ລະບຽບ^ພວກເລວີ 1
1
ເຄື່ອງບູຊາເຜົາສັດທັງໂຕ
1ພຣະເຈົ້າຢາເວໄດ້ເອີ້ນໂມເຊ ຈາກຫໍເຕັນບ່ອນຊຸມນຸມ 2ໃຫ້ໄປບອກຊາວອິດສະຣາເອນ ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ເມື່ອພວກເຂົາມີການຖວາຍບູຊາ.
ເມື່ອຜູ້ໃດຜູ້ໜຶ່ງຕ້ອງການຖວາຍສັດໂຕໜຶ່ງໃນຝູງເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ອາດຈະເປັນງົວ ຫລືແກະ ຫລືແບ້ກໍຕາມ. 3ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ. 4ຜູ້ນຳສັດມາຖວາຍນັ້ນຈະຕ້ອງວາງມືລົງເທິງຫົວສັດ ແລະພຣະອົງພໍໃຈຮັບເອົາສັດນັ້ນ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງລາວ. 5ລາວຈະຕ້ອງຂ້າປາດຄໍງົວເຖິກຢູ່ທີ່ນັ້ນ ແລະປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະຖວາຍເລືອດສັດນັ້ນ ແລ້ວຖອກເລືອດໃສ່ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 6ແລ້ວລາວກໍຈະລອກໜັງສັດອອກແລະຕັດສັດເປັນຕ່ອນໆ. 7ລູກຊາຍຂອງອາໂຣນຜູ້ເປັນປະໂຣຫິດກໍຈະກອງຟືນ ແລະດັງໄຟຂຶ້ນທີ່ເທິງແທ່ນ. 8ແລ້ວພວກເຂົາກໍຈະເອົາຕ່ອນສັດທັງໝົດ ພ້ອມກັບຫົວແລະໄຂມັນເຜົາໃສ່ໄຟ. 9ຜູ້ນຳສັດມາຖວາຍນັ້ນຈະຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະພວກປະໂຣຫິດທີ່ເຮັດພິທີຈະເຜົາຕ່ອນຊີ້ນງົວທັງໝົດທີ່ເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
10ຖ້າຜູ້ໃດຜູ້ໜຶ່ງຖວາຍແກະ ຫລືແບ້ໂຕໜຶ່ງໃນຝູງຂອງຕົນ ຕ້ອງໃຫ້ເປັນໂຕເຖິກທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 11ລາວຈະຕ້ອງຂ້າປາດຄໍສັດນັ້ນທາງດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະບັນດາພວກລູກຊາຍຂອງອາໂຣນຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ. 12ຫລັງຈາກຊາຍຄົນນັ້ນໄດ້ຕັດຊີ້ນສັດເປັນຕ່ອນໆແລ້ວ ປະໂຣຫິດຜູ້ເຮັດພິທີຈະເອົາຊີ້ນສັດ ເຜົາໃສ່ໄຟພ້ອມທັງຫົວແລະໄຂມັນ. 13ຜູ້ທີ່ນຳສັດມາຖວາຍນັ້ນຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະປະໂຣຫິດກໍຈະນຳສ່ວນທັງໝົດມາຖວາຍເຜົາບູຊາທີ່ເທິງແທ່ນບູຊາ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
14ຖ້າຜູ້ໃດຜູ້ໜຶ່ງຖວາຍນົກເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ຕ້ອງໃຫ້ແມ່ນນົກເຂົາຫລືນົກກາງແກ. 15ປະໂຣຫິດຈະຕ້ອງນຳນົກນັ້ນມາທີ່ແທ່ນບູຊາ ບິດຄໍນົກໃຫ້ຕາຍ ແລະເຜົາຫົວນົກເທິງແທ່ນບູຊາ, ບີບເລືອດນົກໃຫ້ໄຫຼອອກທາງຂ້າງແທ່ນບູຊາ. 16ລາວຕ້ອງດຶງໜຽງອອກ ແລະຖິ້ມໃສ່ບ່ອນຖິ້ມຂີ້ເຖົ່າ ທີ່ຢູ່ທາງທິດຕາເວັນອອກຂອງແທ່ນບູຊາ. 17ລາວຈະຕ້ອງພືປີກຈີກທ້ອງນົກອອກ ໂດຍບໍ່ໃຫ້ປີກຂາດອອກຈາກໂຕ ແລະໃຫ້ປະໂຣຫິດເຜົານົກເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
Currently Selected:
ລະບຽບ^ພວກເລວີ 1: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.