YouVersion Logo
Search Icon

ມັດທາຍ 4:1-11

ມັດທາຍ 4:1-11 ພຄພ

ຕໍ່ມາ ພຣະວິນຍານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ໃຫ້​ມານຮ້າຍ​ທົດລອງ. ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ. ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.” ຝ່າຍ​ພຣະອົງ​ກໍ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ສິ່ງ​ດຽວ, ແຕ່​ລ້ຽງ​ດ້ວຍ​ພຣະຄຳ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະໂອດ​ຂອງ​ພຣະເຈົ້າ’.” ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ນະຄອນ​ສັກສິດ ແລະ​ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ພຣະວິຫານ ແລ້ວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ເບິ່ງດູ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ຝູງ​ເທວະດາ​ ເຖິງ​ເລື່ອງ​ທ່ານ ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ ອູ້ມ​ທ່ານ​ໄວ້ ແມ່ນແຕ່​ຕີນ​ຂອງທ່ານ​ຈະ​ບໍ່ໄດ້ ຖືກ​ກ້ອນຫີນ.”’ ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’ ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ. ແລ້ວ​ມັນ​ເວົ້າ​ວ່າ, “ຖ້າ​ທ່ານ​ກົ້ມ​ຂາບ​ນະມັດສະການ​ເຮົາ, ເຮົາ​ຈະ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ທ່ານ.” ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’ ແລ້ວ​ມານຮ້າຍ​ກໍໄດ້​ໜີໄປ​ຈາກ​ພຣະເຢຊູເຈົ້າ ແລະ ມີ​ຝູງ​ເທວະດາ​ມາ​ບົວລະບັດ​ຮັບໃຊ້​ພຣະອົງ.