Skip to content

ເອສະເທີ 1

1
ລາຊີນີ​ວາຊະຕີ​ຖືກ​ປົດ​ອອກ​ຈາກ​ຕໍາແໜ່ງ
1ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ຊ່ວງ​ສະໄໝ​ຂອງ​ກະສັດ​ເຊເຊັດ#1:1 ພາສາ​ເຮັບເຣີ​ວ່າ ອາຫະສຸເອລັດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຊີຊີດ ເຊິ່ງ​ເປັນ​ຊື່​ເປີເຊຍ ທັງ​ໃນ​ຂໍ້​ນີ້ ແລະ ຕະຫລອດ​ພຣະທຳ​ເອສະເທີ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ຈົນ​ເຖິງ​ກູເຊ#1:1 ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ 2ໃນ​ສະໄໝ​ນັ້ນ ກະສັດ​ເຊເຊັດ​ໄດ້​ປົກຄອງ​ບັນລັງ​ຂອງ​ເພິ່ນ​ຢູ່​ທີ່​ເມືອງ​ເອກ​ຊູຊາ, 3ແລະ ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ ເພິ່ນ​ໄດ້​ຈັດ​ງານລ້ຽງ​ສໍາລັບ​ບັນດາ​ຂຸນນາງ ແລະ ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ. ບັນດາ​ຜູ້ນໍາ​ກອງທັບ​ຂອງ​ເປີເຊຍ ແລະ ຂອງ​ເມເດຍ, ບັນດາ​ເຈົ້ານາຍ ແລະ ບັນດາ​ຂຸນນາງ​ຂອງ​ແຂວງ​ຕ່າງໆ​ກໍ​ໄດ້​ມາ​ເຂົ້າ​ພົບ.
4ກະສັດ​ໄດ້​ສະແດງ​ຄວາມ​ຮັ່ງມີ​ຂອງ​ອານາຈັກ, ຄວາມ​ງົດງາມ ແລະ ກຽດ​ສັກສີ​ອັນ​ຍິ່ງໃຫຍ່​ຂອງ​ເພິ່ນ​ເປັນ​ເວລາ 180 ວັນ. 5ຫລັງຈາກນັ້ນ ຜ່ານ​ໄປ​ຫລາຍ​ວັນ, ກະສັດ​ໄດ້​ຈັດ​ງານ​ລ້ຽງ​ຂຶ້ນ​ເຈັດ​ວັນ​ຢູ່​ທີ່​ເດີ່ນ​ສວນ​ຂອງ​ວັງ​ຂອງ​ກະສັດ ສຳລັບ​ທຸກຄົນ​ທີ່​ຢູ່​ປ້ອມ​ເມືອງ​ຊູຊາ, ຕັ້ງແຕ່​ຜູ້​ຍິ່ງ​ໃຫຍ່​ທີ່ສຸດ​ລົງ​ໄປ​ເຖິງ​ຜູ້​ນ້ອຍ​ທີ່ສຸດ. 6ໃນ​ສວນ​ນັ້ນ​ໄດ້​ມີ​ຜ້າຝ້າຍລິນິນ​ສີຂາວ ແລະ ສີຟ້າ ຫ້ອຍ​ດ້ວຍ​ເຊືອກ​ຝ້າຍ​ລິນິນ​ສີຂາວ ແລະ ສີມ່ວງ​ໃສ່​ກັບ​ບ້ວງ​ເງິນ​ຢູ່​ເທິງ​ເສົາ​ຫີນອ່ອນ. ມີ​ຕັ່ງ​ນວມ​ຄຳ ແລະ ຕັ່ງ​ນວມ​ເງິນ​ຕັ້ງຢູ່​ຕາມ​ທາງ​ຍ່າງ ເຊິ່ງ​ຝັງ​ຫີນແດງ, ຫີນອ່ອນ, ຫອຍມຸກ ແລະ ພອຍ​ທີ່​ມີ​ລາຄາ​ແພງ​ອື່ນໆ. 7ເຫລົ້າ​ອະງຸ່ນ​ທີ່​ນຳ​ອອກ​ມາ​ແຈກ​ຢາຍ​ແມ່ນ​ບັນຈຸ​ໃນ​ພາຊະນະ​ຄຳ, ແຕ່​ລະ​ອັນ​ແມ່ນ​ມີ​ຮູບຮ່າງ ແລະ ລວດລາຍ​ບໍ່​ຊ້ຳ​ກັນ, ກະສັດ​ໄດ້​ມອບ​ເຫລົ້າ​ອະງຸ່ນ​ຫລວງ​ໃຫ້​ດື່ມ​ຢ່າງ​ເຫລືອ​ເຟືອ. 8ແຂກ​ແຕ່​ລະ​ຄົນ​ດື່ມ​ໄດ້​ຕາມ​ທີ່​ຕ້ອງການ, ເພາະ​ເພິ່ນ​ໄດ້​ສັ່ງ​ພະນັກງານ​ຝ່າຍ​ເຫລົ້າ​ອະງຸ່ນ​ໃຫ້​ນຳ​ມາ​ບໍລິການ​ຕາມ​ຄວາມ​ພໍໃຈ​ຂອງ​ທຸກຄົນ.
9ລາຊີນີ​ວາຊະຕີ​ກໍ​ໄດ້​ຈັດ​ງານລ້ຽງ​ສຳລັບ​ບັນດາ​ແມ່ຍິງ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ເຊເຊັດ​ເໝືອນ​ກັນ.
10ໃນ​ວັນ​ທີ​ເຈັດ, ເມື່ອ​ກະສັດ​ເຊເຊັດ​ມ່ວນຊື່ນ​ຫລາຍ​ຈາກ​ການ​ດື່ມ​ເຫລົ້າ​ອະງຸ່ນ ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ຂັນທີ​ເຈັດ​ຄົນ​ທີ່​ເປັນ​ຜູ້ຮັບໃຊ້​ສ່ວນ​ຕົວ​ຂອງ​ເພິ່ນ​ມາ​ຄື: ເມຫູມານ, ບີຊະທາ, ຮາໂບນາ, ບິກທາ, ອາບັກທາ, ເຊທາເຣ ແລະ ກາກກັດ. 11ໃຫ້​ໄປ​ເຊີນ​ລາຊີນີ​ວາຊະຕີ ທີ່​ກຳລັງ​ສວມ​ມົງກຸດ​ມາ​ພົບ​ເພິ່ນ. ເພື່ອ​ໃຫ້​ປະຊາຊົນ ແລະ ບັນດາ​ຂຸນນາງ​ໄດ້​ເຫັນ​ຄວາມ​ງາມ​ຂອງ​ນາງ, ເພາະ​ນາງ​ຊ່າງ​ງົດງາມ​ໜ້າ​ເບິ່ງ​ຫລາຍ. 12ແຕ່​ເມື່ອ​ຄົນ​ເຫລົ່ານີ້​ໄປ​ເຊີນ​ລາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ, ລາຊີນີ​ວາຊະຕີ​ກໍ​ປະຕິເສດ​ທີ່​ຈະ​ມາ, ກະສັດ​ຈຶ່ງ​ໂກດຮ້າຍ ແລະ ໃຈຮ້າຍ​ຫລາຍ.
13ເນື່ອງຈາກ​ເປັນ​ປະເພນີ​ທີ່​ກະສັດ​ຈະ​ຕ້ອງ​ປຶກສາ​ກັບ​ຜູ້ຊ່ຽວຊານ​ທາງດ້ານ​ກົດໝາຍ ແລະ ຄວາມ​ຍຸຕິທຳ, ເພິ່ນ​ຈຶ່ງ​ໄດ້​ເວົ້າ​ກັບ​ບັນດາ​ນັກປາດ​ຜູ້​ເຂົ້າໃຈ​ຍຸກ​ສະໄໝ 14ແລະ ເປັນ​ຜູ້​ໃກ້​ຊິດ​ກະສັດ​ທີ່ສຸດ​ມີ​ດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເຊນາ ແລະ ເມມູການ, ຂຸນນາງ​ທັງ​ເຈັດ​ແຫ່ງ​ມີເດຍ ແລະ ເປີເຊຍ ເຊິ່ງ​ເປັນ​ຜູ້​ທີ່​ມີ​ສິດທິ​ພິເສດ​ໃນ​ການ​ເຂົ້າ​ພົບ​ກະສັດ ແລະ ເປັນ​ຜູ້​ມີ​ອຳນາດ​ສູງສຸດ​ໃນ​ອານາຈັກ.
15ເພິ່ນ​ໄດ້​ຖາມ​ວ່າ, “ຕາມ​ກົດໝາຍ​ແລ້ວ​ຈະ​ຕ້ອງ​ເຮັດ​ກັບ​ລາຊີນີ​ວາຊະຕີ​ຢ່າງ​ໃດ? ນາງ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ກະສັດ​ເຊເຊັດ​ຕາມ​ທີ່​ໃຫ້​ຂັນທີ​ໄປ​ເຊີນ​ນາງ”.
16ແລ້ວ​ເມມູການ​ກໍ​ໄດ້​ຕອບ​ຕໍ່ໜ້າ​ກະສັດ ແລະ ບັນດາ​ເຈົ້ານາຍ​ວ່າ, “ລາຊີນີ​ວາຊະຕີ​ໄດ້​ເຮັດ​ຜິດ, ບໍ່​ແມ່ນ​ພຽງ​ແຕ່​ຕໍ່​ກະສັດ​ເທົ່ານັ້ນ ແຕ່​ຍັງ​ເຮັດ​ຜິດ​ຕໍ່​ຂຸນນາງ​ທັງໝົດ ແລະ ປະຊາຊົນ​ທັງໝົດ​ໃນ​ທຸກ​ແຂວງ​ຂອງ​ກະສັດ​ເຊເຊັດ​ດ້ວຍ. 17ເພາະ​ແມ່ຍິງ​ທຸກ​ກໍ​ຈະ​ຮູ້​ຈັກ​ການ​ກະທຳ​ຂອງ​ລາຊີນີ ແລະ ດັ່ງນັ້ນ ພວກເຂົາ​ຈະ​ພາ​ກັນ​ດູຖູກ​ຜົວ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ກະສັດ​ເຊເຊັດ​ໄດ້​ສັ່ງ​ໃຫ້​ລາຊີນີ​ວາຊະຕີ​ເຂົ້າ​ໄປ​ພົບ​ເພິ່ນ, ແຕ່​ນາງ​ບໍ່​ຍອມ​ໄປ’. 18ໃນ​ມື້​ນັ້ນ ບັນດາ​ແມ່ຍິງ​ຄົນ​ຊັ້ນສູງ​ແຫ່ງ​ເມເດຍ ແລະ ເປີເຊຍ​ທີ່​ໄດ້​ຍິນ​ເລື່ອງ​ການ​ກະທຳ​ຂອງ​ລາຊີນີ ກໍ​ຈະ​ປະຕິບັດ​ຕໍ່​ບັນດາ​ຂຸນນາງ​ທັງໝົດ​ຂອງ​ກະສັດ​ໃນ​ແບບ​ດຽວ​ກັນ. ຈະ​ເຮັດ​ໃຫ້​ຂາດ​ຄວາມ​ເຄົາລົບ ແລະ ເກີດ​ຄວາມ​ຂັດແຍ້ງ​ບໍ່​ສິ້ນສຸດ​ຈັກ​ເທື່ອ.
19“ເຫດສະນັ້ນ ຖ້າ​ທ່ານ​ເຫັນ​ດີ ກໍ​ຂໍ​ໃຫ້​ທ່ານ​ອອກ​ດຳລັດ​ເປັນ​ທາງການ ແລະ ຂໍ​ໃຫ້​ຂຽນ​ຂຶ້ນ​ເປັນ​ກົດໝາຍ​ຂອງ​ເປີເຊຍ ແລະ ເມເດຍ, ເຊິ່ງ​ຈະ​ບໍ່​ມີ​ການ​ລຶບລ້າງ​ໄດ້​ຈັກ​ເທື່ອ, ເພື່ອ​ວ່າ​ວາຊະຕີ​ຈະ​ເຂົ້າ​ພົບ​ກະສັດ​ບໍ່ໄດ້​ອີກ​ຕໍ່ໄປ. ພ້ອມ​ທັງ​ຂໍ​ໃຫ້​ທ່ານ​ມອບ​ຕຳແໜ່ງ​ລາຊີນີ​ຂອງ​ນາງ​ໃຫ້​ແກ່​ຍິງ​ຄົນ​ອື່ນ​ທີ່​ດີ​ກວ່າ​ນາງ. 20ຫລັງຈາກນັ້ນ ເມື່ອ​ຄໍາສັ່ງ​ຂອງ​ກະສັດ​ໄດ້​ຖືກ​ປະກາດ​ອອກ​ໄປ​ທົ່ວ​ອານາຈັກ​ອັນ​ກວ້າງ​ໃຫຍ່​ຂອງ​ທ່ານ​ແລ້ວ, ແມ່ຍິງ​ທຸກຄົນ​ຈະ​ໃຫ້​ຄວາມ​ເຄົາລົບ​ຕໍ່​ຜົວ​ຂອງ​ຕົນ, ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່ສຸດ​ໄປ​ຈົນ​ເຖິງ​ຜູ້ໃຫຍ່​ທີ່ສຸດ”.
21ກະສັດ ແລະ ບັນດາ​ເຈົ້ານາຍ​ຂອງ​ເພິ່ນ​ກໍ​ເກີດ​ຄວາມ​ພໍໃຈ​ກັບ​ຄຳ​ແນະນໍາ​ນີ້ ສະນັ້ນ​ກະສັດ​ກໍໄດ້​ເຮັດ​ຕາມ​ທີ່​ເມມູການ​ໄດ້​ສະເໜີ. 22ເພິ່ນ​ໄດ້​ສົ່ງ​ໜັງສື​ທາງການ​ອອກ​ໄປ​ທຸກ​ພາກ​ຂອງ​ອານາຈັກ, ໄປ​ຫາ​ທຸກ​ແຂວງ​ເປັນ​ຄໍາເວົ້າ​ທີ່​ຕົນ​ໃຊ້​ກັນ​ນັ້ນ ແລະ ໄປ​ຫາ​ທຸກຄົນ​ເປັນ​ພາສາ​ທ້ອງຖິ່ນ​ຂອງ​ພວກຕົນ, ໂດຍ​ປະກາດ​ວ່າ ຜູ້​ຊາຍ​ທຸກຄົນ​ຈະ​ຕ້ອງ​ເປັນ​ຜູ້ປົກຄອງ​ຢູ່​ໃນ​ເຮືອນ​ຂອງ​ຕົນ, ໂດຍ​ໃຊ້​ອໍານາດ​ໃນ​ທ້ອງຖິ່ນ​ຂອງ​ຕົນ.