YouVersion Logo
Search Icon

ມັດທາຍ 4

4
ມານ​ທົດລອງ​ພຣະເຢຊູເຈົ້າ
(ມຣກ 1:12-13; ລກ 4:1-13)
1ຕໍ່ມາ ພຣະວິນຍານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ໃຫ້​ມານຮ້າຍ​ທົດລອງ. 2ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ. 3ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”
4ຝ່າຍ​ພຣະອົງ​ກໍ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ສິ່ງ​ດຽວ, ແຕ່​ລ້ຽງ​ດ້ວຍ​ພຣະຄຳ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະໂອດ​ຂອງ​ພຣະເຈົ້າ’.”
5ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ນະຄອນ​ສັກສິດ ແລະ​ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ພຣະວິຫານ 6ແລ້ວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ເບິ່ງດູ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
‘ພຣະເຈົ້າ​ຈະ​ສັ່ງ​ຝູງ​ເທວະດາ​
ເຖິງ​ເລື່ອງ​ທ່ານ
ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງ​ເພິ່ນ​
ອູ້ມ​ທ່ານ​ໄວ້
ແມ່ນແຕ່​ຕີນ​ຂອງທ່ານ​ຈະ​ບໍ່ໄດ້
ຖືກ​ກ້ອນຫີນ.”’
7ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’
8ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ. 9ແລ້ວ​ມັນ​ເວົ້າ​ວ່າ, “ຖ້າ​ທ່ານ​ກົ້ມ​ຂາບ​ນະມັດສະການ​ເຮົາ, ເຮົາ​ຈະ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ທ່ານ.”
10ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’
11ແລ້ວ​ມານຮ້າຍ​ກໍໄດ້​ໜີໄປ​ຈາກ​ພຣະເຢຊູເຈົ້າ ແລະ ມີ​ຝູງ​ເທວະດາ​ມາ​ບົວລະບັດ​ຮັບໃຊ້​ພຣະອົງ.
ພຣະເຢຊູເຈົ້າ​ເລີ່ມ​ພາລະກິດ​ຂອງ​ພຣະອົງ​ໃນ​ຄາລີເລ
(ມຣກ 1:14-15; ລກ 4:14-15)
12ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຈັບ​ຂັງ​ຄຸກ​ແລ້ວ, ພຣະອົງ​ກໍໄດ້​ກັບໄປ​ແຂວງ​ຄາລີເລ. 13ພຣະອົງ​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ໄປ​ຢູ່​ກາເປນາອູມ ເມືອງ​ໜຶ່ງ​ທີ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ. 14ເຫດການ​ໄດ້​ເກີດຂຶ້ນ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ,
15 “ດິນແດນ​ເຊບູໂລນ
ແລະ​ດິນແດນ​ເນັບທາລີ
ຕາມ​ທາງ​ໄປ​ສູ່​ທະເລ
ທາງ​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ
ທີ່​ແຂວງ​ຄາລີເລ​ແຫ່ງ​ບັນດາ​ປະຊາຊາດ
16 ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ
ໄດ້​ເຫັນ​ແສງ​ແຈ້ງ​ອັນ​ຍິ່ງໃຫຍ່.
ສຳລັບ​ພວກ​ທີ່​ຢູ່​ໃນ​ເງົາ​ແຫ່ງ​ຄວາມຕາຍ
ແສງ​ແຈ້ງ​ໃສ​ໄດ້​ສ່ອງ​ໃສ່​ເຂົາເຈົ້າ.”
17ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພາະວ່າ​ຣາຊອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ.”
ພຣະເຢຊູເຈົ້າ​ເອີ້ນ​ເອົາ​ຄົນ​ຫາ​ປາ​ສີ່​ຄົນ
(ມຣກ 1:16-20; ລກ 5:1-11)
18ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ກໍ​ເຫັນ​ສອງ​ອ້າຍ​ນ້ອງ​ທີ່​ເປັນ​ຄົນ​ຫາ​ປາ ຜູ້ໜຶ່ງ​ຊື່​ວ່າ​ຊີໂມນ (ຍັງ​ມີ​ຊື່​ອີກ​ວ່າ ເປໂຕ) ແລະ​ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັນເດອາ, ພວກເພິ່ນ​ກຳລັງ​ຖິ້ມ​ມອງ​ຫາ​ປາ​ລົງ​ໃນ​ທະເລສາບ. 19ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ເຮົາ​ຈະ​ສອນ​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ.” 20ໃນ​ທັນໃດນັ້ນ ພວກເພິ່ນ​ກໍ​ປະ​ມອງ​ໄວ້​ແລະ​ຕິດຕາມ​ໄປ​ກັບ​ພຣະອົງ.
21ພຣະເຢຊູເຈົ້າ​ໄດ້​ຍ່າງ​ຕໍ່ໄປ ແລະ​ເຫັນ​ສອງ​ອ້າຍ​ນ້ອງ​ຄື ຢາໂກໂບ​ກັບ​ໂຢຮັນ ລູກຊາຍ​ຂອງ​ເຊເບດາຍ ກຳລັງ​ຝູງ​ມອງ​ຊ່ວຍ​ພໍ່​ຂອງຕົນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ, 22ທັນໃດນັ້ນ ທ່ານ​ທັງສອງ​ກໍ​ປະ​ເຮືອ​ກັບ​ຄອບ​ລາ​ພໍ່​ຂອງ​ພວກເພິ່ນ​ແລະ​ຕາມ​ພຣະອົງ​ໄປ.
ພຣະເຢຊູເຈົ້າ​ສັ່ງສອນ, ເທດສະໜາ ແລະ​ຊົງ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ
(ລກ 6:17-19)
23ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ. 24ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ. 25ປະຊາຊົນ​ຢ່າງ​ໜາແໜ້ນ​ຈາກ​ແຂວງ​ຄາລີເລ​ກັບ​ເດກາໂປລີ ຈາກ​ນະຄອນ​ເຢຣູຊາເລັມ, ແຂວງ​ຢູດາຍ ແລະ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຕ່າງ​ກໍໄດ້​ຕິດຕາມ​ພຣະອົງ​ໄປ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in