Bible App logo
Search Icon

ເອສະເທີ 7

7
ຮາມານ​ຖືກ​ແຂວນ​ຄໍ
1ດັ່ງນັ້ນ ກະສັດ ແລະ ຮາມານ​ກໍ​ໄປ​ງານ​ກິນລ້ຽງ​ຂອງ​ລາຊີນີ​ເອສະເທີ, 2ແລະ ຂະນະ​ທີ່​ພວກເພິ່ນ​ກຳລັງ​ດື່ມ​ເຫລົ້າ​ອະງຸ່ນ​ນຳ​ກັນ​ໃນ​ງານ​ກິນລ້ຽງ​ວັນ​ທີ​ສອງ​ຢູ່​ນັ້ນ, ກະສັດ​ກໍ​ໄດ້​ຖາມ​ອີກ​ວ່າ, “ລາຊີນີ​ເອສະເທີ, ຄຳ​ຮ້ອງຂໍ​ຂອງ​ເຈົ້າ​ແມ່ນ​ຫຍັງ? ເຮົາ​ຈະ​ມອບ​ໃຫ້​ເຈົ້າ. ຄຳ​ຂໍ​ຂອງ​ເຈົ້າ​ແມ່ນ​ຫຍັງ? ແມ່ນ​ແຕ່​ອານາຈັກ​ເຄິ່ງ​ໜຶ່ງ, ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້”.
3ແລ້ວ​ລາຊີນີ​ເອສະເທີ​ກໍ​ໄດ້​ຕອບ​ວ່າ, “ຂ້າແດ່​ກະສັດ, ຖ້າ​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຕໍ່​ທ່ານ ແລະ ຖ້າ​ທ່ານ​ຈະ​ກະລຸນາ, ກໍ​ຂໍ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ ນີ້​ແມ່ນ​ຄໍາ​ຮ້ອງຂໍ​ຂອງ​ຂ້ານ້ອຍ ແລະ ຂໍ​ໂຜດ​ໄວ້​ຊີວິດ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ດ້ວຍ ນີ້​ແມ່ນ​ຄຳ​ຂໍ​ຂອງ​ຂ້ານ້ອຍ. 4ເພາະ​ຂ້ານ້ອຍ ແລະ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຂາຍ​ໃຫ້​ເຖິງ​ແກ່​ຖືກ​ທໍາລາຍ, ຖືກ​ຂ້າ ແລະ ຖືກ​ລ້າງ​ຜານ​ຈົນ​ໝົດ​ສິ້ນ. ຖ້າ​ພວກຂ້ານ້ອຍ​ຖືກ​ຂາຍ​ເປັນ​ຂ້າທາດ​ຊາຍ ແລະ ຂ້າທາດ​ຍິງ, ຂ້ານ້ອຍ​ຈະ​ມິດງຽບ​ຢູ່ ເພາະ​ບໍ່​ຄວນ​ເປັນ​ເຫດ​ເຮັດ​ໃຫ້​ກະສັດ​ຕ້ອງ​ລຳຄານ​ໃຈ#7:4 ຫລື ມິດ​ຢູ່, ແຕ່​ຄ່າ​ຊົດເຊີຍ​ທີ່​ສັດຕູ​ຂອງ​ພວກຂ້ານ້ອຍ​ສະເໜີ​ໃຫ້​ນັ້ນ​ທຽບ​ກັນ​ບໍ່​ໄດ້​ກັບ​ຄວາມ​ສູນເສຍ​ທີ່​ກະສັດ​ຈະຕ້ອງ​ທົນທຸກທໍລະມານ”.
5ກະສັດ​ເຊເຊັດ​ກໍ​ໄດ້​ຖາມ​ລາຊີນີ​ເອສະເທີ​ວ່າ, “ລາວ​ແມ່ນ​ຜູ້ໃດ? ຄົນ​ທີ່​ກ້າ​ເຮັດ​ຢ່າງ​ນີ້ ລາວ​ຢູ່​ໃສ?”
6ເອສະເທີ​ໄດ້​ຕອບ​ວ່າ, “ຮາມານ​ຜູ້​ຊົ່ວຊ້າ​ຄົນ​ນີ້!”
ແລ້ວ​ຮາມານ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຕໍ່ໜ້າ​ກະສັດ ແລະ ລາຊີນີ. 7ກະສັດ​ກໍ​ລຸກ​ຂຶ້ນ​ດ້ວຍ​ຄວາມ​ໃຈຮ້າຍ, ປະ​ເຫລົ້າ​ອະງຸ່ນ​ຂອງ​ຕົນ​ໄວ້ ແລະ ເຂົ້າ​ໄປ​ໃນ​ສວນ​ຂອງ​ວັງ. ແຕ່​ຮາມານ​ຍັງ​ຢູ່​ທີ່​ນັ້ນ​ເພື່ອນ​ອ້ອນວອນ​ຂໍ​ຊີວິດ​ຂອງຕົນ​ຈາກ​ລາຊີນີ​ເອສະເທີ ເພາະ​ລາວ​ຮູ້​ວ່າ​ກະສັດ​ໄດ້​ຕັດສິນ​ຊະຕາກຳ​ຂອງ​ຕົນ​ແລ້ວ.
8ຮາມານ​ກໍາລັງ​ກົ້ມ​ກາບ​ລົງ​ເທິງ​ຕັ່ງນວມ ບ່ອນ​ທີ່​ເອສະເທີ​ກໍາລັງ​ນັ່ງ​ຢູ່​ນັ້ນ. ພໍດີ​ກັບ​ທີ່​ກະສັດ​ກັບ​ຄືນ​ມາ​ຈາກ​ສວນ​ໄປ​ທີ່​ຫ້ອງ​ກິນລ້ຽງ.
ກະສັດ​ກໍ​ຮ້ອງ​ຂຶ້ນ​ວ່າ, “ມັນ​ຈະ​ຂົ່ມຂືນ​ລາຊີນີ​ໃນ​ຂະນະ​ທີ່​ລາຊີນີ​ຢູ່​ກັບ​ເຮົາ​ໃນ​ວັງ​ບໍ?”
ໃນ​ທັນທີ​ທີ່​ກະສັດ​ເວົ້າ​ຈົບ​ລົງ, ພວກເຂົາ​ກໍ​ເອົາ​ຜ້າ​ມາ​ຄຸມ​ໜ້າ​ຮາມານ​ໄວ້. 9ແລ້ວ​ຮາໂບນາ ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຂັນທີ​ທີ່​ຮັບໃຊ້​ກະສັດ​ກໍ​ໄດ້​ເວົ້າ​ວ່າ, “ຢູ່​ທີ່​ເຮືອນ​ຂອງ​ຮາມານ​ມີ​ເສົາໄມ້​ເສົາ​ໜຶ່ງ​ສູງ​ເຖິງ 50 ສອກ.#7:9 ຫລື ປະມານ 23 ແມັດ ຮາມານ​ໄດ້​ສ້າງ​ຂຶ້ນ​ສຳລັບ​ມໍເດໄກ, ຜູ້​ທີ່​ໄດ້​ມາ​ລາຍງານ​ເພື່ອ​ຊ່ວຍ​ກະສັດ”.
ກະສັດ​ໄດ້​ເວົ້າ​ວ່າ, “ຈົ່ງ​ແຂວນ​ຄໍ​ຮາມານ​ໃສ່​ບ່ອນ​ນັ້ນ!” 10ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ແຂວນ​ຮາມານ​ໄວ້​ເທິງ​ເສົາໄມ້​ທີ່​ລາວ​ໄດ້​ຕຽມ​ໄວ້​ສຳລັບ​ມໍເດໄກ. ແລ້ວ​ຄວາມ​ໃຈຮ້າຍ​ຂອງ​ກະສັດ​ກໍ​ໄດ້​ເຢັນ​ລົງ.

Currently Selected:

ເອສະເທີ 7: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in