YouVersion Logo
Search Icon

ນາຮູມ 2

2
ນີເນເວ​ຫລົ້ມ​ສະຫລາຍ
1ນະຄອນ​ນີເນເວ​ເອີຍ ເຈົ້າ​ຖືກ​ໂຈມຕີ​ສາ​ແລ້ວ
ອຳນາດ​ທີ່​ຈະ​ທຳລາຍ​ເຈົ້າ​ໃຫ້​ໝຸ່ນ​ມາເຖິງ​ສາ​ແລ້ວ.
ຈົ່ງ​ເຝົ້າຍາມ​ກຳແພງ ຈົ່ງ​ເຝົ້າຍາມ​ຫົນທາງ
ຈົ່ງ​ພາກັນ​ລະດົມພົນ​ທີ່​ພວກເຈົ້າ​ມີ​ນັ້ນ​ໄວ້.
( 2ເພາະວ່າ​ພຣະເຈົ້າຢາເວ​ຈະ​ເອົາ​ຍົດສັກ​ຂອງ​ຢາໂຄບ​ເໝືອນ​ຢ່າງ​ຍົດສັກ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ສູ່​ສະພາບ​ເດີມ ເຫດ​ວ່າ​ພວກ​ຜູ້ທຳລາຍ​ໄດ້​ປຸ້ນ​ພວກເຂົາ​ແລະ​ໄດ້​ທຳລາຍ​ກິ່ງ​ອະງຸ່ນ​ທັງຫລາຍ​ຂອງ​ພວກເຂົາ.)
3ກອງທັບ​ສັດຕູ​ມີ​ທະຫານ​ຖື​ໂລ້ ແລະ​ນຸ່ງ​ເຄື່ອງ​ສີແດງ
ພວກເຂົາ​ກຳລັງ​ຈັດ​ຕຽມຕົວ​ເຂົ້າ​ສູ່​ສະໜາມຮົບ
ລົດຮົບ​ຂອງ​ພວກເຂົາ​ເປັນ​ແສງ​ເໝືອນ​ໄຟ
ຝູງມ້າ ຂອງ​ພວກເຂົາ​ກໍ​ຍ່າງ​ໄປມາ​ຢ່າງ​ໂອ້ອວດ.
4ລົດຮົບ​ແລ່ນ​ຕາມ​ທາງ​ກະທົບກະແທກ​ຢ່າງ​ແຮງ
ໂດຍ​ແລ່ນ​ຟ້າວຟັ່ງ​ໄປມາ​ໃນ​ກາງ​ເມືອງ​ທີ່​ສີ່​ແຍກ.
ພວກມັນ​ສົ່ງ​ແສງ​ເຍືອງ​ໄປ​ດັ່ງ​ກະບອງ
ສ່ອງ​ແສງ​ເຕັ້ນ​ໄປ​ດັ່ງ​ແສງ​ຟ້າ​ແມບເຫລື້ອມ.
5ກະສັດ​ແຫ່ງ​ນີເນເວ​ເອີ້ນ​ນາຍ​ທະຫານ​ຂອງ​ຕົນ​ອອກ​ມາ
ແຕ່​ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ເມື່ອ​ມຸ້ງໜ້າ​ໄປ​ນັ້ນ.
ພວກ​ທີ່​ບຸກລຸກ​ກໍ​ຟ້າວຟັ່ງ​ໄປ​ທີ່​ກຳແພງ​ເມືອງ
ແລະ​ພາກັນ​ຕັ້ງ​ທ່າ​ຕຽມ​ໂດຍ​ໃຊ້​ໂລ້​ກຳບັງ​ໄວ້.
6ທັນໃດ​ປະຕູ​ທີ່​ໃກ້​ແມ່ນໍ້າ​ກໍ​ຖືກ​ທະລຸ​ອອກ​ມາ
ທີ່​ຣາຊວັງ​ກໍ​ເຕັມໄປ​ແຕ່​ຄວາມ​ຢ້ານໃຫຍ່.
7ຣາຊີນີ​ຖືກ​ຈັບ​ໄດ້​ສາວໃຊ້​ຮ້ອງໄຫ້​ດັ່ງ​ນົກເຂົາ
ແລະ​ຕ່າງ​ກໍ​ຕີ​ເອິກ​ດ້ວຍ​ຈິດໃຈ​ເສົ້າໂສກ
8ດັ່ງ​ເຂື່ອນ​ແຕກ​ນໍ້າ​ໄຫລ​ທັ່ງ​ອອກ​ເປັນ​ສາຍ​ທາລາ
ປະຊາຊົນ​ກໍ​ຟ້າວຟັ່ງ​ອອກ​ມາ​ແຕ່​ນີເນເວ ທັງນັ້ນ
ສຽງ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຢຸດ ຢຸດ​ສາກ່ອນ.”
ແຕ່​ຜູ້​ທີ່​ປົບໜີໄປ​ບໍ່ມີ​ຜູ້ໃດ​ຫັນ​ຄືນ​ມາ​ຕອບ.
9ຈົ່ງ​ປຸ້ນ​ເອົາ​ເງິນ​ເຖີດ ຈົ່ງ​ປຸ້ນ​ເອົາ​ຄຳ​ໄປ
ເພາະ​ຊັບສົມບັດ​ກໍ​ມີ​ເຕັມ​ທົ່ວໄປ​ໃນ​ເມືອງ​ນີ້.
10ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ
ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ
ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ
ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ
ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ
ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.
11ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ?
ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່
ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ
ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.
12ສິງ​ໄດ້​ຂ້າ​ເຫຍື່ອ​ຂອງ​ມັນ​ກິນ​ເປັນ​ອາຫານ
ແລ້ວ​ກໍ​ຈີກ​ເຫຍື່ອ​ທີ່​ໄດ້​ມາ​ເປັນ​ຕ່ອນໆ;
ແລ້ວ​ກໍ​ປັນ​ໃຫ້​ສິງແມ່ ແລະ​ລູກໆ​ຂອງມັນ​ກິນ
ຈົນ​ຖໍ້າ​ເຕັມ​ໄປ​ດ້ວຍ​ຊີ້ນ​ສັດ​ທີ່​ມັນ​ຂ້າ​ມາ​ໄດ້.
13ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”

Currently Selected:

ນາຮູມ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in