YouVersion Logo
Search Icon

ຢາໂກໂບ 2

2
ຕັກເຕືອນ​ບໍ່​ໃຫ້​ເລືອກ​ໜ້າ​ຄົນ
1ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ຊົງ​ສະຫງ່າຣາສີ​ນັ້ນ ຢ່າ​ມີ​ການ​ເລືອກ​ໜ້າ​ຄົນ. 2ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ. 3ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.” 4ຖ້າ​ເຮັດ​ດັ່ງນັ້ນ ພວກເຈົ້າ​ເປັນ​ຜູ້​ແບ່ງຊັ້ນ​ວັນນະ ແລະ​ກາຍເປັນ​ຜູ້ຕັດສິນ​ຄົນ ດ້ວຍ​ຄວາມ​ຄິດ​ອັນ​ຊົ່ວ​ບໍ່ແມ່ນ​ບໍ?
5ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ. 6ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ? 7ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?
8ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ. 9ແຕ່​ຖ້າ​ພວກເຈົ້າ​ເລືອກ​ຊັ້ນ​ວັນນະ ພວກເຈົ້າ​ກໍ​ເຮັດ​ຜິດ​ໃນ​ຖານ​ເຮັດ​ບາບ ແລະ​ກົດບັນຍັດ​ກໍ​ລົງໂທດ​ພວກເຈົ້າ​ໃນ​ຖານ​ເປັນ​ຜູ້​ຝ່າຝືນ​ກົດບັນຍັດ. 10ຜູ້ໃດ​ທີ່​ຝ່າຝືນ​ກົດບັນຍັດ​ຂໍ້ໃດ​ຂໍ້ໜຶ່ງ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຝ່າຝືນ​ກົດບັນຍັດ​ທັງໝົດ. 11ດ້ວຍວ່າ, ພຣະອົງ​ຜູ້​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້​ສູ່ຜົວເມຍ” ກໍ​ຍັງ​ຊົງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ.” ເຖິງ​ແມ່ນ​ວ່າ ເຈົ້າ​ບໍ່ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍເປັນ​ຜູ້​ທີ່​ຝ່າຝືນ​ກົດບັນຍັດ​ແລ້ວ. 12ເຈົ້າ​ທັງຫລາຍ​ຈົ່ງ​ເວົ້າ​ແລະ​ເຮັດ ເໝືອນ​ຢ່າງ​ຄົນ​ທີ່​ກຳລັງ​ຈະ​ໄດ້​ຮັບ​ການ​ພິພາກສາ ດ້ວຍ​ກົດ​ທີ່​ໃຫ້​ມີ​ເສລີພາບ. 13ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.
ຄວາມເຊື່ອ ແລະ​ການ​ປະຕິບັດ
14ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໜຶ່ງ​ເວົ້າ​ວ່າ​ຕົນ​ມີ​ຄວາມເຊື່ອ ແຕ່​ບໍ່ມີ​ການ​ປະຕິບັດ ຈະ​ມີ​ປະໂຫຍດ​ຫຍັງ? ຄວາມເຊື່ອ​ແບບ​ນັ້ນ ຈະ​ເຮັດ​ໃຫ້​ລາວ​ພົ້ນ​ໄດ້​ບໍ? 15ຖ້າ​ພີ່ນ້ອງ​ຊາຍ​ຍິງ​ຄົນ​ໃດ ບໍ່ມີ​ເຄື່ອງນຸ່ງຫົ່ມ​ແລະ​ຂາດເຂີນ​ອາຫານ​ປະຈຳ​ວັນ, 16ແລະ​ມີ​ຄົນ​ໃດ​ໃນ​ພວກເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນສຸກ​ເທີ້ນ ຂໍ​ໃຫ້​ອົບອຸ່ນ​ແລະ​ກິນ​ອີ່ມ,” ແຕ່​ບໍ່ໄດ້​ໃຫ້​ສິ່ງຂອງ​ທີ່​ເຂົາ​ຕ້ອງການ​ສຳລັບ​ຕົວ​ນັ້ນ ຈະ​ເປັນ​ປະໂຫຍດ​ອັນ​ໃດ? 17ດັ່ງນັ້ນ ຄວາມເຊື່ອ​ກໍ​ຢ່າງ​ດຽວກັນ ຖ້າ​ບໍ່ມີ​ການ​ປະຕິບັດ ກໍ​ຕາຍ​ແລ້ວ.
18ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ. 19ຝ່າຍ​ພວກເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍດີ​ຢູ່​ແລ້ວ, ສ່ວນ​ພວກ​ຜີມານຮ້າຍ​ກໍ​ເຊື່ອ​ເໝືອນກັນ ແລະ​ມັນ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ. 20ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນຮູ້​ຫລື​ວ່າ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ​ນັ້ນ​ກໍ​ໄຮ້​ຜົນ? 21ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຖືກ​ພຣະເຈົ້າ​ຊົງ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ກໍ​ໂດຍ​ການ​ປະຕິບັດ​ຂອງ​ເພິ່ນ ໃນ​ການ​ຖວາຍ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ. 22ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມເຊື່ອ​ກັບ​ການ​ປະຕິບັດ​ຂອງ​ເພິ່ນ ກໍ​ໄປ​ຄວບຄູ່​ກັນ, ຄວາມເຊື່ອ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ດີ​ຄົບຖ້ວນ​ໄດ້ ກໍ​ໂດຍ​ການ​ປະຕິບັດ, 23ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.” 24ເຈົ້າ​ທັງຫລາຍ​ກໍ​ເຫັນ​ແລ້ວ​ວ່າ ຜູ້ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ກໍ​ເນື່ອງ​ດ້ວຍ​ຄວາມເຊື່ອ​ທີ່​ມີ​ການ​ປະຕິບັດ ແລະ​ບໍ່ແມ່ນ​ດ້ວຍ​ຄວາມເຊື່ອ​ພຽງ​ຢ່າງ​ດຽວ.
25ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?
26ເຫດ​ວ່າ ຮ່າງກາຍ​ທີ່​ບໍ່ມີ​ຈິດ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ​ເໝືອນກັນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in