YouVersion Logo
Search Icon

ອົບພະຍົບ 40

40
ໂມເຊ​ຕັ້ງ​ແລະ​ອຸທິດ​ຖວາຍ​ຫໍເຕັນ​ສັກສິດ
1ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, 2“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ. 3ຈົ່ງ​ເອົາ​ຫີບ​ພັນທະສັນຍາ ວາງ​ໄວ້​ໃນ​ນັ້ນ​ແລະ​ກາງ​ຜ້າກັ້ງ​ບັງ​ໄວ້. 4ຈົ່ງ​ຍົກ​ໂຕະ​ເຂົ້າ​ມາ ແລະ​ຈັດ​ເຄື່ອງໃຊ້​ທຸກຢ່າງ​ປະຈຳ​ໂຕະ​ໄວ້. ແລ້ວ​ຍົກ​ຫລັກ​ຕະກຽງ​ເຂົ້າ​ມາ ແລະ​ໃຕ້​ຕະກຽງ​ໄວ້​ເທິງ​ຫລັກ. 5ຈົ່ງ​ຕັ້ງ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ກາງ​ຜ້າກັ້ງ​ໃສ່​ທາງ​ປະຕູເຂົ້າ​ຫໍເຕັນ​ສັກສິດ. 6ຈົ່ງ​ຕັ້ງ​ແທ່ນເຜົາ​ບູຊາ​ດ້ວຍໄຟ​ໄວ້​ຕໍ່ໜ້າ​ທາງເຂົ້າ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ. 7ສ່ວນ​ຂັນ​ໃສ່​ນໍ້າ​ຊຳລະ​ນັ້ນ ໃຫ້​ວາງ​ໄວ້​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ​ກັບ​ແທ່ນ​ບູຊາ​ແລະ​ຕັກ​ນໍ້າ​ໃສ່​ໄວ້. 8ຈົ່ງ​ເຮັດ​ຜ້າ​ອ້ອມຮອບ​ຫໍເຕັນ ແລະ​ກາງ​ຜ້າກັ້ງ​ໄວ້​ທີ່​ທາງ​ປະຕູເຂົ້າ.
9ແລ້ວ​ຈົ່ງ​ອຸທິດ​ຖວາຍ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ທັງໝົດ ແລະ​ທຸກສິ່ງ​ກໍ​ຈະ​ບໍຣິສຸດ​ສັກສິດ. 10ແລ້ວ​ຈົ່ງ​ອຸທິດ​ຖວາຍ​ແທ່ນບູຊາ ກັບ​ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນ​ນັ້ນ ໂດຍ​ເອົາ​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ທັງໝົດ ແລະ​ທຸກສິ່ງ​ກໍ​ຈະ​ບໍຣິສຸດ​ສັກສິດ​ທີ່ສຸດ. 11ຈົ່ງ​ອຸທິດ​ຖວາຍ​ຊາມ​ໃສ່​ນໍ້າ​ຊຳລະ​ແລະ​ຕີນ​ຊາມ ໂດຍ​ວິທີ​ດຽວກັນ​ນີ້.
12ຈົ່ງ​ນຳ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ໃຫ້​ພວກເຂົາ​ອາບນໍ້າ​ຊຳລະ​ຮ່າງກາຍ. 13ຈົ່ງ​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ ແລະ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ລາວ; ໂດຍ​ວິທີ​ນີ້ແຫລະ ລາວ​ຈະ​ໄດ້​ອຸທິດ​ຕົນ​ເພື່ອ​ເຂົ້າ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ 14ແລ້ວ​ຈົ່ງ​ນຳ​ພວກ​ລູກຊາຍ​ຂອງ​ລາວ​ມາ ແລະ​ນຸ່ງ​ເສື້ອ​ຊັ້ນໃນ​ໃຫ້​ພວກເຂົາ. 15ແລ້ວ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ພວກເຂົາ ເໝືອນກັນ​ກັບ​ໄດ້​ຫົດສົງ​ພໍ່​ຂອງ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ຄື​ກັນ​ກັບ​ພໍ່​ຂອງ​ພວກເຂົາ. ການ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ນີ້​ແມ່ນ​ການ​ສະຖາປະນາ​ພວກເຂົາ ໃຫ້​ເປັນ​ປະໂຣຫິດ​ຕະຫລອດໄປ.”
16ໂມເຊ​ກໍ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. 17ດັ່ງນັ້ນ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທຳອິດ​ຂອງ​ປີ​ທີ​ສອງ ຫລັງຈາກ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ. 18ໂມເຊ​ໄດ້​ວາງ​ຕີນ​ເສົາ​ລົງ ປະກອບ​ຮ່າງ​ຂອບ​ໄມ້​ກາງ​ຫໍເຕັນ​ສັກສິດ, ຕອກ​ໄມ້​ຂາງ​ໃສ່ ແລະ​ຕັ້ງ​ເສົາ​ຂຶ້ນ. 19ເພິ່ນ​ໄດ້​ຄຶງ​ຜ້າ​ມຸງ​ປົກ​ຫໍເຕັນ​ສັກສິດ ແລະ​ໃຊ້​ຜ້າ​ໜາ​ປົກ​ຊັ້ນນອກ​ອີກ ຄື​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. 20ແລ້ວ​ເພິ່ນ​ກໍ​ເອົາ​ຫີນ​ສອງ​ແຜ່ນ​ໃສ່​ລົງ​ໃນ​ຫີບ​ພັນທະສັນຍາ. ເພິ່ນ​ສອດ​ຄານຫາມ​ຄາ​ໄວ້ ແລະ​ເອົາ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ​ຊຶ່ງ​ເປັນ​ຝາ ອັດ​ເທິງ​ຫີບ​ນັ້ນ. 21ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ໄວ້​ທີ່​ຫໍເຕັນ​ສັກສິດ ແລະ​ກາງ​ຜ້າກັ້ງ​ບັງ​ໄວ້ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.
22ເພິ່ນ​ໄດ້​ຕັ້ງ​ໂຕະ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ທາງ​ຂ້າງ​ດ້ານ​ເໜືອ​ນອກ​ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ 23ແລະ​ເອົາ​ເຂົ້າຈີ່ ຊຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ວາງ​ໄວ້​ທີ່​ເທິງ​ໂຕະ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. 24ສ່ວນ​ຫຼັກ​ຕະກຽງ​ນັ້ນ ເພິ່ນ​ໄດ້​ຕັ້ງ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ກົງກັນຂ້າມ​ກັບ​ໂຕະ​ຂ້າງ​ທາງດ້ານ​ໃຕ້​ຂອງ​ຫໍເຕັນ​ສັກສິດ 25ເພິ່ນ​ໄດ້​ໄຕ້​ຕະກຽງ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. 26-27ເພິ່ນ​ນຳ​ແທ່ນ​ຄຳ​ຊຶ່ງ​ມີ​ເຄື່ອງຫອມ​ເຜົາ​ຢູ່​ມາ​ວາງ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຄື​ຕໍ່ໜ້າ​ຜ້າກັ້ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. 28ເພິ່ນ​ກາງ​ຜ້າກັ້ງ​ໄວ້​ຢູ່​ທີ່​ທາງ​ເຂົ້າ​ຫໍເຕັນ​ສັກສິດ 29ແລະ​ວາງ​ແທ່ນ​ເຜົາ​ບູຊາ​ຕໍ່ໜ້າ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ຊຶ່ງ​ຊື່​ກັນ​ກັບ​ຜ້າກັ້ງ. ທີ່​ເທິງ​ແທ່ນ​ນັ້ນ ເພິ່ນ​ໄດ້​ເຜົາ​ເຄື່ອງບູຊາ​ກັບ​ຖວາຍ​ພືດຜົນ​ເປັນເມັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. 30ເພິ່ນ​ໄດ້​ຕັ້ງ​ຂັນ​ໃສ່​ນໍ້າ​ຊຳລະ​ໄວ້​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ທັງ​ຕັກ​ນໍ້າ​ໃສ່​ໃຫ້​ເຕັມ. 31ໂມເຊ​ກັບ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ໃຊ້​ນໍ້າ​ໃນ​ຂັນ​ນີ້ ລ້າງ​ມື​ແລະ​ລ້າງ​ຕີນ 32ເມື່ອ​ທຸກໆ​ຄັ້ງ​ທີ່​ພວກເຂົາ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ທີ່​ແທ່ນບູຊາ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ນັ້ນ​ທຸກປະການ. 33ໂມເຊ​ໄດ້​ກາງ​ຜ້າ​ອ້ອມຮອບ​ຫໍເຕັນ​ສັກສິດ​ແລະ​ແທ່ນບູຊາ ແລ້ວ​ກໍໄດ້​ກາງ​ຜ້າກັ້ງ​ນັ້ນ​ໄວ້​ທີ່​ທາງ​ປະຕູເຂົ້າ​ຫໍເຕັນ. ເພິ່ນ​ໄດ້​ເຮັດ​ທຸກໆ​ສິ່ງ​ສຳເລັດ​ຢ່າງ​ຮຽບຮ້ອຍ​ດີ.
ເມກ​ປົກຄຸມ​ຫໍເຕັນ
34ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ. 35ໂມເຊ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ບໍ່ໄດ້ ເພາະ​ທີ່​ນັ້ນ​ມີ​ເມກ​ໜາແໜ້ນ​ຫລາຍ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ເຕັມ​ຢູ່​ທົ່ວ​ຫໍເຕັນ​ສັກສິດ. 36ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ຄ້າຍພັກ​ຂອງ​ພວກເຂົາ​ໄປ​ສູ່​ທີ່​ອື່ນ ກໍ​ຕໍ່​ເມື່ອ​ເມກ​ໄດ້​ຫາຍ​ໄປ​ຈາກ​ຫໍເຕັນ​ສັກສິດ. 37ຕາບໃດ​ທີ່​ເມກ​ໄດ້​ປົກຄຸມ​ຢູ່​ທີ່​ນັ້ນ ພວກເຂົາ​ບໍ່ໄດ້​ອອກ​ເດີນທາງ​ໄປ​ທີ່​ອື່ນ​ເດັດຂາດ. 38ຕະຫລອດ​ການ​ເດີນທາງ​ທ່ອງທ່ຽວ​ໄປມາ​ນັ້ນ ພວກເຂົາ​ໄດ້​ເຫັນ​ເມກ​ຂອງ​ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງເວັນ ແລະ​ໄດ້​ເຫັນ​ແສງ​ເປັນ​ໄຟ​ພຸ່ງ​ຂຶ້ນ​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງຄືນ​ຕໍ່ໜ້າ​ພວກ​ອິດສະຣາເອນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in