ພວກເຮົາໃຊ້ລີ້ນສັນລະເສີນອົງພຣະຜູ້ເປັນເຈົ້າຄື ພຣະບິດາເຈົ້າ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ. ຄຳສັນລະເສີນແລະຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ.