ລະບຽບ^ພວກເລວີ 2
2
ເຄື່ອງຖວາຍພືດຜົນເປັນເມັດ
1ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ 2ແລະໃຫ້ລາວນຳສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກຳໜຶ່ງ ພ້ອມນໍ້າມັນແລະເຄື່ອງຫອມ ມາເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 3ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
4ຖ້າເຄື່ອງຖວາຍນັ້ນເປັນເຂົ້າຈີ່ທີ່ອົບໃສ່ເຕົາແລ້ວ ຕ້ອງໃຫ້ເປັນເຂົ້າຈີ່ບໍ່ມີເຊື້ອແປ້ງ; ມັນອາດເຮັດເປັນກ້ອນປົນນໍ້າມັນໝາກກອກເທດ ຫລືເປັນເຂົ້າໜົມແຜ່ນບາງໆທາກັບນໍ້າມັນໝາກກອກເທດກໍໄດ້.
5ຖ້າເຄື່ອງຖວາຍເປັນເຂົ້າຈີ່ປີ້ງທີ່ເທິງເຫຼັກປີ້ງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແຕ່ບໍ່ໃຫ້ມີເຊື້ອແປ້ງ. 6ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ.
7ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂາງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແລ້ວຈຶ່ງຈືນ. 8ຈົ່ງນຳເຂົ້າໜົມຈືນນັ້ນມາຖວາຍແກ່ພຣະເຈົ້າຢາເວ ໂດຍມອບໃຫ້ປະໂຣຫິດຜູ້ຈະນຳໄປວາງເທິງແທ່ນບູຊາ. 9ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 10ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
11ພືດຜົນເປັນເມັດໃດໆຊຶ່ງນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າຖວາຍອາຫານໃດໆທີ່ມີເຊື້ອແປ້ງ ຫລືນໍ້າເຜິ້ງແກ່ພຣະເຈົ້າຢາເວເປັນເດັດຂາດ. 12ພືດຜົນເປັນເມັດຫົວປີທີ່ພວກເຈົ້າເກັບກ່ຽວໄດ້ແຕ່ລະປີນັ້ນ ຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວ ແລະເຄື່ອງຖວາຍເຊັ່ນນີ້ຢ່າໄດ້ເຜົາເທິງແທ່ນບູຊາດ້ວຍໄຟ. 13ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກໆຊະນິດທີ່ນຳມາຖວາຍນັ້ນ ເພາະວ່າເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ). 14ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ. 15ຈົ່ງຖອກນໍ້າມັນໝາກກອກເທດໃສ່ ແລະເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ. 16ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນໍ້າມັນ ແລະເຄື່ອງຫອມທັງໝົດ ຖວາຍແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ.
Currently Selected:
ລະບຽບ^ພວກເລວີ 2: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.