິນາດຂອງຄອບຄົວຂອງຂ້ານ້ອຍໄດ້ຢ່າງໃດ?”
7ກະສັດເຊເຊັດໄດ້ຕອບລາຊີນີເອສະເທີ ແລະ ມໍເດໄກຄົນຢິວວ່າ, “ເຮົາໄດ້ມອບຊັບສົມບັດຂອງລາວໃຫ້ເອສະເທີແລ້ວ ແລະ ພວກເຂົາກໍໄດ້ແຂວນລາວໄວ້ຢູ່ເທິງເສົາໄມ້ທີ່ໄດ້ລາວຕັ້ງໄວ້ນັ້ນ ເພາະຮາມານໄດ້ໂຈມຕີຊາວຢິວ. 8ບັດນີ້ ຈົ່ງຂຽນດຳລັດອີກສະບັບໜຶ່ງສຳລັບຊາວຢິວທັງໝົດຕາມທີ່ເຈົ້າເຫັນດີທີ່ສຸດ ແລະ ລົງນາມຂອງເຮົາ ແລ້ວປະທັບຕາດ້ວຍແຫວນກາຂອງກະສັດ ເພາະບໍ່ມີເອກະສານໃດທີ່ລົງນາມຂອງກະສັດ ແລະ ປະທັບຕາດ້ວຍແຫວນຂອງກະສັດແລ້ວຈະສາມາດຍົກເລີກໄດ້”.
9ບັນດາເລຂາທິການຂອງກະສັດກໍຖືກເອີ້ນໃຫ້ເຂົ້າມາທັນທີໃນວັນທີຊາວສາມຂອງເດືອນທີສາມ ເຊິ່ງເປັນເດືອນຊີວານ. ພວກເຂົາໄດ້ຂຽນຄຳສັ່ງທັງໝົດຂອງມໍເດໄກໄປເຖິງຊາວຢິວ ແລະ ໄປເຖິງບັນດາເຈົ້າໜ້າທີ່, ຜູ້ວ່າການ ແລະ ບັນດາຂຸນນາງທັງໝົດຂອງ 127 ແຂວງ ຈາກອິນເດຍຈົນໄປເຖິງກູເຊ.#8:9 ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ ຄໍາສັ່ງເຫລົ່ານີ້ໄດ້ຂຽນເປັນພາສາຕ່າງໆຂອງແຕ່ລະແຂວງ ແລະ ເປັນພາສາຂອງແຕ່ລະຄົນ ແລະ ຍັງໄປເຖິງຊາວຢິວເປັນຄໍາເວົ້າ ແລະ ພາສາຂອງພວກເຂົາເອງ. 10ມໍເດໄກໄດ້ຂຽນຂໍ້ຄວາມລົງນາມຂອງກະສັດເຊເຊັດ, ປະທັບຕາດ້ວຍແຫວນກາຂອງກະສັດ ແລະ ໃຫ້ຜູ້ສົ່ງຂ່າວຂີ່ມ້າໂຕໄວທີ່ສຸດທີ່ລ້ຽງໄວ້ສໍາລັບກະສັດໂດຍສະເພາະຖືຈົດໝາຍເຫລົ່ານັ້ນໄປ.
11ຄໍາປະກາດຂອງກະສັດໄດ້ອະນຸຍາດໃຫ້ຊາວຢິວທີ່ຢູ່ໃນທຸກແຂວງມີສິດເຕົ້າໂຮມກັນ ແລະ ປົກປ້ອງຕົນເອງ; ມີສິດທໍາລາຍ, ຂ້າ ແລະ ກອງທະຫານຖືອາວຸດມາຈາກຊົນຊາດໃດ ຫລື ແຂວງໃດກໍຕາມທີ່ຈະມາໂຈມຕີພວກເຂົາ, ແມ່ຍິງ ແລະ ລູກຫລານຂອງພວກເຂົາ ແລະ ສາມາດຢຶດເອົາຊັບສົມບັດຂອງບັນດາສັດຕູຂອງຕົນໄດ້. 12ມື້ທີ່ໄດ້ກຳນົດໄວ້ສຳລັບຂ້າຊາວຢິວໃນທຸກແຂວງຂອງກະສັດເຊເຊັດ ຄືໃນວັນທີສິບສາມຂອງເດືອນທີສິບສອງ ເຊິ່ງເປັນເດືອນອາດາກ. 13ຈົ່ງອັດສໍາເນົາຂໍ້ຄວາມຂອງຄໍາປະກາດອອກເປັນກົດໝາຍໃນທຸກໆແຂວງ ແລະ ປະກາດໃຫ້ແກ່ປະຊາຊົນທຸກຊົນຊາດໄດ້ຮັບຮູ້ ເພື່ອຊາວຢິວຈະໄດ້ຕຽມພ້ອມສຳລັບການແກ້ແຄ້ນສັດຕູຂອງພວກເຂົາໃນວັນນັ້ນ.
14ພວກຜູ້ສົ່ງຂ່າວໄດ້ຂີ່ມ້າຂອງກະສັດອອກໄປ, ຕາມຄຳສັ່ງຂອງກະສັດ ແລະ ຄໍາປະກາດກໍໄດ້ຖືກແຈ້ງອອກໃນປ້ອມປ້ອງກັນຂອງເມືອງຊູຊາ.
ໄຊຊະນະຂອງຊາວຢິວ
15ເມື່ອມໍເດໄກອອກມາຈາກວັງຂອງກະສັດແລ້ວ, ລາວໄດ້ນຸ່ງເຄື່ອງຍົດສີຟ້າ ແລະ ສີຂາວ, ພ້ອມທັງສວມມົງກຸດຄຳ ແລະ ເສື້ອຄຸມຜ້າລິນິນເນື້ອລະອຽດສີມ່ວງ. ແລ້ວຊາວເມືອງຊູຊາກໍໄດ້ຈັດງານລ້ຽງສະຫລອງດ້ວຍຄວາມຊື່ນຊົມຍິນດີ. 16ເພາະນີ້ເປັນເວລາແຫ່ງຄວາມສຸກ ແລະ ຊື່ນຊົມຍິນດີ, ເປັນເວລາແຫ່ງຄວາມດີໃຈ ແລະ ມີກຽດຂອງຊາວຢິວ. 17ເມື່ອຄຳປະກາດຂອງກະສັດໄດ້ອອກໄປທຸກແຂວງ ແລະ ທຸກເມືອງແລ້ວ, ກໍເກີດມີຄວາມຊື່ນຊົມຍິນດີ ແລະ ຄວາມດີໃຈໃນທ່າມກາງຊາວຢິວ, ພ້ອມທັງກິນລ້ຽງ ແລະ ສະຫລອງ. ແລ້ວກໍມີຫລາຍຄົນໃນຊົນຊາດອື່ນໆອີກທີ່ເຂົ້າມາເປັນພວກຢິວ ເພາະຢ້ານຊາວຢິວຢຶດຄອງພວກເຂົາ.
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.