ຢາໂກໂບ 3
3
ເລື່ອງລີ້ນ
1ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໄດ້ພາກັນເປັນອາຈານຈຳນວນຫລວງຫລາຍ ເພາະພວກເຈົ້າກໍຮູ້ແລ້ວວ່າ ເຮົາທັງຫລາຍທີ່ເປັນຜູ້ສອນນັ້ນ ຈະໄດ້ຮັບການຊົງພິພາກສາໜັກໜ່ວງກວ່າຜູ້ອື່ນ. 2ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ ຜູ້ນັ້ນກໍເປັນຄົນດີຄົບຖ້ວນ ແລະສາມາດບັງຄັບທັງຕົວໄວ້ໄດ້ເໝືອນກັນ. 3ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າ ເພື່ອໃຫ້ມັນຟັງຄວາມແລ້ວ ພວກເຮົາກໍສາມາດບັງຄັບມ້າທັງໂຕ ໃຫ້ມັນຫັນໄປມາຕາມຄວາມຕ້ອງການໄດ້. 4ເບິ່ງແມ! ເຮືອກໍເໝືອນກັນ ຈະລຳໃຫຍ່ພຽງໃດກໍຕາມ ເມື່ອຖືກລົມແຮງພັດ ມັນກໍຍັງຫັນໄປມາໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມຕ້ອງການຂອງນາຍທ້າຍເຮືອ. 5ລີ້ນກໍຄືກັນນັ້ນແຫຼະ ເປັນອະໄວຍະວະສ່ວນນ້ອຍໆ ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້.
ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້. 6ລີ້ນກໍເປັນດັ່ງໄຟ ມັນເປັນຄືໂລກແຫ່ງຄວາມຊົ່ວຮ້າຍ ທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ມັນເປັນເຊື້ອໄຟທີ່ເຜົາໄໝ້ວົງກະແສແຫ່ງຊີວິດ ແລະມັນເອງກໍເປັນໄຟມາຈາກນະຣົກ. 7ມະນຸດສາມາດຝຶກແອບສັດທັງໝົດໄດ້ ບໍ່ວ່າສັດປ່າແລະນົກ ສັດເລືອຄານແລະປາ. 8ແຕ່ບໍ່ມີຜູ້ໃດສາມາດຝຶກແອບລີ້ນໄດ້ ມັນເປັນສິ່ງຊົ່ວແລະເຫຼືອທີ່ຈະບັງຄັບໄດ້ ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ. 9ພວກເຮົາໃຊ້ລີ້ນສັນລະເສີນອົງພຣະຜູ້ເປັນເຈົ້າຄື ພຣະບິດາເຈົ້າ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ. 10ຄຳສັນລະເສີນແລະຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ. 11ບໍ່ນໍ້າພຸຈະໃຫ້ນໍ້າຫວານແລະນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ? 12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດຈະເກີດຜົນເປັນໝາກກອກໄດ້ບໍ? ຫລືເຄືອອະງຸ່ນຈະເກີດຜົນເປັນໝາກເດື່ອເທດໄດ້ບໍ? ດັ່ງນັ້ນ ນໍ້າເຄັມຈະເກີດເປັນນໍ້າຈືດກໍບໍ່ໄດ້.
ປັນຍາທີ່ມາຈາກເບື້ອງເທິງ
13ໃນທ່າມກາງພວກເຈົ້າ ຜູ້ໃດທີ່ມີສະຕິປັນຍາແລະຄວາມເຂົ້າໃຈ ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນ ໂດຍຊີວິດອັນດີງາມຂອງຕົນ ໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະສະຕິປັນຍາ. 14ແຕ່ຖ້າພວກເຈົ້າມີໃຈເຫິງສາອັນຂົມຂື່ນແລະມັກໃຫຍ່ໃຝ່ສູງ ກໍຢ່າໂອ້ອວດແລະຢ່າທໍລະຍົດຕໍ່ຄວາມຈິງ. 15ປັນຍາຢ່າງນີ້ ບໍ່ໄດ້ມາຈາກເບື້ອງເທິງ ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດແລະເປັນຢ່າງມານຮ້າຍ. 16ບ່ອນໃດທີ່ມີຄວາມອິດສາແລະການເຫັນແກ່ຕົວ ບ່ອນນັ້ນກໍມີການວຸ້ນວາຍແລະມີການຊົ່ວຮ້າຍທຸກຊະນິດ. 17ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນໝົດກໍບໍຣິສຸດ ແລະປະກອບດ້ວຍຄວາມສະຫງົບສຸກ ຄວາມສຸພາບອ່ອນໂຍນ ຄວາມເປັນມິດ ເຕັມໄປດ້ວຍຄວາມເມດຕາ ແລະໃຫ້ຜົນດີ ບໍ່ເລືອກໜ້າຄົນແລະບໍ່ໜ້າຊື່ໃຈຄົດ. 18ຜູ້ທີ່ສ້າງສັນຕິສຸກ ກໍຫວ່ານຢ່າງສັນຕິສຸກ ແລະໝາກຜົນທີ່ເກັບກ່ຽວນັ້ນ ກໍຄືຄວາມຊອບທຳ.
Currently Selected:
ຢາໂກໂບ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.