ເອສະເທີ 2
2
ນາງເອສະເທີຂຶ້ນເປັນລາຊີນີ
1ຕໍ່ມາເມື່ອຄວາມໃຈຮ້າຍຂອງກະສັດເຊເຊັດໄດ້ສະຫງົບລົງແລ້ວ, ເພິ່ນກໍໄດ້ຄິດເຖິງນາງວາຊະຕີ ແລະ ສິ່ງທີ່ນາງໄດ້ເຮັດ ແລະ ສິ່ງທີ່ເພິ່ນໄດ້ອອກຄໍາສັ່ງກ່ຽວກັບນາງ. 2ແລ້ວຜູ້ຮັບໃຊ້ປະຈໍາຂອງກະສັດຈຶ່ງສະເໜີວ່າ, “ຈົ່ງອອກໄປຊອກຫາຍິງສາວບໍລິສຸດຜູ້ທີ່ສວຍງາມມາໃຫ້ກະສັດ. 3ຂໍກະສັດໄດ້ແຕ່ງຕັ້ງພວກຂ້າລາຊະການໃນທຸກໆແຂວງຂອງອານາຈັກຂອງພຣະອົງ ເພື່ອນໍາເອົານຳເອົາຍິງສາວທີ່ສວຍງາມທັງໝົດໄປທີ່ບ່ອນຢູ່ຂອງພວກນາງສະໜົມໃນປ້ອມປ້ອງກັນຂອງເມືອງຊູຊາ. ແລ້ວໃຫ້ພວກເຂົາຢູ່ພາຍໃຕ້ການເບິ່ງແຍງຂອງເຮໄກ, ເຊິ່ງເປັນຂັນທີຂອງກະສັດ, ຜູ້ທີ່ຮັບຜິດຊອບກ່ຽວກັບບັນດາຜູ້ຍິງ ແລະ ເບິ່ງແຍງຄວາມງາມໃຫ້ແກ່ພວກເຂົາ. 4ຫລັງຈາກນັ້ນ ໃຫ້ແມ່ຍິງທີ່ກະສັດພໍໃຈເປັນລາຊີນີແທນນາງວາຊະຕີ”. ກະສັດໄດ້ພໍໃຈກັບຄໍາແນະນໍານີ້ ແລະ ເພິ່ນຈຶ່ງປະຕິບັດຕາມນັ້ນ.
5ໃນປ້ອມປ້ອງກັນຂອງເມືອງຊູຊາ ມີຄົນຢິວຜູ້ໜຶ່ງຈາກເຜົ່າເບັນຢາມິນ, ຊື່ວ່າມໍເດໄກ ລູກຊາຍຂອງຢາອີ; ເປັນເຊື້ອສາຍຂອງກີເຊ ແລະ ຊີເມອີ, 6ຜູ້ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບມາເປັນຊະເລີຍຈາກເຢຣູຊາເລັມ, ພ້ອມກັບກະສັດເຢໂຮຍອາກິນ#2:6 ພາສາເຮັບເຣີວ່າ ເຍໂຍນິຢາ ເປັນອີກຮູບໜຶ່ງຂອງ ເຍໂຮຢາກິນແຫ່ງຢູດາຍ. 7ມໍເດໄກມີຍາດພີ່ນ້ອງຄົນໜຶ່ງຊື່ວ່າຮາດາສາ, ເພິ່ນໄດ້ລ້ຽງດູນາງເພາະນາງບໍ່ມີທັງພໍ່ ແລະ ແມ່, ຍິງສາວຄົນນີ້, ເຊິ່ງມີອີກຊື່ໜຶ່ງວ່າເອສະເທີ, ນາງມີຮູບຮ່າງທີ່ໜ້າຮັກ ແລະ ສວຍງາມ. ມໍເດໄກໄດ້ຮັບເອົານາງມາເປັນລູກສາວຂອງຕົນເອງ ຫລັງຈາກທີ່ພໍ່ແມ່ຂອງນາງຕາຍໄປ.
8ເມື່ອຄໍາສັ່ງຂອງກະສັດໄດ້ຖືກປະກາດອອກໄປ, ກໍໄດ້ມີຍິງໜຸ່ມຫລາຍຄົນຖືກນຳຕົວມາທີ່ປ້ອມປ້ອງກັນຂອງເມືອງຊູຊາ ແລະ ພາຍໃຕ້ການເບິ່ງແຍງຂອງເຮໄກ. ເອສະເທີກໍຖືກນຳມາທີ່ວັງຂອງກະສັດ ແລະ ຢູ່ໃນການເບິ່ງແຍງຂອງເຮໄກ ຜູ້ເບິ່ງແຍງພວກນາງສະໜົມ. 9ເຮໄກພໍໃຈໃນຕົວນາງເອສະເທີ ແລະ ນາງໄດ້ຮັບຄວາມພໍໃຈຈາກລາວ. ລາວຈຶ່ງຟ້າວຈັດຫາເຄື່ອງຕົບແຕ່ງຄວາມງາມ ແລະ ອາຫານພິເສດໃຫ້ແກ່ນາງ, ລາວໄດ້ຈັດໃຫ້ຜູ້ຮັບໃຊ້ຍິງເຈັດຄົນທີ່ໄດ້ຄັດເລືອກຈາກວັງຂອງກະສັດມາຮັບໃຊ້ນາງ ແລະ ໃຫ້ນາງກັບຜູ້ຮັບໃຊ້ຍິງຂອງນາງຍ້າຍໄປຢູ່ບ່ອນທີ່ດີທີ່ສຸດໃນບ່ອນຢູ່ຂອງພວກນາງສະໜົມ.
10ເອສະເທີບໍ່ໄດ້ເປີດເຜີຍເລື່ອງເຊື້ອຊາດ ແລະ ສະພາບຄອບຄົວຂອງຕົນ, ເພາະມໍເດໄກສັ່ງຫ້າມໄວ້ບໍ່ໃຫ້ເຮັດແບບນັ້ນ. 11ທຸກມື້ ມໍເດໄກໄດ້ຍ່າງໄປຢູ່ມາຕໍ່ໜ້າເດີ່ນຂອງພວກນາງສະໜົມ ເພື່ອຢາກຮູ້ວ່າເອສະເທີເປັນຢູ່ຢ່າງໃດ ແລະ ຈະມີຫຍັງເກີດຂຶ້ນກັບນາງ.
12ກ່ອນເຖິງຜຽນທີ່ຍິງແຕ່ລະຄົນເຂົ້າໄປພົບກະສັດເຊເຊັດ, ພວກນາງຈະຕ້ອງຮັບການເສີມຄວາມງາມຕາມທີ່ໄດ້ກໍານົດໄວ້ເປັນເວລາສິບສອງເດືອນຄື ຫົກເດືອນແມ່ນບຳລຸງດ້ວຍນ້ຳມັນກຳຍານ ແລະ ອີກຫົກເດືອນນັ້ນແມ່ນບຳລຸງດ້ວຍນ້ຳຫອມ ແລະ ເຄື່ອງສໍາອາງຕ່າງໆ. 13ແລະ ເມື່ອເຖິງຜຽນທີ່ນາງຈະເຂົ້າພົບກະສັດ, ສິ່ງໃດທີ່ນາງຢາກໄດ້ກໍໃຫ້ເອົາຈາກບ່ອນຢູ່ຂອງພວກນາງສະໜົມໄປວັງກໍໄດ້. 14ໃນຕອນແລງນາງຈະເຂົ້າໄປທີ່ນັ້ນ ແລະ ໃນຕອນເຊົ້າກໍຈະກັບໄປຢູ່ອີກບ່ອນໜຶ່ງຂອງບ່ອນຢູ່ຂອງພວກນາງສະໜົມ. ຢູ່ພາຍໃຕ້ການເບິ່ງແຍງຂອງຊາອາຊະກາດ, ຜູ້ທີ່ເປັນຂັນທີຂອງກະສັດ ເຊິ່ງເປັນຜູ້ຮັບຜິດຊອບເບິ່ງແຍງບັນດານາງສະໜົມ. ນາງຈະບໍ່ໄດ້ໄປຫາກະສັດອີກ. ນອກຈາກວ່າເພິ່ນພໍໃຈໃນຕົວນາງ ແລະ ໄດ້ຖືກເອີ້ນຊື່ຂອງນາງໃຫ້ເຂົ້າໄປຫາ.
15ເມື່ອມາເຖິງຜຽນຂອງເອສະເທີ (ຍິງໜຸ່ມທີ່ມໍເດໄກໄດ້ຮັບມາເປັນລູກລ້ຽງ, ນາງເປັນລູກສາວຂອງອາບີໄຮ ຜູ້ເປັນລຸງຂອງມໍເດໄກ) ທີ່ຈະເຂົ້າໄປຫາກະສັດ, ນາງບໍ່ໄດ້ຂໍສິ່ງໃດຈາກທີ່ຂັນທີເຮໄກ, ຜູ້ທີ່ເປັນຂັນທີຂອງກະສັດ ເຊິ່ງເປັນຜູ້ຮັບຜິດຊອບເບິ່ງແຍງພວກນາງສະໜົມ, ນາງໄດ້ເຮັດຕາມຄຳແນະນຳຂອງເຮໄກ. ແລ້ວເອສະເທີກໍໄດ້ຮັບຄວາມພໍໃຈຈາກທຸກຄົນທີ່ໄດ້ເຫັນນາງ. 16ເອສະເທີຖືກນຳມາເຂົ້າພົບກະສັດເຊເຊັດໃນວັງໃນເດືອນທີສິບ, ເປັນເດືອນເຕເບັດ ເຊິ່ງເປັນປີທີເຈັດຂອງການປົກຄອງຂອງເພິ່ນ.
17ກະສັດພໍໃຈເອສະເທີຫລາຍກວ່າຍິງອື່ນທັງໝົດ ແລະ ເພິ່ນໄດ້ໃຫ້ຄວາມພໍໃຈຕໍ່ນາງ ແລະ ໃຫ້ຄວາມກະລຸນາຕໍ່ນາງຫລາຍກວ່າຍິງສາວບໍລິສຸດຄົນອື່ນໆ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສວມມົງກຸດໃສ່ຫົວໃຫ້ນາງ ແລະ ແຕ່ງຕັ້ງນາງໃຫ້ເປັນລາຊີນີແທນລາຊີນີວາຊະຕີ. 18ກະສັດກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ຂຶ້ນແກ່ບັນດາຂຸນນາງ ແລະ ຂ້າລາຊະການທັງໝົດເພື່ອນາງເອສະເທີ, ເພິ່ນໄດ້ປະກາດໃຫ້ມື້ນັ້ນເປັນມື້ຢຸດພັກທົ່ວທຸກແຂວງ ແລະ ໄດ້ແຈກຂອງຂັວນໃຫ້ດ້ວຍໃຈກວ້າງຂວາງ.
ມໍເດໄກເປີດເຜີຍເລື່ອງແຜນການປອງຮ້າຍ
19ເມື່ອຍິງສາວບໍລິສຸດມາຊຸມນຸມກັນເປັນຄັ້ງທີສອງ, ມໍເດໄກກໍາລັງນັ່ງຢູ່ທີ່ປະຕູຂອງກະສັດ. 20ແຕ່ເອສະເທີຍັງຮັກສາຄວາມລັບຂອງສະພາບຄອບຄົວຂອງນາງ ແລະ ເຊື້ອຊາດຂອງນາງຕາມທີ່ມໍເດໄກໄດ້ບອກນາງໄວ້, ນາງຍັງສືບຕໍ່ປະຕິບັດຕາມຄຳແນະນໍາຂອງມໍເດໄກເໝືອນຕອນທີ່ເພິ່ນຍັງລ້ຽງດູນາງໃຫ້ໃຫຍ່ຂຶ້ນມາ.
21ໃນລະຫວ່າງທີ່ມໍເດໄກນັ່ງປະຈຳຢູ່ທີ່ປະຕູຂອງກະສັດຢູ່ນັ້ນ, ຂ້າລາຊະການສອງຄົນ ເຊິ່ງເປັນຄົນເຝົ້າຍາມປະຕູທາງເຂົ້າ ຄືບິກທານ#2:21 ພາສາເຮັບເຣີວ່າ ບິກທານ ເປັນອີກຮູບໜຶ່ງຂອງ ບິກທານາ ແລະ ເຕເຣເຊ, ມີຄວາມໃຈຮ້າຍ ແລະ ໄດ້ຮ່ວມຫົວກັນຈະເພື່ອຂ້າກະສັດເຊເຊັດ. 22ແຕ່ມໍເດໄກຮູ້ແຜນການນີ້ ແລະ ໄດ້ບອກໃຫ້ລາຊີນີເອສະເທີຮູ້, ນາງໄດ້ລາຍງານເລື່ອງນີ້ຕໍ່ກະສັດ, ແລ້ວໄດ້ມອບຄຸນງາມຄວາມດີໃຫ້ແກ່ມໍເດໄກ. 23ມີການສືບສວນເລື່ອງນີ້ ແລະ ກໍພົບວ່າເປັນຄວາມຈິງ, ຂ້າລາຊະການທັງສອງຈຶ່ງຖືກແຂວນຄໍຢູ່ເທິງເສົາ.#2:23 ຫລື ຖືກແຂວນ (ຫລື ຖືກສຽບ) ໄວ້ເທິງເສົາ ເໝືອນກັບຂໍ້ອື່ນໆໃນພຣະທຳເອສະເທີ ເລື່ອງທັງໝົດນີ້ໄດ້ຖືກບັນທຶກໄວ້ຢູ່ໃນປຶ້ມບັນທຶກປະຈໍາປີຂອງກະສັດ.
Currently Selected:
ເອສະເທີ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.