ເລື່ອງລາວການເກີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້: ມາຣີແມ່ຂອງພຣະອົງເປັນຄູ່ໝັ້ນຂອງໂຢເຊັບ, ກ່ອນທີ່ທັງສອງໄດ້ຢູ່ກິນຮ່ວມກັນ ນາງໄດ້ຕັ້ງທ້ອງແລ້ວ ດ້ວຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ. ຝ່າຍໂຢເຊັບຄູ່ໝັ້ນຂອງມາຣີເປັນຄົນດີມີສິນທຳ ລາວບໍ່ຢາກໃຫ້ນາງຕ້ອງອັບອາຍຂາຍໜ້າຕໍ່ໜ້າມະຫາຊົນໃນເລື່ອງນີ້. ດັ່ງນັ້ນ ລາວຈຶ່ງຕັດສິນໃຈວ່າຈະຖອນໝັ້ນເສຍຢ່າງລັບໆ.