ອາໂມດ 5
5
ຄ່ຳຄວນ ແລະ ເອີ້ນໃຫ້ກັບໃຈ
1ອິດສະຣາເອນ ຈົ່ງຟັງ, ເຮົາຄ່ຳຄວນເຖິງເຈົ້າດັ່ງນີ້:
2“ອິດສະຣາເອນ ສາວບໍລິສຸດໄດ້ລົ້ມລົງແລ້ວ,
ຈະບໍລຸກຂຶ້ນມາອີກເລີຍ,
ຕ້ອງຖືກປະຖິ້ມໃນດິນແດນຂອງນາງເອງ,
ແລະ ບໍ່ມີຜູ້ໃດຊ່ວຍຍົກນາງຂຶ້ນມາເລີຍ”.
3ພຣະເຈົ້າຢາເວ ອົງເຈົ້ານາຍກ່າວຕໍ່ອິດສະຣາເອນດັ່ງນີ້ວ່າ:
“ນະຄອນຂອງເຈົ້າທີ່ສົ່ງຊາຍຜູ້ແຂງແຮງພັນຄົນໃຫ້ເດີນຂະບວນອອກໄປຮົບ
ຈະເຫລືອກັບມາພຽງຮ້ອຍຄົນ;
ເມືອງຂອງເຈົ້າທີ່ສົ່ງຊາຍຜູ້ແຂງແຮງຮ້ອຍຄົນອອກໄປຮົບ
ຈະເຫລືອກັບມາພຽງສິບຄົນເທົ່ານັ້ນ”.
4ພຣະເຈົ້າຢາເວກ່າວຕໍ່ອິດສະຣາເອນດັ່ງນີ້ວ່າ:
“ຈົ່ງສະແຫວງຫາເຮົາ ແລະ ເຈົ້າຈະມີຊີວິດຢູ່;
5ຢ່າສະແຫວງຫາເບັດເອນ,
ຢ່າໄປທີ່ກິນການ,
ຢ່າເດີນທາງໄປທີ່ເບເອນເຊບາ.
ເພາະກິນການຈະຕ້ອງຕົກເປັນຊະເລີຍຢ່າງແນ່ນອນ,
ແລະ ເບັດເອນຈະຫລຸດລົງບໍ່ມີຫຍັງ#5:5 ຫລື ພາສາເຮັບເຣີວ່າ ອາເວນ ເປັນການເອີ່ຍເຖິງ ເບດອາເວນ (ເປັນຊື່ໃນທາງເສື່ອມເສຍຂອງ ເບັດເອນ)”.
6ຈົ່ງສະແຫວງຫາພຣະເຈົ້າຢາເວ ແລະ ພວກເຈົ້າຈະມີຊີວິດຢູ່
ບໍ່ດັ່ງນັ້ນແລ້ວ ພຣະອົງຈະກວາດເຜົ່າທັງຫລາຍຂອງໂຢເຊັບໄປເໝືອນກັບໄຟ;
ມັນຈະກືນກິນພວກເຂົາ;
ແລະ ເບັດເອນຈະຫາຜູ້ໃດຊ່ວຍດັບໄຟນີ້ບໍ່ໄດ້ເລີຍ.
7ພວກເຈົ້າຜູ້ປ່ຽນຄວາມຍຸຕິທຳເປັນຄວາມຂົມຂື່ນ
ແລະ ຜູ້ໂຍນຄວາມຊອບທຳລົງທີ່ພື້ນ.
8(ພຣະອົງຜູ້ສ້າງດາວໄກ່ນ້ອຍ ແລະ ດາວໄຖ
ຜູ້ປ່ຽນຄວາມມືດໃຫ້ກາຍເປັນຮຸ່ງອາລຸນ
ແລະ ກາງເວັນໃຫ້ກາຍເປັນກາງຄືນມືດມິດ,
ຜູ້ເອີ້ນນ້ຳທະເລມາ
ແລະ ເທນ້ຳນັ້ນເທິງຫົດໜ້າໂລກ
ມີນາມວ່າພຣະເຈົ້າຢາເວ.
9ພຣະອົງກະໜ່ຳຫາຍະນະລົງທຳລາຍທີ່ໝັ້ນ
ແລະ ທຳລາຍເມືອງທີ່ມີປ້ອມໃຫ້ພັງພິນາດ.
10ພວກເຈົ້າກຽດຊັງຄົນທີ່ຕໍ່ສູ້ເພື່ອຄວາມຍຸຕິທຳໃນສານ
ແລະ ລັງກຽດຄົນທີ່ເວົ້າຄວາມຈິງ.
11ພວກເຈົ້າເກັບພາສີເຟືອງຈາກຄົນທຸກຍາກ
ແລະ ເອີ້ນເກັບພາສີຈາກພືດຜົນຂອງພວກເຂົາ.
ເຫດສະນັ້ນ ເຖິງແມ່ນພວກເຈົ້າຈະສ້າງອາຄານສີລາຫລາຍ,
ພວກເຈົ້າກໍຈະບໍ່ໄດ້ອາໄສຢູ່ໃນອາຄານເຫລົ່ານັ້ນ;
ເຖິງແມ່ນວ່າພວກເຈົ້າໄດ້ປູກສວນອະງຸ່ນງອກງາມ,
ພວກເຈົ້າກໍຈະບໍ່ໄດ້ດື່ມເຫລົ້າອະງຸ່ນນັ້ນ.
12ເພາະເຮົາຮູ້ວ່າພວກເຈົ້າລ່ວງລະເມີດຫລາຍປານໃດ
ແລະ ບາບທັງຫລາຍຂອງພວກເຈົ້າກໍໃຫຍ່ຫລວງປານໃດ.
ພວກເຈົ້າກົດຂີ່ຂົ່ມເຫັງຄົນບໍລິສຸດ ແລະ ຮັບສິນບົນ
ແລະ ກີດກັນຄວາມຍຸຕິທຳຈາກຄົນທຸກຍາກຢູ່ໃນສານ.
13ເຫດສະນັ້ນ ຄົນສະຫລາດກໍມິດງຽບຢູ່ໃນເວລາເຊັ່ນນີ້,
ເພາະເປັນຍຸກແຫ່ງຄວາມຊົ່ວຮ້າຍ.
14ຈົ່ງສະແຫວງຫາຄວາມດີ ບໍ່ແມ່ນຄວາມຊົ່ວ,
ແລ້ວພວກເຈົ້າກໍຈະມີຊີວິດຢູ່.
ແລ້ວພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ຈະຢູ່ກັບພວກເຈົ້າ,
ເໝືອນທີ່ພວກເຈົ້າເວົ້າວ່າພຣະອົງຢູ່ກັບພວກເຈົ້າ.
15ຈົ່ງກຽດຊັງຄວາມຊົ່ວ, ຈົ່ງຮັກຄວາມດີ;
ຈົ່ງຮັກສາຄວາມຍຸຕິທຳໃນສານ.
ບາງທີພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ຈະເມດຕາ
ຄົນທີ່ເຫລືອຢູ່ຂອງໂຢເຊັບ.
16ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ຈຶ່ງກ່າວວ່າ:
“ທຸກຖະໜົນຈະມີການຮ້ອງໄຫ້
ແລະ ບ່ອນຊຸມຊົນທຸກແຫ່ງຈະມີສຽງຮ້ອງດ້ວຍຄວາມໂສກເສົ້າ.
ຊາວນາຈະຖືກເອີ້ນໃຫ້ມາຮ່ວມກັນຮ້ອງໄຫ້
ແລະ ຄົນທີ່ໄວ້ທຸກຈະຖືກເອີ້ນມາຮວມກັນຮ້ອງໄຫ້.
17ຈະມີການຮ້ອງໄຫ້ໃນສວນອະງຸ່ນທຸກແຫ່ງ,
ເພາະເຮົາຈະຜ່ານໄປທ່າມກາງພວກເຈົ້າ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
ວັນແຫ່ງພຣະເຈົ້າຢາເວ
18ວິບັດແກ່ພວກເຈົ້າ
ຜູ້ປາຖະໜາວັນແຫ່ງພຣະເຈົ້າຢາເວ!
ດ້ວຍເຫດໃດພວກເຈົ້າຈຶ່ງປາຖະໜາວັນແຫ່ງພຣະເຈົ້າຢາເວ?
ວັນນັ້ນເປັນວັນແຫ່ງຄວາມມືດ ບໍ່ແມ່ນຄວາມສະຫວ່າງ.
19ເໝືອນຄົນທີ່ໜີຈາກໂຕສິງ
ແລ້ວໄປພົບແຕ່ໝີ,
ເໝືອນລາວເຂົ້າໄປໃນເຮືອນຂອງຕົນ
ແລະ ເອົາມືຂອງຕົນເອື່ອຍຝາ
ກໍຖືກງູຕອດຕົນຢ່າງດຽວ.
20ວັນແຫ່ງພຣະເຈົ້າຢາເວນັ້ນຈະເປັນວັນທີ່ມືດມົນ ບໍ່ແມ່ນສະຫວ່າງ
ວັນນັ້ນມືດມິດ, ບໍ່ມີແສງສະຫວ່າງເລີຍແມ່ນແຕ່ໜ້ອຍດຽວບໍ່ແມ່ນບໍ?
21“ເຮົາກຽດຊັງ, ເຮົາດູຖູກເທດສະການທາງສາສະໜາຂອງພວກເຈົ້າ
ເຮົາເບື່ອໜ່າຍການປະຊຸມຂອງພວກເຈົ້າ.
22ເຖິງວ່າພວກເຈົ້າຈະນຳເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍພືດຜົນບູຊາມາໃຫ້,
ເຮົາກໍຈະບໍ່ຮັບສິ່ງເຫລົ່ານັ້ນ.
ເຖິງແມ່ນພວກເຈົ້ານຳເຄື່ອງບູຊາເພື່ອຄວາມສາມັກຄີທຳຢ່າງດີມາໃຫ້
ເຮົາກໍຈະບໍ່ຮັບສິ່ງເຫລົ່ານັ້ນ.
23ຈົ່ງຢຸດຕິສຽງເພງຂອງພວກເຈົ້າ!
ເຮົາຈະບໍ່ຟັງສຽງບັນເລງພິນຂອງພວກເຈົ້າ.
24ແຕ່ຈົ່ງໃຫ້ຄວາມຍຸຕິທຳຫລັ່ງໄຫລມາເໝືອນແມ່ນ້ຳ,
ໃຫ້ຄວາມຊອບທຳເໝືອນສາຍນ້ຳທີ່ໄຫລບໍ່ຂາດສາຍ!
25“ປະຊາຊົນອິດສະຣາເອນ, ຕະຫລອດສີ່ສິບປີໃນຖິ່ນແຫ້ງແລ້ງກັນດານ
ພວກເຈົ້າໄດ້ຖວາຍເຄື່ອງບູຊາ ແລະ ມອບເຄື່ອງຖວາຍໃຫ້ແກ່ເຮົາບໍ?
26ພວກເຈົ້າໄດ້ຕັ້ງສະຖານບູຊາຂອງກະສັດຂອງພວກເຈົ້າ,
ຖານຂອງຮູບເຄົາລົບທັງຫລາຍຂອງພວກເຈົ້າ,
ດວງດາວຂອງພະຂອງພວກເຈົ້າ#5:26 ຫລື ຕັ້ງສັກຄູດກະສັດຂອງພວກເຈົ້າ ແລະ ໄກວັນ ຮູບເຄົາລົບຂອງພວກເຈົ້າ ເຈົ້າແຫ່ງດາວຂອງພວກເຈົ້າ ສະບັບ ເຊັບຕູອາຈິນວ່າ ຕັ້ງສະຖານບູຊາແຫ່ງພະໂມເລັກ ແລະ ດາວແຫ່ງເລຟານ ພະຂອງພວກເຈົ້າ ຄືຮູບເຄົາລົບຂອງພວກເຂົາ
ທີ່ພວກເຈົ້າເຮັດຂຶ້ນເພື່ອຕົນເອງ.
27ເຫດສະນັ້ນ ເຮົາຈະສົ່ງພວກເຈົ້າໄປເປັນຊະເລີຍໃນດິນແດນທີ່ໄກຈາກດາມັສກັດໄປອີກ”,
ພຣະເຈົ້າຢາເວ ຜູ້ມີນາມວ່າພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
Currently Selected:
ອາໂມດ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: