YouVersion Logo
Search Icon

ອາໂມດ 4

4
ອິດສະຣາເອນ​ບໍ່​ໄດ້​ຫັນ​ກັບ​ມາ​ຫາ​ພຣະເຈົ້າ
1ຈົ່ງ​ຟັງ​ຖ້ອຍຄຳ​ນີ້, ບັນດາ​ງົວແມ່​ແຫ່ງ​ບາຊານ ເຊິ່ງ​ຢູ່​ເທິງ​ພູເຂົາ​ຊາມາເຣຍ,
ຄື​ພວກ​ແມ່ຍິງ​ທີ່​ກົດຂີ່​ຄົນທຸກຍາກ ແລະ ຢຽບຢ່ຳ​ຄົນ​ຂັດສົນ
ແລະ ຄົນ​ທີ່​ເວົ້າ​ກັບ​ຜົວ​ຂອງ​ຕົນ​ວ່າ, “ຊ່ວຍ​ເອົາ​ເຄື່ອງດື່ມ​ມາ​ໃຫ້​ພວກເຮົາ​ແດ່!”
2ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະຕິຍານ​ໂດຍ​ຄວາມ​ບໍລິສຸດ​ຂອງ​ພຣະອົງ​ວ່າ:
“ເວລາ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ
ເມື່ອ​ພວກເຈົ້າ​ຈະ​ຖືກ​ລາກ​ໄປ​ດ້ວຍ​ຂໍເກາະ
ພວກ​ສຸດທ້າຍ​ຈະ​ຖືກ​ລາກ​ໄປ​ດ້ວຍ​ເບັດ.
3ພວກເຈົ້າ​ແຕ່​ລະ​ຄົນ​ຈະ​ອອກ​ໄປ​ຊື່
ຜ່ານ​ຮອຍ​ແຕກ​ຂອງ​ກຳແພງ.
ພວກເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ​ທີ່​ຮານໂມນ#4:3 ພາສາ​ເຮັບເຣີ​ວ່າ ຈະ​ຖືກ​ໂຍນ​ອອກ​ໄປ ໂອ ພູເຂົາ​ແຫ່ງ​ການ​ກົດຂີ່​ຂົ່ມເຫັງ (ເບິ່ງ​ສະບັບ LXX.)”.
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
4“ຈົ່ງ​ໄປ​ທີ່​ເບັດເອນ ແລະ ເຮັດ​ບາບ;
ຈົ່ງ​ໄປ​ທີ່​ກິນການ ແລະ ເຮັດ​ບາບ​ຫລາຍ​ຂຶ້ນ​ໄປ​ອີກ.
ເອົາ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ໄປ​ຖວາຍ​ທຸກ​ເຊົ້າ,
ເອົາ​ໜຶ່ງ​ສ່ວນ​ສິບ​ຂອງ​ພວກເຈົ້າ​ໄປ​ຖວາຍ​ທຸກ​ສາມ​ປີ.#4:4 ຫລື ຖວາຍ​ໃນ​ວັນ​ທີ​ສາມ
5ເອົາ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງບູຊາ​ຂອບພຣະຄຸນ
ແລະ ອວດອ້າງ​ເຄື່ອງບູຊາ​ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ພວກເຈົ້າ
ຈົ່ງ​ອວດອ້າງ​ສິ່ງ​ເຫລົ່ານັ້ນ ພວກເຈົ້າ ຊາວ​ອິດສະຣາເອນ,
ໃນ​ເມື່ອ​ພວກເຈົ້າ​ຮັກ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ”,
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
6“ເຮົາ​ໃຫ້​ພວກເຈົ້າ​ທ້ອງ​ແຫ້ງ#4:6 ພາສາ​ເຮັບເຣີ​ວ່າ ໃຫ້​ແຂ້ວ​ຂອງ​ເຈົ້າ​ສະອາດ​ໃນ​ທຸກໆ​ນະຄອນ
ບໍ່​ມີ​ອາຫານ​ກິນ​ໃນ​ທຸກໆ​ເມືອງ,
ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
7“ເຮົາ​ໄດ້​ງົດ​ໃຫ້​ຝົນ​ແກ່​ພວກເຈົ້າ​ດ້ວຍ
ຍັງ​ສາມ​ເດືອນ​ກ່ອນ​ເຖິງ​ລະດູ​ເກັບ​ກ່ຽວ
ເຮົາ​ໄດ້​ໃຫ້​ຝົນ​ຕົກ​ໃນ​ເມືອງ​ໜຶ່ງ,
ແຕ່​ບໍ່​ໃຫ້​ຝົນ​ຕົກ​ໃນ​ອີກ​ເມືອງ​ໜຶ່ງ.
ນາ​ໜຶ່ງ​ມີ​ຝົນ;
ອີກ​ນາ​ໜຶ່ງ​ບໍ່​ມີ​ຝົນ ແລະ ເຂົ້າ​ກໍ​ຈະ​ຫ່ຽວ​ແຫ້ງ​ໄປ.
8ຄົນ​ທັງຫລາຍ​ໂຊເຊ​ຈາກ​ເມືອງ​ໜຶ່ງ​ໄປ​ອີກ​ເມືອງ​ໜຶ່ງ​ເພື່ອ​ຫາ​ນ້ຳ
ແຕ່​ກໍ​ໄດ້​ບໍ່​ພໍ​ດື່ມ,
ເຖິງ​ປານ​ນັ້ນ​ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
9“ຫລາຍ​ຄັ້ງ​ທີ່​ເຮົາ​ໂຈມ​ຕີ​ສວນ ແລະ ສວນ​ອະງຸ່ນ​ຂອງ​ພວກເຈົ້າ,
ພືດຜົນ​ຖືກ​ທຳລາຍ ແລະ ຂຶ້ນ​ລາ.
ມີ​ຕັກແຕນ​ກັດ​ກິນ​ຕົ້ນ​ໝາກເດື່ອ ແລະ ຕົ້ນ​ໝາກກອກ​ຂອງ​ພວກເຈົ້າ.
ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”.
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
10“ເຮົາ​ໄດ້​ສົ່ງ​ໄພພິບັດ​ຕ່າງໆ​ມາ​ທ່າມກາງ​ພວກເຈົ້າ
ເໝືອນ​ທີ່​ເຮົາ​ໄດ້​ເຮັດ​ແກ່​ເອຢິບ.
ເຮົາ​ໄດ້​ຂ້າ​ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ດ້ວຍ​ດາບ,
ພ້ອມ​ກັບ​ຂ້າ​ມ້າ​ທັງຫລາຍ​ທີ່​ພວກເຈົ້າ​ຢຶດ​ມາ​ໄດ້.
ເຮົາ​ໄດ້​ເຮັດ​ໃຫ້​ກິ່ນ​ເໝັນ​ທີ່​ກຸ້ມ​ໄປ​ທົ່ວ​ຄ້າຍພັກ​ພັດ​ເຂົ້າ​ດັງ​ຂອງ​ພວກເຈົ້າ.
ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
11“ເຮົາ​ໄດ້​ໂຄ່ນລົ້ມ​ພວກເຈົ້າ​ບາງຄົນ​ໄປ
ເໝືອນ​ທີ່​ເຮົາ#4:11 ພາສາ​ເຮັບເຣີ​ວ່າ ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ໂຊໂດມ ແລະ ໂກໂມຣາ.
ພວກເຈົ້າ​ເໝືອນ​ດົ້ນ​ຟືນ​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ກອງ​ໄຟ,
ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
12“ເຫດສະນັ້ນ ອິດສະຣາເອນ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ດັ່ງນີ້,
ແລະ ເພາະ​ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ດັ່ງນີ້,
ອິດສະຣາເອນ, ຈົ່ງ​ຕຽມ​ໂຕ​ພົບ​ກັບ​ພຣະເຈົ້າ​ຂອງ​ເຈົ້າ”.
13ພຣະອົງ​ຜູ້​ກໍ່​ຮ່າງ​ສ້າງ​ພູເຂົາ​ທັງຫລາຍ
ຜູ້​ສ້າງ​ລົມ,
ແລະ ຜູ້​ທີ່​ສະແດງ​ຄວາມ​ຄິດ​ໃຫ້​ແກ່​ມະນຸດ,
ພຣະອົງ​ຜູ້​ເຮັດ​ໃຫ້​ປ່ຽນ​ຮຸ່ງເຊົ້າ​ໃຫ້​ເປັນ​ຄວາມ​ມືດມິດ,
ແລະ ດຳເນີນ​ການ​ຢູ່​ເທິງ​ເບື້ອງ​ສູງ​ຂອງ​ໂລກ
ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.

Currently Selected:

ອາໂມດ 4: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in