ຢາໂກໂບ 1
1
1ຈາກ ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ.
ເຖິງຄົນສິບສອງຕະກຸນທີ່ກະຈັດກະຈາຍຢູ່ນັ້ນ.
ຄວາມເຊື່ອ ແລະປັນຍາ
2ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ 3ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ. 4ຈົ່ງໃຫ້ຄວາມໝັ້ນໃຈຂອງພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ. 5ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ. 6ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງໄສ ເພາະຜູ້ທີ່ສົງໄສນັ້ນ ເປັນເໝືອນຟອງນໍ້າທີ່ຖືກລົມພັດຊັດໄປມາ. 7ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ 8ເພາະເປັນຄົນສອງໃຈ ບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ.
ຄວາມທຸກຈົນ ແລະຄວາມຮັ່ງມີ
9ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ, 10ແຕ່ໃຫ້ຄົນຮັ່ງມີ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງໃຫ້ຕົກຕໍ່າລົງ ເພາະວ່າຕົນຈະຕ້ອງລ່ວງລັບໄປເໝືອນດັ່ງດອກຫຍ້າ. 11ເພາະເມື່ອຕາເວັນຂຶ້ນ ຄວາມຮ້ອນອັນແຮງກ້າ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປ ແລ້ວດອກຫຍ້າກໍຕົກຫລົ່ນລົງ ສີສັນວັນນະຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີຈະເສື່ອມສູນໄປ ໃນຂະນະທີ່ດຳເນີນງານຂອງຕົນເໝືອນກັນ.
ການທົດລອງ ແລະການລໍ້ລວງ
12ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ. 13ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າ ຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ. 14ແຕ່ວ່າທຸກຄົນທີ່ຖືກລໍ້ລວງໃຫ້ຫຼົງ ກໍຕໍ່ເມື່ອຄວາມປາຖະໜາຊົ່ວຊັກຈ່ອງ ແລະຍົວະເຍົ້າໃຫ້ປະຕິບັດຕາມ. 15ເມື່ອຄວາມປາຖະໜາຊົ່ວຂອງລາວຕັ້ງຮາກແລ້ວ ກໍ່ໃຫ້ເກີດມີຄວາມຜິດບາບ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມຂະໜາດແລ້ວ ກໍ່ໃຫ້ເກີດມີຄວາມຕາຍ.
16ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປ. 17ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ. 18ໂດຍນໍ້າພຣະໄທຂອງພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ.
ການຟັງແລະການປະຕິບັດ ຕາມພຣະທຳ
19ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ, 20ເພາະຄວາມຮ້າຍຂອງມະນຸດ ບໍ່ໄດ້ເຮັດໃຫ້ຄວາມຍຸດຕິທຳຂອງພຣະເຈົ້າເກີດມາ. 21ເຫດສະນັ້ນ ຈົ່ງເລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫຼືອຫລາຍ. ຈົ່ງນ້ອມໃຈຮັບເອົາພຣະທຳ ທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້.
22ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ. 23ຜູ້ໃດທີ່ຟັງພຣະທຳແລ້ວ ບໍ່ເຮັດຕາມ ກໍເປັນດັ່ງຄົນທີ່ແຍງແວ່ນ ແລະເບິ່ງເຫັນໜ້າຂອງຕົນເອງຕາມທີ່ເປັນຢູ່. 24ພໍເມື່ອແຍງເບິ່ງຕົນເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າ ຕົນເອງເປັນຢ່າງໃດ. 25ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງ ໃນກົດບັນຍັດອັນຄົບຖ້ວນ ຊຶ່ງເຮັດໃຫ້ມີອິດສະຫລະພາບ ແລະຕັ້ງໝັ້ນຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນກໍບໍ່ແມ່ນຜູ້ທີ່ໄດ້ຍິນແລ້ວລືມໄປ, ແຕ່ເປັນຜູ້ປະຕິບັດຕາມ ຄົນນັ້ນແຫຼະ ຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ຕົນກະທຳ.
26ຖ້າຜູ້ໃດຄິດວ່າຕົນເປັນຄົນມີທຳມະ ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນແລ້ວ ທຳມະຂອງຜູ້ນັ້ນກໍບໍ່ມີປະໂຫຍດ ແລະເປັນການຫລອກລວງຕົນເອງເທົ່ານັ້ນ. 27ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງໂລກ.
Currently Selected:
ຢາໂກໂບ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.