Skip to content

ເອສະເທີ 6

6
ມໍເດໄກ​ໄດ້​ຮັບ​ການ​ຍົກຍ້ອງ
1ໃນ​ຄືນ​ນັ້ນ​ກະສັດ​ນອນ​ບໍ່​ຫລັບ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ປື້ມ​ບັນທຶກ​ຂ່າວຄາວ, ເຊິ່ງ​ໄດ້​ບັນທຶກ​ການ​ປົກຄອງ​ຂອງ​ເພິ່ນ​ມາ ແລະ ມາ​ອ່ານ​ສູ່​ເພິ່ນ​ຟັງ. 2ກໍ​ພົບ​ວ່າ​ມີ​ຕອນ​ໜຶ່ງ​ໄດ້​ບັນທຶກ​ວ່າ​ມໍເດໄກ​ໄດ້​ເປີດ​ເຜີຍ​ແຜນການ​ຂອງ​ບິກທານາ ແລະ ເຕເຣເຊ, ທີ່​ເປັນ​ຂ້າລາຊະການ​ສອງ​ຄົນ ເຊິ່ງ​ເປັນ​ຄົນ​ເຝົ້າ​ຍາມ​ປະຕູ​ທາງເຂົ້າ​ຂອງ​ກະສັດ. ພວກເຂົາ​ໄດ້​ຮ່ວມ​ຫົວ​ກັນ​ເພື່ອຈະ​ລັກລອບ​ສັງຫານ​ກະສັດ​ເຊເຊັດ.
3ກະສັດ​ໄດ້​ຖາມ​ວ່າ, “ມໍເດໄກ​ໄດ້​ຮັບ​ກຽດ ແລະ ໄດ້​ຮັບ​ການ​ຍອມ​ຮັບ​ຢ່າງ​ໃດ​ໃນ​ເລື່ອງ​ນີ້?”
ບັນດາ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ໄດ້​ຕອບ​ວ່າ, “ຍັງ​ບໍ່​ໄດ້​ເຮັດ​ອັນໃດ​ໃຫ້​ລາວ​ເລີຍ?”
4ກະສັດ​ໄດ້​ເວົ້າ​ວ່າ, “ມີ​ຜູ້ໃດ​ຢູ່​ໃນ​ເດີ່ນ?” ໃນ​ທັນໃດ​ນັ້ນ ຮາມານ​ແມ່ນ​ຫາ​ກໍ​ເຂົ້າ​ມາ​ທີ່​ເດີ່ນ​ຊັ້ນ​ນອກ​ຂອງ​ວັງ ເພື່ອ​ຂໍ​ໃຫ້​ກະສັດ​ແຂວນ​ຄໍ​ມໍເດໄກ​ຢູ່​ເທິງ​ເສົາ​ໄມ້​ທີ່​ຕົນ​ໄດ້​ຕັ້ງ​ຂຶ້ນ.
5ບັນດາ​ຄົນ​ຮັບໃຊ້​ຂອງ​ກະສັດ​ໄດ້​ຕອບ​ວ່າ, “ຮາມານ​ກໍາລັງ​ຢືນ​ຢູ່​ໃນ​ເດີ່ນ”.
ກະສັດ​ສັ່ງ​ວ່າ, “ຈົ່ງ​ໄປ​ນຳ​ເອົາ​ລາວ​ເຂົ້າ​ມາ”.
6ເມື່ອ​ຮາມານ​ເຂົ້າ​ມາ​ແລ້ວ, ກະສັດ​ກໍ​ໄດ້​ຖາມ​ລາວ​ວ່າ, “ເຮົາ​ຄວນ​ເຮັດຫຍັງ​ໃຫ້​ຄົນ​ທີ່​ກະສັດ​ພໍໃຈ​ທີ່​ຢາກ​ຈະ​ຍ້ອງຍໍ​ໃຫ້​ກຽດ?”
ຮາມານ​ຄິດ​ໃນໃຈ​ວ່າ, “ນອກ​ຈາກ​ເຮົາ​ແລ້ວ​ຈະ​ມີ​ຜູ້​ໃດ​ອີກ​ທີ່​ກະສັດ​ຢາກ​ຈະ​ຍ້ອງຍໍ​ໃຫ້​ກຽດ?” 7ດັ່ງນັ້ນ ຮາມານ​ຈຶ່ງ​ຕອບ​ກະສັດ​ວ່າ, “ສໍາລັບ​ຄົນທີ່​ກະສັດ​ພໍໃຈ​ທີ່​ຢາກ​ຈະ​ຍ້ອງຍໍ​ນັ້ນ, 8ຂໍ​ໃຫ້​ຄົນ​ນຳ​ເອົາ​ເສື້ອຄຸມ​ທີ່​ກະສັດ​ເຄີຍ​ນຸ່ງ ແລະ ນຳ​ເອົາ​ມ້າ​ໂຕ​ໜຶ່ງ​ທີ່​ກະສັດ​ເຄີຍ​ຂີ່, ນຳ​ມ້າ​ທີ່​ກະສັດ​ຂີ່ ທີ່​ມີ​ເຄື່ອງ​ປະດັບ​ປະຈຳ​ກະສັດ​ຢູ່​ເທິງ​ຫົວ​ນັ້ນ​ອອກ​ມາ. 9ຫລັງ​ຈາກ​ນັ້ນ ຂໍ​ໃຫ້​ມອບໝາຍ​ເສື້ອຄຸມ ແລະ ມ້າ​ນັ້ນ​ໃຫ້​ແກ່​ຂຸນນາງ​ຊັ້ນ​ສູງສຸດ​ຄົນ​ໜຶ່ງ​ຂອງ​ກະສັດ. ໃຫ້​ຄົນ​ຈັດການ​ແຕ່ງ​ໂຕ​ໃຫ້​ບຸກ​ຄົນ​ທີ່​ກະສັດ​ພໍໃຈ​ທີ່​ຈະ​ຍົກຍ້ອງ​ນັ້ນ ແລະ ໃຫ້​ຂຸນນາງ​ຄົນ​ນັ້ນ​ຍ່າງ​ນຳ​ໜ້າ​ມ້າ​ທີ່​ບຸກ​ຄົນ​ນັ້ນ​ຂີ່​ໄປ​ຕາມ​ຖະໜົນ​ໃນ​ເມືອງ, ພ້ອມ​ກັບ​ປະກາດ​ວ່າ, ‘ຜູ້​ທີ່​ກະສັດ​ພໍໃຈ​ຢາກ​ຈະ​ຍ້ອງຍໍ​ກໍ​ສົມຄວນ​ໄດ້​ຮັບ​ສິ່ງ​ນີ້!’ ”
10ກະສັດ​ໄດ້​ສັ່ງ​ຮາມານ​ວ່າ, “ຈົ່ງ​ໄປ​ທັນທີ. ຈົ່ງ​ນຳ​ເອົາ​ເສື້ອຄຸມ​ກັບ​ມ້າ ແລະ ໄປ​ເຮັດ​ຢ່າງ​ນັ້ນ​ຕາມ​ທີ່​ເຈົ້າ​ສະເໜີ​ໃຫ້​ແກ່​ມໍເດໄກ​ຄົນ​ຢິວ, ຜູ້​ທີ່​ນັ່ງ​ຢູ່​ທີ່​ປະຕູ​ວັງ. ຈົ່ງ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ສະເໜີ​ມາ​ນັ້ນ ຢ່າ​ໃຫ້​ຂາດ​ແມ່ນ​ແຕ່​ສິ່ງ​ດຽວ”.
11ດັ່ງນັ້ນ ຮາມານ​ຈຶ່ງ​ໄດ້​ນຳ​ເອົາ​ເສື້ອຄຸມ ແລະ ມ້າ. ລາວ​ໄດ້​ສວມ​ເສື້ອຄຸມ​ນັ້ນ​ໃຫ້​ມໍເດໄກ ແລະ ໃຫ້​ລາວ​ຂຶ້ນ​ນັ່ງ​ເທິງ​ຫລັງ​ມ້າ ແລ້ວ​ຈູງ​ໄປ​ຕາມ​ຖະໜົນ​ໃນ​ເມືອງ, ພ້ອມ​ກັບ​ຮ້ອງ​ປະກາດ​ຕໍ່​ໜ້າ​ລາວ​ວ່າ, “ຄົນ​ທີ່​ກະສັດ​ພໍໃຈ​ຢາກ​ຈະ​ຍ້ອງຍໍ​ກໍ​ສົມຄວນ​ໄດ້​ຮັບ​ສິ່ງ​ນີ້!”
12ຫລັງຈາກນັ້ນ ມໍເດໄກ​ກໍ​ກັບ​ຄືນ​ໄປ​ທີ່​ປະຕູ​ທາງ​ເຂົ້າ​ວັງ. ແຕ່​ຮາມານ​ກໍ​ຟ້າວ​ກັບ​ຄືນ​ເມືອ​ເຮືອນ ພ້ອມ​ກັບ​ຄຸມ​ຫົວ​ຂອງ​ຕົນ​ດ້ວຍ​ຄວາມ​ໂສກເສົ້າ, 13ແລະ ໄດ້​ເລົ່າ​ເຫດການ​ທີ່​ເກີດ​ຂຶ້ນ​ທັງໝົດ​ໃຫ້​ນາງ​ເຊເຣເຊ​ເມຍ​ຂອງ​ຕົນ ແລະ ໝູ່ເພື່ອນ​ທຸກ​ຄົນ​ຟັງ.
ບັນດາ​ທີ່ປຶກສາ​ຂອງ​ລາວ ແລະ ນາງ​ເຊເຣເຊເມຍ​ຂອງ​ລາວ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ເພາະ​ວ່າ​ມໍເດໄກ​ເປັນ​ຄົນ​ຢິວ​ຕັ້ງແຕ່​ເກີດ, ດັ່ງນັ້ນ ການ​ທີ່​ທ່ານ​ໝົດ​ອຳນາດ​ລົງ​ຕໍ່ໜ້າ​ລາວ ທ່ານ​ກໍ​ຈະ​ສູ້​ລາວ​ບໍ່​ໄດ້ ຄື​ທ່ານ​ຈະ​ຕ້ອງ​ຈິບຫາຍ​ຢ່າງແນ່ນອນ!” 14ໃນ​ຂະນະ​ທີ່ ພວກເຂົາ​ຍັງ​ກຳລັງ​ລົມ​ກັນ​ກັບ​ມໍເດໄກ​ຢູ່​ນັ້ນ ບັນດາ​ຂັນທີ​ຂອງ​ກະສັດ​ກໍ​ມາ​ຮອດ ແລະ ຟ້າວ​ພາ​ຮາມານ​ໄປ​ໃນ​ງານ​ກິນລ້ຽງ​ຂອງ​ລາຊີນີ​ເອສະເທີ​ທີ່​ໄດ້​ຈັດຕຽມ​ໄວ້​ແລ້ວ.