ເອສະເທີ 5
5
ເອສະເທີຂໍຕໍ່ກະສັດ
1ໃນວັນທີສາມ ເອສະເທີໄດ້ນຸ່ງຊຸດລາຊີນີອອກໄປຢືນຢູ່ໃນເດີ່ນດ້ານໃນໜ້າຂອງວັງ, ທາງໜ້າຫ້ອງບັນລັງຂອງກະສັດ. ກະສັດກໍກຳລັງນັ່ງຢູ່ເທິງບັນລັງຂອງເພິ່ນທີ່ຢູ່ໃນຫ້ອງບັນລັງ, ປິ່ນໜ້າໃສ່ທາງເຂົ້າ. 2ເມື່ອກະສັດໄດ້ເຫັນລາຊີນີເອສະເທີກຳລັງຢືນຢູ່ທີ່ເດີນຊັ້ນໃນ, ເພິ່ນກໍພໍໃຈກັບນາງ ແລະ ໄດ້ຍື່ນໄມ້ຄ້ອນເທົ້າຄຳທີ່ຢູ່ມືຂອງເພິ່ນອອກໄປໃຫ້ເອສະເທີ. ດັ່ງນັ້ນ ເອສະເທີຈຶ່ງເຂົ້າມາໃກ້ ແລະ ຈັບສົ້ນໄມ້ຄ້ອນເທົ້ານັ້ນ.
3ແລ້ວກະສັດຈຶ່ງໄດ້ຖາມວ່າ, “ລາຊີນີເອສະເທີ, ມີເລື່ອງຫຍັງບໍ? ເຈົ້າຕ້ອງການຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະມອບໃຫ້ເຈົ້າໄດ້”.
4ເອສະເທີໄດ້ຕອບວ່າ, “ຖ້າທ່ານພໍໃຈ ຂ້ານ້ອຍຂໍເຊີນທ່ານພ້ອມກັບຮາມານ, ມາຮ່ວມງານກິນລ້ຽງທີ່ຂ້ານ້ອຍໄດ້ຈັດຂຶ້ນເພື່ອທ່ານໃນວັນນີ້”.
5ກະສັດໄດ້ເວົ້າວ່າ, “ຈົ່ງໄປເອີ້ນຮາມານມາພົບດຽວນີ້, ເພື່ອພວກເຮົາຈະໄດ້ເຮັດຕາມທີ່ເອສະເທີຂໍ”.
ດັ່ງນັ້ນ ກະສັດ ແລະ ຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີທີ່ໄດ້ຈັດຕຽມໄວ້. 6ໃນຂະນະທີ່ພວກເພິ່ນກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ກະສັດກໍໄດ້ຖາມເອສະເທີອີກວ່າ, “ບັດນີ້ ຈົ່ງບອກມາວ່າຄຳຮ້ອງຂໍຂອງເຈົ້າແມ່ນຫຍັງ? ເຮົາຈະມອບໃຫ້ເຈົ້າ. ແລ້ວຄຳຂໍຂອງເຈົ້າແມ່ນຫຍັງ? ແມ່ນແຕ່ອານາຈັກເຄິ່ງໜຶ່ງ, ກໍຈະໃຫ້ເຈົ້າໄດ້”.
7ເອສະເທີໄດ້ຕອບວ່າ, “ຄຳຮ້ອງຂໍ ແລະ ຄຳຂໍຂອງຂ້ານ້ອຍຄື: 8ຖ້າທ່ານຈະກະລຸນາຕໍ່ຂ້ານ້ອຍ ແລະ ຖ້າທ່ານຈະພໍໃຈທີ່ຈະໃຫ້ຕາມຄຳຮ້ອງຂໍ ແລະ ຄຳຂໍຂອງຂ້ານ້ອຍແລ້ວ, ຂໍໃຫ້ກະສັດ ແລະ ຮາມານໄດ້ມາງານກິນລ້ຽງທີ່ຂ້ານ້ອຍຈະຈັດຕຽມສໍາລັບພວກທ່ານໃນມື້ອື່ນ. ຫລັງຈາກນັ້ນ ຂ້ານ້ອຍຈະຕອບຄໍາຖາມຂອງກະສັດ”.
ຮາມານໂກດຮ້າຍມໍເດໄກ
9ໃນວັນນັ້ນຮາມານໄດ້ອອກໄປຢ່າງມີຄວາມສຸກ ແລະ ມີຄວາມມ່ວນຊື່ນ. ແຕ່ເມື່ອລາວເຫັນມໍເດໄກຢູ່ທາງເຂົ້າປະຕູວັງ ແລະ ສັງເກດເຫັນວ່າລາວບໍ່ໄດ້ຢືນຂຶ້ນ ຫລື ບໍ່ໄດ້ສະແດງຄວາມຢໍາເກງຕໍ່ຕົນເລີຍ ລາວຈຶ່ງໂກດຮ້າຍໃຫ້ມໍເດໄກທີ່ສຸດ. 10ເຖິງຢ່າງໃດກໍຕາມ, ຮາມານກໍຄວບຄຸມອາລົມຂອງຕົນໄວ້ ແລະ ກັບເມືອເຮືອນ.
ຮາມານໄດ້ເອີ້ນໝູ່ຂອງຕົນ ແລະ ນາງເຊເຣເຊ, ເຊິ່ງເປັນເມຍຂອງຕົນມາຮວມກັນ. 11ລາວກໍເວົ້າໂອ້ອວດໃຫ້ພວກເຂົາຟັງເຖິງຄວາມຮັ່ງມີ, ການມີລູກຊາຍຫລາຍຄົນຂອງຕົນ ແລະ ເຖິງການທີ່ກະສັດໄດ້ເລື່ອນຕຳແໜ່ງໃຫ້ແກ່ຕົນ ແລະ ການທີ່ຕົນໄດ້ຮັບຍ້ອງຍໍເໜືອກວ່າຂຸນນາງຄົນອື່ນ ແລະ ບັນດາຂ້າລາຊະການ. 12ຮາມານໄດ້ເວົ້າຕໍ່ໄປອີກວ່າ, “ຫລາຍກວ່ານັ້ນອີກ ຂ້ອຍຄົນດຽວເທົ່ານັ້ນທີ່ລາຊີນີເອສະເທີໄດ້ເຊີນໃຫ້ໄປຮ່ວມງານກິນລ້ຽງກັບກະສັດທີ່ນາງໄດ້ຕຽມໄວ້. ແລ້ວນາງກໍໄດ້ເຊີນຂ້ອຍໃຫ້ໄປກັບກະສັດໃນມື້ອື່ນ. 13ແຕ່ສິ່ງທັງໝົດນີ້ບໍ່ເຮັດໃຫ້ຂ້ອຍອິ່ມໃຈເລີຍຕາບໃດທີ່ຂ້ອຍເຫັນວ່າມໍເດໄກຄົນຢິວຜູ້ນັ້ນກຳລັງນັ່ງຢູ່ທີ່ປະຕູວັງ”.
14ນາງເຊເຣເຊເມຍຂອງລາວ ແລະ ໝູ່ຂອງລາວໄດ້ເວົ້າກັບລາວວ່າ, “ຈົ່ງຕັ້ງເສົາໄມ້ຂຶ້ນ, ໃຫ້ສູງ 50 ສອກ,#5:14 ຄື ປະມານ 23 ແມັດ ແລ້ວໃນຕອນເຊົ້າ ຈົ່ງຂໍອະນຸຍາດນໍາກະສັດໃຫ້ແຂວນຄໍມໍເດໄກໃສ່ເທິງເສົາໄມ້ນັ້ນ. ແລ້ວເຈົ້າກໍໄປງານກິນລ້ຽງກັບກະສັດດ້ວຍຄວາມສະບາຍໃຈ”. ຄໍາແນະນໍານີ້ເຮັດໃຫ້ຮາມານເກີດຊື່ນໃຈຫລາຍ ແລະ ລາວໄດ້ຕັ້ງເສົາໄມ້ຂຶ້ນໄວ້.
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.