YouVersion Logo
Search Icon

ມັດທາຍ 1

1
ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ
(ລກ 3:23-38)
1ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ.
2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ.
6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.
12-16ແຕ່​ສະໄໝ​ຫລັງ​ຈາກ​ການ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ ຈົນ​ເຖິງ​ເວລາ​ພຣະເຢຊູເຈົ້າ​ເກີດ ມີ​ບັນ​ພະບູລຸດ​ດັ່ງ​ລາຍຊື່​ຕໍ່ລົງ​ໄປນີ້: ເຢໂຮຍອາກິນ, ເຊອານຕີເອນ, ເຊຣຸບບາເບນ, ອາບີອຸດ, ເອລີອາກິມ, ອາເຊີ, ຊາດົກ, ອາກີມ, ເອລີອຸດ, ເອເລອາຊາ, ມັດທານ, ຢາໂຄບ ແລະ ໂຢເຊັບ ຜູ້​ທີ່​ແຕ່ງງານ​ກັບ​ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ, “ພຣະຄຣິດ.”
17ດັ່ງນັ້ນ ແຕ່​ອັບຣາຮາມ​ລົງ​ມາ​ເຖິງ​ດາວິດ ຈຶ່ງ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ ແລະ​ນັບແຕ່​ດາວິດ​ເຖິງ​ຄາວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ ແລະ​ແຕ່​ຄາວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ ເຖິງ​ເວລາ​ພຣະຄຣິດ​ເກີດ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ.
ການ​ເກີດ​ຂອງ​ພຣະເຢຊູ​ຄຣິດເຈົ້າ
(ລກ 2:1-7)
18ເລື່ອງ​ລາວ​ການ​ເກີດ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ກ່ອນ​ທີ່​ທັງສອງ​ໄດ້​ຢູ່ກິນ​ຮ່ວມ​ກັນ ນາງ​ໄດ້​ຕັ້ງທ້ອງ​ແລ້ວ ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ. 19ຝ່າຍ​ໂຢເຊັບ​ຄູ່ໝັ້ນ​ຂອງ​ມາຣີ​ເປັນ​ຄົນ​ດີ​ມີ​ສິນທຳ ລາວ​ບໍ່​ຢາກ​ໃຫ້​ນາງ​ຕ້ອງ​ອັບອາຍ​ຂາຍໜ້າ​ຕໍ່​ໜ້າ​ມະຫາຊົນ​ໃນ​ເລື່ອງ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຖອນ​ໝັ້ນ​ເສຍ​ຢ່າງ​ລັບໆ. 20ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຄິດເຖິງ​ເລື່ອງ​ນີ້​ຢູ່ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ຕໍ່​ລາວ​ໃນ​ຄວາມ​ຝັນ ແລະ​ກ່າວ​ວ່າ, “ໂຢເຊັບ ລູກ​ດາວິດ​ເອີຍ ຢ່າ​ສູ່​ຢ້ານ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ ການ​ທີ່​ມາຣີ​ຕັ້ງ​ທ້ອງ​ນັ້ນ​ກໍ​ມີ​ໂດຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ. 21ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”
22ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ,
23 “ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ
ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ
ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ,
ເອມານູເອນ.”
(ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)
24ສະນັ້ນ ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ ຄື​ຮັບ​ເອົາ​ມາຣີ​ເປັນ​ເມຍ​ຂອງ​ຕົນ. 25ແຕ່​ໂຢເຊັບ​ບໍ່​ໄດ້​ສົມສູ່​ກັບ​ນາງ ຈົນ​ກວ່າ​ນາງ​ໄດ້​ເກີດ​ລູກຊາຍ ແລ້ວ​ໂຢເຊັບ​ຈຶ່ງ​ໃສ່​ຊື່​ເດັກ​ທີ່​ເກີດ​ມາ​ນັ້ນ​ວ່າ, ເຢຊູ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in