YouVersion Logo
Search Icon

ມັດທາຍ 2

2
ພວກ​ໂຫຣາຈານ​ມາ​ພົບ​ພຣະເຢຊູເຈົ້າ
1ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. 2ແລະ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງທິດ​ຕາເວັນອອກ ແລະ​ພວກເຮົາ​ໄດ້​ມາ​ເພື່ອ​ຂາບໄຫວ້​ນະມັດສະການ​ເພິ່ນ.”
3ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ, ກໍ​ກັງວົນ​ໃຈ​ຫລາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ກໍ​ເໝືອນກັນ​ດ້ວຍ. 4ເພິ່ນ​ໄດ້​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ພຣະຄຣິດ​ນັ້ນ ຈະ​ບັງເກີດ​ຢູ່​ທີ່​ໃດ?”
5ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ,
6 ‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ,
ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ
ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ
ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ
ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ
ຄື ຊາວ​ອິດສະຣາເອນ.”’
7ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫຣາຈານ​ເຂົ້າ​ມາ​ທາງ​ລັບ ແລະ​ສືບຖາມ​ເອົາ​ຄວາມ​ນຳ​ພວກເຂົາ​ເຖິງ​ເວລາ​ອັນ​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ. 8ແລ້ວ​ເພິ່ນ​ກໍ​ໃຊ້​ພວກ​ໂຫຣາຈານ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່ ເມື່ອ​ພວກເຈົ້າ​ພົບ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້, ເພື່ອ​ເຮົາ​ຈະ​ໄປ​ຂາບໄຫວ້​ນະມັດສະການ​ເພິ່ນ​ເໝືອນກັນ.”
9ເມື່ອ​ພວກ​ໂຫຣາຈານ​ໄດ້ຍິນ​ຄຳສັ່ງ​ດັ່ງນີ້ ກໍ​ພາກັນ​ອອກ​ໄປ. ເບິ່ງແມ! ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ປາກົດ​ຂຶ້ນ​ນັ້ນ ກໍໄດ້​ນຳ​ໜ້າ​ພວກເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະຖານທີ່​ກຸມມານ​ຢູ່​ນັ້ນ. 10ເມື່ອ​ພວກ​ໂຫຣາຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່, 11ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ​ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ. 12ຕໍ່ມາ ພຣະເຈົ້າ​ໄດ້​ເຕືອນ​ພວກເຂົາ​ທາງ​ຄວາມຝັນ ບໍ່​ໃຫ້​ກັບຄືນ​ໄປ​ຫາ​ເຮໂຣດ. ສະນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຕົນເອງ​ຕາມ​ທາງ​ອື່ນ.
ໂຢເຊັບ​ພາ​ກຸມມານ​ໜີໄປ​ປະເທດ​ເອຢິບ
13ເມື່ອ​ໂຫຣາຈານ​ຈາກ​ໄປ​ແລ້ວ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ໃຫ້​ໂຢເຊັບ​ເຫັນ​ທາງ​ຄວາມຝັນ ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໃຫ້​ພາ​ກຸມມານ​ກັບ​ແມ່​ຂອງ​ເພິ່ນ​ໜີໄປ​ປະເທດ​ເອຢິບ ຈົ່ງ​ຢູ່​ໃນ​ທີ່ນັ້ນ ຈົນກວ່າ​ເຮົາ​ບອກ​ເຈົ້າ​ໃຫ້​ກັບຄືນ​ມາ ເພາະ​ເຮໂຣດ​ກຳລັງ​ຊອກ​ຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ​ເສຍ.”
14ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມານ​ກັບ​ແມ່​ຂອງ​ເພິ່ນ​ໜີໄປ​ປະເທດ​ເອຢິບ​ໃນ​ຕອນ​ກາງຄືນ 15ແລະ ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ ຈົນ​ເຮໂຣດ​ຕາຍ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ລູກ​ຂອງເຮົາ​ໃຫ້​ອອກ​ມາ​ຈາກ​ປະເທດ​ເອຢິບ.”
ເຮໂຣດ​ສັ່ງ​ໃຫ້​ຂ້າ​ພວກ​ເດັກນ້ອຍ
16ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.
17ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ,
18 “ໄດ້ຍິນ​ສຽງດັງ​ຂຶ້ນ​ຢູ່​ໃນ​ບ້ານ​ຣາມາ
ເປັນ​ສຽງ​ຮ້ອງ​ໄຫ້ ແລະ​ໂອ່ຍ​ຄວນຄາງ.
ນາງ​ຣາເຊັນ​ກຳລັງ​ຮ້ອງ​ໄຫ້
ນຳ​ລູກໆ​ຂອງຕົນ
ນາງ​ບໍ່​ຟັງ​ຄຳ​ປອບ​ໃຈ
ເພາະ​ລູກ​ເຂົາ​ຕາຍ​ແລ້ວ.”
ໂຢເຊັບ​ພາ​ກຸມມານ​ກັບຄືນ​ມາ​ຈາກ​ປະເທດ​ເອຢິບ
19ຫລັງຈາກ​ເຮໂຣດ​ໄດ້​ຕາຍໄປ​ແລ້ວ ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ກໍໄດ້​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ. 20ເທວະດາ​ຕົນ​ນີ້​ໄດ້​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ​ແລະ​ແມ່​ຂອງ​ເພິ່ນ​ກັບຄືນ​ໄປ​ດິນແດນ​ອິດສະຣາເອນ ເພາະ​ຜູ້​ທີ່​ຕ້ອງການ​ຂ້າ​ກຸມມານ​ນັ້ນ​ຕາຍ​ແລ້ວ.” 21ດັ່ງນັ້ນ ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ແລ້ວ​ພາ​ກຸມມານ​ພ້ອມ​ແມ່​ຂອງ​ເພິ່ນ​ກັບຄືນ​ສູ່​ດິນແດນ​ອິດສະຣາເອນ.
22ແຕ່​ເມື່ອ​ໄດ້ຍິນ​ວ່າ ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ບິດາ, ໂຢເຊັບ​ກໍ​ຢ້ານ​ບໍ່​ກ້າ​ໄປ​ຢູ່​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳ​ເຕືອນ​ທາງ​ຄວາມຝັນ ໂຢເຊັບ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ 23ແລະ​ໄປ​ອາໄສ​ຢູ່​ເມືອງ​ໜຶ່ງ​ຊື່​ວ່າ ນາຊາເຣັດ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາຊາເຣັດ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy