YouVersion Logo
Search Icon

ນາຮູມ 1

1
1ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.
ພຣະເຈົ້າຢາເວ​ໂກດຮ້າຍ​ນະຄອນ​ນີເນເວ
2ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ອົງ​ຫວງແຫນ ແລະ​ຕອບແທນ;
ພຣະເຈົ້າຢາເວ​ຕອບແທນ ແລະ​ເຕັມດ້ວຍ​ຄວາມ​ໂກດຮ້າຍ
ພຣະເຈົ້າຢາເວ​ລົງໂທດ​ພວກ​ທີ່​ຕໍ່ຕ້ານ​ພຣະອົງ;
ແລະ​ແກ້ແຄ້ນ​ພວກເຂົາ​ເພາະ​ພຣະອົງ​ໂກດຮ້າຍ.
3ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ
ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ.
ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ
ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ
4ພຣະອົງ​ສັ່ງ​ທະເລ​ກວ້າງ ແລະ​ກໍ​ເຫືອດແຫ້ງ​ລົງ
ທັງ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ບົກແຫ້ງ​ໝົດສິ້ນ.
ທົ່ງ​ບາຊານ​ກໍ​ແຫ້ງແລ້ງ ພູ​ກາເມນ​ກໍ​ເຫລືອງຫລ່າ
ມວນ​ມາລາ​ໃນ​ເລບານອນ​ກໍ​ຫ່ຽວແຫ້ງ​ຕາຍໄປ.
5ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ
ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ;
ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ
ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.
6ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ?
ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ?
ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ
ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.
7ພຣະເຈົ້າຢາເວ​ດີເລີດ ແລະ​ແສນ​ປະເສີດ​ຫລາຍ
ພຣະອົງ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະເຈົ້າ
ຄື​ຄຸ້ມຄອງ​ພວກ​ເຂົາເຈົ້າ​ໃນ​ຄາວ​ລຳບາກ​ມາເຖິງ
ທັງ​ຫ່ວງໃຍ​ພວກ​ທີ່​ຕ່າວຄືນ​ມາຫາ​ພຣະອົງ.
8ດັ່ງ​ນໍ້າ​ມາກ​ທີ່​ໄຫລ​ແຮງ ພຣະອົງ​ທຳລາຍ​ສັດຕູ
ຂອງ​ພຣະອົງ​ໃຫ້​ດັບສູນສິ້ນ;
ພວກ​ແຂງຂໍ້​ຕໍ່​ພຣະອົງ​ນັ້ນ​ກໍ​ຕົກ​ຖືກ​ຄວາມຕາຍ
ທັງ​ຖືກ​ສົ່ງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.
9ພວກເຈົ້າ​ວາງແຜນ​ຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ​ຢູ່​ບໍ?
ພຣະອົງ​ຈະ​ທຳລາຍ​ຖິ້ມ​ໝົດ​ໂດຍ​ຄັດຄ້ານ​ອີກ​ບໍ່ໄດ້.
10ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ
ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.
11ນີເນເວ​ເອີຍ ຈາກ​ເຈົ້າ​ນັ້ນ​ໄດ້​ມີ​ຄົນ​ໜຶ່ງ ທີ່​ເຕັມ​ໄປ​ດ້ວຍ​ແຜນການ​ອັນ​ຊົ່ວຮ້າຍ ຄື​ຜູ້​ທີ່​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ. 12ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຖິງ​ແມ່ນ​ວ່າ​ຊາວ​ອັດຊີເຣຍ​ແຂງແຮງ ແລະ​ມີ​ຈຳນວນ​ຫລວງຫລາຍ​ກໍຕາມ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ແລະ​ຈະ​ດັບສູນໄປ. ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ທົນທຸກ​ທໍລະມານ ແຕ່​ເຮົາ​ຈະ​ບໍ່​ເຮັດ​ຕໍ່ໄປ​ອີກ. 13ບັດນີ້ ເຮົາ​ຈະ​ປົດ​ອຳນາດ​ຂອງ​ອັດຊີເຣຍ​ອອກ​ຈາກ​ເຈົ້າ ແລະ​ຈະ​ຫັກ​ໂສ້​ທີ່​ລ່າມ​ເຈົ້າ​ໄວ້​ນັ້ນ​ອອກ.”
14ພຣະເຈົ້າຢາເວ​ໄດ້​ສັ່ງການ​ຕໍ່​ເຈົ້າ​ຊາວ​ອັດຊີເຣຍ​ດັ່ງນີ້: “ພວກເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ສືບຕໍ່​ໃຫ້​ຕະກຸນ​ຂອງ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ຮູບເຄົາຣົບ​ທີ່​ວິຫານ​ຂອງ​ບັນດາ​ພະ​ຂອງ​ພວກເຈົ້າ. ເຮົາ​ກຳລັງ​ຕຽມ​ຂຸມຝັງສົບ​ໄວ້​ສຳລັບ​ພວກເຈົ້າ. ພວກເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.”
15ເບິ່ງດູ ຜູ້​ສົ່ງຂ່າວ​ກຳລັງ​ນຳ​ຂ່າວດີ​ຂ້າມ​ພູເຂົາ​ທັງຫລາຍ​ມາ ພວກເຂົາ​ກຳລັງ​ເດີນທາງ​ມາ ເພື່ອ​ປະກາດ​ສັນຕິສຸກ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ​ຂອງ​ພວກເຈົ້າ​ສາ ແລະ​ຈົ່ງ​ຖວາຍ​ສິ່ງ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ພຣະເຈົ້າ. ຄົນຊົ່ວຮ້າຍ​ຈະ​ບໍ່​ບຸກລຸກ​ດິນແດນ​ຂອງ​ພວກເຈົ້າ​ອີກ​ຈັກເທື່ອ. ພວກເຂົາ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ສາ​ແລ້ວ.

Currently Selected:

ນາຮູມ 1: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in