YouVersion Logo
Search Icon

ມາລາກີ 4

4
ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ມາ
1ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ. 2ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ. 3ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຈົ້າ​ຈະ​ຊະນະ​ຄົນຊົ່ວຊ້າ​ອະທຳ ແລະ​ພວກເຂົາ​ຈະ​ເປັນ​ດັ່ງ​ຂີ້ຝຸ່ນ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.
4“ຈົ່ງ​ຈົດຈຳ​ກົດບັນຍັດ​ຕ່າງໆ​ຂອງ​ໂມເຊ​ຄົນ​ຮັບໃຊ້​ຂອງເຮົາ ຄື​ກົດບັນຍັດ​ທັງຫລາຍ​ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ທີ່​ເທິງ​ພູເຂົາ​ຊີນາຍ ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ປະຕິບັດ​ຕາມ.
5ແຕ່​ກ່ອນ​ວັນ​ຍິ່ງໃຫຍ່​ແລະ​ວັນ​ອັນ​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ຈະ​ມາເຖິງ ເຮົາ​ຈະ​ໃຊ້​ເອລີຢາ​ຜູ້ທຳນວາຍ​ຂອງເຮົາ​ມາ. 6ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy