ຢາໂກໂບ 4
4
ການເປັນມິດກັບໂລກ
1ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະຜິດຖຽງກັນ? ກໍແມ່ນກິເລດຕັນຫາຂອງພວກເຈົ້ານັ້ນແຫຼະ ທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າ. 2ເຈົ້າທັງຫລາຍຢາກໄດ້ແຕ່ບໍ່ໄດ້, ພວກເຈົ້າຂ້າກັນ ພວກເຈົ້າເຫິງສາກັນແຕ່ບໍ່ສາມາດຈະໄດ້, ພວກເຈົ້າຜິດຖຽງ ແລະທະເລາະວິວາດກັນ ພວກເຈົ້າບໍ່ມີເພາະບໍ່ໄດ້ຂໍ. 3ເຈົ້າທັງຫລາຍຂໍແລະບໍ່ໄດ້ຮັບ ເພາະຂໍຜິດ ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ. 4ໂອ ຄົນຫລິ້ນຊູ້ເອີຍ, ພວກເຈົ້າບໍ່ຮູ້ຫລືວ່າ ການເປັນມິດຕໍ່ໂລກ ກໍຄືການເປັນສັດຕູຕໍ່ພຣະເຈົ້າ? ສະນັ້ນ ຜູ້ໃດທີ່ຢາກເປັນມິດຕໍ່ໂລກ ກໍເປັນສັດຕູຕໍ່ພຣະເຈົ້າ. 5ຫລືເຈົ້າທັງຫລາຍຄິດວ່າເປັນການເປົ່າໆບໍ ທີ່ພຣະຄຳພີກ່າວວ່າ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາທັງຫລາຍ ກໍປາຖະໜາຢ່າງແຮງກ້າ.” 6ແຕ່ພຣະອົງໄດ້ຊົງປະທານພຣະຄຸນເພີ່ມຂຶ້ນອີກ. ເຫດສະນັ້ນ ພຣະຄຳພີຈຶ່ງກ່າວວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.”
7ດ້ວຍເຫດນັ້ນ ເຈົ້າທັງຫລາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ ແລະມັນຈະໜີຈາກພວກເຈົ້າໄປ. 8ເຈົ້າທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍເອີຍ, ຈົ່ງຊຳລະມືໃຫ້ສະອາດ ແລະຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງຕົນໃຫ້ບໍຣິສຸດ 9ຈົ່ງເປັນທຸກໂສກເສົ້າ ຈົ່ງຮ້ອງໄຫ້ແລະຮໍ່າໄຮ ໃຫ້ການຫົວຂອງຕົນ ກັບກາຍເປັນການໂສກເສົ້າ ແລະໃຫ້ຄວາມຍິນດີກັບກາຍເປັນຄວາມເສົ້າໝອງ. 10ຈົ່ງຖ່ອມຕົວລົງຊ້ອງພຣະພັກອົງພຣະຜູ້ເປັນເຈົ້າ ແລະພຣະອົງຈະຊົງຍົກພວກເຈົ້າຂຶ້ນ.
ຢ່າກ່າວໂທດໃສ່ພີ່ນ້ອງຂອງຕົນ
11ພີ່ນ້ອງທັງຫລາຍເອີຍ, ຢ່າເວົ້ານິນທາຊຶ່ງກັນແລະກັນ ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລືກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້ານິນທາຕໍ່ກົດບັນຍັດ ແລະກ່າວໂທດຕໍ່ກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ ເຈົ້າກໍບໍ່ເປັນຜູ້ທີ່ຮັກສາກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ. 12ມີຜູ້ຊົງແຕ່ງຕັ້ງກົດບັນຍັດແລະຜູ້ຊົງພິພາກສາ ພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງຜູ້ຊົງສາມາດໂຜດໃຫ້ພົ້ນ ແລະຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ?
ການອວດອ້າງ
13ດັ່ງນັ້ນ ເຈົ້າທັງຫລາຍທີ່ເຄີຍເວົ້າວ່າ, “ມື້ນີ້ຫລືມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນັ້ນເມືອງນີ້ ຈະພັກຢູ່ທີ່ນັ້ນປີໜຶ່ງ ແລະຈະຄ້າຂາຍເອົາກຳໄລ.” 14ພວກເຈົ້າບໍ່ຮູ້ວ່າ ຊີວິດຂອງພວກເຈົ້າຈະເປັນຢ່າງໃດໃນມື້ອື່ນ? ພວກເຈົ້າເປັນດັ່ງໝອກທີ່ປາກົດຢູ່ພຽງຊົ່ວຄາວ ແລ້ວກໍຈາງຫາຍໄປ. 15ແທນທີ່ຈະເວົ້າດັ່ງນັ້ນ ພວກເຈົ້າຄວນເວົ້າດັ່ງນີ້, “ຖ້າພຣະເຈົ້າພໍພຣະໄທ ພວກເຮົາກໍຈະມີຊີວິດຢູ່ ແລະຈະເຮັດສິ່ງນັ້ນ ຫຼືສິ່ງນີ້.” 16ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້ ກໍລ້ວນແຕ່ເປັນຄວາມຊົ່ວ. 17ດັ່ງນັ້ນ ຖ້າຜູ້ໃດຮູ້ວ່າ ອັນໃດເປັນການດີແລະບໍ່ເຮັດ ຜູ້ນັ້ນຈຶ່ງມີບາບ.
Currently Selected:
ຢາໂກໂບ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.