ເມື່ອດານີເອນຮູ້ວ່າດຳລັດໄດ້ຖືກປະກາດໃຊ້ແລ້ວ, ເພິ່ນກໍໄດ້ກັບເມືອເຮືອນ ແລະ ຂຶ້ນໄປທີ່ຫ້ອງຊັ້ນເທິງຂອງເພິ່ນ, ເຊິ່ງມີປ່ອງຢ້ຽມປິ່ນໜ້າໃສ່ເຢຣູຊາເລັມ. ດານີເອນໄດ້ຄຸເຂົ່າຂອງຕົນລົງ ແລະ ອະທິຖານ, ຂອບພຣະຄຸນພຣະເຈົ້າຂອງເພິ່ນ, ວັນລະສາມເທື່ອຕາມທີ່ເພິ່ນເຄີຍປະຕິບັດຕະຫລອດມາ.