ເອສະເທີ 9
9
1ໃນວັນທີສິບສາມຂອງເດືອນທີສິບສອງຄືເດືອນອາດາກ, ເຊິ່ງເປັນວັນທີ່ຄຳປະກາດຂອງກະສັດໄດ້ມີຜົນບັງຄັບໃຊ້. ໃນວັນນີ້ສັດຕູຂອງຊາວຢິວໄດ້ຫວັງວ່າຈະເອົາຊະນະພວກເຂົາ, ແຕ່ເຫດການພັດກົງກັນຂ້າມກັນ ແລະ ຊາວຢິວກາຍເປັນຝ່າຍໄດ້ປຽບບັນດາຄົນທີ່ກຽດຊັງພວກເຂົາ. 2ຊາວຢິວໄດ້ມາເຕົ້າໂຮມກັນໃນເມືອງຂອງພວກເຂົາ ຢູ່ໃນທຸກແຂວງຂອງກະສັດເຊເຊັດເພື່ອໂຈມຕີບັນດາຜູ້ທີ່ຕັ້ງໃຈຈະທຳລາຍພວກເຂົາ. ບໍ່ມີຜູ້ໃດສາມາດຕໍ່ສູ້ພວກເຂົາໄດ້, ເພາະປະຊາຊົນຂອງຊົນຊາດອື່ນໆທັງໝົດກໍຢ້ານກົວຊາວຢິວ. 3ແລະ ບັນດາຂຸນນາງທັງໝົດຂອງແຂວງຕ່າງໆ, ເຈົ້າໜ້າທີ່, ຜູ້ວ່າການ ແລະ ບັນດາຜູ້ບໍລິຫານທັງຫລາຍຂອງກະສັດ ຕ່າງກໍໄດ້ຊ່ວຍເຫລືອຊາວຢິວ, ເພາະຢ້ານກົວມໍເດໄກຢຶດຄອງພວກເຂົາ. 4ມໍເດໄກມີອຳນາດຫລາຍຢູ່ໃນວັງ ຊື່ສຽງຂອງລາວໄດ້ຊ່າລືໄປທົ່ວທຸກແຂວງ ແລະ ລາວກໍມີອຳນາດຫລາຍຂຶ້ນເລື້ອຍໆ.
5ຊາວຢິວໄດ້ຂ້າສັດຕູຂອງພວກເຂົາທັງໝົດດ້ວຍດາບ, ໂດຍການຂ້າ ແລະ ທໍາລາຍພວກເຂົາ, ແລ້ວພວກເຂົາໄດ້ເຮັດກັບບັນດາຜູ້ທີ່ກຽດຊັງພວກເຂົາຕາມໃຈມັກຂອງຕົນ. 6ຊາວຢິວໄດ້ຂ້າ ແລະ ທຳລາຍສັດຕູຫ້າຮ້ອຍຄົນໃນປ້ອມປ້ອງກັນເມືອງຊູຊາ. 7ພວກເຂົາຍັງໄດ້ຂ້າປາກຊານດາທາ, ດານໂຟນ, ອາຊະປາທາ, 8ໂປລາທາ, ອາດາລີອາ, ອາຣີດາທາ, 9ປາກມາຊະຕາ, ອາຣີໄຊ, ອາຣີໄດ ແລະ ໄວຊາທາ. 10ເຊິ່ງເປັນລູກຊາຍສິບຄົນຂອງຮາມານລູກຊາຍຂອງຮາມເມດາທາ, ຜູ້ທີ່ເປັນສັດຕູຂອງຊາວຢິວ. ແຕ່ຊາວຢິວບໍ່ໄດ້ຢຶດເອົາສິ່ງຂອງໃດໆເລີຍຂອງພວກເຂົາ.
11ໃນມື້ດຽວກັນນັ້ນ ມີຜູ້ລາຍງານຈຳນວນຄົນທີ່ຖືກຂ້າໃນປ້ອມປ້ອງກັນເມືອງຊູຊາແກ່ກະສັດ. 12ກະສັດໄດ້ເວົ້າກັບລາຊີນີເອສະເທີວ່າ, “ຊາວຢິວໄດ້ຂ້າ ແລະ ທຳລາຍຄົນເປັນຈໍານວນຫ້າຮ້ອຍຄົນ ແລະ ລູກຊາຍສິບຄົນຂອງຮາມານຢູ່ໃນປ້ອມປ້ອງກັນເມືອງຊູຊານີ້. ພວກເຂົາໄດ້ເຮັດຫຍັງໃນແຂວງອື່ນໆຂອງເຮົາ? ບັດນີ້ ຄຳອ້ອນວອນຂອງເຈົ້າແມ່ນອັນໃດ? ເຮົາຈະມອບໃຫ້ເຈົ້າ. ຄຳຂໍຂອງເຈົ້າແມ່ນອັນໃດ? ກໍຈະໃຫ້ເຈົ້າໄດ້ເໝືອນກັນ”.
13ເອສະເທີໄດ້ຕອບວ່າ, “ຂ້າແດ່ກະສັດ ຖ້າທ່ານພໍໃຈ, ຂໍອະນຸຍາດໃຫ້ຊາວຢິວໃນເມືອງຊູຊານີ້ເຮັດຕາມຄໍາປະກາດໃນວັນນີ້ ແລະ ໃນມື້ອື່ນເໝືອນກັນ ແລະ ຂໍໃຫ້ແຂວນຄໍລູກຊາຍສິບຄົນຂອງຮາມານຢູ່ເທິງເສົາໄມ້”.
14ດັ່ງນັ້ນ ກະສັດຈຶ່ງໄດ້ສັ່ງໃຫ້ປະຕິບັດຕາມນີ້. ຄຳປະກາດກໍຖືກນຳອອກໃຊ້ຢູ່ທີ່ເມືອງຊູຊາ ແລະ ພວກເຂົາກໍໄດ້ແຂວນຄໍລູກຊາຍສິບຄົນຂອງຮາມານ. 15ໃນວັນທີສິບສີ່ຂອງເດືອນອາດາກ ຊາວຢິວທີ່ຢູ່ໃນເມືອງຊູຊາກໍໄດ້ມາເຕົ້າໂຮມກັນອີກ ແລະ ພວກເຂົາໄດ້ຂ້າສັດຕູທີ່ຢູ່ໃນເມືອງຊູຊາເປັນຈໍານວນສາມຮ້ອຍຄົນ, ແຕ່ພວກເຂົາບໍ່ໄດ້ລົງມືຢຶດເອົາຫຍັງເລີຍ.
16ໃນຂະນະດຽວກັນນັ້ນ, ຊາວຢິວອື່ນໆທີ່ຢູ່ແຂວງຕ່າງໆຂອງກະສັດກໍຍັງເຕົ້າໂຮມກັນເພື່ອປົກປ້ອງຕົນເອງ ແລະ ບັນເທົາຈາກສັດຕູທັງຫລາຍຂອງພວກເຂົາ. ພວກເຂົາໄດ້ຂ້າສັດຕູເປັນຈໍານວນເຈັດສິບຫ້າພັນຄົນ ແຕ່ບໍ່ໄດ້ລົງມືຢຶດເອົາຫຍັງເລີຍ. 17ເຫດການນີ້ໄດ້ເກີດຂຶ້ນໃນວັນທີສິບສາມເດືອນອາດາກ ແລະ ໃນວັນທີສິບສີ່ພວກເຂົາກໍໄດ້ຢຸດພັກຜ່ອນ ແລະ ໄດ້ຕັ້ງວັນນັ້ນເປັນວັນຈັດງານກິນລ້ຽງສະຫລອງ ແລະ ເປັນວັນແຫ່ງຄວາມຊື່ນຊົມຍິນດີ.
18ເຖິງຢ່າງໃດກໍຕາມ, ຊາວຢິວທີ່ຢູ່ໃນເມືອງຊູຊາກໍໄດ້ພາກັນມາເຕົ້າໂຮມກັນໃນວັນທີສິບສາມ ແລະ ວັນທີສິບສີ່, ແລ້ວໃນວັນທີສິບຫ້າພວກເຂົາກໍໄດ້ຢຸດພັກຜ່ອນ ແລະ ໄດ້ຕັ້ງວັນນັ້ນເປັນວັນຈັດງານກິນລ້ຽງສະຫລອງ ແລະ ວັນແຫ່ງຄວາມຊື່ນຊົມຍິນດີ.
19ດ້ວຍເຫດນີ້ຊາວຢິວທີ່ອາໄສຢູ່ໃນໝູ່ບ້ານຕ່າງໆ ກໍໄດ້ພາກັນຖືເອົາວັນທີສິບສີ່ຂອງເດືອນອາດາກເປັນວັນຈັດງານກິນລ້ຽງສະຫລອງ ແລະ ວັນແຫ່ງຄວາມຊື່ນຊົມຍິນດີ, ເປັນວັນມອບຂອງຂັວນໃຫ້ກັນ.
ການຈັດຕັ້ງເທດສະການປູຣິມ
20ມໍເດໄກໄດ້ບັນທຶກເຫດການເຫລົ່ານີ້ໄວ້ ແລະ ລາວກໍໄດ້ສົ່ງຈົດໝາຍໄປເຖິງຊາວຢິວທັງໝົດທົ່ວທຸກແຂວງຂອງກະສັດເຊເຊັດ ທັງຢູ່ໃກ້ ແລະ ຢູ່ໄກ, 21ເພື່ອໃຫ້ພວກເຂົາຈັດງານກິນລ້ຽງສະຫລອງປະຈຳປີໃນວັນທີສິບສີ່ ແລະ ສິບຫ້າຂອງເດືອນອາດາກ 22ເປັນເວລາທີ່ຊາວຢິວພົ້ນຈາກບັນດາສັດຕູຂອງພວກເຂົາ, ເປັນເດືອນທີ່ຄວາມໂສກເສົ້າຂອງພວກເຂົາກາຍເປັນວັນແຫ່ງຄວາມຊື່ນຊົມຍິນດີ ແລະ ການໄວ້ທຸກຂອງພວກເຂົາກາຍເປັນວັນແຫ່ງການສະເຫລີມສະຫລອງ. ລາວໄດ້ຂຽນຄຳສັ່ງໄປໃຫ້ຖືເອົາວັນນັ້ນເປັນວັນກິນລ້ຽງສະຫລອງ ແລະ ຊື່ນຊົມຍິນດີ ພ້ອມກັບມອບອາຫານໃຫ້ແກ່ກັນ ແລະ ມອບຂອງຂວັນໃຫ້ແກ່ຄົນທຸກຍາກ.
23ດັ່ງນັ້ນ ຊາວຢິວຈຶ່ງໄດ້ເຫັນດີກັນທີ່ຈະຢຶດຖືການສະຫລອງຕໍ່ໄປຕາມທີ່ພວກເຂົາໄດ້ເຮັດມາ, ປະຕິບັດຕາມທີ່ມໍເດໄກໄດ້ຂຽນຫາພວກເຂົາ. 24ດ້ວຍວ່າຮາມານລູກຊາຍຂອງຮາມເມດາທາ, ຊາວອາກັກ, ເຊິ່ງເປັນສັດຕູຂອງຊາວຢິວທັງໝົດໄດ້ວາງແຜນຕໍ່ສູ້ຊາວຢິວເພື່ອຈະທຳລາຍພວກເຂົາ ແລະ ໄດ້ໂຍນປູຣິມ (ຄືການຈັບສະຫລາກ) ເພື່ອກຳນົດເວລາສຳລັບຄວາມຈິບຫາຍ ແລະ ການທຳລາຍລ້າງ. 25ແຕ່ເມື່ອແຜນການນີ້ຮູ້ໄປເຖິງກະສັດ#9:25 ຫລື ເມື່ອເອສະເທີມາເຂົ້າພົບກະສັດ ເພິ່ນກໍໄດ້ຂຽນຄໍາສັ່ງອອກໄປວ່າແຜນການຊົ່ວຮ້າຍທີ່ຮາມານໄດ້ວາງໄວ້ຕໍ່ສູ້ຊາວຢິວນັ້ນຈະຕ້ອງກັບຄືນມາຕົກໃສ່ຫົວຂອງລາວເອງ ແລະ ລາວກັບບັນດາລູກຊາຍຂອງລາວຕ້ອງຖືກແຂວນຄໍຢູ່ເທິງເສົາໄມ້. 26(ເຫດສະນັ້ນ ວັນເຫລົ່ານີ້ຈຶ່ງໄດ້ເອີ້ນວ່າປູຣິມ, ເຊິ່ງມາຈາກຄຳວ່າ “ປູຣິມ”) ເພາະທຸກສິ່ງທີ່ຂຽນໄວ້ໃນຈົດໝາຍນີ້ ແລະ ເພາະສິ່ງທີ່ພວກເຂົາໄດ້ເຫັນ ແລະ ໄດ້ເກີດຂຶ້ນກັບພວກເຂົາ, 27ຊາວຢິວຈຶ່ງໄດ້ຖືເອົາວັນນັ້ນເພື່ອຕັ້ງໃຫ້ເປັນປະເພນີຂຶ້ນທີ່ພວກເຂົາ ແລະ ເຊື້ອສາຍຂອງພວກເຂົາ ແລະ ທຸກຄົນທີ່ມາເຂົ້າມາເປັນພວກເຂົາຈະສະຫລອງສອງວັນນີ້, ຕາມວິທີ ແລະ ຕາມເວລາທີ່ໄດ້ກໍານົດໄວ້ໃນທຸກປີບໍ່ໃຫ້ຂາດ. 28ວັນເຫລົ່ານີ້ຈະເປັນວັນທີ່ຈົດຈຳໄວ້ ແລະ ຢຶດຖືກັນຕະຫລອດໄປທຸກຊົ່ວອາຍຸຄົນ, ທຸກຄອບຄົວ, ທຸກແຂວງ ແລະ ທຸກເມືອງ ແລະ ຊາວຢິວຈະຕ້ອງສະຫລອງເທດສະການປູຣິມສອງວັນນີ້ ເພື່ອເປັນອານຸສອນຕະຫລອດໄປຈົນເຖິງຊົ່ວລູກຫລານຂອງພວກເຂົາ.
29ດັ່ງນັ້ນ ລາຊີນີເອສະເທີ ລູກສາວຂອງອາບີໄຮພ້ອມກັບມໍເດໄກຊາວຢິວ, ຈຶ່ງໄດ້ຂຽນຈົດໝາຍຮອງຮັບດ້ວຍສິດທິອຳນາດຢ່າງເຕັມທີ່ ເພື່ອຢືນຢັນຈົດໝາຍສະບັບທີສອງນີ້ທີ່ກ່ຽວກັບປູຣິມ. 30ແລ້ວມໍເດໄກກໍໄດ້ສົ່ງຈົດໝາຍໄປເຖິງຊາວຢິວທັງໝົດໃນ 127 ແຂວງຂອງອານາຈັກເຊເຊັດ ເຊິ່ງເປັນຄຳອວຍພອນໃຫ້ຢູ່ດີມີສຸກ ແລະ ໝັ້ນຄົງ 31ເພື່ອຕັ້ງເທດສະການປູຣິມຕາມທີ່ພວກເຂົາໄດ້ກໍານົດໄວ້, ເປັນຄຳສັ່ງຂອງມໍເດໄກຊາວຢິວ ແລະ ເປັນດຳລັດຂອງລາຊີນີເອສະເທີສໍາລັບພວກເຂົາ ແລະ ຊາວຢິວເອງກໍໄດ້ລົງມະຕິກັນໃຫ້ປະເພນີນີ້ເປັນອະນຸສອນສືບທອດໄປຈົນເຖິງລູກຫລານຂອງພວກເຂົາ ໃຫ້ລະນຶກເຖິງຊ່ວງເວລາທີ່ຄົນໝົດຊາດຮ່ວມກັນຖືສິນອົດອາຫານ ແລະ ຄໍ່າຄວນ. 32ຄຳສັ່ງຂອງລາຊີນີເອສະເທີໄດ້ຮັບຮອງເອົາກົດລະບຽບເຫລົ່ານີ້ກ່ຽວກັບປູຣິມ ແລະ ມີບັນທຶກໄວ້ເປັນລາຍລັກອັກສອນ.
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.