Bible App logo
Search Icon

ເອສະເທີ 4

4
ມໍເດໄກ​ຂໍຮ້ອງ​ໃຫ້​ເອສະເທີ​ຊ່ວຍ
1ເມື່ອ​ມໍເດໄກ​ຮູ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ທັງໝົດ, ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ, ລາວ​ກໍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລ້ວ​ເຂົ້າ​ໄປ​ໃນ​ເມືອງ, ຮ້ອງໄຫ້​ສຽງ​ດັງ ແລະ ຂົມຂື່ນ. 2ແຕ່​ມໍເດໄກ​ເຂົ້າ​ໄປ​ໄດ້​ຮອດ​ແຕ່​ພຽງ​ທີ່​ປະຕູ​ວັງ​ເທົ່ານັ້ນ ເພາະ​ຜູ້ໃດ​ທີ່​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແມ່ນ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຜ່ານ​ເຂົ້າ​ໄປ. 3ຢູ່​ໃນ​ທຸກ​ແຂວງ​ບ່ອນ​ໃດທີ່​ມີ​ການ​ປະກາດ ແລະ ຄໍາສັ່ງ​ຂອງ​ກະສັດ​ໄດ້​ມາ​ເຖິງ, ກໍ​ມີ​ການ​ໂສກເສົ້າ​ຢ່າງ​ໜັກ​ໃນ​ທ່າມກາງ​ຊາວ​ຢິວ, ມີ​ການ​ອົດອາຫານ, ຮ້ອງໄຫ້ ແລະ ຄ່ຳຄວນ. ມີ​ຫລາຍ​ຄົນ​ນຸ່ງເຄື່ອງ​ຜ້າ​ກະສອບເຂົ້າ ແລະ ນອນ​ຢູ່​ໃນ​ກອງ​ຂີ້ເຖົ່າ.
4ເມື່ອ​ບັນດາ​ສາວໃຊ້ ແລະ ບັນດາ​ຂັນທີ​ຂອງ​ເອສະເທີ​ໄດ້​ມາ​ບອກ​ນາງ​ກ່ຽວກັບ​ເລື່ອງ​ມໍເດໄກ, ນາງ​ກໍ​ທຸກ​ໃຈ​ຫລາຍ. ນາງ​ໄດ້​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດໄກ​ໃສ່​ແທນ​ຜ້າ​ກະສອບເຂົ້າ. ແຕ່​ລາວ​ບໍ່​ຍອມຮັບ​ເຄື່ອງນຸ່ງ​ເຫລົ່ານັ້ນ. 5ແລ້ວ​ເອສະເທີ​ກໍ​ໄດ້​ເອີ້ນ​ຮາທາກ​ໃຫ້​ມາ​ພົບ, ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ຂັນທີ​ຂອງ​ກະສັດ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ຄົນ​ຮັບໃຊ້​ຂອງ​ນາງ ແລະ ສັ່ງ​ໃຫ້​ລາວ​ອອກ​ໄປ​ພົບ​ມໍເດໄກ​ເພື່ອ​ຖາມ​ເຖິງ​ສາເຫດ ແລະ ຄວາມ​ເດືອດຮ້ອນ​ຂອງ​ມໍເດໄກ.
6ດັ່ງນັ້ນ ຮາທາກ​ຈຶ່ງ​ອອກ​ໄປ​ພົບ​ມໍເດໄກ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ​ໜ້າ​ປະຕູ​ທາງ​ເຂົ້າ​ວັງ. 7ມໍເດໄກ​ໄດ້​ບອກ​ລາວ​ທຸກສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຕົນ, ລວມ​ທັງ​ເລື່ອງ​ຈຳນວນ​ເງິນ​ທີ່​ຮາມານ​ໄດ້​ສັນຍາ​ຈະ​ມອບ​ເຂົ້າ​ຄັງ​ຫລວງ​ເພື່ອ​ການ​ທຳລາຍ​ຊາວຢິວ. 8ມໍເດໄກ​ຍັງ​ໄດ້​ມອບ​ເນື້ອໃນ​ສຳເນົາ​ຂອງ​ຄຳສັ່ງ​ທີ່​ໄດ້​ປະກາດ​ໃນ​ເມືອງ​ຊູຊາ​ໃຫ້​ແກ່​ຮາທາດ, ເພື່ອ​ເອົາ​ໃຫ້​ເອສະເທີ​ເບິ່ງ ແລະ ອະທິບາຍ​ເລື່ອງ​ນີ້​ສູ່​ນາງ​ຟັງ ແລະ ມໍເດໄກ​ໄດ້​ບອກ​ລາວ​ແນະນໍາ​ໃຫ້​ນາງ​ໄປ​ພົບ​ກະສັດ ເພື່ອ​ອ້ອນວອນ​ຂໍ​ຄວາມ​ເມດຕາ ແລະ ຄວາມ​ກະລຸນາ​ກັບ​ເພິ່ນ​ສຳລັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ນາງ.
9ຮາທາກ​ໄດ້​ກັບ​ຄືນ​ເມືອ ແລະ ໄດ້​ລາຍງານ​ແກ່​ເອສະເທີ​ເຖິງ​ສິ່ງ​ທີ່​ມໍເດໄກ​ເວົ້າ. 10ຫລັງຈາກ​ນັ້ນ ເອສະເທີ​ກໍ​ໄດ້​ສັ່ງ​ລາວ​ໃຫ້​ບອກ​ມໍເດໄກ​ວ່າ, 11“ບັນດາ​ຂ້າລາຊະການ ແລະ ປະຊາຊົນ​ທັງໝົດ​ຂອງ​ແຂວງ​ຕ່າງໆ​ຍ່ອມ​ຮູ້​ກົດ​ດີ​ວ່າ ຜູ້ໃດ​ກໍ​ຕາມ​ບໍ່​ວ່າ​ຈະ​ເປັນ​ຊາຍ ຫລື ຍິງ​ທີ່​ເຂົ້າ​ມາ​ໃນ​ເດີ່ນ​ດ້ານ​ໃນ​ໂດຍ​ບໍ່​ໄດ້​ຖືກ​ເອີ້ນ​ໃຫ້​ພົບ​ກະສັດ ແຕ່​ມີ​ກົດໝາຍ​ຂໍ້​ໜຶ່ງ​ຄື: ພວກເຂົາ​ຈະ​ຕ້ອງ​ຕາຍ ເວັ້ນ​ແຕ່​ກະສັດ​ຈະ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ພວກເຂົາ ແລະ ຈະ​ໄດ້​ຮັບການ​ໄວ້​ຊີວິດ. ແຕ່​ກະສັດ​ບໍ່​ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ​ເປັນ​ເວລາ​ສາມ​ສິບ​ວັນ​ແລ້ວ”.
12ເມື່ອ​ຄໍາເວົ້າ​ຂອງ​ເອສະເທີ​ໄດ້​ຖືກ​ລາຍງານ​ໄປ​ຫາ​ມໍເດໄກ, 13ລາວ​ກໍ​ໄດ້​ສົ່ງ​ຄຳ​ຕອບ​ກັບ​ຄືນ​ມາ​ດັ່ງນີ້: “ຢ່າ​ຄິດ​ວ່າ​ເຈົ້າ​ຢູ່​ໃນ​ວັງ​ຂອງ​ກະສັດ​ແລ້ວ ເຈົ້າ​ຈະ​ເປັນ​ຊາວ​ຢິວ​ຄົນ​ດຽວ​ທີ່​ຈະ​ລອດ​ພົ້ນ​ໄປ​ໄດ້. 14ຖ້າ​ເຈົ້າ​ຍັງ​ມິດງຽບ​ຢູ່​ໃນ​ເວລາ​ນີ້, ຄວາມ​ຊ່ວຍເຫລືອ ແລະ ການ​ປົດປ່ອຍ​ຊາວຢິວ​ຈະ​ມາ​ຈາກ​ບ່ອນ​ອື່ນ, ສ່ວນ​ເຈົ້າ​ກັບ​ຄອບຄົວ​ຂອງ​ພໍ່​ເຈົ້າ​ຈະ​ຈິບຫາຍ ແລະ ບາງທີ​ການ​ທີ່​ເຈົ້າ​ມາ​ຮັບ​ຕຳແໜ່ງ​ລາຊີນີ​ກໍ​ເພື່ອ​ໃນ​ເວລາ​ເຊັ່ນ​ນີ້ ຜູ້ໃດ​ຈະ​ຮູ້?”
15ດັ່ງນັ້ນ ເອສະເທີ​ຈຶ່ງ​ໄດ້​ສົ່ງ​ຄໍາຕອບ​ນີ້​ໄປ​ຫາ​ມໍເດໄກ​ວ່າ: 16“ຈົ່ງ​ໄປ​ຮວບຮວມ​ຊາວຢິວ​ທັງໝົດ​ໃນ​ປ້ອມ​ເມືອງ​ຊູຊາ ແລະ ໃຫ້​ພາ​ກັນ​ຖືສິນ​ອົດອາຫານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື ດື່ມ​ອັນໃດ​ຕະຫລອດ​ເວລາ​ສາມ​ວັນ ຫລື ສາມ​ຄືນ. ຂ້ອຍ ແລະ ບັນດາ​ສາວໃຊ້​ຂອງ​ຂ້ອຍ​ກໍ​ຈະ​ຖືສິນ​ອົດອາຫານ​ເຊັ່ນ​ດຽວ​ກັນ. ຫລັງ​ຈາກ​ນັ້ນ​ແລ້ວ ຂ້ອຍ​ຈະ​ໄປ​ຫາ​ກະສັດ, ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍ​ຕາມ ແລະ ຖ້າ​ຂ້ອຍ​ຕ້ອງ​ຈິບຫາຍ, ຂ້ອຍ​ກໍ​ຍອມ”.
17ດັ່ງນັ້ນ ມໍເດໄກ​ກໍ​ໄດ້​ອອກ​ໄປ ແລະ ປະຕິບັດ​ຕາມ​ຄໍາ​ແນະນໍາ​ຂອງ​ເອສະເທີ​ທຸກ​ຢ່າງ.

Currently Selected:

ເອສະເທີ 4: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in