ນາຮູມ 2
2
ນີເນເວຫລົ້ມສະຫລາຍ
1ນະຄອນນີເນເວເອີຍ ເຈົ້າຖືກໂຈມຕີສາແລ້ວ
ອຳນາດທີ່ຈະທຳລາຍເຈົ້າໃຫ້ໝຸ່ນມາເຖິງສາແລ້ວ.
ຈົ່ງເຝົ້າຍາມກຳແພງ ຈົ່ງເຝົ້າຍາມຫົນທາງ
ຈົ່ງພາກັນລະດົມພົນທີ່ພວກເຈົ້າມີນັ້ນໄວ້.
( 2ເພາະວ່າພຣະເຈົ້າຢາເວຈະເອົາຍົດສັກຂອງຢາໂຄບເໝືອນຢ່າງຍົດສັກຂອງອິດສະຣາເອນກັບຄືນມາສູ່ສະພາບເດີມ ເຫດວ່າພວກຜູ້ທຳລາຍໄດ້ປຸ້ນພວກເຂົາແລະໄດ້ທຳລາຍກິ່ງອະງຸ່ນທັງຫລາຍຂອງພວກເຂົາ.)
3ກອງທັບສັດຕູມີທະຫານຖືໂລ້ ແລະນຸ່ງເຄື່ອງສີແດງ
ພວກເຂົາກຳລັງຈັດຕຽມຕົວເຂົ້າສູ່ສະໜາມຮົບ
ລົດຮົບຂອງພວກເຂົາເປັນແສງເໝືອນໄຟ
ຝູງມ້າ ຂອງພວກເຂົາກໍຍ່າງໄປມາຢ່າງໂອ້ອວດ.
4ລົດຮົບແລ່ນຕາມທາງກະທົບກະແທກຢ່າງແຮງ
ໂດຍແລ່ນຟ້າວຟັ່ງໄປມາໃນກາງເມືອງທີ່ສີ່ແຍກ.
ພວກມັນສົ່ງແສງເຍືອງໄປດັ່ງກະບອງ
ສ່ອງແສງເຕັ້ນໄປດັ່ງແສງຟ້າແມບເຫລື້ອມ.
5ກະສັດແຫ່ງນີເນເວເອີ້ນນາຍທະຫານຂອງຕົນອອກມາ
ແຕ່ພວກເຂົາຕ່າງກໍເຕະສະດຸດເມື່ອມຸ້ງໜ້າໄປນັ້ນ.
ພວກທີ່ບຸກລຸກກໍຟ້າວຟັ່ງໄປທີ່ກຳແພງເມືອງ
ແລະພາກັນຕັ້ງທ່າຕຽມໂດຍໃຊ້ໂລ້ກຳບັງໄວ້.
6ທັນໃດປະຕູທີ່ໃກ້ແມ່ນໍ້າກໍຖືກທະລຸອອກມາ
ທີ່ຣາຊວັງກໍເຕັມໄປແຕ່ຄວາມຢ້ານໃຫຍ່.
7ຣາຊີນີຖືກຈັບໄດ້ສາວໃຊ້ຮ້ອງໄຫ້ດັ່ງນົກເຂົາ
ແລະຕ່າງກໍຕີເອິກດ້ວຍຈິດໃຈເສົ້າໂສກ
8ດັ່ງເຂື່ອນແຕກນໍ້າໄຫລທັ່ງອອກເປັນສາຍທາລາ
ປະຊາຊົນກໍຟ້າວຟັ່ງອອກມາແຕ່ນີເນເວ ທັງນັ້ນ
ສຽງຮ້ອງດັງອອກມາວ່າ, “ຢຸດ ຢຸດສາກ່ອນ.”
ແຕ່ຜູ້ທີ່ປົບໜີໄປບໍ່ມີຜູ້ໃດຫັນຄືນມາຕອບ.
9ຈົ່ງປຸ້ນເອົາເງິນເຖີດ ຈົ່ງປຸ້ນເອົາຄຳໄປ
ເພາະຊັບສົມບັດກໍມີເຕັມທົ່ວໄປໃນເມືອງນີ້.
10ນີເນເວເອີຍ ເຈົ້າຖືກທຳລາຍສາແລ້ວ
ເປັນເມືອງຮ້າງວ່າງຄົນແລະເປັນຖິ່ນເປົ່າປ່ຽວ
ທຸກຄົນຕ່າງກໍຢ້ານຈົນອົກສັ່ນຂວັນເສຍ
ຈົນຫົວເຂົ່າທຸກຄົນສັ່ນເຊັນດ້ວຍຄວາມຢ້ານ
ແລະທຸກຄົນຕ່າງກໍໝົດເຫື່ອໝົດແຮງ
ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ.
11ບັດນີ້ ນະຄອນນີ້ໄປໃສແລ້ວນໍ?
ກໍເປັນຖໍ້າບ່ອນທີ່ຝູງສິງມາອາໄສຢູ່
ເປັນຖໍ້າບ່ອນທີ່ຝູງສິງໜຸ່ມໄດ້ມີເຫຍື່ອກິນ
ສິງຜູ້ທັງສິງແມ່ໄດ້ອາໄສຢ່າງປອດໄພກັບລູກໆ.
12ສິງໄດ້ຂ້າເຫຍື່ອຂອງມັນກິນເປັນອາຫານ
ແລ້ວກໍຈີກເຫຍື່ອທີ່ໄດ້ມາເປັນຕ່ອນໆ;
ແລ້ວກໍປັນໃຫ້ສິງແມ່ ແລະລູກໆຂອງມັນກິນ
ຈົນຖໍ້າເຕັມໄປດ້ວຍຊີ້ນສັດທີ່ມັນຂ້າມາໄດ້.
13ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາເປັນສັດຕູຂອງເຈົ້າ ເຮົາຈະຈູດລົດຮົບຂອງເຈົ້າຖິ້ມໝົດ. ພວກທະຫານຂອງເຈົ້າຈະຖືກຂ້າໃນສະໜາມຮົບ ແລະເຮົາຈະເອົາທຸກສິ່ງທີ່ເຈົ້າໄດ້ມາຈາກຄົນອື່ນນັ້ນຄືນໄປ. ສຽງຮ້ອງຂໍຂອງຜູ້ສົ່ງຂ່າວຂອງເຈົ້າຈະບໍ່ໄດ້ຍິນອີກຕໍ່ໄປ.”
Currently Selected:
ນາຮູມ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.