ເອສະເທີ 7
7
ຮາມານຖືກແຂວນຄໍ
1ດັ່ງນັ້ນ ກະສັດ ແລະ ຮາມານກໍໄປງານກິນລ້ຽງຂອງລາຊີນີເອສະເທີ, 2ແລະ ຂະນະທີ່ພວກເພິ່ນກຳລັງດື່ມເຫລົ້າອະງຸ່ນນຳກັນໃນງານກິນລ້ຽງວັນທີສອງຢູ່ນັ້ນ, ກະສັດກໍໄດ້ຖາມອີກວ່າ, “ລາຊີນີເອສະເທີ, ຄຳຮ້ອງຂໍຂອງເຈົ້າແມ່ນຫຍັງ? ເຮົາຈະມອບໃຫ້ເຈົ້າ. ຄຳຂໍຂອງເຈົ້າແມ່ນຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະມອບໃຫ້ເຈົ້າໄດ້”.
3ແລ້ວລາຊີນີເອສະເທີກໍໄດ້ຕອບວ່າ, “ຂ້າແດ່ກະສັດ, ຖ້າຂ້ານ້ອຍເປັນທີ່ພໍໃຈຕໍ່ທ່ານ ແລະ ຖ້າທ່ານຈະກະລຸນາ, ກໍຂໍໂຜດໄວ້ຊີວິດຂອງຂ້ານ້ອຍ ນີ້ແມ່ນຄໍາຮ້ອງຂໍຂອງຂ້ານ້ອຍ ແລະ ຂໍໂຜດໄວ້ຊີວິດພີ່ນ້ອງຮ່ວມຊາດຂອງຂ້ານ້ອຍດ້ວຍ ນີ້ແມ່ນຄຳຂໍຂອງຂ້ານ້ອຍ. 4ເພາະຂ້ານ້ອຍ ແລະ ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍໄດ້ຖືກຂາຍໃຫ້ເຖິງແກ່ຖືກທໍາລາຍ, ຖືກຂ້າ ແລະ ຖືກລ້າງຜານຈົນໝົດສິ້ນ. ຖ້າພວກຂ້ານ້ອຍຖືກຂາຍເປັນຂ້າທາດຊາຍ ແລະ ຂ້າທາດຍິງ, ຂ້ານ້ອຍຈະມິດງຽບຢູ່ ເພາະບໍ່ຄວນເປັນເຫດເຮັດໃຫ້ກະສັດຕ້ອງລຳຄານໃຈ#7:4 ຫລື ມິດຢູ່, ແຕ່ຄ່າຊົດເຊີຍທີ່ສັດຕູຂອງພວກຂ້ານ້ອຍສະເໜີໃຫ້ນັ້ນທຽບກັນບໍ່ໄດ້ກັບຄວາມສູນເສຍທີ່ກະສັດຈະຕ້ອງທົນທຸກທໍລະມານ”.
5ກະສັດເຊເຊັດກໍໄດ້ຖາມລາຊີນີເອສະເທີວ່າ, “ລາວແມ່ນຜູ້ໃດ? ຄົນທີ່ກ້າເຮັດຢ່າງນີ້ ລາວຢູ່ໃສ?”
6ເອສະເທີໄດ້ຕອບວ່າ, “ຮາມານຜູ້ຊົ່ວຊ້າຄົນນີ້!”
ແລ້ວຮາມານກໍຕົກໃຈຢ້ານຫລາຍຕໍ່ໜ້າກະສັດ ແລະ ລາຊີນີ. 7ກະສັດກໍລຸກຂຶ້ນດ້ວຍຄວາມໃຈຮ້າຍ, ປະເຫລົ້າອະງຸ່ນຂອງຕົນໄວ້ ແລະ ເຂົ້າໄປໃນສວນຂອງວັງ. ແຕ່ຮາມານຍັງຢູ່ທີ່ນັ້ນເພື່ອນອ້ອນວອນຂໍຊີວິດຂອງຕົນຈາກລາຊີນີເອສະເທີ ເພາະລາວຮູ້ວ່າກະສັດໄດ້ຕັດສິນຊະຕາກຳຂອງຕົນແລ້ວ.
8ຮາມານກໍາລັງກົ້ມກາບລົງເທິງຕັ່ງນວມ ບ່ອນທີ່ເອສະເທີກໍາລັງນັ່ງຢູ່ນັ້ນ. ພໍດີກັບທີ່ກະສັດກັບຄືນມາຈາກສວນໄປທີ່ຫ້ອງກິນລ້ຽງ.
ກະສັດກໍຮ້ອງຂຶ້ນວ່າ, “ມັນຈະຂົ່ມຂືນລາຊີນີໃນຂະນະທີ່ລາຊີນີຢູ່ກັບເຮົາໃນວັງບໍ?”
ໃນທັນທີທີ່ກະສັດເວົ້າຈົບລົງ, ພວກເຂົາກໍເອົາຜ້າມາຄຸມໜ້າຮາມານໄວ້. 9ແລ້ວຮາໂບນາ ເຊິ່ງເປັນຄົນໜຶ່ງໃນບັນດາຂັນທີທີ່ຮັບໃຊ້ກະສັດກໍໄດ້ເວົ້າວ່າ, “ຢູ່ທີ່ເຮືອນຂອງຮາມານມີເສົາໄມ້ເສົາໜຶ່ງສູງເຖິງ 50 ສອກ.#7:9 ຫລື ປະມານ 23 ແມັດ ຮາມານໄດ້ສ້າງຂຶ້ນສຳລັບມໍເດໄກ, ຜູ້ທີ່ໄດ້ມາລາຍງານເພື່ອຊ່ວຍກະສັດ”.
ກະສັດໄດ້ເວົ້າວ່າ, “ຈົ່ງແຂວນຄໍຮາມານໃສ່ບ່ອນນັ້ນ!” 10ດັ່ງນັ້ນ ພວກເຂົາຈຶ່ງໄດ້ແຂວນຮາມານໄວ້ເທິງເສົາໄມ້ທີ່ລາວໄດ້ຕຽມໄວ້ສຳລັບມໍເດໄກ. ແລ້ວຄວາມໃຈຮ້າຍຂອງກະສັດກໍໄດ້ເຢັນລົງ.
Currently Selected:
ເອສະເທີ 7: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.