YouVersion Logo
Search Icon

ຢາໂກໂບ 1

1
1ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.
ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.
ຄວາມເຊື່ອ ແລະ​ປັນຍາ
2ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ 3ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ ເມື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທົນ​ຕໍ່​ການ​ຖືກ​ທົດລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນໃຈ. 4ຈົ່ງ​ໃຫ້​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ​ນັ້ນ ຍືນຍົງ​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຄົນ​ສຳເລັດ​ແລະ​ຄົບຖ້ວນ ໂດຍ​ບໍ່​ຂາດເຂີນ​ສິ່ງໃດ. 5ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ. 6ແຕ່​ໃຫ້​ຜູ້ນັ້ນ​ທູນຂໍ​ດ້ວຍ​ຄວາມເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງໄສ ເພາະ​ຜູ້​ທີ່​ສົງໄສ​ນັ້ນ ເປັນ​ເໝືອນ​ຟອງນໍ້າ​ທີ່​ຖືກ​ລົມ​ພັດ​ຊັດ​ໄປມາ. 7ຢ່າ​ໃຫ້​ຜູ້ນັ້ນ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ 8ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.
ຄວາມ​ທຸກຈົນ ແລະ​ຄວາມ​ຮັ່ງມີ
9ໃຫ້​ພີ່ນ້ອງ​ທີ່​ຕໍ່າຕ້ອຍ ຈົ່ງ​ອວດອ້າງ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຍົກຍໍ​ຕົວ​ຂຶ້ນ, 10ແຕ່​ໃຫ້​ຄົນ​ຮັ່ງມີ ຈົ່ງ​ອວດອ້າງ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ໃຫ້​ຕົກຕໍ່າ​ລົງ ເພາະວ່າ​ຕົນ​ຈະ​ຕ້ອງ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກ​ຫຍ້າ. 11ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.
ການ​ທົດລອງ ແລະ​ການ​ລໍ້ລວງ
12ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ. 13ເມື່ອ​ຜູ້ໃດ​ຖືກ​ລໍ້ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້ນັ້ນ​ເວົ້າ​ວ່າ, “ພຣະເຈົ້າ​ຊົງ​ລໍ້ລວງ​ຂ້າພະເຈົ້າ​ໃຫ້​ຫລົງ” ເພາະວ່າ ຄວາມຊົ່ວ​ຈະ​ມາ​ລໍ້ລວງ​ພຣະເຈົ້າ​ໃຫ້​ຫລົງ​ບໍ່ໄດ້ ແລະ​ພຣະອົງ​ເອງ​ກໍ​ບໍ່​ຊົງ​ລໍ້ລວງ​ຜູ້ໃດ​ໃຫ້​ຫລົງ​ຈັກເທື່ອ. 14ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ. 15ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.
16ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ. 17ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ. 18ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.
ການ​ຟັງ​ແລະ​ການ​ປະຕິບັດ ຕາມ​ພຣະທຳ
19ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ, 20ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ. 21ເຫດສະນັ້ນ ຈົ່ງ​ເລີກ​ຈາກ​ຄວາມຊົ່ວ​ມົວໝອງ​ທຸກຢ່າງ ແລະ​ຄວາມ​ຊົ່ວຮ້າຍ​ອັນ​ເຫຼືອ​ຫລາຍ. ຈົ່ງ​ນ້ອມໃຈ​ຮັບ​ເອົາ​ພຣະທຳ ທີ່​ປູກຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາມາດ​ຊ່ວຍ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.
22ຢ່າ​ຫລອກລວງ​ຕົນເອງ ໂດຍ​ພຽງແຕ່​ຟັງ​ພຣະທຳ​ຂອງ​ພຣະເຈົ້າ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະທຳ​ນັ້ນ​ຢ່າງ​ແທ້ຈິງ. 23ຜູ້ໃດ​ທີ່​ຟັງ​ພຣະທຳ​ແລ້ວ ບໍ່​ເຮັດ​ຕາມ ກໍ​ເປັນ​ດັ່ງ​ຄົນ​ທີ່​ແຍງແວ່ນ ແລະ​ເບິ່ງ​ເຫັນ​ໜ້າ​ຂອງ​ຕົນເອງ​ຕາມ​ທີ່​ເປັນ​ຢູ່. 24ພໍ​ເມື່ອ​ແຍງເບິ່ງ​ຕົນເອງ​ແລ້ວ​ກໍ​ອອກ​ໄປ ແລ້ວ​ກໍ​ລືມ​ໃນ​ທັນທີ​ນັ້ນ​ໂລດ​ວ່າ ຕົນເອງ​ເປັນ​ຢ່າງ​ໃດ. 25ແຕ່​ຜູ້ໃດ​ທີ່​ພິຈາລະນາ​ເບິ່ງ​ຢ່າງ​ລະມັດ​ລະວັງ ໃນ​ກົດບັນຍັດ​ອັນ​ຄົບຖ້ວນ ຊຶ່ງ​ເຮັດ​ໃຫ້​ມີ​ອິດສະຫລະ​ພາບ ແລະ​ຕັ້ງໝັ້ນ​ຢູ່​ໃນ​ກົດບັນຍັດ​ນັ້ນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ຜູ້​ທີ່​ໄດ້ຍິນ​ແລ້ວ​ລືມ​ໄປ, ແຕ່​ເປັນ​ຜູ້​ປະຕິບັດ​ຕາມ ຄົນ​ນັ້ນ​ແຫຼະ ຈະ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ ໃນ​ສິ່ງ​ທີ່​ຕົນ​ກະທຳ.
26ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ. 27ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in