ເອສະເທີ 3
3
ຮາມານວາງແຜນທຳລາຍຊາວຢິວ
1ຫລັງຈາກເຫດການເຫລົ່ານີ້ ກະສັດເຊເຊັດໄດ້ເລື່ອນຊັ້ນຮາມານເປັນລູກຊາຍຂອງຮາມເມດາທາ, ເຊິ່ງເປັນຊາວອາກັກ, ໄດ້ເລື່ອນເພິ່ນໃຫ້ສູງຂຶ້ນ ແລະ ໄດ້ມອບບ່ອນນັ່ງອັນມີກຽດໃຫ້ແກ່ເພິ່ນສູງກວ່າບັນດາເຈົ້ານາຍຄົນອື່ນໆທັງໝົດ. 2ບັນດາຂ້າລາຊະການທຸກຄົນຂອງກະສັດທີ່ເຝົ້າຍາມຢູ່ທີ່ປະຕູວັງຄຸເຂົ່າລົງ ແລະ ສະແດງຄວາມເຄົາລົບຕໍ່ຮາມານ, ຕາມທີ່ກະສັດໄດ້ສັ່ງເລື່ອງນີ້ໄວ້ກ່ຽວກັບລາວ. ແຕ່ມໍເດໄກບໍ່ຍອມຄຸເຂົ່າ ຫລື ໃຫ້ກຽດແກ່ລາວ.
3ແລ້ວບັນດາຂ້າລາຊະການທີ່ເຝົ້າຍາມຢູ່ທີ່ປະຕູຂອງກະສັດຈຶ່ງໄດ້ຖາມມໍເດໄກວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຍອມຟັງຄຳສັ່ງຂອງກະສັດ?” 4ທຸກໆມື້ ພວກເຂົາກໍພາກັນເວົ້າແລ້ວເວົ້າອີກ ແຕ່ມໍເດໄກກໍບໍ່ຍອມປະຕິບັດຕາມ. ເຫດສະນັ້ນ ພວກເຂົາຈຶ່ງໄດ້ບອກຮາມານກ່ຽວກັບເລື່ອງນີ້ເພື່ອເບິ່ງວ່າລາວຈະອົດທົນຕໍ່ການປະພຶດຂອງມໍເດໄກໄດ້ບໍ່, ເພາະມໍເດໄກໄດ້ບອກພວກເຂົາວ່າລາວເປັນຊາວຢິວ.
5ເມື່ອຮາມານເຫັນວ່າມໍເດໄກບໍ່ຍອມຄຸເຂົ່າລົງ ຫລື ບໍ່ໃຫ້ກຽດລາວ, ລາວກໍໂກດຮ້າຍຫລາຍ. 6ແຕ່ເມື່ອຮາມານຮູ້ວ່າມໍເດໄກເປັນຊາວຢິວ, ລາວກໍຮູ້ສຶກວ່າຍັງບໍ່ສົມໃຈທີ່ຈະຂ້າແຕ່ມໍເດໄກເທົ່ານັ້ນ. ຮາມານຈຶ່ງຊອກຫາທາງທຳລາຍຄົນຂອງມໍເດໄກທັງໝົດ, ຊາວຢິວ ທົ່ວອານາຈັກຂອງເຊເຊັດ.
7ໃນປີທີສິບສອງຂອງການປົກຄອງຂອງກະສັດເຊເຊັດ, ໃນເດືອນທີໜຶ່ງ, ເຊິ່ງແມ່ນເດືອນນີຊານ, ຮາມານໄດ້ໃຊ້ປູຣິມ (ຄືສະຫລາກ) ຕໍ່ໜ້າຮາມານເພື່ອຫາມື້ ແລະ ເດືອນ.#3:7 ພາສາເຮັບເຣີບໍ່ປະໂຫຍກທີ່ວ່າ ສະຫລາກນັ້ນຕົກ ແລ້ວສະຫລາກນັ້ນກໍຕົກຖືກວັນທີສິບສາມຂອງເດືອນສິບສອງ, ເຊິ່ງແມ່ນເດືອນອາດາກ.
8ຮາມານໄດ້ເວົ້າກັບກະສັດເຊເຊັດວ່າ, “ມີຊົນຊາດໜຶ່ງທີ່ກະຈັດກະຈາຍໄປຕາມທຸກແຂວງໃນອານາຈັກຂອງທ່ານ ເຊິ່ງໄດ້ແຍກຕົນເອງອອກຕ່າງຫາກ. ປະເພນີຂອງພວກເຂົາກໍແຕກຕ່າງຈາກຊົນຊາດອື່ນໆທັງໝົດ, ແລະ ພວກເຂົາບໍ່ຍອມປະຕິບັດຕາມກົດໝາຍຂອງກະສັດ; ດັ່ງນັ້ນ ມັນຈຶ່ງບໍ່ເປັນຜົນດີແກ່ກະສັດທີ່ຕ້ອງອົດທົນກັບພວກເຂົາ. 9ຖ້າກະສັດໄດ້ເຫັນດີ, ຂໍໃຫ້ອອກດຳລັດໃຫ້ທຳລາຍພວກເຂົາ ແລະ ຂ້ານ້ອຍຈະມອບເງິນ 10.000 ຕາລັນຕົນ#3:9 ຫລື ປະມານ 375 ໂຕນ ໃຫ້ແກ່ຜູ້ບໍລິຫານຂອງກະສັດເພື່ອເຂົ້າໄວ້ໃນຄັງຫລວງ”.
10ດັ່ງນັ້ນ ກະສັດຈຶ່ງໄດ້ຖອດແຫວນປະທັບຕາອອກຈາກນິ້ວມືຂອງເພິ່ນ ແລ້ວກໍໄດ້ມອບແຫວນນັ້ນໃຫ້ແກ່ຮາມານ ລູກຊາຍຂອງຮາມເມດາທາ, ຊາວອາກັກ, ຜູ້ທີ່ເປັນສັດຕູຂອງຊາວຢິວ. 11ກະສັດໄດ້ເວົ້າກັບຮາມານວ່າ, “ຈົ່ງເກັບເງິນນັ້ນໄວ້, ຈົ່ງເຮັດກັບຊົນຊາດນັ້ນຕາມທີ່ເຈົ້າຕ້ອງການ”.
12ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີໜຶ່ງ ຮາມານຈຶ່ງເອີ້ນບັນດາເລຂາທິການຂອງກະສັດມາພົບ. ພວກເຂົາໄດ້ຂຽນຄຳສັ່ງຂອງຮາມານເປັນໂຕອັກສອນຂອງແຕ່ລະແຂວງ ແລະ ເປັນພາສາຂອງແຕ່ລະຊົນຊາດ. ຄຳສັ່ງເຫລົ່ານີ້ຂຽນຂຶ້ນໃນນາມຂອງກະສັດເຊເຊັດເອງ ເຖິງບັນດາຜູ້ວ່າການແຂວງ ແລະ ຂຸນນາງຕາມມົນທົນຕ່າງໆ ແລະ ກໍປະທັບຕາໃສ່ດ້ວຍແຫວນຂອງເພິ່ນ. 13ຫລັງຈາກນັ້ນ ຜູ້ສົ່ງຂ່າວກໍຖືໄປທົ່ວທຸກແຂວງຂອງກະສັດພ້ອມດ້ວຍຄໍາສັ່ງໃຫ້ທໍາລາຍ, ຂ້າຄົນຢິວທຸກຄົນບໍ່ວ່າຄົນໜຸ່ມ ຫລື ຜູ້ເຖົ້າ, ແມ່ຍິງ ຫລື ເດັກນ້ອຍຕ້ອງຖືກຂ້າພາຍໃນວັນດຽວນັ້ນ, ຄືວັນທີສິບສາມຂອງເດືອນອາດາກ ເຊິ່ງເປັນເດືອນທີສິບສອງ. ແລ້ວກໍຢຶດເອົາສິ່ງຂອງ ຂອງພວກເຂົາ. 14ຈົ່ງອອກສຳເນົາຂອງຄຳປະກາດເປັນກົດໝາຍໃນທຸກແຂວງ ແລະ ໃຫ້ປະຊາຊົນຂອງທຸກຊົນຊາດໄດ້ຮູ້ທົ່ວກັນ ເພື່ອວ່າພວກເຂົາຈະໄດ້ຕຽມພ້ອມສຳລັບມື້ນັ້ນ.
15ເມື່ອກະສັດໄດ້ອອກຄໍາສັ່ງໄປແລ້ວ, ບັນດາຜູ້ສົ່ງຂ່າວກໍຟ້າວໄປ ແລະ ນຳເອົາຄໍາສັ່ງໄປອອກປະກາດໃນປ້ອມປ້ອງກັນຂອງເມືອງຊູຊາ. ກະສັດ ແລະ ຮາມານກໍນັ່ງດື່ມເຫລົ້າຮ່ວມກັນກັບຮາມານ, ແຕ່ເມືອງຊູຊາກໍເກີດຄວາມສັບສົນວຸ້ນວາຍ.
Currently Selected:
ເອສະເທີ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.