Bible App logo
Search Icon

ເອສະເທີ 2

2
ນາງ​ເອສະເທີ​ຂຶ້ນ​ເປັນ​ລາຊີນີ
1ຕໍ່ມາ​ເມື່ອ​ຄວາມ​ໃຈຮ້າຍ​ຂອງ​ກະສັດ​ເຊເຊັດ​ໄດ້​ສະຫງົບ​ລົງ​ແລ້ວ, ເພິ່ນ​ກໍ​ໄດ້​ຄິດ​ເຖິງ​ນາງ​ວາຊະຕີ ແລະ ສິ່ງ​ທີ່​ນາງ​ໄດ້​ເຮັດ ແລະ ສິ່ງທີ່​ເພິ່ນ​ໄດ້​ອອກ​ຄໍາສັ່ງ​ກ່ຽວກັບ​ນາງ. 2ແລ້ວ​ຜູ້ຮັບໃຊ້​ປະຈໍາ​ຂອງ​ກະສັດ​ຈຶ່ງ​ສະເໜີ​ວ່າ, “ຈົ່ງ​ອອກ​ໄປ​ຊອກ​ຫາ​ຍິງ​ສາວບໍລິສຸດ​ຜູ້​ທີ່​ສວຍ​ງາມ​ມາ​ໃຫ້​ກະສັດ. 3ຂໍ​ກະສັດ​ໄດ້​ແຕ່ງຕັ້ງ​ພວກ​ຂ້າລາຊະການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ຂອງ​ພຣະອົງ ເພື່ອ​ນໍາ​ເອົາ​ນຳ​ເອົາ​ຍິງ​ສາວ​ທີ່​ສວຍງາມ​ທັງໝົດ​ໄປ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ​ໃນ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ຊູຊາ. ແລ້ວ​ໃຫ້​ພວກເຂົາ​ຢູ່​ພາຍ​ໃຕ້​ການ​ເບິ່ງແຍງ​ຂອງ​ເຮໄກ, ເຊິ່ງ​ເປັນ​ຂັນທີ​ຂອງ​ກະສັດ, ຜູ້​ທີ່​ຮັບຜິດຊອບ​ກ່ຽວກັບ​ບັນດາ​ຜູ້ຍິງ ແລະ ເບິ່ງແຍງ​ຄວາມ​ງາມ​ໃຫ້​ແກ່​ພວກເຂົາ. 4ຫລັງຈາກນັ້ນ ໃຫ້​ແມ່ຍິງ​ທີ່​ກະສັດ​ພໍໃຈ​ເປັນ​ລາຊີນີ​ແທນ​ນາງ​ວາຊະຕີ”. ກະສັດ​ໄດ້​ພໍໃຈ​ກັບ​ຄໍາ​ແນະນໍາ​ນີ້ ແລະ ເພິ່ນ​ຈຶ່ງ​ປະຕິບັດ​ຕາມ​ນັ້ນ.
5ໃນ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ຊູຊາ ມີ​ຄົນ​ຢິວ​ຜູ້​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ, ຊື່​ວ່າ​ມໍເດໄກ ລູກຊາຍ​ຂອງ​ຢາອີ; ເປັນ​ເຊື້ອສາຍ​ຂອງ​ກີເຊ ແລະ ຊີເມອີ, 6ຜູ້​ທີ່​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ເຢຣູຊາເລັມ, ພ້ອມ​ກັບ​ກະສັດ​ເຢໂຮຍອາກິນ#2:6 ພາສາ​ເຮັບເຣີ​ວ່າ ເຍໂຍນິຢາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຍໂຮຢາກິນ​ແຫ່ງ​ຢູດາຍ. 7ມໍເດໄກ​ມີ​ຍາດພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ​ຮາດາສາ, ເພິ່ນ​ໄດ້​ລ້ຽງດູ​ນາງ​ເພາະ​ນາງ​ບໍ່​ມີ​ທັງ​ພໍ່ ແລະ ແມ່, ຍິງ​ສາວ​ຄົນ​ນີ້, ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເອສະເທີ, ນາງ​ມີ​ຮູບຮ່າງ​ທີ່​ໜ້າ​ຮັກ ແລະ ສວຍ​ງາມ. ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ເປັນ​ລູກສາວ​ຂອງ​ຕົນ​ເອງ ຫລັງ​ຈາກ​ທີ່​ພໍ່​ແມ່​ຂອງ​ນາງ​ຕາຍ​ໄປ.
8ເມື່ອ​ຄໍາສັ່ງ​ຂອງ​ກະສັດ​ໄດ້​ຖືກ​ປະກາດ​ອອກ​ໄປ, ກໍ​ໄດ້​ມີ​ຍິງ​ໜຸ່ມ​ຫລາຍ​ຄົນ​ຖືກ​ນຳ​ຕົວ​ມາ​ທີ່​ປ້ອມ​ປ້ອງກັນ​ຂອງ​ເມືອງ​ຊູຊາ ແລະ ພາຍໃຕ້​ການ​ເບິ່ງແຍງ​ຂອງ​ເຮໄກ. ເອສະເທີ​ກໍ​ຖືກ​ນຳ​ມາ​ທີ່​ວັງ​ຂອງ​ກະສັດ ແລະ ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ເຮໄກ ຜູ້​ເບິ່ງແຍງ​ພວກ​ນາງ​ສະໜົມ. 9ເຮໄກ​ພໍໃຈ​ໃນ​ຕົວ​ນາງ​ເອສະເທີ ແລະ ນາງ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ລາວ. ລາວ​ຈຶ່ງ​ຟ້າວ​ຈັດຫາ​ເຄື່ອງ​ຕົບແຕ່ງ​ຄວາມ​ງາມ ແລະ ອາຫານ​ພິເສດ​ໃຫ້​ແກ່​ນາງ, ລາວ​ໄດ້​ຈັດ​ໃຫ້​ຜູ້ຮັບໃຊ້​ຍິງ​ເຈັດ​ຄົນ​ທີ່​ໄດ້​ຄັດເລືອກ​ຈາກ​ວັງ​ຂອງ​ກະສັດ​ມາ​ຮັບໃຊ້​ນາງ ແລະ ໃຫ້​ນາງ​ກັບ​ຜູ້ຮັບໃຊ້​ຍິງ​ຂອງ​ນາງ​ຍ້າຍ​ໄປ​ຢູ່​ບ່ອນ​ທີ່​ດີ​ທີ່ສຸດ​ໃນ​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ.
10ເອສະເທີ​ບໍ່​ໄດ້​ເປີດ​ເຜີຍ​ເລື່ອງ​ເຊື້ອຊາດ ແລະ ສະພາບ​ຄອບຄົວ​ຂອງ​ຕົນ, ເພາະ​ມໍເດໄກ​ສັ່ງ​ຫ້າມ​ໄວ້​ບໍ່​ໃຫ້​ເຮັດ​ແບບ​ນັ້ນ. 11ທຸກ​ມື້ ມໍເດໄກ​ໄດ້​ຍ່າງ​ໄປ​ຢູ່​ມາ​ຕໍ່ໜ້າ​ເດີ່ນ​ຂອງ​ພວກ​ນາງ​ສະໜົມ ເພື່ອ​ຢາກ​ຮູ້​ວ່າ​ເອສະເທີ​ເປັນ​ຢູ່​ຢ່າງໃດ ແລະ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ນາງ.
12ກ່ອນ​ເຖິງ​ຜຽນ​ທີ່​ຍິງ​ແຕ່​ລະ​ຄົນ​ເຂົ້າ​ໄປ​ພົບ​ກະສັດ​ເຊເຊັດ, ພວກ​ນາງ​ຈະ​ຕ້ອງ​ຮັບ​ການ​ເສີມ​ຄວາມ​ງາມ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ເປັນ​ເວລາ​ສິບ​ສອງ​ເດືອນ​ຄື ຫົກ​ເດືອນ​ແມ່ນ​ບຳລຸງ​ດ້ວຍ​ນ້ຳມັນ​ກຳຍານ ແລະ ອີກ​ຫົກ​ເດືອນ​ນັ້ນ​ແມ່ນ​ບຳລຸງ​ດ້ວຍ​ນ້ຳຫອມ ແລະ ເຄື່ອງ​ສໍາອາງ​ຕ່າງໆ. 13ແລະ ເມື່ອ​ເຖິງ​ຜຽນ​ທີ່​ນາງ​ຈະ​ເຂົ້າ​ພົບ​ກະສັດ, ສິ່ງ​ໃດ​ທີ່​ນາງ​ຢາກ​ໄດ້​ກໍ​ໃຫ້​ເອົາ​ຈາກ​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ​ໄປ​ວັງ​ກໍ​ໄດ້. 14ໃນ​ຕອນແລງ​ນາງ​ຈະ​ເຂົ້າ​ໄປ​ທີ່​ນັ້ນ ແລະ ໃນ​ຕອນເຊົ້າ​ກໍ​ຈະ​ກັບ​ໄປ​ຢູ່​ອີກ​ບ່ອນ​ໜຶ່ງ​ຂອງ​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ. ຢູ່​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ຊາອາຊະກາດ, ຜູ້​ທີ່​ເປັນ​ຂັນທີ​ຂອງ​ກະສັດ ເຊິ່ງ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ບັນດາ​ນາງສະໜົມ. ນາງ​ຈະ​ບໍ່​ໄດ້​ໄປ​ຫາ​ກະສັດ​ອີກ. ນອກຈາກ​ວ່າ​ເພິ່ນ​ພໍໃຈ​ໃນ​ຕົວ​ນາງ ແລະ ໄດ້​ຖືກ​ເອີ້ນ​ຊື່​ຂອງ​ນາງ​ໃຫ້​ເຂົ້າ​ໄປ​ຫາ.
15ເມື່ອ​ມາ​ເຖິງ​ຜຽນ​ຂອງ​ເອສະເທີ (ຍິງ​ໜຸ່ມ​ທີ່​ມໍເດໄກ​ໄດ້​ຮັບ​ມາ​ເປັນ​ລູກລ້ຽງ, ນາງ​ເປັນ​ລູກສາວ​ຂອງ​ອາບີໄຮ ຜູ້​ເປັນ​ລຸງ​ຂອງ​ມໍເດໄກ) ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ, ນາງ​ບໍ່​ໄດ້​ຂໍ​ສິ່ງໃດ​ຈາກ​ທີ່​ຂັນທີ​ເຮໄກ, ຜູ້​ທີ່​ເປັນ​ຂັນທີ​ຂອງ​ກະສັດ ເຊິ່ງ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ພວກ​ນາງ​ສະໜົມ, ນາງ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຮໄກ. ແລ້ວ​ເອສະເທີ​ກໍ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ທຸກຄົນ​ທີ່​ໄດ້​ເຫັນ​ນາງ. 16ເອສະເທີ​ຖືກ​ນຳ​ມາ​ເຂົ້າ​ພົບ​ກະສັດ​ເຊເຊັດ​ໃນ​ວັງ​ໃນ​ເດືອນ​ທີ​ສິບ, ເປັນ​ເດືອນ​ເຕເບັດ ເຊິ່ງ​ເປັນ​ປີ​ທີ​ເຈັດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ.
17ກະສັດ​ພໍໃຈ​ເອສະເທີ​ຫລາຍ​ກວ່າ​ຍິງ​ອື່ນ​ທັງໝົດ ແລະ ເພິ່ນ​ໄດ້​ໃຫ້​ຄວາມ​ພໍໃຈ​ຕໍ່​ນາງ ແລະ ໃຫ້​ຄວາມ​ກະລຸນາ​ຕໍ່​ນາງ​ຫລາຍ​ກວ່າ​ຍິງ​ສາວ​ບໍລິສຸດ​ຄົນ​ອື່ນໆ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ນາງ ແລະ ແຕ່ງຕັ້ງ​ນາງ​ໃຫ້​ເປັນ​ລາຊີນີ​ແທນ​ລາຊີນີ​ວາຊະຕີ. 18ກະສັດ​ກໍ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່​ຂຶ້ນ​ແກ່​ບັນດາ​ຂຸນນາງ ແລະ ຂ້າລາຊະການ​ທັງໝົດ​ເພື່ອ​ນາງ​ເອສະເທີ, ເພິ່ນ​ໄດ້​ປະກາດ​ໃຫ້​ມື້​ນັ້ນ​ເປັນ​ມື້​ຢຸດ​ພັກ​ທົ່ວ​ທຸກ​ແຂວງ ແລະ ໄດ້​ແຈກ​ຂອງຂັວນ​ໃຫ້​ດ້ວຍ​ໃຈ​ກວ້າງຂວາງ.
ມໍເດໄກ​ເປີດເຜີຍ​ເລື່ອງ​ແຜນການ​ປອງຮ້າຍ
19ເມື່ອ​ຍິງ​ສາວ​ບໍລິສຸດ​ມາ​ຊຸມນຸມ​ກັນ​ເປັນ​ຄັ້ງ​ທີ​ສອງ, ມໍເດໄກ​ກໍາລັງ​ນັ່ງ​ຢູ່​ທີ່​ປະຕູ​ຂອງ​ກະສັດ. 20ແຕ່​ເອສະເທີ​ຍັງ​ຮັກສາ​ຄວາມລັບ​ຂອງ​ສະພາບ​ຄອບຄົວ​ຂອງ​ນາງ ແລະ ເຊື້ອຊາດ​ຂອງ​ນາງ​ຕາມ​ທີ່​ມໍເດໄກ​ໄດ້​ບອກ​ນາງ​ໄວ້, ນາງ​ຍັງ​ສືບຕໍ່​ປະຕິບັດ​ຕາມ​ຄຳ​ແນະນໍາ​ຂອງ​ມໍເດໄກ​ເໝືອນ​ຕອນ​ທີ່​ເພິ່ນ​ຍັງ​ລ້ຽງດູ​ນາງ​ໃຫ້​ໃຫຍ່​ຂຶ້ນ​ມາ.
21ໃນ​ລະຫວ່າງ​ທີ່​ມໍເດໄກ​ນັ່ງ​ປະຈຳ​ຢູ່​ທີ່​ປະຕູ​ຂອງ​ກະສັດ​ຢູ່​ນັ້ນ, ຂ້າລາຊະການ​ສອງ​ຄົນ ເຊິ່ງ​ເປັນ​ຄົນເຝົ້າ​ຍາມ​ປະຕູ​ທາງເຂົ້າ ຄື​ບິກທານ#2:21 ພາສາ​ເຮັບເຣີ​ວ່າ ບິກທານ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ບິກທານາ ແລະ ເຕເຣເຊ, ມີ​ຄວາມ​ໃຈຮ້າຍ ແລະ ໄດ້​ຮ່ວມ​ຫົວ​ກັນ​ຈະ​ເພື່ອ​ຂ້າ​ກະສັດ​ເຊເຊັດ. 22ແຕ່​ມໍເດໄກ​ຮູ້​ແຜນການ​ນີ້ ແລະ ໄດ້​ບອກ​ໃຫ້​ລາຊີນີ​ເອສະເທີ​ຮູ້, ນາງ​ໄດ້​ລາຍງານ​ເລື່ອງ​ນີ້​ຕໍ່​ກະສັດ, ແລ້ວ​ໄດ້​ມອບ​ຄຸນງາມ​ຄວາມ​ດີ​ໃຫ້​ແກ່​ມໍເດໄກ. 23ມີ​ການ​ສືບສວນ​ເລື່ອງ​ນີ້ ແລະ ກໍ​ພົບ​ວ່າ​ເປັນ​ຄວາມຈິງ, ຂ້າລາຊະການ​ທັງ​ສອງ​ຈຶ່ງ​ຖືກ​ແຂວນ​ຄໍ​ຢູ່​ເທິງ​ເສົາ.#2:23 ຫລື ຖືກ​ແຂວນ (ຫລື ຖືກ​ສຽບ) ໄວ້​ເທິງ​ເສົາ ເໝືອນ​ກັບ​ຂໍ້​ອື່ນໆ​ໃນ​ພຣະທຳ​ເອສະເທີ ເລື່ອງ​ທັງໝົດ​ນີ້​ໄດ້​ຖືກ​ບັນທຶກ​ໄວ້​ຢູ່​ໃນ​ປຶ້ມ​ບັນທຶກ​ປະຈໍາ​ປີ​ຂອງ​ກະສັດ.

Currently Selected:

ເອສະເທີ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in